ໃນອາທິດຜ່ານມານີ້ ປະກົດວ່າ ສະມາຄົມອາຊ່ຽນໄດ້ສ້າງຄວາມ
ກ້າວໜ້າຂຶ້ນມາແລ້ວ ໃນເລື້ອງການແກ້ໄຂບັນຫາຂໍ້ຂັດແຍ້ງກ່ຽວ
ກັບເຂດນໍ້າແດນ ດິນ ໃນທະເລຈີນໃຕ້. ຫຼັງຈາກກອງປະຊຸມຫຼາຍ
ບັ້ນ ທີ່ປະເທດບຣູໄນ ສະມາຄົມອາຊ່ຽນປະກາດວ່າ ຈີນໄດ້ຕົກ ລົງທີ່ປຶກສາຫາລືກ່ຽວກັບກົດເກນ ຊຸດນຶ່ງທີ່ເອີ້ນກັນວ່າ ກົດການ
ປະພຶດປະຕິບັດ ເພື່ອຫຼີກລ່ຽງບໍ່ໃຫ້ເກີດມີ ກໍລະນີພິພາດກັນ ໃນ ເຂດນ່ານນໍ້າທີ່ເປັນຂໍ້ຂັດແຍ້ງກັນນັ້ນ. Simone Orendain, ຜູ້
ສື່ຂ່າວວີໂອເອ ມີລາຍງານກ່ຽວກັບເລຶ່ອງນີ້ຈາກນະຄອນຫຼວງ
ມະນິລາ ປະເທດຟິລິບປິນ ຊຶ່ງທອງປານ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ
ກອງປະຊຸມຂອງສະມາຄົມອາຊ່ຽນເມື່ອປີຜ່ານມາ ສິ້ນສຸດລົງ
ໂດຍປາດສະຈາກການ ເຫັນພ້ອມກັນຢ່າງເປັນເອກກະສັນ ຍ້ອນການຜິດຖຽງກັນເລຶ່ອງ ເຂດທະເລຈີນໃຕ້. ກອງປະຊຸມໄດ້ອັດລົງໂດຍປາດສະຈາກຖະແຫຼງການຮ່ວມເປັນເທື່ອ
ທໍາອິດ ໃນປະຫວັດສາດຂອງອາຊ່ຽນ.
ສ່ວນໃນປີນີ້, ຖະແຫຼງການຮ່ວມໄດ້ເນັ້ນຍໍ້າການຍຶດໝັ້ນຕໍ່ຂໍ້ຕົກລົງ 11 ປີ ທີ່ບໍ່ມີອໍານາດ
ຜູກມັດ ລະຫວ່າງຈີນແລະສິບປະເທດສະມາຊິກສະມາຄົມອາຊ່ຽນ ກ່ຽວກັບການຫາທາງ
ແກ້ໄຂບັນຫາການຍາດກັນອ້າງກໍາມະສິດ ໃນເຂດທະເລຈີນໃຕ້ໂດຍສັນຕິວິທີ.
ນອກນີ້ແລ້ວ ຖະແຫຼງການຮ່ວມດັ່ງກ່າວຍັງໄດ້ຮຽກຮ້ອງໃຫ້ ຈັດກອງປະຊຸມປຶກສາຫາລື
ກັນຢ່າງເປັນທາງການ ວ່າດ້ວຍກົດການປະພຶດປະຕິບັດ ໃນເດືອນກັນຍາປີນີ້ ທີ່ປັກກິ່ງ.
ຄາດວ່າ ການປຶກສາຫາລືດັ່ງກ່າວ ຈະມີຂຶ້ນໃນລະຫວ່າງເຈົ້າໜ້າທີ່ລະດັບທີ່ຕໍ່າກວ່າ
ແລະຈະສຸມໃສ່ບາດກ້າວຕ່າງໆເພື່ອຫຼີກລ່ຽງການເກີດກໍລະນີພິພາດກັນ ແລະຄາດວ່າ
ຈະບໍ່ເວົ້າເຖິງເລຶ່ອງຂໍ້ຂັດແຍ້ງເຂດນໍ້າແດນດິນ.
ທ່ານ Raul Hernandez ໂຄສົກກະຊວງຕ່າງປະເທດຟິລິບປິນ ເວົ້າວ່າ ປະເທດຂອງ
ທ່ານ ຍິນດີນໍາຄວາມຄືບໜ້າດັ່ງກ່າວນີ້.
ທ່ານ ເຮີນັນເດສ ເວົ້າວ່າ: “ແລະນັ້ນແມ່ນສິ່ງທີ່ພວກເຮົາຜັກດັນຢາກໃຫ້ມີຂຶ້ນແທ້ໆ
ເປັນເວລາດົນນານມາແລ້ວ ຄືພວກເຮົາຄວນຈະສາມາດເຮັດຂໍ້ຕົກລົງກ່ຽວກັບ
ກົດປະພຶດປະຕິບັດກັນໄດ້ ກັບປະເທດຈີນເພື່ອນໍາໃຊ້ຄວບຄຸມການເຄື່ອນໄຫວ
ຕ່າງໆ ໃນເຂດທະເລຟິລິບປິນຕາເວັນຕົກນັ້ນ.”
ທ່ານ ເຮີນັນເດສ ເອີ້ນຕາມຊື່ທ້ອງຖິ່ນຂອງມະນິລາ ແທນທະເລຈີນໃຕ້
ຄວາມສໍາພັນກັນລະຫວ່າງຟິລິບປິນແລະຈີນ ໄດ້ຫ່າງເຫີນເຢັນຊາຂຶ້ນ ຢ່າງຫຼວງຫຼາຍ ຫຼັງຈາກການປະເຊີນໜ້າກັນເປັນເວລາສອງເດືອນເມື່ອປີຜ່ານມາ ລະຫວ່າງກໍ່າປັ່ນຂອງ
ທັງສອງປະເທດ ຢູ່ທີ່ເກາະຫີນ Scarborough Shoal ທີ່ຟິລິບປິນອ້າງວ່າ ຕັ້ງຢູ່ພາຍໃນ
ວົງລັດສະໝີ 370 ຫຼັກ ຂອງເຂດເສດຖະກິດສະເພາະຂອງຕົນ ອິງຕາມກົດໝາຍສາກົນ
ນັ້ນ. ຕໍ່ມາໃນ ເດືອນພຶດສະພາຜ່ານມານີ້ ກໍ່າປັ່ນພົນລະເຮືອນຫຼາຍລໍາ ແລະກໍ່າປັ່ນລົບ ຂະໜາດກາງຂອງຈີນ ຖືກພົບເຫັນແລ່ນປ້ວນປ້ຽນ ຢູ່ໃກ້ໆເກາະຫີນ Second Thomas Shoal ທີ່ຟິລິບປິນອ້າງເອົາກໍາມະສິດນໍານັ້ນ.
ຈີນ ໄຕ້ຫວັນ ແລະຫວຽດນາມ ຕ່າງກໍອ້າງເອົາເຂດທະເລຈີນໃຕ້ເກືອບວ່າທັງໝົດ. ສ່ວນ
ຟິລິບປິນ ມາເລເຊຍ ແລະບຣູໄນ ພາກັນອ້າງເອົາແຕ່ ບາງສ່ວນເທົ່ານັ້ນ. ເຊື່ອກັນວ່າ
ເຂດທະເລດັ່ງກ່າວແມ່ນອຸດົມສົມບູນໄປ ດ້ວຍນໍ້າມັນແລະແກັສທໍາມະຊາດ ພ້ອມດ້ວຍ
ປາທີ່ຫຼາຍຫຼາກມາກມາຍ ແລະເປັນເສັ້ນທາງເດີນທະເລ ທີ່ມີເຮືອແລ່ນຜ່ານ ຢ່າງຫຼວງຫຼາຍ.
ວີດິໂອກ່ຽວຂ້ອງກັບລາຍງານນີ້:
ໃນບັນດາປະເທດທັງໝົດທີ່ອ້າງເອົາກໍາມະສິດນັ້ນ ຟິລິບປິນ ແມ່ນເປັນຜູ້ອອກປາກອອກ
ສຽງດັງກວ່າໝູ່ ກ່ຽວກັບອັນທີ່ຟີລິບປິນກ່າວຫາວ່າ ເປັນການລ່ວງລໍ້າຂອງຈີນ ເຂົ້າໄປໃນ
ເຂດນ່ານນໍ້າຂອງຕົນນັ້ນ. ໃນອາທິດແລ້ວນີ້ ທ່ານ Albert del Rosario ລັດຖະມົນຕີ
ຕ່າງປະເທດຟິລິບປິນ ໄດ້ກ່າວ ປະນາມໃນສິ່ງທີ່ທ່ານເອີ້ນວ່າ ການເຮັດໃຫ້ເຂດທະເລ
ດັ່ງກ່າວ ເປັນເຂດ ທະຫານຫຼາຍຂຶ້ນໄປເລື້ອຍໆຂອງຈີນ. ຄວາມເຫັນນີ້ໄດ້ມີຂຶ້ນຫຼັງຈາກ
ສື່ຂອງລັດຈີນເຕືອນວ່າ ຈີນຈະທໍາການໂຈມຕີຟິລິບປິນຄືນ ຖ້າຫາກຟິລິບປິນຍັງຂືນເກາະ
ຜິດ ກັບປັກກິ່ງຢູ່ຕໍ່ໄປ.
Carl Thayer ນັກວິເຄາະດ້ານຄວາມໝັ້ນຄົງປະຈໍາ ສະຖາບັນກໍາລັງປ້ອງກັນອອສເຕຣ
ເລຍ ຫຼື Australia Defense Force Academy ເວົ້າວ່າ ການມາເຕົ້າໂຮມກັນຂອງ
ສະມາຄົມອາຊ່ຽນໃນປີນີ້ ແມ່ນມີລັກສະນະກົມກຽວກັນຫຼາຍຂຶ້ນ ຍ້ອນວ່າບັນດາລັດຖະ
ມົນຕີຕ່າງປະເທດຈາກພວກປະເທດທີ່ບໍ່ມີສ່ວນໄດ້ສ່ວນເສຍດ້ານອະທິປະໄຕໃດໆ ຢູ່ໃນ
ເຂດທະເລດັ່ງກ່າວ ໄດ້ປະຕິບັດງານຢ່າງໜັກ ເພື່ອສ້າງຄວາມເປັນເອກກະພາບກັນ
ຫຼັງຈາກກອງປະຊຸມເມື່ອປີຜ່ານມາ.
ທ່ານ ເທເອີ ເວົ້າວ່າ: “ອິນໂດເນເຊຍໄດ້ເອົາບົດບາດອັນຖ້ວມລົ້ນ. ສ່ວນໄທກໍໄດ້
ປະຕິບັດຕາມແລະທໍາໜ້າທີ່ເປັນປະເທດຜູ້ປະສານງານ ແລະພະຍາຍາມຜັກດັນ
ໃຫ້ໄປໜ້າ ແລະສ່ວນຈີນກໍພະຍາຍາມທີ່ຈະບໍ່ເຮັດໃຫ້ຕົນເອງຖືກໂດດດ່ຽວ ແລະ
ກໍບໍ່ຢາກໃຫ້ເລື້ອງນີ້ ຂຶ້ນໄປຮອດລະດັບນານາຊາດ ໃຫ້ເປັນບັນຫາໃຫຍ່ໄປກ່ວາ
ນີ້ອີກ ແລະກໍມີການສັບປ່ຽນຄະນະນໍາໜ້າພາໃໝ່ໃນຈີນ ແລະເຂົາເຈົ້າກໍກໍາລັງ
ສະໜອງຕອບຕໍ່ການປ່ຽນແປງເຫຼົ່ານີ້.”
ທ່ານ ເທເອີ ເວົ້າອີກວ່າ ການຕົກລົງຂອງຈີນຕໍ່ການປະຊຸມປຶກສາຫາລືກ່ຽວກັບກົດປະຕິບັດ
ທີ່ມີຂໍ້ຜູກມັດຫຼາຍກວ່າເກົ່ານັ້ນ ຖືເປັນບາດກ້າວໄປໃນທິດທາງທີ່ຖືກຕ້ອງ ແຕ່ທ່ານເທເອີ
ກ່າວຕໍ່ໄປວ່າ ຫຼາຍສິ່ງຫຼາຍຢ່າງແມ່ນຈະຂື້ນຢູ່ກັບວ່າ ຈີນຈະຍຶດໝັ້ນຕໍ່ການປະຕິບັດຕາມ
ເງື່ອນໄຂຕ່າງໆຂອງກົດການ ປະພຶດປະຕິບັດນັ້ນໄດ້ ຢ່າງໜັກແໜ້ນສໍ່າໃດ.
ວີດິໂອ: ສະຫະລັດກັບຈີນ ສົນທະນາກັນເລື້ອງທະເລຈີນໃຕ້ ນອກກອງປະຊຸມ ອາຊ່ຽນ: