ລັດຖະບານຍີ່ປຸ່ນ ກຳລັງເຄື່ອນໄຫວຕໍ່ໄປ ກັບຮ່າງກົດໝາຍ
ຄວາມໝັ້ນຄົງ ທີ່ເປັນເລື່ອງຖົກຖຽງກັນ ຊຶ່ງອາດຈະອະນຸຍາດ
ໃຫ້ກອງທັບຍີ່ປຸ່ນ ໄປຕໍ່ສູ້ຢູ່ຕ່າງປະເທດເປັນຄັ້ງທຳອິດ ນັບຕັ້ງ
ແຕ່ສົງຄາມໂລກຄັ້ງທີສອງ ເປັນຕົ້ນມາ. ບັນດາຜູ້ນຳຍີ່ປຸ່ນ ກ່າວ
ວ່າ ມັນເປັນເລື່ອງທີ່ສຳຄັນ ເພື່ອປ້ອງກັນໄພຂົ່ມຂູ່ຕ່າງໆ ທີ່ກຳລັງ
ເພີ້ມຂຶ້ນ ຈາກຈີນ ແລະ ເກົາຫຼີເໜືອ. ຜູ້ສື່ຂ່າວ ວີໂອເອ ບຣາຍແອນ ແພເດັນ ລາຍງານ ຈາກ ຍີ່ປຸ່ນ ກ່ຽວກັບ ເລື່ອງການ ປ່ຽນແປງ ອັນໃຫຍ່ໂຕຂ້າງໜ້ານີ້ ແລະ ການຄັດຄ້ານ ທີ່ກຳລັງເກີດ ຂຶ້ນຢູ່ນັ້ນຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.
ຮ່າງກົດໝາຍດັ່ງກ່າວ ທີ່ໄດ້ຮັບການສະໜັບສະໜູນໂດຍ ນາຍົກລັດຖະມົນຕີຍີ່ປຸ່ນ
ທ່ານ Shinzo Abe ອາດຈະອະນຸຍາດໃຫ້ກອງທັບ ຍີ່ປຸ່ນ ເຂົ້າຮ່ວມກຸ່ມປ້ອງກັນຕົນເອງ ແລະ ພັນທະມິດດ້ານປ້ອງກັນປະ ເທດ ເຊັ່ນສະຫະລັດ.
ສະຫະລັດສະໜັບສະໜູນ ທ່າທີດ້ານຄວາມໝັ້ນຄົງ ທີ່ແຂງແກ່ນຫຼາຍຂຶ້ນ ເພື່ອຕໍ່ຕ້ານກັບ
ໄພຂົ່ມຂູ່ທີ່ອາດເປັນໄປໄດ້ ຈາກຈີນ ແລະ ເກົາຫຼີ ເໜືອ ຊຶ່ງພວມຂະຫຍາຍກຳລັງທະຫານ
ແລະ ຄວາມອາດສາມາດ ຕ່າງໆ ທາງດ້ານນິວເຄລຍຂອງພວກເຂົາເຈົ້າ.
ນາຍົກລັດຖະມົນຕີ Abe ເວົ້າວ່າ “ສະຖານະການກ່ຽວກັບດ້ານຄວາມ ໝັ້ນຄົງຂອງ
ຍີ່ປຸ່ນ ແມ່ນກາຍມາເປັນເລື່ອງ ທີ່ທ້າທາຍຫຼາຍຂຶ້ນເລື້ອຍໆ. ດ້ວຍຄວາມຄິດສຳຫລັບ ເລື່ອງນີ້ຢູ່ໃນໃຈ ມັນແມ່ນກົດໝາຍ ທີ່ມີຄວາມ ຈຳເປັນຢ່າງແນ່ນອນ ເພື່ອປົກປ້ອງ ຊີວິດຂອງພົນລະເມືອງຍີ່ປຸ່ນ ແລະ ຍັງຈະກີດກັ້ນ ປະເທດຈາກການກ້າວເຂົ້າສູ່ ສົງຄາມນຳດ້ວຍ.”
ຮ່າງກົດໝາຍຄວາມໝັ້ນຄົງດັ່ງກ່າວ ໄດ້ກໍ່ໃຫ້ເກີດມີການປະທ້ວງ ໂດຍພວກຄັດຄ້ານຫຼາຍ
ພັນຄົນ ທີ່ຢ້ານກົວວ່າ ການຜ່ອນຜັນຕໍ່ ລັດຖະທຳມະນູນທີ່ຮັກສັນຕິ ຫຼັງສົງຄາມໂລກຄັ້ງທີ
ສອງນັ້ນ ອາດນຳເອົາຍີ່ປຸ່ນເຂົ້າໄປກ່ຽວພັນ ກັບບັນຫາຂັດແຍ້ງຕ່າງໆ ຢູ່ໃນຕ່າງປະເທດ.
ການຢັ່ງຫາງສຽງເມື່ອບໍ່ດົນມານີ້ ມີມະຫາຊົນຊາວຍີ່ປຸ່ນ 56 ເປີເຊັນ ກ່າວວ່າ ພວກເຂົາເຈົ້າ
ບໍ່ເຫັນດີນຳ ມາດຕະການຄວາມໝັ້ນຄົງ ສະບັບໃໝ່ ແລະ ອັດຕາການບໍ່ເຫັນດີເຫັນພ້ອມ
ຕໍ່ນາຍົກລັດຖະມົນຕີ Abe ເພີ້ມຂຶ້ນ 5 ຄະແນນ ເປັນ 42 ເປີເຊັນ. ເຖິງແມ່ນວ່າ ພັກຝ່າຍ
ຄ້ານອາດເລື່ອນເວລາ ການຮັບຜ່ານຮ່າງກົດໝາຍ ອອກໄປ ເປັນ 60 ມື້ກໍຕາມ ລັດຖະບານ ປະສົມພາຍໃຕ້ການນຳພາ ຂອງພັກເສລີປະຊາທິປັດຂອງທ່ານ Abe ແມ່ນຕ້ອງການ ສຽງສ່ວນຫຼາຍ 2 ສ່ວນ 3 ເພື່ອຈະຜ່ານຮ່າງກົດໝາຍດັ່ງກ່າວນັ້ນໄດ້.
ສ່ວນເກາະ ໂອກີນາວາ ຢູ່ທາງພາກໃຕ້ຂອງປະເທດ ເຊິ່ງ ເປັນເວລາ ດົນນານມາແລ້ວ
ໄດ້ເປັນທີ່ຕັ້ງຂອງຖານທັບທະຫານສະຫະລັດ ແລະ ເປັນຈຸດໃຈກາງສຳຫລັບ ການປະທ້ວງ ຕໍ່ຕ້ານສົງຄາມ. ບັນດານັກເຄື່ອນ ໄຫວ ຈາກໂຕກຽວ ປັດຈຸບັນນີ້ ໄດ້ເຂົ້າຮ່ວມ ກັບປະຊາຊົນ
ຊາວໂອກີນາວາ ຢູ່ໃນທ້ອງຖິ່ນ ທີ່ຄັດຄ້ານ ການກໍ່ສ້າງ ສະໜາມບິນແຫ່ງໃໝ່ ເພື່ອເປັນ
ຖານທັບຂອງທະຫານນາວິກະໂຍທິນສະຫະລັດ.
ທ່ານ Hideharu Kase ນັກປະທ້ວງຈາກໂຕກຽວ ເວົ້າວ່າ “ຂ້າພະເຈົ້າ ມາທີ່ໂອກີນາວາ ເພື່ອທີ່ຈະຢຸດຢັ້ງ ທ່ານ Abe ຈາກການ ທຳລາຍລັດຖະທຳມະນູນ ແລະ ຢຸດຢັ້ງ
ການກໍ່ສ້າງຢູ່ທີ່ນີ້.”
ນາຍົກລັດຖະມົນຕີ Abe ບໍ່ເປັນທີ່ນິຍົມຊົມຊອບ ຢູ່ໃນເກາະໂອກີນາ ວາ ເພາະວ່າທ່ານສະໜັບສະໜູນ ໃຫ້ສ້າງຖານທັບອາກາດແຫ່ງໃໝ່ ໃນເມື່ອຖານທັບສະຫະລັດ ໄດ້ກວມເອົາ
ເນື້ອທີ່ 20 ເປີເຊັນຂອງເກາະຢູ່ແລ້ວ.
ທ່ານ Junichi Tomita ປະທານໜັງສືພິມ ຣິວກິວ ຊິມໂປ ເວົ້າວ່າ “ອີງຕາມຄວາມຄິດຂອງ ປະຊາຊົນຊາວໂອກີນາວາ ໂດຍສ່ວນໃຫຍ່ ແລະ ເຈົ້າແຂວງໂອກີນາວາ ທ່ານ ໂອນາກາ ແລ້ວ ພວກເຂົາເຈົ້າເວົ້າກັນວ່າ ຄວນຍ້າຍຖານທັບນີ້ໄປສ້າງມັນຢູ່ບ່ອນອື່ນ ບໍ່ໃຫ້ສ້າງຢູ່ໃນເກາະໂອກີນາວາ ຫຼື ຍົກເລີກເລີຍກໍໄດ້ ເກາະນີ້ເປັນຂອງພວກເຮົາ.”
ພວກຄັດຄ້ານ ໄດ້ພາກັນຊັກຖາມ ທ່ານ ອາເບ ໃນລະຫວ່າງການເດີນທາງ ໄປຢ້ຽມຢາມເກາະດັ່ງກ່າວ ເມື່ອບໍ່ດົນມານີ້. ເຖິງແມ່ນວ່າ ໄດ້ມີການຕຳນິຕິຕຽນ ຮ່າງກົດໝາຍປ້ອງກັນປະເທດທີ່ສຳຄັນ ຂອງທ່ານອາເບ ກໍຕາມ ແຕ່ຄາດກັນຢ່າງກວ້າງຂວາງ ວ່າ ມັນຈະຖືກຮັບຮອງເອົາ ເຖິງແມ່ນວ່າ ມັນຈະເຮັດໃຫ້ການສະໜັບນະໜູນ ຂອງປະຊາຊົນ ຕໍ່ນາຍົກລັດຖະມົນຕີ ລຸດໜ້ອຍ
ຖອຍລົງ.