ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອາຊຽນ ຮຽກຮ້ອງໃຫ້ ມຽນມາ ຫາຂໍ້ແກ້ໄຂ ທີ່ສັນຕິ ຕໍ່ການປະທ້ວງ ການກໍ່ລັດຖະປະຫານ


ລັດຖະມົນຕີການຕ່າງປະເທດຂອງ ອິນໂດເນເຊຍ ທ່ານນາງ ເຣັດໂນ ມາຊູດີ ກ່າວຄຳປາໄສໃນລະຫວ່າງກອງປະຊຸມທີ່ບໍ່ເປັນທາງການທາງອອນໄລນ໌ກັບບັນດາລັດຖະມົນຕີການຕ່າງປະເທດ ແລະ ຜູ້ແທນຂອງອົງການ ອາຊຽນ, ນະຄອນ ຈາກາຕ້າ, ອິນໂດເນເຊຍ. 2 ມີນາ, 2021.
ລັດຖະມົນຕີການຕ່າງປະເທດຂອງ ອິນໂດເນເຊຍ ທ່ານນາງ ເຣັດໂນ ມາຊູດີ ກ່າວຄຳປາໄສໃນລະຫວ່າງກອງປະຊຸມທີ່ບໍ່ເປັນທາງການທາງອອນໄລນ໌ກັບບັນດາລັດຖະມົນຕີການຕ່າງປະເທດ ແລະ ຜູ້ແທນຂອງອົງການ ອາຊຽນ, ນະຄອນ ຈາກາຕ້າ, ອິນໂດເນເຊຍ. 2 ມີນາ, 2021.

ບັນດາສະມາຊິກຂອງສະມາຄົມປະຊາຊາດແຫ່ງເອເຊຍຕາເວັນອອກສຽງໃຕ້ ຫຼື ອາຊຽນ ໄດ້ທຳ ການຜັກດັນໃຫ້ປ່ອຍຕົວຜູ້ນຳພົນລະເຮືອນທີ່ແທ້ຈິງຂອງ ມຽນມາ ທ່ານນາງ ອອງ ຊານ ຊູ ຈີ ແລະ ກັບຄືນສູ່ປະຊາທິປະໄຕຫຼັງຈາກການປະຊຸມກັນໃນວັນອັງຄານວານນີ້ ກ່ຽວກັບ ສະພາບການຂອງປະເທດດັ່ງກ່າວ.

ທ່ານນາງ ເຣັດໂນ ມາຊູດີ, ລັດຖະມົນຕີການຕ່າງປະເທດຂອງ ອິນໂດເນເຊຍ ໄດ້ກ່າວວ່າ “ການນຳເອົາປະຊາທິປະໄຕກັບຄືນມາຕ້ອງໄດ້ຖືກດຳເນີນຂຶ້ນ.” ຄຳເຫັນດັ່ງກ່າວໄດ້ມີຂຶ້ນລຸນຫຼັງການກໍ່ລັດຖະປະຫານໂດຍທະຫານຂອງ ມຽນມາ ໃນວັນທີ 1​ ກຸມພາທີ່ຜ່ານມາ ເຊິ່ງຜູ້ນຳພົນລະເຮືອນທີ່ແທ້ຈິງ ທ່ານນາງ ອອງ ຊານ ຊູ ຈີ ແລະ ສະມາຊິກຂອງລັດຖະບານພົນລະເຮືອນອື່ນໆຂອງ ມຽນມາ ໄດ້ຖືກປົດອອກຈາກຕຳແໜ່ງ ແລະ ຖືກກັກຂັງ.

ບັນດາລັດຖະມົນຕີຕ່າງປະເທດທີ່ເປັນຕົວແທນໃຫ້ແຕ່ລະ 10 ປະເທດຂອງ ອາຊຽນ, ເຊິ່ງລວມມີ ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ ນັ້ນ, ໄດ້ລົມກັນຜ່ານກອງປະຊຸມວິດີໂອກັບຄູ່ຮ່ວມຕຳແໜ່ງຂອງເຂົາເຈົ້າຈາກປະເທດ ສະມາຊິກ ມຽນມາ. ກອງປະຊຸມທາງອອນໄລນດັ່ງກ່າວໄດ້ມີຂຶ້ນໃນຂະນະທີ່ຕຳຫຼວດ ມຽນມາ ໄດ້ຍິງປືນໃສ່ພົນລະເຮືອນທີ່ປະທ້ວງການປົກຄອງຂອງທະຫານ.

ແຕ່ບໍ່ແມ່ນທຸກປະເທດສະມາຊິກ ອາຊຽນ ທີ່ມີຄຳເວົ້າທີ່ຮຸນແຮງຕໍ່ລັດຖະບານທະຫານຂອງ ມຽນ ມາ. ຖະແຫຼງການສຸດທ້າຍຈາກກຸ່ມດັ່ງກ່າວໄດ້ຮຽກຮ້ອງໃຫ້ “ທຸກຝ່າຍ” ຢຸດການກໍ່ຄວາມຮຸນແຮງ.

ຖະແຫຼງການຈາກປະທານໄດ້ກ່າວວ່າ “ພວກເຮົາຍັງໄດ້ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງພະຍາ ຍາມຫາຂໍ້ແກ້ໄຂທີ່ສັນຕິ, ຜ່ານການສົນທະນາທີ່ສ້າງສັນ, ແລະ ທຳການຄືນດີກັນເພື່ອຜົນປະ
ໂຫຍດຂອງປະຊາຊົນ ແລະ ຊີວິດການເປັນຢູ່ຂອງເຂົາເຈົ້າ.”

ການປະທ້ວງໃນແຕ່ລະວັນທົ່ວ ມຽນມາ ຕໍ່ການກໍ່ລັດຖະປະຫານຂອງເດືອນທີ່ຜ່ານມາ ໄດ້ມີຄວາມຮຸນແຮງຫຼາຍຂຶ້ນກວ່າເກົ່າ ແລະ ອັນຕະລາຍ. ຢ່າງໜ້ອຍ 21 ຄົນໄດ້ຖືກຂ້າຂາຍ, ລວມທັງ 18 ຄົນໃນວັນອາທິດທີ່ຜ່ານມາ, ເຊິ່ງແມ່ນວັນທີ່ຮ້າຍແຮງທີ່ສຸດຂອງຄວາມວຸ້ນວາຍນັ້ນ, ອີງຕາມຫ້ອງການສິດທິມະນຸດຂອງອົງການສະຫະປະຊາຊາດ.

ຜູ້ເຫັນເຫດການຂອງການປະທ້ວງໃນວັນອາທິດທີ່ຜ່ານມາກ່າວວ່າ ຕຳຫຼວດໄດ້ໃຊ້ແກັສນໍ້າຕາ, ລູກປືນຢາງ, ປືນສີດນໍ້າ, ແລະ ໃນບາງກໍລະນີ, ມີລູປືນແທ້ໃນນະຄອນ ຢ່າງກຸ້ງ, ເຊິ່ງແມ່ນເມືອງທີ່ໃຫຍ່ສຸດຂອງ ມຽນມາ. ອີງຕາມອົງການຂ່າວ AP, ຮູບພາບຂອງຊອງລູກປືນແທ້ໄດ້ຖືກນຳເຜີຍແຜ່ໃນສື່ສັງຄົມ. ວິດີໂອຂອງສື່ມວນຊົນໄດ້ສະແດງໃຫ້ເຫັນພວກປະທ້ວງລາກຜູ້ທີ່ໄດ້ຮັບບາດເຈັບອອກຈາກການປະທ້ວງ, ເຮັດໃຫ້ມີເລືອດເປັນຮອຍຢູ່ທາງຍ່າງ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG