ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາຊ່ຽນ ຕົກລົງ ຈະເວົ້າ ເປັນສຽງດຽວ ໃນການ ​​ເຈລະຈາ ກັບຈີນ


ບັນດາລັດຖະມົນຕີຕ່າງປະ​ເທດ ASEAN ຮ່ວມຈັບມືກັນ
ທີ່ຫົວຫີນ ປະເທດໄທ
ບັນດາລັດຖະມົນຕີຕ່າງປະ​ເທດ ASEAN ຮ່ວມຈັບມືກັນ ທີ່ຫົວຫີນ ປະເທດໄທ
ບັນດາລັດຖະມົນຕີຕ່າງປະ​ເທດຂອງສະມາຄົມອາຊຽນ ໄດ້ຕົກລົງ
ທີ່ຈະ “ເວົ້າເປັນສຽງດຽວກັນ” ໃນການເຈລະຈາກ່ຽວ​ກັບ ກົດການ
ປະພຶດປະຕິບັດ ໃນ​ເຂດທະເລຈີນໃຕ້.

ໃນການກະກຽມ​ສໍາລັບການເຈລະຈາກັບຈີນ ທີ່ຈະມີ​ຂຶ້ນໃນໄວໆນີ້
ບັນດາລັດຖະມົນຕີຕ່າງປະ​ເທດຂອງອາຊຽນ ໄດ້ພົບປະກັນທີ່ຫົວຫີນ
ເມືອງຕາກອາກາດຂອງໄທ ໃນວັນພຸດວານນີ້.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ໄທກ່າວວ່າ ອາ​ຊຽນ​ຢາກ​ຈະ​ເຫັນ​ການ​ເຈລະຈາສະຫຼູບລົງ
​ ໂດຍ​ໄວ ຊຶ່ງ​ຈີນ​ໄດ້ຕ້ານ​ຢັນ​ນັ້ນ.

​ໃນ​ຕົ້ນ​ເດືອນ​ນີ້ ຈີນກ່າວ​ວ່າ ຕົນ​ມີບໍ່ຄວາມ​ຮີບ​ຮ້ອນ​ໃດໆ​ທີ່​ຈະເຊັນ​ຂໍ້​ຕົກລົງທີ່​ໄດ້​ສະ​ເໜີ​ຂຶ້ນມາ
ກ່ຽວ​ກັບ​ກົດແຫ່ງການ​ປະພຶດ​ປະຕິບັດ​ທາງ​ທະ​ເລກັບ​ກຸ່ມອາ​ຊຽນ. ລັດຖະມົນຕີກະຊວງ​ການ
​ຕ່າງປະ​ເທດຈີນ ທ່ານ Wang Yi ​ເວົ້າວ່າ ກົດ​ແຫ່ງການປະ​ພຶດ​ປະຕິບັດດັ່ງກ່າວ ຍັງ​ມີ​ຄວາມ​
ຈໍາ​ເປັນ​ທີ່ຈະ​ຕ້ອງ​ ປັບປຸງ​ແກ້​ໄຂ​ອີກຫຼາຍ​ຢູ່.

ຈີນ​ແລະ​ກຸ່ມອາຊຽນ ​ໄດ້​ເຊັນ​ຄໍາ​ປະກາດ​ກ່ຽວ​ກັບ​ການ​ປະພຶດ ​ທີ່​ບໍ່​ຜູກ​ມັດທາງ​ກົດໝາຍ ນໍາ​ກັນ
​ໃນ​ຖານະ​ເປັນ​ມາດ​ຕະການ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃນ​ກັນ​ແລະ​ກັນ ໃນ​ປີ 2002. ພຽງ​ເດືອນ​ແລ້ວ ​
ນີ້​ເອງ ​ປັກ​ກິ່ງ​ຈຶ່ງໄດ້​ສະ​ແດງ​ຮ່ອງຮອຍ​ໃຫ້​ເຫັນ​ເຖິງ​ຄວາມ​ເຕັມ​ໃຈ ​ທີ່​ຈະ​ເຈລະຈາ​ເຮັດກົດແຫ່ງ
ການປະ​ພຶດ​ປະຕິບັດ ທີ່​ມີ​ອໍານາດ​ຜູກ​ມັດ​ທາງ​ກົດໝາຍ.

ສີ່​ປະ​ເທ​ດ​ໃນກຸ່ມອາ​ຊຽນ ກໍ​ຄື ຫວຽດນາມ ຟິລິ​ມປີນ ມາ​ເລ​ເຊຍ ​ແລະບຣູ​ໄນ ​ຕ່າງ​ກໍ​ໄດ້​ອ້າງ​ເອົາ
ກໍາມະສິດໃນ​ດິນ​ແດນ​ບາງ​ແຫ່ງ ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້ ກວມກັບ​ຈີນ ທີ່​ໄດ້​ກົດ​ດັນ​ໃຫ້​ມີ​ການ
​ເຈລະຈາ​ສອງ​ຝ່າຍ​ເພື່ອ​ແກ້​ໄຂ​ຂໍ້​ຂັດ​ແຍ້ງ ແລະ​ພະຍາຍາມ​ຫຼີກ​ເວັ້ນການ​ເຈລະຈາຫຼາຍ​ຝ່າຍ
ກ່ຽວ​ກັບບັນຫາ​ນີ້.
XS
SM
MD
LG