ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມເຄັ່ງຕຶງ ລະຫວ່າງ ເທີກີ ແລະ ສຫລ ທະວີຂຶ້ນ ຂະນະທີ່ ອັງກາຣາ ສະແຫວງຫາ ການສະໜັບສະໜຸນ ຈາກເນໂຕ້


ທຸງຊາດເທີກີ ພັດປິວ ຮ່ວມກັບທຸງຊາດຂອງປະເທດສະມາຊິກ ອົງການເນໂຕ້ອື່ນໆ ,ຂວາ, ຢູ່ທີ່ສຳນັກງານໃຫຍ່ ໃນນະຄອນຫຼວງ ບຣັສໂຊລສ໌ ຂອງແບລຈຽມ, ວັນທີ 28 ກໍລະກົດ 2015.
ທຸງຊາດເທີກີ ພັດປິວ ຮ່ວມກັບທຸງຊາດຂອງປະເທດສະມາຊິກ ອົງການເນໂຕ້ອື່ນໆ ,ຂວາ, ຢູ່ທີ່ສຳນັກງານໃຫຍ່ ໃນນະຄອນຫຼວງ ບຣັສໂຊລສ໌ ຂອງແບລຈຽມ, ວັນທີ 28 ກໍລະກົດ 2015.

ໃນຂະນະທີ່ຄວາມເຄັ່ງຕຶງ ລະຫວ່າງເທີກີແລະສະຫະລັດ ກຳລັງທະວີຂຶ້ນ ຍ້ອນການຊື້
ລູກສອນໄຟຂອງຣັດເຊຍ ໂດຍອັງກາຣາ ຊຶ່ງເປັນການມອງເຫັນວ່າ ເປັນການເອົາທ່າທີ
ທີ່ແຕກຕ່າງຫຼາຍຂຶ້ນ ກ່ຽວກັບການຈັດຊື້ອາວຸດທີ່ເປັນເລື້ອງນອງ ນັນ.

ການກ່າວເຕືອນ ຂອງຮອງປະທານາທິບໍດີ ສະຫະລັດ ທ່ານໄມຄ໌ ເພັນສ໌ ເມື່ອ ເດືືອນນີ້
ທີ່ວ່າ ອະນາຄົດຂອງເທີກີຢູ່ໃນອົງການເນໂຕ້ ອາດຈະຕົກຢູ່ໃນຄວາມສ່ຽງ ຖ້າຫາກ
ອັງກາຣາ ຮັບການນຳສົ່ງລູກສອນໄຟ ລຸ້ນ S-400 ຂອງຣັດເຊຍ ຊຶ່ງໄດ້ພາ​ໃຫ້​ມີ
ການຕອບໂຕ້ທີ່ບໍ່ພໍໃຈ ຈາກໂຄສົກຂອງປະທານາທິບໍດີ ທ່ານ ອີບຣາຮິມ ຄາລິນ.

ທ່ານຄາລິນ ເວົ້າວ່າ “ພວກເຮົາເປັນສະມາຊິກປະ​ເທດນຶ່ງຂອງອົງການ. ພວກເຮົາ
ເປັນປະເທດ ທີ່ຈະສາມາດມີສຽງ ໃນການຕັດສິນໃຈຕ່າງໆ. ສະນັ້ນແລ້ວ ພວກເຮົາ
ຈະບໍ່ ອະນຸຍາດໃຫ້ຕັ້ງຄຳຖາມ ກ່ຽວກັບ ຈຸດຢືນຂອງເທີກີ ໃນອົງການ ເນໂຕ້.”

ໂຄສົກຂອງປະທານາທິບໍດີເທີກີ ທ່ານ ອີບຣາຮິມ ຄາລິນ ເຫັນໄດ້ໃນພາບນີ້ ທີ່່ບໍ່ໄດ້ລະບຸວັນເວລາ.
ໂຄສົກຂອງປະທານາທິບໍດີເທີກີ ທ່ານ ອີບຣາຮິມ ຄາລິນ ເຫັນໄດ້ໃນພາບນີ້ ທີ່່ບໍ່ໄດ້ລະບຸວັນເວລາ.

​ວໍຊິງຕັນກ່າວອ້າງວ່າ ລູກສອນໄຟລຸ້ນ ແອັສ-400 ຊຶ່ງແມ່ນມີກຳນົດຈະຖືກສົ່ງມາໃຫ້
ໃນເດືອນກໍລະກົດ ນັ້ນ ຖືວ່າເປັນໄພຂົ່ມຂູ່ ທາງດ້ານຄວາມໝັ້ນຄົງ ຕໍ່ລະບົບການ
ທະຫານ ຂອງອົງການເນໂຕ ຢູ່ໃນເທີກີ ໂດຍສະເພາະ ເຮືອບິນລົບ F-35 ທີ່ເປັນເຮືອ
ບິນລົບອາຍພົ່ນ ລຸ້ນຫຼ້າສຸດຂອງອາເມຣິກາ. ຣັດເຊຍ ກຳລັງ ພັດທະນາ ລະບົບຕໍ່ຕ້ານ
ຂອງລູກສອນໄຟ ແອັສ-400 ຕໍ່ເທັກໂນໂລຈີໃນການ ຫລີກເວັ້ນການຈັບເຮືອບິນໄດ້
ຂອງເຮືອບິນລົບ F-35.

ໃນຂະນະທີ່ ອາເມຣິກາ ກຳລັງເຕືອນ ກ່ຽວກັບ ມາດຕະການລົງໂທດທາງດ້ານທະຫານ
ແລະດ້ານການເງິນ ທີ່ມີຜົນກະທົບກວ້າງຂວາງ ຖ້າຫາກລະບົບລູກ ສອນໄຟຂອງ
ຣັດເຊຍ ຖືກນຳສົ່ງໄປໃຫ້ເທີກີ. ບັນດານັກວິເຄາະ ກ່າວວ່າ ອົງ ການເນໂຕ້ ປາກົດວ່າ
ຈະເອົາທ່າທີທີ່ແຕກຕ່າງ.

ລູກສອນໄຟ S-400 ຂອງຣັດເຊຍ ເປັນລະບົບລູກສອນໄຟ ຍິງຈາກພື້ນດິນຫາອາກາດ ໄດ້ຖືກນຳອອກມາສະແດງ ຫຼັງຈາກຖືກສົ່ງໄປປະຈຳການ ຢູ່ຖານທັບ ນອກເມືອງ Gvardeysk, ໃກໆກັບ Kaliningrad, ຂອງຣັດເຊຍ, ວັນທີ 11 ມີນາ 2019.
ລູກສອນໄຟ S-400 ຂອງຣັດເຊຍ ເປັນລະບົບລູກສອນໄຟ ຍິງຈາກພື້ນດິນຫາອາກາດ ໄດ້ຖືກນຳອອກມາສະແດງ ຫຼັງຈາກຖືກສົ່ງໄປປະຈຳການ ຢູ່ຖານທັບ ນອກເມືອງ Gvardeysk, ໃກໆກັບ Kaliningrad, ຂອງຣັດເຊຍ, ວັນທີ 11 ມີນາ 2019.

“ພວກເຮົາຕ້ອງໄຈ້ແຍກໃນຈຸດນີ້ ໃນສາຍສຳພັນ ລະຫວ່າງ ເທີກີ ແລະອົງການ ເນໂຕ້
ກັບ ສາຍສຳພັນລະຫວ່າງ ເທີກີ ແລະອາເມຣິກາ”
ນັ້ນແມ່ນຄຳເວົ້າຂອງ ອາຈານ ດ້ານ
ສາຍສຳພັນ ລະຫວ່າງປະເທດ ທ່ານ ຮູເຊຢິນ ບາກຊີ ຢູ່ທີ່ມະຫາ ວິທະຍາໄລ ເຕັກນິກ
ໃນຕາເວັນອອກກາງຂອງອັງກາຣາ. ທ່ານກ່າວຕໍ່ໄປ ວ່າ “ສາຍສຳພັນສອງຝ່າຍ
ລະຫວ່າງເທີກີ ແລະສະຫະລັດ ເວົ້າໄປແລ້ວ ແມ່ນວ່າ ມັນຢູ່ໃນສະພາບທີ່ ບໍ່ດີເລີຍ ແຕ່ສຳລັບເນໂຕ້ແລ້ວ ບໍ່ມີບັນຫາຫຍັງເລີຍ.”

ທ່ານກ່າວຕື່ມວ່າ “ບໍ່ມີການກ່າວ ແມ່ນແຕ່ຄຳດຽວ ຈາກເລຂາທິການໃຫຍ່ ອົງການ
ເນໂຕ້ ທີ່ວ່າ ເທີກີ ບໍ່ສາມາດຊື້ລະບົບ ລູກສອນໄຟແອັສ-400 ນີ້. ເລຂາທິການໃຫຍ່
ອົງການເນໂຕ້ ທ່ານ ເຈັນສ໌ ສໂຕເຕັນເບີກ ບອກເທີກີ ວ່າ ພັນທະ ມິດທຸກປະເທດ
ມີສິດທີ່ຈະຊື້ລະບົບໃດກໍໄດ້ ຫາກແຕ່ວ່າ ຜົນທີ່ຕິດຕາມມາໃນ ດ້ານການເມືອງ ຜົນ
ທີ່ຕິດຕາມມາໃນດ້ານຍຸດທະສາດ ໃນການຈັດຊື້ເຊັ່ນນັ້ນ ທ່ານບໍ່ໄດ້ກ່າວຫຍັງເລີຍ. ສະນັ້ນແລ້ວ ເທີກີ ແມ່ນສັບສົນວ່າ ຈະເຊື່ອຜູ້ໃດ ພວກອາເມຣິກາ ຫຼື ອົງການເນໂຕ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG