ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໃນ​ຂະ​ນະ​ທີ່​ທະ​ນາ​ຄານ​ກາງ ສ​ຫລ ຂຶ້ນ​ອັດ​ຕາ​ດອກ​ເບ້ຍ ຕະ​ຫຼາດ​ໃນ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ ກຽມ​ຮັບ​ມື​ກັບ​ຜົນ​ກະ​ທົບ


ປະ​ທານ​ທະ​ນາ​ຄານ​ກາງ ທ່ານ​ເຈ​ໂຣມ ພາວ ທີ່ກອງ​ປະ​ຊ​ຸມ​ຖະ​ແຫຼງ​ຂ່າວ ຢູ່​ທະ​ນາ​ຄານ​ກາງສະ​ຫະ​ລັດ ເມື່ອ​ວັນ​ທີ 4 ພຶດ​ສະ​ພາ 2022 ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ.
ປະ​ທານ​ທະ​ນາ​ຄານ​ກາງ ທ່ານ​ເຈ​ໂຣມ ພາວ ທີ່ກອງ​ປະ​ຊ​ຸມ​ຖະ​ແຫຼງ​ຂ່າວ ຢູ່​ທະ​ນາ​ຄານ​ກາງສະ​ຫະ​ລັດ ເມື່ອ​ວັນ​ທີ 4 ພຶດ​ສະ​ພາ 2022 ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ.

ພວກ​ນັກ​ຊ່ຽວ​ຊານ​ເຕືອນ​ວ່າ ຄວາມ​ພະ​ຍາ​ຍາມ​ຂອງ​ທະ​ນາ​ຄານ​ກາງ​ສະ​ຫະ​ລັດ​ທີ່​ຈະ​ຫຼຸດ​ອັດ​ຕາ​ເງິນ​ເຟີ້ ​ຢູ່​ໃນ​ສະ​ຫະ​ລັດ​ລົງ​ນັ້ນ ອາດ​ເປັນ​ຜົນ​ກະ​ທົບ​ທີ່​ສ້າງ​ຄວາມ​ເສຍ​ຫາຍ​ເປັນ​ເວ​ລາ​ຫຼາຍໆ​ປີ ໃຫ້​ແກ່​ເສດ​ຖະ​ກິດ​ຂອງ​ບັນ​ດາ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາຢູ່​ໃນ​ທົ່ວ​ໂລກ ໂດຍ​ຊຸກ​ຍູ້​ໃຫ້​ມີ​ການ​ຍົກ​ຍ້າຍ​ເງິນ​ທຶນ ຂຶ້ນ​ອັດ​ຕາ​ດອກ​ເບ້ຍ​ຕໍ່​ໜີ້​ສິນ​ຂອງ​ລັດ​ຖະ​ບານ ແລະ​ສ້າງ​ຄວາມ​ບໍ່​ທຸ່ນ​ທ່ຽງ​ໃຫ້​ແກ່​ເງິນ​ຕາ​ຂອງ​ພວກ​ເຂົາ​ເຈົ້າ.

ໃນ​ມື້​ວັນ​ພຸດ​ຜ່ານ​ມານີ້ ທະ​ນາ​ຄານ​ກາງ​ຂອງ​ສະ​ຫະ​ລັດ​ໄດ້​ປະ​ກາດ​ວ່າ ຄະ​ນະ​ກຳ​ມະ​ການ​ເປີດ​ຕ​ະ​ຫຼາດ​ ຂອງ​ລັດ​ຖະ​ບານ​ກາງ ຊຶ່ງ​ເປັນ​ຜູ້​ກຳ​ນົດ ອັດ​ຕາ​ດອກ​ເບ້ຍກອງ​ທຶນ​ລັດ​ຖະ​ບານ​ກາງນັ້ນ​ ໄດ້​ລົງ​ຄະ​ແນນ​ສຽງ​ທີ່​ຈະ​ຂຶ້ນ​ອັດ​ຕາ​ດອກ​ເ​ບ້ຍ​ໂດຍ​ຕັ້ງ​ເປົ້າ​ໝາຍໄວ້ ​ເຄິ່ງ​ເປີ​ເຊັນ ຄື​ລະ​ຫວ່າງ 0.75 ຫາ 1 ເປີ​ເຊັນ. ຍິ່ງ​ໄປ​ກວ່ານັ້ນ ທະ​ນາ​ຄານ​ກາງ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ ຕົນ​ໄດ້​ແນ​ເປົ້າ​ໝາຍ​ທີ່​ຈະ​ຂຶ້ນ​ອັດ​ຕາ​ດອກ​ເບ້ຍ ໃນ​ລະ​ດັບ​ເຄິ່ງ​ເປີ​ເຊັນ​ເພີ້ມ​ຕື່ມ​ຫຼາຍໆ​ເທື່ອ ຕະ​ຫຼອດ​ປີ.

ທ່ານ​ເຈ​ໂຣ​ມ ພາວ (Jerome Powell) ປະ​ທານ​ທະ​ນາ​ຄານ​ກາງ​ ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ ລຸນ​ຫຼັງ​ການ​ປະ​ຊຸມ​ໃນ​ມື້​ວັນ​ພຸດ​ແລ້ວນີ້ວ່າ “ເງິນ​ເຟີ້​ແມ່ນ​ສູງ​ຫຼາຍ ແລະ​ພວກ​ເຮົາ​ເຂົ້າ​ໃຈ​ດີ​ເຖິງ​ຄວາມ​ຍາກ​ລຳ​ບາກ ​ທີ່​ມັນ​ໄດ້​ສ້າ​ງ​ຂຶ້ນ​ມາແລະ​ພວກ​ເຮົາ​ພວມ​ທຳ​ການ​ເຄື່ອນ​ໄຫວ​ຢ່າງວ່ອງ​ໄວເພື່ອ​ເຮັດ​ໃຫ້​ມັນ​ຫຼຸດ​ລົງ.”

ເມື່ອ​ທ່ານ​ພາວ​ກ່າວ​ເຖິງ​ການ​ເພີ້ມ​ຂຶ້ນ ​ຫຼາຍກວ່າ​ເຄິ່ງ​ເປີ​ເຊັນທີ່​ບໍ່​ແມ່ນ​ພາກ​ສ່ວນ​ຂອງ​ແຜນ​ການ​ທະ​ນາ​ຄານ​ກາງ​ໃນ​ເວ​ລານີ້ ທ່ານ​ໄດ້​ສະ​ເໜີ​ຊ່ວຍ​ໃຫ້​ການ​ບັນ​ເທົາ​ຕໍ່​ພວກ​ທີ່​ຍັງ​ມີ​ຄວາມ​ສົງ​ໄສ ​ກ່ຽວ​ກັບ​ວ່າ​ ທະ​ນາ​ຄານ​ກາງ​ ອາດ​ຈະ​ພິ​ຈາ​ລະນາ​ກ່ຽວ​ກັບ​ການ​ຂຶ້ນດອກ​ເບ້ຍ​ຕື່ມ​ຫຼາຍກວ່ານີ້​ຫຼື​ບໍ່. ແນວ​ໃດ​ກໍ​ຕາມ ໂອ​ກາດ​ທີ່ທາງທະ​ນາ​ຄານ​ກາງ​ຈະ​ທຳ​ການ​ຕໍ່​ສູ້​ຢ່າງ​ເຕັມ​ອັດ​ຕາ​ກັບ​ເລື້ອງ​ເງິນ​ເຟີ້ນັ້ນ ເຮັດ​ໃຫ້​ຫຼາຍໆ​ຄົນ​ມີ​ຄວາມ​ກັງ​ວົນ​ກ່ຽວ​ກັບ​ຜົນ​ກະ​ທົບ ຈາກ​ການ​ດຳ​ເນີນ​ການ​ດັ່ງ​ກ່າວ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ຕໍ່​ບັນ​ດາ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ.

ມີ​ເຫດ​ຜົນ​ຫຼາຍໆ​ປະ​ການ​ທີ່​ຕະ​ຫຼາດ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາອາດ​ຈະ​ໄດ້​ຮັບ​ຜົນ​ກະ​ທົບ ເວ​ລາ​ອັດ​ຕາ​ດອກ​ເບ້ຍ​ໃນ​ສະ​ຫະ​ລັດ​ສູງ​ຂຶ້ນ.

ນຶ່ງ​ໃນ​ນັ້ນ​ກໍ​ແມ່ນ​ໂອ​ກາດ​ທີ່​ຈະ​ມີ​ການ​ຍົກ​ຍ້າຍ​ທຶນ. ພວກ​ນັກ​ລົງ​ທຶນ​ທີ່​ໄດ້​ໄປ​ລົງ​ທຶນ​ຢູ່​ໃນ​ຕະ​ຫຼາດ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ ຈ​ະ​ສວຍ​ໂອ​ກາດ​ໃນ​ຂະ​ນະ​ທີ່​ມີ​ການ​ຂຶ້ນ​ອັດ​ຕາ​ດອກ​ເບ້ຍ ຊຶ່ງ​ຈະ​ພົບ​ວ່າ​ການ​ລົງ​ທຶນ​ຂອງ​ເຂົາ​ເຈົ້າ​ໃນ​ສະ​ຫະ​ລັດ​ເປັນ​ທີ່​ດຶງ​ດູດ​ຫຼາຍ​ຂຶ້ນ​ໃນ​ຂະ​ນະ​ທີ່​ອັດ​ຕາ​ດອກ​ເບ້ຍ​ສູງ​ຂຶ້ນ ໂດຍ​ຈະ​ຍົກ​ຍ້າຍ​ທຶນ​ຂອງ​ພວກ​ເຂົາ​ເຈົ້າ​ ມາ​ຍັງ​ສະ​ຫະ​ລັດ.

ອັດ​ຕາ​ດອກ​ເບ້ຍ​ທີ່​ສູງ​ຂຶ້ນ​ໃນ​ສະ​ຫະ​ລັດ ຍັງ​ສາ​ມາດ​ເປັ​ນ​ຜົນ​ເຮັດ​ໃຫ້​ອັດ​ຕາ​ດອກ​ເບ້ຍ​ຢູ່​ໃນ​ທົ່ວ​ໂລກ​ສູງ​ຂຶ້ນ​ນຳ​ດ້ວຍ. ໃນ​ເດືອນ​ເມ​ສາ​ທີ່​ຜ່ານ​ມາ ອົງ​ການກອງ​ທຶນ​ສາ​ກົນ IMF ໄດ້​ອອກ​ລາຍ​ງານ​ທີ່​ພົບ​ເຫັນ​ວ່າ 60 ເປີ​ເຊັນ​ຂອງ​ບັນ​ດາ​ປະ​ເທດ​ທີ່ກຳ​ລັງ​ພັດ​ທະ​ນາ ​ຊຶ່ງມີ​ລາຍ​ໄດ້​ຕ່ຳ ແມ່ນ​ໄດ້​ປະ​ສົບ​ກັບຄວາມ​ກັງ​ວົນ​ດ້ານ​ໜີ້​ສິນ​ຫຼື​ບໍ່​ກໍ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ​ສູງ​ໃນ​ການ​ກະ​ທຳ​ແບບນັ້ນ. ລາຍ​ງານ​ເຕືອນ​ວ່າ “ສະ​ພາບ​ການ​ທີ່​ຜ່ານ​ມາ ໄດ້​ແນະ​ໃຫ້​ເຫັນ​ວ່າ ການ​ຂຶ້ນ​ອັດ​ຕາ​ດອກ​ເບ້ຍ​ຢ່າງວ່ອງ​ໄວ ຢູ່​ໃນ​ບັນ​ດາ​ປະ​ເທດ​ທີ່​ຈະ​ເລີນ​ແລ້ວ ສາ​ມາດ​ສ້າງ​ເງື່ອນ​ໄຂ ​ທາງ​ດ້ານ​ການ​ເງິນ​ພາຍນອກຢ່າງ​ເຄັ່ງ​ຄັດ ໃຫ້​ແກ່​ບັນ​ດາ​ເສດ​ຖ​ະ​ກິດ​ທີ່​ກຳ​ລັງ​ພັດ​ທະ​ນາ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG