ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໃນຂະນະ ກໍລະນີຕິດເຊື້ອໄວຣັສໂຄວິດ ເພີ່ມສູງຂຶ້ນ ຊາອຸດີອາຣາເບຍ ຈຶ່ງໄດ້ວາງຂໍ້ຈຳກັດຕ່າງໆ ໃນພິທີສະແຫວງບຸນຮາດຈ໌


ພວກຄົນງານຊີດຢາຂ້າພະຍາດໃສ່ພື້ນອ້ອມຫີນສັກສິດ ຊົງສີ່ຫຼ່ຽມ ທີ່ເອີ້ນວ່າ Kaaba, ຕັ້ງຢູ່ທີ່ວັດໃຫຍ່ ໃນເມືອງສັກສິດ ເມັກກາ ຂອງປະເທດຊາອຸດີອາຣາເບຍ, ວັນທີ 7 ມີນາ 2020.
ພວກຄົນງານຊີດຢາຂ້າພະຍາດໃສ່ພື້ນອ້ອມຫີນສັກສິດ ຊົງສີ່ຫຼ່ຽມ ທີ່ເອີ້ນວ່າ Kaaba, ຕັ້ງຢູ່ທີ່ວັດໃຫຍ່ ໃນເມືອງສັກສິດ ເມັກກາ ຂອງປະເທດຊາອຸດີອາຣາເບຍ, ວັນທີ 7 ມີນາ 2020.

ຊາອຸດີອາຣາເບຍ ເປັນປະເທດນຶ່ງທີ່ມີອັດຕາການຕິດເຊື້ອໄວຣັສໂຄໂຣນາສູງທີ່ສຸດ ໃນພາກຕາເວັນອອກກາງ ໂດຍມີກໍລະນີຕິດເຊື້ອໄວຣັສທີ່ໄດ້ຖືກຢືນຢັນ ຫຼາຍກວ່າ 213,000 ຄົນ ແລະເກືອບ 2,000 ຄົນໄດ້ເສຍຊີວິດໄປແລ້ວ ໃນວັນອັງຄານຜ່ານມາ ຈຶ່ງໄດ້ເຮັດໃຫ້ພວກເຈົ້າໜ້າທີ່ຮັກສາວັດສັກສິດທີ່ສຸດຂອງສາສະໜາອິສລາມ ວາງຂໍ້ຈຳກັດ ສຳລັບການສະແຫວງບຸນທີ່ເອີ້ນວ່າ ຮາດຈ໌ ຂອງຊາວມຸສລິມ ໃຫ້ຈັດພິທີກຳ “ນ້ອຍລົງ ແລະມີຂອບເຂດຈຳກັດ” ອີງຕາມການຊີ້ນຳດ້ານຄວາມປອດໄພ. ແຕ່ການລົດຂະໜາດ ຂອງພວກສະແຫວງບຸນນັ້ນ ແມ່ນຄາດວ່າ ຈະເຮັດໃຫ້ເສດຖະກິດຂອງຊາອຸດີອາຣາເບຍຊຸດໂຊມລົງຕື່ມ ອີງຕາມການກ່າວ ຂອງພວກນັກວິ ເຄາະ. ແດລ ແກບວ໌ແລກ ລາຍງານມາຈາກນະຄອນອຳມານ ຊຶ່ງໄຊຈະ ເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ສະຖານທູດສະຫະລັດປະຈຳນະຄອນຫຼວງຣີຢາດຂອງຊາອຸດີອາຣາເບຍ ໄດ້ໃຫ້ການຊ່ອຍເຫຼືອໃນດ້ານການຈັດແຈງຖ້ຽວບິນພິເສດຫຼາຍຖ້ຽວເພື່ອນຳເອົາພົນລະເມືອງຊາວອາເມຣິກັນ ລວມທັງບັນດາພະນັກງານປະຈຳສະຖານທູດແລະຄອບຄົວຂອງພວກເຂົາເຈົ້າ ອອກໄປຈາກຊາອຸດີອາຣາເບຍ ໃນຂະນະທີ່ໄວຣັສໂຄໂຣນາກຳລັງຕິດແປດຫຼາຍຂຶ້ນເລື້ອຍໆຢູ່ນັ້ນ.

ຕັ້ງແຕ່ຕົ້ນໆ ຣາຊະອານາຈັກແຫ່ງນີ້ ໄດ້ເອົາມາດຕະການທີ່ເຂັ້ມງວດເພື່ອພະຍາຍາມຈະຄວບຄຸມໂຄວິດ-19 ທີ່ເປັນໂຣກລະບາດໃນທົ່ວໂລກ ແຕ່ໃນຂະນະທີ່ນັກວິເຄາະກ່ຽວກັບພາກຕາເວັນອອກກາງ ທ່ານເຕຍດໍຣ ຄາຣາສິກ ຢູ່ທີ່ບໍລິສັດ Gulf State Analytics ກ່າວຕໍ່ວີໂອເອວ່າ ມີປັດໄຈໃນການຫລຸດຜ່ອນອື່ນໆຫຼາຍຢ່າງ ຖືກນຳໃຊ້ພາຍໃນປະເທດແຫ່ງນີ້ ທີ່ມີປະຊາກອນ 30 ລ້ານຄົນ.

ທ່ານຄາຣາສິກ ກ່າວເປັນພາສາອັງກິດວ່າ “ຢູ່ໃນຊາອຸດີ ມັນເປັນການປິດເມືອງຫຼາຍກວ່າ. ແຕ່ຊາອຸດີອາຣາເບຍ ແມ່ນກວ້າງໃຫຍ່ ເປັນປະເທດທີ່ ມີຫຼາຍລະດັບຊັ້ນຄົນ ຢູ່ໃນສັງຄົມ. ພວກເຂົາເຈົ້າເຄື່ອນຍ້າຍໄປມາ ຂ້າມເຂດຊາຍແດນຫຼາຍແຫ່ງໄດ້. ສະນັ້ນ ພະຍາດດັ່ງກ່າວ ແມ່ນຍາກທີ່ຈະຄວບຄຸມມັນໄດ້. ມີການລະບາດຂຶ້ນຫຼາຍແຫ່ງ ຢູ່ໃນຊາອຸດີອາຣາເບຍ ກໍຍ້ອນພຽງຄົນຜູ້ນຶ່ງ ຫຼືສອງຄົນຜູ້ທີ່ໄດ້ຕິດເຊື້ອໄວຣັສມາແລ້ວ ໄປຢ້ຽມຢາມ ຜູ້ໃດຜູ້ນຶ່ງ ແລະກໍໄດ້ນຳເອົາເຊື້ອໄວຣັສ ມາຕິດແປດຄອບຄົວ. ໃນພາກ ສ່ວນອື່ນໆທີ່ມີອັດຕາການຕິດແປດສູງ ແມ່ນຢູ່ພາຍໃນກຸ່ມພວກແຮງງານຕ່າງຖິ່ນ.”

ທ່ານຄາຣາສິກ ຍັງໄດ້ເຮັດວຽກເປັນອາຊີບ ໃນການຄວບຄຸມເຊື້ອພະຍາດແລະວາງແຜນຍຸດທະສາດສຳລັບການຄຸ້ມຄອງໄພພິບັດໃຫ້ແກ່ທຸລະກິດຢ່າງຕໍ່ເນື່ອງຂອງສະຫະລັດອາຣັບເອເມີເຣັສ. ທ່ານກ່າວວ່າ ທາງການຂອງຊາອຸດີ ໄດ້ຮັບຮູ້ເຖິງໄພອັນຕະລາຍ ທີ່ມີຕໍ່ວັດໃຫຍ່ອິສລາມທັງຫຼາຍ ຢູ່ໃນນະຄອນເມັກກາແລະເມດີນາ ແລະຈຶ່ງໄດ້ປິດວັດເຫຼົ່ານີ້ໃນທັນທີ.

ໃນປັດຈຸບັນນີ້ ຊາອຸດີ ໄດ້ອະນຸຍາດໃຫ້ມີການສະແຫວງບຸນຮາດຈ໌ ໃນຈຳນວນຈຳກັດ ຕອນທ້າຍເດືອນກໍລະກົດນີ້ ເມື່ອທຽບໃສ່ພວກສະແຫວງບຸນຫຼາຍກວ່າສອງລ້ານຄົນ ຈາກ 180 ປະເທດ ຜູ້ທີ່ເຂົ້າຮ່ວມຕາມປົກ ກະຕິ. ພວກສະແຫວງບຸນທັງຫຼາຍຈຳນວນ 70 ເປີເຊັນແມ່ນເປັນປະຊາ ຊົນ ທີ່ອາໄສຢູ່ໃນຊາອຸດີອາຣາເບຍ ແລະອີກ 30 ເປີເຊັນ ແມ່ນພົນລະ ເມືອງຂອງຊາອຸດີ. ບັນດາເຈົ້າໜ້າທີ່ຊາອຸດີ ກ່າວວ່າ ພວກພະນັກງານສາ ທາລະນະສຸກ ຈະໄດ້ຮັບບູລິມະສິດກ່ອນໝູ່.

ບໍ່ມີຜູ້ໃດທີ່ບໍ່ໄດ້ຢູ່ໃນຊາອຸດີອາຣາເບຍຢູ່ແລ້ວນັ້ນ ຈະໄດ້ຮັບອະນຸຍາດໃຫ້ເຂົ້າມາໃນຣາຊະອານາຈັກ ສຳລັບການສະແຫວງບຸນ.

ທ່ານຄາຣາສິກ ກ່າວວ່າ ຫຼາຍຄົນຢ້ານການສະແຫວງບຸນ ຊຶ່ງເປັນການເຕົ້າໂຮມຂອງຝຸງຄົນຂະໜາດໃຫຍ່ຢ່າງໜາແໜ້ນ ຢູ່ໃນບໍລິເວນນ້ອຍໆຂອງສະຖານທີ່ທາງສາສະໜາຕ່າງໆນັ້ນ ຊຶ່ງອາດຈະເປັນແຫລ່ງຂອງການແຜ່ຜາຍເຊື້ອພະຍາດຢ່າງໃຫຍ່ຫຼວງ.

ທ່ານຄາຣາສິກ ກ່າວເປັນພາສາອັງກິດວ່າ “ການເຂົ້າຮ່ວມຮາດຈ໌ ຈະເຮັດໄດ້ໂດຍສ່ວນໃຫຍ່ແມ່ນຢູ່ພາຍໃນຊາອຸດີອາຣາເບຍເທົ່ານັ້ນ. ວິທີລາຍໄດ້ຕ່າງໆທີ່ຈະໄດ້ຮັບ ຢູ່ໃນຊາອຸດີອາຣາເບຍ ໂດຍສະເພາະການບໍ່ມີຮາດຈ໌ ແມ່ນຈະກາຍເປັນສິ່ງທີ່ແນ່ນອນ ຄືຄວາມເສຍຫາຍດ້ານການເງິນຂອງພວກເຂົາເຈົ້າ. ພວກເຂົາເຈົ້າຈະຕ້ອງໄດ້ປະຢັດແລະເຂົ້າຮ່ວມໃນກິດຈະກຳນີ້ ເພາະວ່າ ໃນທີ່ສຸດແລ້ວ ການປົກປັກຮັກສາແມ່ນມີຄວາມສຳຄັນກວ່າລາຍໄດ້.”

ໃນຊ່ວງເວລາທຳມະດາ ບັນດານັກວິເຄາະກະປະມານວ່າ ພວກສະແຫວງ ບຸນທັງຫຼາຍ ຈະເພີ້ມລາຍຮັບຈຳນວນ 12 ພັນລ້ານໂດລາ ປະມານ 7 ເປີເຊັນ ເຂົ້າໃນຜະລິດຕະພັນລວມພາຍໃນຂອງຊາອຸດີອາຣາເບຍ ແຕ່ລະປີ. ພວກເຂົາເຈົ້າກ່າວວ່າ ລະຫວ່າງ 25 ຫາ 30 ເປີເຊັນຂອງລາຍຮັບຈາກພາກເອກະຊົນຢູ່ໃນບໍລິເວນນະຄອນເມັກກາແລະເມດີນານັ້ນ ແມ່ນກາງຕໍ່ຢ່າງຫຼວງຫຼາຍນຳລະດູການສະແຫວງບຸນຮາດຈ໌.

ອົງການກອງທຶນສາກົນ ຫຼື IMF ຄາດໝາຍວ່າ ຜະລິດຕະພັນລວມພາຍໃນສຳລັບປີ 2020 ຂອງຊາອຸດີອາຣາເບຍ ຈະຫລຸດລົງ 6.8 ເປີເຊັນ ໃນຂະນະທີ່ ໂຣກລະບາດຂອງໄວຣັສໂຄໂຣນາ ແລະລາຄານ້ຳມັນດິບທີ່ຕ່ຳລົງນັ້ນ ຈະສົ່ງຜົນກະທົບຕໍ່ເສດຖະກິດ. ເຖິງແມ່ນວ່າ ຊາອຸດີອາຣາເບຍ ກຳລັງບຸກບືນໜ້າຕໍ່ໄປ ກັບໂຄງການທ່ອງທ່ຽວຂະໜາດໃຫຍ່ ມູນຄ່າ 20 ພັນລ້ານໂດລາຢູ່ໃນນະຄອນຫຼວງຣີຢາດ ໂດຍຫວັງວ່າ ການໃຊ້ຈ່າຍ ຂອງຜູ້ບໍລິໂພກ ຈະກັບຄືນມາອີກຄັ້ງນຶ່ງ ເມື່ອໄວຣັສດັ່ງກ່າວໄດ້ບັນເທົາລົງແລ້ວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG