ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ກັນຍາ ໒໐໒໓

ສະຫະລັດຢາກໃຫ້ແກ້ໄຂ ບັນຫາຜິດຖຽງກັນ ຢູ່ທະເລຈີນໃຕ້ ໂດຍສັນຕິວິທີ


ໝູ່ເກາະ Spratleys ຊຶ່ງເປັນເຂດນຶ່ງທີ່ມີການຂັດແຍ້ງກັນ ລະຫວ່າງບັນດາປະເທດໃນກຸ່ມ ASEAN ແລະ ຈີນ

ສະຫະລັດຮຽກຮ້ອງໃຫ້ມີການແກ້ໄຂບັນຫາຜິດຖຽງກັນ ໃນເລື້ອງ ດິນດອນຢູ່ທະເລຈີນໃຕ້ ໂດຍສັນຕິວິທີ. ບັນດານັກການທູດຂອງສະຫະລັດພາກັນເວົ້າວ່າ ພວກປະເທດໃນພາກພື້ນ ເອເຊຍຕາເວັນອອກສຽງໃຕ້ຄວນຈະເຈລະຈາກັບປະເທດຈີນເພື່ອຈັດວາງກົດເກນ ຫລືຫລັກ ການປະພຶດ ທີ່ຜູກມັດແລະຕ້ອງປະຕິບັດຕາມນັ້ນ.

ທ່ານ Harry Thomas Jr. ​ເອກ​ອັກຄະ​ລັດຖະທູ​ດສະຫະລັດ ປະ​ຈໍາຟີ​ລິບ​ປິນ ກ່າວ​ຕໍ່​ພວກ​ນັກ​ສື່​ຂ່າວ ​ທີ່​ນະຄອນຫລວງມະນີລາ ໃນ​ວັນ​ຈັນຜ່ານ​ມານີ້ວ່າ ​ເຖິງ​ແມ່ນ​ວ່າສະຫະລັດ ບໍ່​ໄດ້​ມີສ່ວນ​ກ່ຽວຂ້ອງໂດຍ​ກົງ​ ກັບບັນຫາຜິ​ດຖຽງກັນ​ໃນ​ລະດັບພາກພື້ນ ​ຢູ່​ໃນ​ເຂດທະ​ເລ​ຈີນ​ໃຕ້ນັ້ນ​ກໍ​ຕາມ ​ແຕ່ສະຫະລັດ​ກໍ​ຍິນ​ດີ​ທີ່​ຈະ​ຊ່ວຍ​ບັນດາ 10 ປະ​ເທດ​ສະມາ​ຊິກຂອງ​ສະມາຄົມ ກຸ່ມ​ປະ​ເທດເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ຫລື ASEAN ນັ້ນ​ ເຈລະຈາ​ເຮັດຂໍ້​ຕົກລົງ​ກັບ​ຈີນ. ທ່ານ​ກ່າວ​ຕໍ່​ໄປ​ວ່າ:

“ໃນເລຶ່ອງນີ້ ສະຫະລັດແມ່ນບໍ່ໄດ້ເຂົ້າຂ້າງປະເທດໃດນຶ່ງ ແຕ່ຢ່າງໃດກໍດີ ສິ່ງທີ່ ພວກເຮົາໄດ້ເວົ້າມານັ້ນກໍແມ່ນວ່າ ພວກປະເທດທີ່ອ້າງ​ເອົາ​ກໍາມະ​ສິດ ຄວນຈະ ຫາທາງຕົກລົງກັນເອງ ທັງ​ນີ້ກໍເພາະວ່າ ມີຂໍ້​ຂັດ​ແຍ້​ງກັນຫລາຍປະກາລະຫວ່າງ ຫລາຍໆລັດ​ ທີ່​ອ້າງ​ເອົາ​ກໍາມະສິດ​ນັ້ນ. ແລະ ເລຶ່ອງນີ້ຄວນຈະຖືກຕັດສິນກັນ ຢູ່ທີ່ໂຕ໊ະເຈລະຈາ.”

ສະພາບຄວາມເຄັ່ງຕຶງຢູ່ເຂດທະເລຈີນໃຕ້ ບ່ອນທີ່ຈີນ ໄດ້ປັກຫລັກທຸງຂອງຕົນເອງໃສ່
ສະພາບຄວາມເຄັ່ງຕຶງຢູ່ເຂດທະເລຈີນໃຕ້ ບ່ອນທີ່ຈີນ ໄດ້ປັກຫລັກທຸງຂອງຕົນເອງໃສ່

ການ​ເຂົ້າ​ໄປ​ກ່ຽວຂ້ອງ​ກັບ​ບັນຫານີ້ຂອງສະ ຫະລັດ ອາດ​ພາ​ໃຫ້​ຈີນບໍ່ພໍ​ໃຈ ເພາະ​ຈີນ​ໄດ້ ​ເຕືອນ​ສະຫະລັດວ່າ ບໍ່​ໃຫ້​ເຂົ້າ​ໄປ​ແຊກ​ແຊງ ​ໃນ​ບັນຫາ​ທີ່​ຈີນ​ຖືວ່າ​ ເປັນເລື້ອງ​ຂອງ​ພາກ ພື້ນ​ເອ​ເຊຍໂດຍສະ​ເພາະນັ້ນ. ເຖິງ​ແມ່ນ​ວ່າ ທັງ​ຈີນ ​ແລະ ສະຫະລັດ ບໍ່​ໄດ້ເປັນ​ສ່ວນ​ນຶ່ງ​ຂອງ ASEAN ກໍ​ຈິງ ແຕ່ທ່ານ Thomas ກໍເວົ້າວ່າ ເລື້ອງນີ້​ເປັນ​ບັນ​ຫາ​ສໍາຄັນ​ ສໍາລັບ ບັນດາ​ປະເທດສະມາຊິກ​ຂອງ ASEAN ທັງ ໝົດ ຊຶ່ງທ່ານ​ຊີ້​ແຈງ​ວ່າ:

"ພວກເຮົາເຊື່ອວ່າ ສະມາຄົມອາຊ່ຽນ ຄວນຈະປະຕິບັດງານຮ່ວມກັນ ໃນການ ເຈລະຈາກັບພວກປະເທດອື່ນໆນັ້ນ. ພວກເຮົາບໍ່​ໄດ້​ຊອກ​ຫາການຂັດແຍ້ງກັບປະ ເທດໃດໆ ໂຮມທັງຈີນນັ້ນນໍາ. ເລຶ່ອງນີ້ຄວນຈະຖືກຕັດສິນ ຕົກລົງກັນຢ່າງສັນຕິ ແລະອີງຕາມຫລັກການ​ປະພຶດ​ປະຕິບັດທີ່​ຄວນ​ຈະ​ມີ.”

ທ່ານ Liu Jianchao, ເອກ​ອັກຄະ​ລັດຖະທູ​ດຂອງ​ຈີນ ປະ​ຈໍາຟີ​ລິບ​ປິນ ​ໄດ້ບອກ​ພວກນັກ​ຂ່າວ ​ທີ່​ນະຄອນຫລວງມະນີ​ລາ ໃນອາທິດ​ແລ້ວນີ້ວ່າ ​ໄດ້​ມີ​ການ​ປະຊຸມກັນ​ຫລາຍໆບັ້ນ​ແລ້ວ ລະ​ຫວ່າງຈີນ ກັບ ASEAN ​ແລະວ່າ ​ເວລາ​ນີ້ກໍາລັງ​ມີ​ການ​ເຈ​ລະຈາ​ກັນ​ຢູ່ ກ່ຽວ​ກັບກົດ​ເກນ ຫລື​ຫລັກການປະພຶດປະຕິ​ບັດ ຢ່າງ​ເປັນ​ທາງ​ການ​ນັ້ນ.

ສ່ວນທ່ານທູ​ດ Thomas ກໍເວົ້າວ່າ ສະຫະລັດຍິນ​ດີ​ ແລະ​ກໍພ້ອມທີ່​ຈະ​ຊ່ວຍ​ໃນ​ການ​ເຈລະ ຈາ​ກັນກ່ຽວກັບ​ເລື້ອງນີ້ ຖ້າ​ຫາກ​ວ່າ​ໄດ້​ຮັບ​ການ​ຮ້ອງ​ຂໍ. ທ່ານ​ກ່າວ​ຕໍ່​ໄປ​ວ່າ:

ພວກເຮົາຕ້ອງໄດ້ລໍຖ້າ​ໃຫ້ ພວກປະເທດອາຊ່ຽນກັບຈີນ ຕົກລົງທີ່ຈະນັ່ງລົງເຈລະ ຈາກັນກ່ອນ ແລະບາດແລ້ວ ເມື່ອສະມາຄົມອາຊ່ຽນພັດທະນາເປົ້າໝາຍ ແລະ ວັດຖຸປະສົງຕ່າງໆຂອງຕົນແລ້ວ ຖ້າຫາກພວກເຂົາເຈົ້າຕ້ອງການຄວາມຊ່ວຍເຫລືອ ໃນດ້ານສະເພາະໃດນຶ່ງ ພວກເຮົາກໍຍິນດີທີ່ຈະຊ່ວຍເຫລືອ ຖ້າມີ​ການຮ້ອງຂໍມາ.”

ບັນດາ​ປະ​ເທດສະມາຊິກ​ຂອງ ASEAN ​ສ່ວນ​ໃຫຍ່​ ພາກັນ​ເວົ້າ​ວ່າ ພວກ​ຕົນຢາກ​ຈະແກ້​ໄຂ​ບັນຫາ​ຂັດ​ແຍ້​ງກັນນີ້ ​ໃນ​ລະດັບ​ຫລາຍໆ​ຝ່າຍ ຫລື ແບບ​ມີ​ການ​ເຈລະຈານໍາກັນ ຫລາຍໆ ຝ່າຍ ​ແຕ່​ວ່າ​ຈີນຊໍ້າ​ຜັດ​ມັກ​ຢາກຈະ​ເຈລະຈາ​ກັບເພື່ອນ​ບ້ານ​ຂອງ​ຕົນ ​ເປັນລາຍ​ປະ​ເທດ​ໄປ.

ການເດີນເຮືອ ຂອງປະເທດຕ່າງໆ ຜ່ານເຂດທະເລຈີນໃຕ້
ການເດີນເຮືອ ຂອງປະເທດຕ່າງໆ ຜ່ານເຂດທະເລຈີນໃຕ້

ຈີນ​ໄດ້​ບອກກັບນັກ​ການ​ທູດ​ຂັ້ນ ສູງຂອງສະຫະລັດສອງ​ທ່ານ ທີ່​ໄດ້​ເດີນທາງ​ໄປຢ້ຽມຢາມ​ຈີນ ​ໃນ ຕົ້ນປີນີ້ວ່າ ລັດຖະບານ​ປັກ​ກິ່ງຖື ​ວ່າ ທັງໝົດ​ເຂດ​ທະ​ເລ​ຈີນ​ໃຕ້​ນັ້ນ ​ແມ່ນ​ຜົນ​ປະ​ໂຫຍ​ດຕົ້ນຕໍ ແຫ່ງຊາດຂອງຈີນ. ​ແຕ່​ທ່ານ​ນາງ Hillary Clinton ລັດຖະ ມົນຕີກະຊວງ​ການ​ຕ່າງປະ​ເທດ ສະຫະລັດ ເວົ້າວ່າ ​ສະຫະລັດ ກໍ​ມີຜົນ​ປະ​ໂຫຍ​ດ​ຂອງ​ຕົນ ​ໃນ​ການ​ທີ່​ຈະ​ຮັກສາໃຫ້ ​ມີ​ການເດີນ​ເຮືອ​ຜ່ານ​ເຂດ​ທະ​ເລ​ຈີນ​ໃຕ້ນັ້ນ ໄດ້ຢ່າງ​ເສ​ລີ​ເຊ່ນ​ກັນ.

XS
SM
MD
LG