ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມດ້ານຄວາມໝັ້ນຄົງ ຂອງສະມາຄົມອາຊ່ຽນ


ຜູ້ແທນເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊ່ຽນ ບວກ 8, ລວມທັງ ທ່ານສຸຣິນ ພິດສຸວັນ ເລຂາທິການໃຫຍ່ສະມາຄົມອາຊຽນ ແລະ ທ່ານ Robert Gates, ລັດຖະມົນຕີ ປ້ອງກັນປະເທດສະຫະລັດ (ຜູ້ທຳອິດ ແຖວໜ້າເບື້ອງຊ້າຍ) ຖ່າຍຮ່ວມກັນ ໃນວັນອັງຄານ ທີ 12, ຕຸລາ 2010 ກ່ອນເປີດກອງປະຊຸມ (AP
ຜູ້ແທນເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊ່ຽນ ບວກ 8, ລວມທັງ ທ່ານສຸຣິນ ພິດສຸວັນ ເລຂາທິການໃຫຍ່ສະມາຄົມອາຊຽນ ແລະ ທ່ານ Robert Gates, ລັດຖະມົນຕີ ປ້ອງກັນປະເທດສະຫະລັດ (ຜູ້ທຳອິດ ແຖວໜ້າເບື້ອງຊ້າຍ) ຖ່າຍຮ່ວມກັນ ໃນວັນອັງຄານ ທີ 12, ຕຸລາ 2010 ກ່ອນເປີດກອງປະຊຸມ (AP

ຄະນະລັດຖະມົນຕີປ້ອງກັນປະເທດຂອງອາຊ່ຽນ ໄດ້ຫລີກລ່ຽງການປະເຊີນໜ້າກັນ ກ່ຽວກັບ ບັນຫາຂັດແຍ້ງເລື້ອງດິນດອນ ໃນລະຫວ່າງກອງປະຊຸມທີ່ນະຄອນຫລວງ ຮາໂນ່ຍ. ຕາມທີ່ ຜູ້ສື່ຂ່າວວີໂອເອລາຍງານມາຈາກເມືອງຫລວງຂອງຫວຽດນາມກໍແມ່ນວ່າ ຈີນໄດ້ພະຍາຍາມ ທີ່ຈະໃຫ້ຄວາມໝັ້ນໃຈແກ່ພວກປະເທດເພື່ອນບ້ານວ່າ ການເຕີບໃຫຍ່ຂະຫຍາຍໂຕທາງ ທະຫານຂອງຕົນນັ້ນ ບໍ່ເປັນໄພຂົ່ມຂູ່ແຕ່ຢ່າງໃດ. ໃນຂະນະດຽວກັນລັດຖະມົນຕີປ້ອງກັນ ປະເທດສະຫະລັດກໍສະແດງຄວາມສະໜັບສະໜູນໃຫ້ມີການເຈລະຈາກັນ ເພື່ອແກ້ໄຂບັນ ຫາຂັດແຍ້ງກັນຕ່າງໆນັ້ນ.

ຄະນະ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ​ທີ່​ກອງ​ປະຊຸມ​ດ້ານ​ຄວາມໝັ້ນຄົງ​ແຫ່ງ​ຊາດ​ຂອງ​ສະມາ ຄົມ​ອາ​ຊ່ຽນ​ ຄັ້ງ​ທໍາອິດທີ່​ລວມ​ເອົາ​ຈີນ​ແລະ ສະຫະລັດ​ເຂົ້າຮ່ວມ​ນໍາ​ນັ້ນ ​ໄດ້​ສຸມ​ໃສ່​ບັນຫາ​ຕ່າງໆ ທີ່​ມີຜົນ​ປະ​ໂຍດ​ຮ່ວມ​ກັນ​ເປັນ​ຕົ້ນ​ວ່າ ການ​ພິທັກ​ປົກ​ປ້ອງ​ເສລີພາບໃນ​ການຊົມ​ໃຊ້​ເຂດ​ທະ​ເລຕ່າງໆ​ສໍາລັບ​ກາ​ນພານິດ.

ທ່ານສຸຣິນ ພິດສຸວັນ ເລຂາທິ ການໃຫຍ່ສະມາຄົມອາຊ່ຽນ, ທີ່ກ່າວ ຄໍາປາໃສ ໃນວັນທີ 13 ຕຸລາ 2010 ທີ່ຮ່າໂນ່ຍ, ຫວຽດນາມ
ທ່ານສຸຣິນ ພິດສຸວັນ ເລຂາທິ ການໃຫຍ່ສະມາຄົມອາຊ່ຽນ, ທີ່ກ່າວ ຄໍາປາໃສ ໃນວັນທີ 13 ຕຸລາ 2010 ທີ່ຮ່າໂນ່ຍ, ຫວຽດນາມ

ທ່ານ ສຸຣິນ ພິດ​ສຸວັນ ​ເລຂາ​ທິການ​ສະມາຄົມອາ​ຊ່ຽນ​ເວົ້າ​ໃນ​ຕອນ​ປິດກອງ​ປະຊຸມວ່າ

“​ຂົງ​ເຂດນີ້ ​ແມ່ນຖື​ວ່າ​ມີ ຄວາມ​ສໍາຄັນ​ທາງຍຸດ​ທະ​ສາດ​ຫລາຍໆ ຍ້ອນເປັນ​ເຂດ​ທີ່ສະໜັບສະໜຸນ​ການ​ຄ້າແລະ​ການ​ຄົມມະນາຄົມ. ດັ່ງ​ນັ້ນ ການເດີນ​ທະ​ເລ ທີ່ເສ ລີ ​ເປີດ​ກວ້າງ ປອດໄພ ​ແລະ ໝັ້ນຄົງ​ນັ້ນ ​ຖື​ວ່າ​ສໍາຄັນ ຊຶ່ງເລຶ່ອງນີ້ ກໍເຄີຍ​ໄດ້​ຍົກ​ຂື້ນ​ມາເວົ້າ​ກັນ​ແລ້ວ ​ແລະ​ກໍ​ໄດ້​ມີ​ການເຫັນ​ພ້ອມ​ໂດຍ​ໝົດ​ທຸກ​ຝ່າຍ​ໄປ​ແລ້ວ​ວ່າ ນັ້ນ​ແມ່ນວັດຖຸ​ປະສົງທີ່ຂົງ​ເຂດ​ຄວນ​ຈະ​ພະຍາຍາມເຮັດ​ໃຫ້​ບັນລຸຜົນ ​ແລະ​ປະ​ຄັບ​ປະຄອງ​ເອົາ​ໄວ້.“

ພວກ​ຜູ້​ແທນ​ໃນ​ກອງ​ປະຊຸມ​ດັ່ງກ່າວ​ເຫັນ​ພ້ອມກັນ ​ທີ່​ຈະ​ດໍາ​ເນີນ​ການ​ໂອ້​ລົມ​ສົນທະ​ນາ​ກັນ​ກ່ຽວ​ກັບ​ບັນຫາ​ທີ່​ວ່າ​ນີ້ຕໍ່​ໄປ ​ແລະ​ບັນຫາ​ອື່ນໆອີກເຊັ່ນ​ການ​ຍາດ​ກັນຮຽກຮ້ອງ​ເອົາ​ກໍາມະສິດໃນພວກ​ໝູ່ເກາະ​ຕ່າງ​ໆ ທີ່​ບໍ່​ມີ​ຄົນ​ຢູ່​ໃນ​ອາ​ໃສຢູ່ໃນ​ເຂດ​ທະ​ເລ​ຈີ​ນຕອນໃຕ້​ນັ້ນ.

ໄດ້​ມີ​ຄວາມ​ວິ​ຕົກ​ກັງວົນ​ຫລາຍ​ຂື້ນ​ເລື້ອຍໆໃນ​ສ​ະຫະລັດ​ແລະ​ຫລາຍໆ​ປະ​ເທດ​ໃນ​ຂົງ​ເຂດ​ເອ​ເຊຍ​ ​ວ່າຈີນ​ອາດ​ຈະ​ໃຊ້​ອໍານາດ​ທາງ​ເສດຖະກິດ​ຂອງຕົນ ​ແລະ​ກອງທັບຂອງ​ຕົນທີ່​ກໍາລັງ​ຂະຫຍາຍ​ໃຫຍ່​ຂຶ້ນ​ນັບ​ມື້​ນັ້ນ ​ບີບ​ບັງ​ຄັບ​ໃຫ້​ພວກ​ປະ​ເທດ​ທີ່ນ້ອຍກ່ວາ​ໃນ​ຂົງ​ເຂດ ຮັບ​ເອົາ​ຄວາມ​ປະສົງ​ຂອງ​ຕົນ.

ໂຕ​ຢ່າງ​ນຶ່ງ​ກໍ​ຄື ເມື່ອ​ໝໍ່ໆ​ມານີ້ ຈີນ​ຖືກ​ກ່າວ​ຫາ​ວ່າໄດ້ຫ້າມ​ການສົ່ງ​ອອກແຮ່​ຊະ​ນິດ​ຕ່າງໆ​ທີ່​ສໍາຄັນໄປ​ຍັງ​ຍີ່​ປຸ່ນ ຫລັງ​ຈາກ​ໜ່ວຍ​ຍາມ​ຝັ່ງ​ທະ​ເລ​ຂອງ​ຍີ່ປຸ່ນໄດ້ກັກ​ເຮືອ​ຫາ​ປາ​ລໍານຶ່ງ​ຂອງ​ຈີນ​ໄວ້ ​ໃນ​ເຂດ​ນ່ານນໍ້າ​ທີ່​ຂັດ​ແຍ້​ງກັນ​ນັ້ນ ​ແຕ່​ຈີນ​ໄດ້​ປະຕິ​ເສດ​ວ່າ ບໍ່ໄດ້ມີ​ການ​ສັ່ງ​ຫ້າມ​ໃດໆ.

ນອກ​ນີ້​ແລ້ວ ຈີນ​ຍັງ​ມີ​ຂໍ້​ຂັດ​ແຍ້​ງກັນ​ກັບໄຕ້​ຫວັນ, ຫວຽດນາມ, ​ຟິລິບ​ປິນ, ບລູໄນ ​ແລະ ມະເລ​ເຊຍ ກ່ຽວ​ກັບ​ໝູ່​ເກາະ Spratly ​ແລະ​ໝູ່​ເກາະ Paracel ທີ່​ເຊື່ອ​ກັນ​ວ່າ​ ອຸດົມສົມບູນ​ໄປ​ດ້ວຍນໍ້າມັນ​ເຊື້ອ​ໄຟ ​ແລະແກ​ສທໍາ​ມະ​ຊາດ ນັ້ນ.

ທັງລັດ​ຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ສະຫະລັດ​ ແລະ​ຈີນ​ ຕ່າງ​ກໍບໍ່​ໄດ້​ກ່າວ​ເຖິງ​ບັນຫາ​ເຫລົ່າ​ນີ້​ເລີຍ ​ໃນ​ການສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ພວກ​ທ່ານໃນກອງ​ປະຊຸມ​ທີ່​ຮາ​ໂນ່ຍນັ້ນ.

ແຕ່ທ່ານ​ໂຣ​ເບີດ ​ເກດສ໌ ລັດຖະມົນຕີ​ປ້ອງ​ການ​ປະ​ເທດ​ສະຫະລັດ​ໄດ້​ກ່າວ​ວ່າ ການຂັດ​ແຍ້​ງ​ ກັນ​ກ່ຽວ​ກັບ​ການ​ອ້າງ​ເອົາ​ກໍາມະສິດ​ດິນ​ດອນ​ນັ້ນ ປາກົດ​ວ່າ​ໄດ້​ກາຍເປັນສິ່ງ​ທ້າ​ທາຍ​ອັນ​ສໍາຄັນ​ທີ່​ກໍາລັງ​ເຕີບ​ໂຕ​ຂື້ນ​ນັບ​ມື້​ ຕໍ່ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເຣີນຮຸ່ງ​ເຮືອງຂອງ​ຂົງ​ເຂດ​ນັ້ນ. ທ່ານ ​ເກດສ໌ ​ໄດ້​ກ່າວ​ຊໍ້າ​ອີກ​ວ່າ ສະຫະລັດ​ຈະ​ບໍ່​ເຂົ້າຂ້າງ​ຝ່າຍ​ໃດ​ ໃນ​ການ​ຍ​າດ​ກັນ​ຮຽກຮ້ອງ​ເອົາ​ກໍາມະສິດ​ນັ້ນ ​ແຕ່​ທ່າ​ນກ່າວ​ວ່າການ​ຜິດ​ຖຽງ​ກັນ​ໃນ​ເລື້ອງ​ນີ້ ຄວນ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນຕິ​ວິທີ​ ​ໂດຍ​ປາສຈາ​ກການ​ໃຊ້​ກໍາ​ລັງ ຫລື​ການ​ຂູ່​ເຂັນ ບັງຄັບ​ໃດໆ ​ແລະ​ສອດ​ຄ່ອງ​ກັບ​ກົດ​ໝາຍນານາ​ຊາດ.

ສ່ວນທ່ານ Liang Guanglie ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ຈີນ​ ກ່າວ​ວ່າ ຄວາມ​ພະ ຍາຍາມ​ຂອງ​ຈີນ ​ທີ່​ຈະ​ປັບປຸງ​ກອງທັບຂອງຕົນ​ໃຫ້​ກ້າວໜ້າ ທັນ​ສະ​ໃໝ​ນັ້ນ ​ກໍແມ່ນເພື່ອ​ເປັນ​ການ​ປ້ອງ​ກັນ​ປະ​ເທດ​ເທົ່າ​ນັ້ນ ບໍ່​ໄດ້​ມີ​ເຈດ​ຕະນາ​ທີ່​ຂົ່ມຂູ່​ປະ​ເທດ​ອື່ນໆ​ແຕ່​ຢ່າງ​ໃດ.

ທ່າ​ນລັດ​ຖະ​ມົນຕີ​ປ້ອງ​ກັນ​ປະ​ເທດ​ຈີນ ​ໄດ້ເນັ້ນວ່າ ລູກ​ກະ​ແຈ​ໄປ​ສູ່​ຄວາມ​ໝັ້ນຄົງ​ຂອງຂົງ​ເຂດ​ ກໍ​ແມ່ນ​ການ​ປະຕິບັດ​ຕາມ​ຫລັກການ​ແຫ່ງ​ອະທິປະ​ໄຕ ​ແລະ​ບໍ່​ເຂົ້າແຊກ​ແຊງ​ໃນ​ກິດຈະການ​ຂອງ​ກັນ​ແລະ​ກັນ. ແຕ່ທ່ານກໍ​ໄດ້​ເວົ້າວ່າ ທ່ານ​ເອງ​ກໍ​ເຫັນ​ດີ​ນໍາ​ແນວ​ຄິດ​ຂອງ​ການ​ສ້າງໂຄງ ຮ່າງ​ປະຕິບັດ​ງານ​ແບບ​ມີຫລາຍໆ​ຝ່າຍນັ້ນ​ ເພື່ອ​ປັບປຸງ​ການ​ຮ່ວມ​ມື​ແລະ​ເພ່ງ​ເລັງ​ໃສ່ຜົນ​ປະ​ໂຍດ​ທີ່​ມີຮ່ວມ​ກັນ.

ທ່ານ​ສຸຣິນ ພິດ​ສຸວັນ ເລຂາທິການ​ໃຫຍ່​ສະມາຄົມ​ອາ​ຊຽນກ່າວ​ວ່າ ກອງ​ປະຊຸມ​ນີ້​ເປັນ​ບາດ​ກ້າວທໍາ​ອິດຂອງ​ການ​ດໍາ​ເນີນຂັ້ນ​ຕອນ​ທີ່​ວ່ານີ້. ທ່ານສຸຣິນ​ເວົ້າວ່າ ​ແລະ​ບໍ່​ວ່າ​ພວກ​ເຮົາຈະ​ມີບັນຫາ​ໃດໆ​ກໍ​ຕາມ ມີຄວາມ​ເຫັນ​ແຕກ​ຕ່າງ​ກັນ​ໃດໆ​ກໍ​ຕາມ ​ແນ່​ນອນ​ວ່າ ​ພວກ​ເຮົາ​ຈະ​ນໍາ​ໃຊ້​ຂັ້ນ​ຕອນ​ທີ່ສັນຕິ ບົນ​ພື້ນຖານ​ຂອງ​ກົດໝາຍ​ສາກົນ ​ແລະ​ທີ່​ເຄີຍ​ປະຕິບັດ​ກັນ​ມາ​ເປັນ​ປະ​ເພນີ.

ນອກ​ນີ້​ແລ້ວ ສິບ​ປະ​ເທດ​ສະມາຊິກ​ຂອງ​ສະມາຄົມ​ອາ​ຊ່ຽນ​ແລະ​ອີກ 8 ປະ​ເທດ​ມະຫາ​ອໍາ ນາດ​ໃນ​ຂົງ​ເຂດ ​ຍັງ​ໄດ້ເຫັນ​ພ້ອມ​ກັນທີ່​ຈະ​ພັດທະນາ​ໃຫ້​ມີ​ການ​ຮ່ວມ​ມື​ທາງ​ທະຫານທີ່​ໄກ້​ຊິດ​ກັນ​ຫລາຍ​ຂຶ້ນ ໃນການ​ຮັບ​ມື​ກັບໄພພິບັດ​ຕ່າງໆ​ທາງດ້ານ​ມະ​ນຸດ​ສະ​ທໍາການ​ຮັກສາ​ສັນຕິ ພາບ ​ແລະຄວາມພະຍາຍາມຕໍ່ຕ້ານ​ການ​ກໍ່​ການຮ້າຍ​ນັ້ນ​.

XS
SM
MD
LG