ບັນດານັກເຄື່ອນໄຫວ ສິ່ງແວດລ້ອມຈາກທົ່ວພາກພື້ນເອເຊຍຕາເວັນອອກສຽງໃຕ້
ໄດ້ຮຽກຮ້ອງໃຫ້ລັດຖະບານຂອງເຂົາເຈົ້າ ນຳສະເໜີເປົ້າໝາຍຮ່ວມກັນ ກ່ອນກອງ
ປະຊຸມສຸດຍອດທີ່ສຳຄັນໃນ ບາງກອກ ກ່ຽວກັບ ການນຳເຂົ້າຂີ້ເຫຍື້ອ ປລາສຕິກ
ແລະ ເຄື່ອງ ອີເລັກໂທຣນິກ ທີ່ໄດ້ເຮັດໃຫ້ພາກພື້ນດັ່ງກ່າວ ກາຍເປັນ “ບ່ອນຖິ້ມຂີ້
ເຫຍື້ອ” ຂອງໂລກ.
ປະເທດ ໄທ, ທີ່ເປັນປະທານກອງຂອງ ສະມາຄົມປະຊາຊາດ ໃນເຂດເອເຊຍຕາເວັນ
ອອກສຽງໃຕ້ ຫຼື ອາຊຽນ, ຈະເປັນເຈົ້າພາບ ຕ້ອນຮັບບັນດາຜູ້ນຳຈາກກຸ່ມ 10 ປະເທດ
ນັ້ນ ສຳລັບກອງປະຊຸມສຸດຍອດເລີ່ມຕົ້ນວັນພະຫັດມື້ນີ້ ພາຍໃຕ້ຫົວຂໍ້ “ຮ່ວມມື ຮ່ວມ
ໃຈ ກ້າວໄກ ຍືນຍົງ.”
ແຕ່ກຸ່ມສິດທິສິ່ງແວດລ້ອມ ເຫັນວ່າມີການລະເລີຍໃນວາລະກອງປະຊຸມຂອງເຂົາເຈົ້າ.
ຜູ້ອຳນວຍການປະຈຳປະເທດຂອງອົງການ Greenpeace ທ່ານ ທາຣາ ບົວຄຳສຣີ
ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວໃນ ບາງກອງ ເມື່ອວັນອັງຄານທີ່ຜ່ານມາວ່າ
“ພວກເຮົາຂ້ອນຂ້າງຈະຕົກໃຈ ແລະ ຜິດຫວັງໜ້ອຍນຶ່ງ ເພາະວ່າ ບັນຫາ ກ່ຽວກັບ
ການຄ້າຂີ້ເຫຍື້ອ ທີ່ພາກພື້ນກຳລັງປະເຊີນຢູ່ ແມ່ນບໍ່ໄດ້ຖືກນຳສະເໜີໃນໂຕະປະຊຸມ.”
ກຸ່ມດັ່ງກ່າວ ແມ່ນກຳລັງທຳການຜັກດັນ ເພື່ອຫລຸດຜ່ອນຄື້ນຂອງຂີ້ເຫຍື້ອ ປລາສຕິກ
ທີ່ພັດເຂົ້າໃນທະເລ ແລະ ມະຫາສະໝຸດຂອງພາກພື້ນ. ເຂົາເຈົ້າຄາດວ່າຈະຮັບຮອງ
ເອົາຖະແຫຼງການ ບາງກອກ, ເຊິ່ງແມ່ນຂໍ້ຕົກລົງສະບັບທຳອິດ ທີ່ຈະປາບປາມຂີ້ເຫຍື້ອ
ໃນນ້ຳ, ຢູ່ກອງປະຊຸມສຸດຍອດດັ່ງກ່າວ.
ທ່ານ ທາຣາ ໄດ້ກ່າວວ່າ “ແຕ່ມັນຍັງບໍ່ພຽງພໍ.”
ເປັນເວລາຫຼາຍທົດສະວັດມາແລ້ວ ຈີນ ໄດ້ເປັນຜູ້ນຳໜ້າໃນການນຳເຂົ້າຂີ້ເຫຍື້ອ
ປລາສຕິກ ຂອງໂລກ, ຮັບເອົາຂີ້ເຫຍື້ອຂອງໂລກເກືອບເຄິ່ງນຶ່ງ, ປະມານ 9 ລ້ານໂຕນ,
ເຊິ່ງສູງທີ່ສຸດໃນປີ 2012, ອີງຕາມອົງການ Greenpeace.