ຜູ້ນຳສະມາຊິກທີ່ຫ້າວຫັນຂອງສະມາຄົມບັນດາປະຊາຊາດເຂດເອເຊຍຕາເວັນອອກສຽງໃຕ້ 9 ປະເທດ ຮຽກຮ້ອງໃຫ້ຢຸດຕິຄວາມຮຸນແຮງໃນມຽນມາ ໃນມື້ທຳອິດຂອງກອງປະຊຸມສຸດຍອດເປັນເວລາ 2 ມື້ ທີ່ອິນໂດເນເຊຍ ໃນວັນພຸດມື້ນີ້.
“ພວກເຮົາມີຄວາມເປັນຫ່ວງຫຼາຍຕໍ່ກັບຄວາມຮຸນແຮງທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ຢູ່ໃນມຽນມາ ແລະຮຽກຮ້ອງໃຫ້ຢຸດຕິການໃຊ້ຄວາມຮຸນແຮງ ທຸກຮູບແບບ ແລະການໃຊ້ກຳລັງ ເພື່ອສ້າງສະພາບແວດລ້ອມທີ່ອຳນວຍຄວາມສະດວກໃຫ້ແກ່ການສະໜອງການຊ່ວຍເຫຼືອດ້ານມະນຸດສະທຳທີ່ປອດໄພ ແລະທັນເວລາ ແລະລວມເຖິງການເຈລະຈາລະດັບຊາດໃນທັນທີ,” ບັນດາຜູ້ນຳໄດ້ກ່າວ ໃນຖະແຫຼງການ ຈາກເມືອງລາບວນ ບາໂຈ (Labuan Bajo) ໃນເກາະຟລໍເຣສ (Flores) ທາງຕາເວັນອອກສຽງໃຕ້.
ມຽນມາຕົກຢູ່ໃນຄວາມວຸ້ນວາຍ ນັບຕັ້ງແຕ່ທະຫານໄດ້ໂຄ່ນລົ້ມລັດຖະບານທີ່ມາຈາກການເລືອກຕັ້ງຕາມລະບອບປະຊາທິປະໄຕ ຂອງທ່ານນາງອອງ ຊານ ຊູ ຈີ (Aung San Suu Kyi) ໃນເດືອນກຸມພາປີ 2021.
ການກໍ່ລັດຖະປະຫານ ໃນທັນທີທັນໃດ ໄດ້ພາໃຫ້ເກີດການປະທ້ວງຕໍ່ຕ້ານລັດຖະບານທະຫານ ໃນທົ່ວປະເທດມຽນມາ ເຊິ່ງນຳໄປສູ່ການເສຍຊີວິດຂອງພົນລະເຮືອນ ຫຼາຍກວ່າ 3,000 ຄົນ ແລະ ຫຼາຍກວ່າ 18,000 ຄົນຖືກຈັບກຸມໂດຍທະຫານ, ອີງຕາມກຸ່ມສັງເກດການອິດສະຫຼະ. ຄວາມບໍ່ສະຫງົບຍັງໄດ້ນຳໄປສູ່ ຄວາມຂັດແຍ່ງ ຢູ່ຊົນນະບົດທີ່ຮ້າຍແຮງ ລະຫວ່າງທະຫານກັບກຸ່ມກຳລັງກະບົດຊົນເຜົ່າຈຳນວນນຶ່ງ ທີ່ຕໍ່ສູ້ກັນມາເປັນເວລາຫຼາຍທົດສະວັດ ເພື່ອຮຽກຮ້ອງໃຫ້ມີການປົກຄອງຕົນເອງຫຼາຍຂຶ້ນກວ່າເກົ່າ.