ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາ​ຊຽນ ຍັງ​ສືບ​ຕໍ່​ມີ​ການ​ແບ່ງ​ແຍກ ກ່ຽວ​ກັບ​ການ​ເອົາ​ທ່າ​ທີ​​ແບບຮຸກ​ຮານ​ເພີ້ມ​ຂຶ້ນ​ ຂອງ ​ຈີນ ຢູ່​ທະ​ເລ​ຈີນ​ໃຕ້


ແຟ້ມ - ກຳ​ປັ່ນ​ຍາມ​ຝັ່ງ​ຂອງ​ຈີນ ຂັດ​ຂວາງ​ກຳ​ປັ່ນ​ຍາມ​ຝັ່ງ​ຂອງ​ຟີ​ລິບ​ປິນ ທີ່​ຈະ​ເຂົ້າ​ໄປ​ຍັງ​ເກາະ​ຫາດ​ຊາຍ​ໂທ​ມາ​ສ​ທີ 2 ທີ່​ຮູ້​ກັນ​ໃນ​ທ້ອງ​ຖິ່ນ​ວ່າ ຫາດ​ອາ​ຢູ​ກິນ (Ayungin) ຊຶ່ງ​ເປັນ​ຈຸດ​ນຶ່ງ ທີ່​ມີ​ການ​ຍາດ​ແຍ່ງ​ກັນ​ແຮງ​ທີ່​ສຸດ ໃນ​ທະ​ເລ​ຈີນ​ໃຕ້ ວັນ​ທີ 23 ກັນ​ຍາ 2023.
ແຟ້ມ - ກຳ​ປັ່ນ​ຍາມ​ຝັ່ງ​ຂອງ​ຈີນ ຂັດ​ຂວາງ​ກຳ​ປັ່ນ​ຍາມ​ຝັ່ງ​ຂອງ​ຟີ​ລິບ​ປິນ ທີ່​ຈະ​ເຂົ້າ​ໄປ​ຍັງ​ເກາະ​ຫາດ​ຊາຍ​ໂທ​ມາ​ສ​ທີ 2 ທີ່​ຮູ້​ກັນ​ໃນ​ທ້ອງ​ຖິ່ນ​ວ່າ ຫາດ​ອາ​ຢູ​ກິນ (Ayungin) ຊຶ່ງ​ເປັນ​ຈຸດ​ນຶ່ງ ທີ່​ມີ​ການ​ຍາດ​ແຍ່ງ​ກັນ​ແຮງ​ທີ່​ສຸດ ໃນ​ທະ​ເລ​ຈີນ​ໃຕ້ ວັນ​ທີ 23 ກັນ​ຍາ 2023.

ຫົວ​ຂໍ້​ກ່ຽວ​ກັບ​ການ​ເພີ້ມ​ກິດ​ຈະ​ການ​ແບບ​ຮຸກ​ຮານ​ຫຼາຍ​ຂຶ້ນ​ຂອງ​ຈີນ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້ ນັບ​ແຕ່​ການ​ຮາ​ວີ​ລົບ​ກວນ​ກຳ​ປັ່ນແລະ​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ຕະ​ຫຼອດ ​ຈົນ​ການ​ອອກ​ແຜນ​ທີ່​ໃໝ່ພ້ອມ​ກັບ​ການ​ອ້າງ​ກຳ​ມະ​ສິດ​ເອົາ​ດິນ​ແດນ​ຕ່າງໆ​ ແມ່ນ​ເປັນ​ທີ່​ຈະ​ແຈ້ງ ທີ່ກອງ​ປະ​ຊຸມ​ສຸດຍອດ​ປະ​ຈຳ​ປີ​ຂອງ​ອາ​ຊຽນ ​ຢູ່​ນະ​ຄອນ​ຫຼວງ​ຈາ​ກາ​ຕ້າ​ ໃນ​ອາ​ທິດ​ແລ້ວ.

ແຕ່​ອາ​ຊຽນ ຊຶ່ງ​ເປັນ​ກຸ່ມ​ບັນ​ດາ 10 ປະ​ເທດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ທີ່​ດຳ​ເນີນ​ງານ​ດ້ວຍ​ຫຼັກ​ການ​ຂອງ​ຄວາມ​ເປັນ​ເອກ​ກະ​ສັນ ແລະ​ການ​ບໍ່​ແຊກ​ແຊງ​ເຂົ້າ​ໃນ​ອະ​ທິ​ປະ​ໄຕ​ຂອງ​ກັນ​ແລະ​ກັນ ຍັງ​ສືບ​ຕໍ່​ມີ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ການ​ຮັບ​ມື ກັບ​ການ​ປະ​ພຶດ​ແບບ​ຮຸກ​ຮານ​ຂອງ​ຈີນ ຢູ່​ໃນ​ເຂດ​ນ່ານ​ນ້ຳ​ທີ່​ມີ​ການ​ຂັດ​ແຍ້ງ ແລະ​ການ​ຊອກ​ສະ​ແຫວງ​ຫາ​ການ​ສະ​ໜັບ​ສະ​ໜຸນ ​ຈາກ​ຄູ່​ຮ່ວມ​ງານ​ທີ່​ບໍ່​ແມ່ນ​ອາ​ຊຽນ ພວກ​ນັກ​ຊ່ຽວ​ຊານ​ກ່າວ.

ແຟ້ມ - ເຮືອ​ທີ່​ສົງ​ໄສວ່າ​ເປັນ​ຂອງ​ທະ​ຫານ​ບ້ານ​ທາງ​ທະ​ເລ ທີ່​ຈອດ​ລຽນ​ກັນ​ຢູ່​ໃກ້​ກັບ​ເກາະ ວິດ​ຊັນ (Whitsun) ທີ່​ຟີ​ລິບ​ປິນ​ອ້າງ​ເອົາ​ກຳ​ມະ​ສິດ​ຢູ່​ທະ​ເລ​ຈີນ​ໃຕ້ ເມື່ອ​ວັນ​ທີ 22 ເມ​ສາ 2023.
ແຟ້ມ - ເຮືອ​ທີ່​ສົງ​ໄສວ່າ​ເປັນ​ຂອງ​ທະ​ຫານ​ບ້ານ​ທາງ​ທະ​ເລ ທີ່​ຈອດ​ລຽນ​ກັນ​ຢູ່​ໃກ້​ກັບ​ເກາະ ວິດ​ຊັນ (Whitsun) ທີ່​ຟີ​ລິບ​ປິນ​ອ້າງ​ເອົາ​ກຳ​ມະ​ສິດ​ຢູ່​ທະ​ເລ​ຈີນ​ໃຕ້ ເມື່ອ​ວັນ​ທີ 22 ເມ​ສາ 2023.

ທ່ານ​ຄາ​ຣ໌​ລ ເທ​ເຢີ ສາ​ສະ​ດາ​ຈານ ຜູ້​ຊົງ​ຄຸນ​ນະ​ວຸດ​ທິ ດ້ານ​ການ​ເມືອງ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ນິວ​ຊາວ​ເວ​ລ ແຄນ​ເບີ​ຣາ ກ່າວ​ຜ່ານ​ທາງ​ອີ​ແມ​ລຕໍ່​ວີ​ໂອ​ເອ ພະ​ແນກ
ພາ​ສາ​ຂະ​ແມ​ວ່າ “ຄວາມ​ບໍ່​ເປັນ​ເອກ​ກະ​ພາບ​ຂອງ​ອາ​ຊຽນ ກ່ຽວ​ກັບ​ການ​ເອົາ​ທ່າ​ທີ​ແບບ​ຮຸກ​ຮານ​ຈີນຢູ່​ທະ​ເລ​ຈີນ​ໃຕ້ ໄດ້ມີ​ການ​ສະ​ແດງ​ໃຫ້​ເຫັນມາ​ໄດ້​ດົນ​ກວ່າ​ນຶ່ງ​ທົດ​ສະ​ວັດ ຫຼັງ​ຈາກ​ກຳ​ປູ​ເຈຍ ໃນ​ຖາ​ນະ​ປະ​ທານ​ຂອງ​ອາ​ຊຽນ​ປີ 2012 ໄດ້​ປະ​ຕິ​ເສດ​ທີ່​ຈະ​ຮວມ​ເອົາ​ການ​ອ້າງ​ອີງ ເຂົ້າ​ໃນ​ຖະ​ແຫຼງ​ການ​ຂອງ​ປະ​ທານ.”

ທ່ານ​ເທ​ເຢີ​ກ່າວ​ວ່າ ເຖິງ​ແມ່ນ​ອິນ​ໂດ​ເນ​ເຊຍ ຊຶ່ງ​ເປັນ​ປະ​ທານ​ຂອງ​ປີນີ້ ໄດ້​ກ່າວ​ເຖິງ ​ຢູ່​ໃນ​ຖະ​ແຫຼງ​ການ​ຂອງ​ປະ​ທານວ່າ ໄດ້​ມີ​ການ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກັງ​

ວົນ​ໂດຍ​ສະ​ມາ​ຊິກ​ຂອງ​ອາ​ຊ່ຽນ​ຈຳ​ນວນ​ນຶ່ງ​ ກ່ຽວ​ກັບ​ການ​ຖົມ​ເກາະ​ດອນ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້ ກິດ​ຈະ​ກຳ​ທາງ​ທະ​ຫານ ແລະ​ອຸ​ບັດ​ຕິ​ເຫດ​ທີ່​ຮ້າຍ​ແຮງ ​ຢູ່​ໃນ​ຂົງ​ເຂດ​ທີ່​ຮ້າຍ​ແຮງ​ກໍ​ຕາມ​” ແຕ່​ກໍ​ບໍ່​ມີ​ຫຍັງ ​ທີ່​ອາ​ຊຽນ​ສາ​ມາດ​ເຮັດ​ໄດ້​ຮ່ວມ​ກັນ ເພື່ອ​ປ່ຽນ​ແປງ “ຄວາມ​ຈິງ​ຢູ່​ໃນ​ພາກ​ພື້ນ​ດິນ” ນອກ​ເໜືອ​ໄປ​ຈາກ​ລະ​ບຸ​ຊີ​ແລະ​ເຮັດ​ໃຫ້​ຈີນ​ອັບ​ອາຍ.”

“ຈີນ​ສາ​ມາດ​ທຳ​ຄວາມ​ກົດ​ດັນ ​ຢ່າງ​ງ່າຍ​ດາຍ ​ຕໍ່​ປະ​ເທດ​ສະ​ມາ​ຊິກ​ຂອງ​ອາ​ຊ່ຽນ​ເພື່ອປ້ອງ​ກັນ​ບໍ່​ໃຫ້​ມີ​ຄວາ​ມ​ເປັນ​ເອກ​ກະ​ສັນກັນ​ໃນ​ການ​ເອົາ​ມາດ​ຕະ​ການ​ເພີ້ມ​ຕື່ມ. ຈີນ​ອາດ​ນຳ​ໃຊ້​ການ​ລົງ​ໂທດ​ທາງ​ດ້ານ​ເສ​ດ​ຖະ​ກິດ​ ຕໍ່​ປະ​ເທດ​ໃດ​ກໍ​ຕາມ ທີ່​ພະ​ຍາ​ຍາມ​ລຸກ​ຂຶ້ນ​ຕໍ່​ຕ້ານ​ຈີນ” ທ່ານ​ເທ​ເຢີ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG