ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ກຽມພ້ອມ ຈະພົບປະກັບ ປ. ອາບບັສ ແຕ່ ຂໍ້ຕົກລົງສັນຕິພາບ ແມ່ນຍັງຫ່າງໄກຢູ່


ປະທານາທິບໍດີປາແລັສໄຕນ໌ ທ່ານ Mahmoud Abbas ເຂົ້ົາຮ່ວມ ກອງປະຊຸມສຸດຍອດ ຂອງສັນນິບາດຊາດອາຣັບ ຢູ່ Dead Sea ປະເທດຈໍແດນ, ວັນທີ 29 ກຸມພາ 2017.
ປະທານາທິບໍດີປາແລັສໄຕນ໌ ທ່ານ Mahmoud Abbas ເຂົ້ົາຮ່ວມ ກອງປະຊຸມສຸດຍອດ ຂອງສັນນິບາດຊາດອາຣັບ ຢູ່ Dead Sea ປະເທດຈໍແດນ, ວັນທີ 29 ກຸມພາ 2017.

ຄວາມຄາດໝາຍ ທີ່ຈະມີຄວາມກ້າວໜ້າທາງດ້ານການທູດ ອາດມີໜ້ອຍເກີນໄປ
ໃນຂະນະທີ່ ປະທານາທິບໍດີ ຂອງປາແລັສໄຕນ໌ ທ່ານ Mahmoud Abbas ແລະ
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ມີກຳນົດຈະພົບປະກັນ ເປັນຄັ້ງທຳອິດ
ໃນວັນພຸດ ມື້ນີ້ ຢູ່ທີ່ທຳນຽບຂາວ ຊຶ່ງບໍ່ເຄີຍມີມາກ່ອນ.

ທ່ານທຣຳ ໄດ້ກ່າວເມື່ອສັບປະດາແລ້ວນີ້ ວ່າ ທ່ານເຫັນວ່າ “ບໍ່ມີເຫດຜົນ” ທີ່​ວ່າ
ເປັນຫຍັງຈະບໍ່ສາມາດມີສັນຕິພາບ ລະຫວ່າງ ອິສຣາແອລ ແລະ ປາແລັສໄຕນ໌.
ທ່ານທຣຳໄດ້ເວົ້າອີກວ່າ “ບໍ່ມີເຫດຜົນອັນໃດເລີຍ”. ແລະທ່ານ Abbas ເມື່ອບໍ່ນານ
ມານີ້ ໄດ້ປະກາດວ່າ ຂໍ້ຕົກລົງສັນຕິພາບ ຄັ້ງປະຫວັດສາດເພື່ອຍຸຕິບັນຫາຂັດແຍ້ງ
ທີ່ມີ​ມາ​ເປັນ​ເວລາຫຼາຍທົດສະວັດນັ້ນ ແມ່ນອາດເປັນໄປໄດ້ພາຍໃຕ້ ການນຳພາ
ຂອງທ່ານທຣຳ.

ປະທານາທິບໍດີ ດໍໂນລ ທຣຳ ກ້າວລົງຈາກເຮືອບິນເຮລິຄອບເຕີ ປະຈຳຕຳແໜ່ງ ຫຼື Marine One ໃນຂະນະທີ່ເດີນທາງໄປຮອດ ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນສຸກ ທີ 28 ເມສາ 2017.
ປະທານາທິບໍດີ ດໍໂນລ ທຣຳ ກ້າວລົງຈາກເຮືອບິນເຮລິຄອບເຕີ ປະຈຳຕຳແໜ່ງ ຫຼື Marine One ໃນຂະນະທີ່ເດີນທາງໄປຮອດ ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນສຸກ ທີ 28 ເມສາ 2017.

ທ່ານອາບບັສ ຜູ້ທີ່ເປັນຫົວໜ້າ ອຳນາດການປົກຄອງປາແລັສໄຕນ໌ ທີ່ມີຫ້ອງການ
ຕັ້ງຢູ່ຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດັນ ມີເປົ້າໝາຍອັນພໍຄວນ ໃນການຢ້ຽມຢາມຄັ້ງນີ້.
ອີງຕາມບັນດາເຈົ້າໜ້າທີ່ຂອງປາແລັສໄຕນ໌ ຈຸດປະສົງຫຼັກອັນນຶ່ງຂອງທ່ານນັ້ນ ຈະເປັນ
ການຮັບຟັງແຜນການ ເພື່ອຟື້ນຟູການເຈລະຈາສັນຕິພາບ ຂອງທ່ານທຣຳເທົ່ານັ້ນ.

ແຕ່ທ່ານອາບບັສ ຍັງຫວັງວ່າ ຈະໃຊ້ການພົບປະນີ້ ເພື່ອປັບປຸງສະຖານະພາບຂອງ
ທ່ານ ທີ່ໄດ້ຕົກຕ່ຳລົງ ທັງຢູ່ພາຍໃນ ແລະ ຕ່າງປະເທດ ດັ່ງທີ່ບັນດານັກວິເຄາະກ່າວ
ໄປນັ້ນ.

ທ່ານ Dennis Ross ຜູ້ທີ່ໄດ້​ເຮັດ​ວຽກກ່ຽວກັບ ການເຈລະຈາສັນຕິພາບ ພາກ ຕາເວັນອອກກາງ ພາຍໃຕ້ລັດຖະບານສະຫະລັດ 3 ຊຸດ ທີ່ແຕກຕ່າງກັນ ກ່າວວ່າ
“ອັນທີ່ທ່ານອາບບັສ ກຳລັງພະຍາຍາມ ຈະເຮັດ ໂດຍການເຂົ້າມາເປັນໂຕເດັ່ນ
ໃນເລື່ອງທີ່ກ່ຽວຂ້ອງຢູ່ນັ້ນ ແລະ ອັນນັ້ນ ທ່ານມີບົດບາດອັນສຳຄັນ ແລະ ມັນ
ກໍຈະເປັນການຍາກ ທີ່ຈະເຮັດອັນໃດອັນນຶ່ງໄດ້ ໂດຍປາດສະຈາກທ່ານ.”

ທ່ານອາບບັສ ແມ່ນກຳລັງບໍ່ມີຄວາມນິຍົມຊົມຊອບຫຼາຍຂຶ້ນ ຢູ່ພາຍໃນປະເທດ.
ທ່ານອາບບັສ ອາຍຸ 82 ປີ ດຳລົງຕຳແໜ່ງມາເປັນປີທີ 12 ແລ້ວ ຂອງອັນທີ່ ຖືວ່າ
ເປັນການດຳລົງຕຳແໜ່ງປະທານາທິບໍດີ ສະໄໝລະ 5 ປີ. ການຢັ່ງຫາງສຽງເມື່ອ
ບໍ່ດົນມານີ້ ສະເໜີແນະວ່າ 2 ສ່ວນ 3 ຂອງຊາວປາແລັສໄຕ໌ ຢາກໃຫ້ທ່ານລາອອກ,
ບໍ່ດີໃຈກັບຜົນການປະຕິບັດໜ້າ​ທີ່ ໂດຍອັນທີພວກເຂົາເຈົ້າ ເຫັນວ່າ ເປັນອຳນາດ
ການປົກຄອງ ປາແລັສໄຕນ໌ ທີ່ສໍ້ໂກງ. ພັກ Fatah ຂອງທ່ານ ຍັງປະເຊີນໜ້າກັບ
ບັນຫາທ້າທາຍທີ່ໜັກຫນ່ວງ ຈາກກຸ່ມ Hamas ຊຶ່ງເປັນກຸ່ມປາແລັສໄຕນ໌ ຝ່າຍ
ກົງກັນຂ້າມ ທີ່ຄວບຄຸມເຂດ Gaza ນັ້ນ.

ທ່ານ ຣອສ ກ່າວວ່າ “ອັນນັ້ນ ກໍບໍ່ເຮັດໃຫ້ມັນງາຍຂຶ້ນ ສຳລັບທ່ານ ເພື່ອທີ່ຈະ
ຕັດສິນບັນຫາໃຫຍ່ໄດ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG