ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນ​ຂະ​ນະ​ທີ່​ຣັດ​ເຊຍ​ອ້າງ​ວ່າ ໄດ້ຄວບຄຸມພື້ນທີ່ ແຕ່ທ່ານເຊເລັນ​ສ​໌ກີ ກ່າວວ່າ ການຕໍ່ສູ້ປ້ອງກັນເຂດດອນບັສ ຢ່າງວິລະອາດຫານ ຍັງມີຢູຕໍ່ເນື່ອງ


ທະ​ຫານ​ຢູ​ເຄ​ຣນ​ຄົນ​ນຶງ​ທີ່​ໄດ້​ຮັບ​ບາດ​ເຈັບ ກຳ​ລັງ​ນຳ​ສົ່ງ​ໄປ​ບ່ອນ​ປິ່ນ​ປົວ ໃນ​ຂົງ​ເຂດ​ດອນ​ແນັດ ພາກ​ຕາ​ເວັນ​ອ​ອກ​ຂອງ​ຢູ​ເຄ​ຣນ ໃນ​ທີ 7 ມິ​ຖຸ​ນາ 2022.
ທະ​ຫານ​ຢູ​ເຄ​ຣນ​ຄົນ​ນຶງ​ທີ່​ໄດ້​ຮັບ​ບາດ​ເຈັບ ກຳ​ລັງ​ນຳ​ສົ່ງ​ໄປ​ບ່ອນ​ປິ່ນ​ປົວ ໃນ​ຂົງ​ເຂດ​ດອນ​ແນັດ ພາກ​ຕາ​ເວັນ​ອ​ອກ​ຂອງ​ຢູ​ເຄ​ຣນ ໃນ​ທີ 7 ມິ​ຖຸ​ນາ 2022.

ປະທານາທິບໍດີ ໂວໂລດີເມຍ ເຊີເລັນສກີ ໄດ້ສັນລະເສີນການປະຕິບັດງານທະຫານຂອງທ່ານ ຢູ່ທາງພາກຕາ ເວັນອອກຂອງພາກພື້ນດອນບາສ ແລະກ່າວວ່າຣັດເຊຍບໍ່ໄດ້ຄາດວ່າຈະພົບກັບການຕ້ານຢັນຫລາຍ ໃນຂະນະ ທີ່ຣັດເຊຍໄດ້ອ້າງວ່າຕົນໄດ້ສັນນິຖານການຄວບຄຸມເກືອບທັງໝົດທຸກແຂວງທີ່ຢູ່ໃນພາກພື້ນດອນບາສນັ້ນ.

ຫລັງຈາກຫລາຍອາທິດຂອງການເພັ່ງເລັງການໂຈມຕີຂອງເຂົາເຈົ້າຢູ່ພາກຕາເວັນອອກຂອງຢູເຄຣນນັ້ນ, ລັດຖະມົນຕີປ້ອງກັນປະເທດຣັດເຊຍ ທ່ານເຊີເກ ຊອຍກູ (Sergei Shoigu) ໄດ້ກ່າວໃນວັນອັງຄານທີ່ຜ່ານມາ ວ່າ ກຳລັງຣັດເຊຍບັດນີ້ຄວບຄຸມເອົາ 97 ເປີເຊັນ ຂອງແຂວງລູຮານ.

ທ່ານເຊເລນສກີ ກ່າວຢູ່ໃນຄຳປາໄສທາງວີດີທຸກຄືນຂອງທ່ານ ໃນວັນອັງຄານວານນີ້ວ່າ “ການປ້ອງກັນພາກພື້ນ ດອນບາສ ທີ່ອົງອາດກ້າຫານຢ່າງແທ້ຈິງຈະສືບຕໍ່ໄປ.” ທ່ານກ່າວເພີ້ມອີກວ່າ ຣັດເຊຍ ແມ່ນບໍ່ໄດ້ທຳຄວາມຄືບໜ້າທີ່ສຳຄັນຢູ່ໃນພາກພື້ນດັ່ງກ່າວ ໃນລະຫວ່າງວັນທີ່ຜ່ານມາ.

ກະຊວງປ້ອງກັນປະເທດອັງກິດ ໄດ້ທຳການປະເມີນທີ່ຄ້າຍຄືກັນໃນວັນພຸດຕອນເຊົ້າມື້ນີ້, ໂດຍກ່າວວ່າ ບໍ່ມີຝ່າຍໃດໄດ້ບັນລຸຄວາມກ້າວໜ້າທີ່ສຳຄັນໃນ 24 ຊົ່ວໂມງທີ່ຜ່ານມາດ້ວຍຣັດເຊຍ ໄດ້ໂຈມຕີຈາກຫລາຍທາງ ແຕ່ຢູເຄຣນ ໄດປ້ອງກັນເອົາໄວ້.

ພາກພື້ນດອນບາສ ຮວມທັງແຂວງໂດເນັດສ໌ ໄດ້ເປັນເປົ້າໝາຍທີ່ສຳຄັນສຳລັບ ຣັດເຊຍ ນັບແຕ່ເຂົາເຈົ້າໄດ້ຫັນ ໝີຈາກຄວາມພະຍາຍາມທີ່ຈະເຂົ້າໄປໃນນະຄອນຫລວງກິຢິບ ຂອງຢູເຄຣນ ເມື່ອສອງເດືອນກ່ອນ.

ການສູ້ລົບແມ່ນຮຸນແຮງເປັນພິເສດຢູ່ໃນເມືອງຊີວີໂຣໂດເນັດສ໌ ເຊິ່ງເປັນເມືອງທີ່ສຳຄັນຂອງແຂວງ ລູຮານສ໌, ບ່ອນທີ່ກອງກຳລັງຣັດເຊຍ ແລະຢູເຄຣນ ໄດ້ຕໍ່ສູ້ກັນຢູ່ຕາມຖະໜົນນຶ່ງຫາອີກຖະໜົນນຶ່ງ.

ທ່ານຊອຍກູ ກ່າວໃນວັນອັງຄານວານນີ້ວ່າ ກຳລັງຣັດເຊຍໄດ້ຍືດເອົາເຂດທີ່ພັກພາອາໄສຕ່າງຂອງເມືອງນັ້ນ ໃນຂະນະທີ່ຜູ້ປົກຄອງແຂວງລູຮານສ໌ ທ່ານ ເຊີຮີ ໄຮໄດ ກ່າວວ່າ ຣັດເຊຍໄດ້ຄວບຄຸມເອົາເຂດອຸດສາຫະກຳຢູ່ນອກເມືອງດັ່ງກ່າວ.

ການສູ້ລົບຢູ່ເມືອງ ຊີວີໂຣໂດເນັດວ໌ ແມ່ນສຳຄັນຕໍ່ຄວາມພະຍາຍາມຂອງມົສກູ ເພື່ອຍຶດເອົາການຄວບຄຸມແຂວງ ລູຮານທົງໝົດຢ່າງເຕັມທີ່. ນຶ່ງອາທິດທີ່ຜ່ານມາ, ກອງກຳລັງຣັດເຊຍ ໄດ້ຍຶດເອົາ 70 ເປີເຊັນຂອງເມືອງດັ່ງກ່າວ, ແຕ່ການໂຈມຕີຕອບໂຕ້ຂອງຢູເຄຣນ ໄດ້ຕ້ານຢັນກອງທະຫານຂອງມົສກູອອກໄປ ກ່ອນທີ່ ຣັດເຊຍໄດ້ທຳຄວາມຄືບໜ້າອີກຄັ້ງ.

ທັງຣັດເຊຍ ແລະ ຢູເຄຣນ ອ້າງວ່າໄດ້ເຮັດໃຫ້ແຕ່ລະຝ່າຍບາດເຈັບລົ້ມຕາຍຢ່າງຫຼວງຫຼາຍ.

Ukrainian President Volodymyr Zelenskyy praised the work of his troops in the eastern Donbas region and said Russia had not expected to meet much resistance, while Russia claimed to have assumed control of almost all of one of the provinces that makes up the Donbas.

After weeks of focusing its attacks on eastern Ukraine, Russian Defense Minister Sergei Shoigu said Tuesday Russian forces now control 97% of Luhansk province.

Zelenskyy said in his nightly video address Tuesday that “the absolutely heroic defense of the Donbas continues.” He added that Russia had made no significant advances in the region during the past day.

Britain’s defense ministry gave a similar assessment Wednesday morning, saying neither side had achieved significant gains over the course of 24 hours with Russia attacking from multiple sides but Ukraine’s defenses holding.

The Donbas region also includes Donetsk province and has been the key objective for Russia since it turned away from efforts to advance on the Ukrainian capital, Kyiv, two months ago.

Fighting has been particularly intense in the key Luhansk city of Sievierodonetsk, where Russian and Ukrainian forces have been engaging in street-to-street battles.

Both Russia and Ukraine claim to have inflicted huge casualties on each other.

XS
SM
MD
LG