ສົງຄາມການຄ້າ ລະຫວ່າງ ວໍຊິງຕັນ ແລະປັກກິ່ງ ກຳລັງສົ່ງຜົນກະທົບ ຕໍ່ພວກຊາວນາ
ຜູ້ທີ່ປູກຝັງຖົ່ວເຫຼືອງ ໃນຈຳນວນຫຼວງຫຼາຍ ຢູ່ລັດໄອໂອວາ ເພື່ອສົ່ງອອກໄປຍັງຕະຫຼາດ
ຂອງຈີນທີ່ກວ້າງຂວາງນັ້ນ.
ພວກຊາວກະສິກອນໃນລັດໄອໂອວາ ຫວັງວ່າ ການຄ້າຂາຍທີ່ເຂັ້ມແຂງ ແລະສາຍ
ສຳພັນທີ່ໃກ້ຊິດແບບເປັນສ່ວນຕົວ ທີ່ຈີນແລະລັດທີ່ເຮັດຟາມດັ່ງກ່າວ ຂອງສະຫະລັດ
ໄດ້ເອົາໃຈໃສ່ມາເປັນເວລາຫຼາຍປີນັ້ນ ຈະຊ່ອຍໃຫ້ທັງສອງຝ່າຍຜ່ານຜ່າອຸປະສັກ
ຕ່າງໆ ເຊັ່ນວ່າ ການຂາດດຸນການຄ້າທີ່ສູງເປັນປະຫວັດການ ຂອງ ສະຫະລັດກັບຈີນ.
ປະທານປະເທດຈີນ ທ່ານ ສີ ຈິ່ນຜິງ ໄດ້ເດີນທາງໄປຢ້ຽມຢາມ ພວກຊາວກະສິກອນ
ໃນລັດໄອໂອວາ ຊ້ຳແລ້ວຊ້ຳອີກ ໃນໄລຍະສອງສາມທົດສະວັດຜ່ານມານີ້ ແລະອະດີດ
ຜູ້ປົກຄອງລັດໄອໂອວາ ທ່ານ ແທຣີ ແບຣນສ໌ແຕດ ຊຶ່ງດຽວນີ້ ກໍໄດ້ເປັນເອກອັກຄະລັດ
ຖະທູດ ສະຫະລັດ ປະຈຳນະຄອນຫຼວງ ປັກກິ່ງ.
ສາຍສຳພັນທີ່ໃກ້ຊິດ ກໍໄດ້ເຄັ່ງຕຶງຂຶ້ນ ດ້ວຍການກ່າວຫາຂອງວໍຊິງຕັນ ທີ່ວ່າ ຈີນ ໃຊ້
ກົນອຸບາຍທີ່ບໍ່ຍຸຕິິທຳ ຕໍ່ຕະຫຼາດຕ່າງໆ ລັກຂະໂມຍ ຊັບສິນທາງປັນຍາ ຂອງອາເມຣິກາ
ແລະສ້າງການກີດຂວາງຕ່າງໆທາງລາຊະການໃນການຄ້າ ຂາຍ. ຈີນກໍກ່າວຫາ
ສະຫະລັດ ໃນການປະຕິບັດທີ່ບໍ່ຍຸຕິທຳເຊັ່ນກັນ.
ສະຫະລັດ ໄດ້ວາງມາດຕະການເກັບພາສີຕໍ່ສິນຄ້າຂາອອກຂອງຈີນ ແລະ ປັກກິ່ງ ກໍ
ຕອບໂຕ້ຄືນ ດ້ວຍການເກັບພາສີ ຕໍ່ສິນຄ້າດ້ານກະສິກຳຂອງອາເມຣິກາ.
ອັນນັ້ນ ໝາຍຄວາມວ່າ ພວກຖົ່ວເຫຼືອງຂອງລັດໄອໂອວາ ຈະມີລາຄາແພງຂຶ້ນ ແລະ
ສາມາດແຂ່ງຂັນໄດ້ໜ້ອຍລົງ ໃນຕະຫຼາດໂລກ.
ຄວາມຮຽກຮ້ອງຕ້ອງການ ສຳລັບຖົ່ວເຫຼືອງຂອງສະຫະລັດ ແລະລາຄາທີ່ຈ່າຍໃຫ້
ພວກກະສິກອນສະຫະລັດ ໄດ້ຕົກລົງມາເປັນ 85 ໂດລາ ຕໍ່ 1 ໂຕນ.
ກະສິກອນລັດໄອໂອວາຜູ້ນຶ່ງ ເຮັດຟາມຫຼາຍແຫ່ງ ລວມທັງຟາມປູກຖົ່ວເຫຼືອງ 153
ເຮັກຕາ ກ່າວວ່າ ກຳໄລຂອງລາວ ຕົກລົງ 100 ເປີເຊັນ ໃນປີ 2018. ທ່ານ ເດວິດ
ມີລເລີ ແມ່ນບໍ່ສະບາຍໃຈເລີຍ ຕໍ່ການສູນເສຍເງິນນັ້ນ ແຕ່ກ່າວວ່າ ປາດສະຈາກ
ການເກັບພາສີ ຈີນກໍຈະບໍ່ສົນໃຈກັບການເຈລະຈາ.