ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນຂະນະທີ່ຢູໂຣບ ປະເຊີນກັບອາກາດທີ່ໜາວເຢັນ, ຄວາມຢ້ານກົວຕໍ່ການຕັດໄຟຂອງຣັດເຊຍ ກໍຄ່ອຍໆຈາງຫາຍໄປ


ປະຊາຊົນຢືນຢູ່ໃນພື້ນທີ່ ທີ່ປົກຫຸ້ມໄປດ້ວຍຫິມະ ໃນນະຄອນຫຼວງ ແຮລຊິງກິ ຂອງຟິນແລນ ວັນທີ 3 ມັງກອນ 2024,​ ເນື່ອງຈາກຄວາມໝາຍເຢັນ ໄດ້ພັດເຂົ້າປະເທດ. ເຖິງແມ່ນວ່າ ຈະມີອຸນຫະພູມເຢັນໃນທົ່ວຢູໂຣບ,​ ນັກວິເຄາະກ່າວວ່າ ຢູໂຣບ ເພິ່ງພາການນຳເຂົ້າພະລັງງານຈາກຣັດເຊຍນ້ອຍລົງໃນລະດູໜາວນີ້.
ປະຊາຊົນຢືນຢູ່ໃນພື້ນທີ່ ທີ່ປົກຫຸ້ມໄປດ້ວຍຫິມະ ໃນນະຄອນຫຼວງ ແຮລຊິງກິ ຂອງຟິນແລນ ວັນທີ 3 ມັງກອນ 2024,​ ເນື່ອງຈາກຄວາມໝາຍເຢັນ ໄດ້ພັດເຂົ້າປະເທດ. ເຖິງແມ່ນວ່າ ຈະມີອຸນຫະພູມເຢັນໃນທົ່ວຢູໂຣບ,​ ນັກວິເຄາະກ່າວວ່າ ຢູໂຣບ ເພິ່ງພາການນຳເຂົ້າພະລັງງານຈາກຣັດເຊຍນ້ອຍລົງໃນລະດູໜາວນີ້.

ສະພາບອາກາດ​ທີ່ເຢັນເປັນນໍ້າກ້ອນ​ຂອງໄຊບີເຣຍ ​ທີ່ປົກຄຸມຢູໂຣບ ໃນຂະນະນີ້ ອາດສົ່ງຜົນໃຫ້ບັນດາເມືອງຫຼວງຂອງສະຫະພາບຢູໂຣບ ເຢັນລົງ ຄືນຶ່ງປີກ່ອນ​, ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ຫຼີກລ້ຽງການ​ນຳ​ເຂົ້າ ​ຈາກຣັດ​ເຊຍ ອີກຢ່າງນຶ່ງ ເຊິ່ງກໍຄື: ພະລັງງານ.

ແຕ່ມີບໍ່ເທົ່າໃດຄົນທີ່ເປັນຫ່ວງວ່າປະລິມານພະລັງງານສຳຮອງຈະໝົດ ໃນລະດູໜາວນີ້, ເນື່ອງຈາກເຄື່ອງຄວບຄຸມອຸນຫະພູມຈະປັບສູງຂື້ນເພື່ອປ້ອງກັນບໍ່ໃຫ້ອາກາດເຢັນລົງ. ຄຳເຕືອນອັນໂຫດຮ້າຍ ກ່ຽວກັບການຕັດໄຟທີ່ອາດຈະເກີດຂຶ້ນ ສົ່ງຜົນໃຫ້ຊາວເຢຍຣະມັນ ຕ້ອງຍາດແຍ່ງກັນເພື່ອສະສົມທຽນ, ແລະບັນດາບ້ານຕ່າງໆໃນຝຣັ່ງ - ລວມທັງ ຫໍ ໄອເຟລ (Eiffel) ທີ່ມີຊື່ສຽງ ກໍຕ້ອງປິດໄຟໃນຕອນກາງຄືນ ເພື່ອປະຫຍັດພະລັງງານ.

ທ່ານເຈກັອບ ເຄີເຄກາດ (Jacob Kirkegaard), ນັກວິໄຈອະວຸໂສຂອງສະຖາບັນນະໂຍບາຍກອງທຶນມາຊອລ (Marshall) ຂອງເຢຍຣະມັນ ກ່າວວ່າ "ວິກິດການພະລັງງານຂອງຢູໂຣບ ສິ້ນສຸດລົງແລ້ວ. "ເຖິງແມ່ນວ່າພວກເຮົາຈະມີລະດູຫນາວທີ່ໝາວຫຼາຍ, ແຕ່ກໍຈະບໍ່ມີການຂາດແຄນອາຍແກັສຄັ້ງໃຫຍ່ ໃນຢູໂຣບ. ໂຄງ​ລ່າງ​ພື້ນ​ຖານ​ໄດ້​ຮັບ​ການ​ປັບ​ປຸງ, ຄວາມ​ຕ້ອງ​ການ​ແມ່ນ​ຫຼຸດ​ລົງ​ຫຼາຍ. ແລະການຫຼຸດຜ່ອນຄວາມຕ້ອງການນັ້ນ ຈະເກີດຂຶ້ນຢ່າງຖາວອນ.”

​ຄັ້ງນຶ່ງ, ​ມົສກູ ເຄີຍເປັນຜູ້​ສະໜອງ​ພະລັງງານ​ອັນ​ດັບນຶ່ງ​ຂອງ​ຢູໂຣບ, ເຊິ່ງກວມ​ເອົາ​ເກືອບ 43% ຂອງ​ການ​ນຳ​ເຂົ້າ​ທັງໝົດ, ມົສກູ​ໄດ້ເຫັນສ່ວນ​ແບ່ງ​ຂອງ​ຕົນ​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ, ຍ້ອນ​ການ​ລົງ​ໂທດ​ດ້ານ​ຖ່ານ​ຫີນ ​ແລະ ນ້ຳມັນ​ຂອງ​ສະຫະພາບຢູໂຣບ ​ ກ່ຽວກັບສົງຄາມ​ຢູເຄຣນ, ​ແລະ​ການ​ຕັດການຈຳໜ່າຍ​ອາຍ​ແກັສຂອງຣັດ​ເຊຍ ໄປໃຫ້ປະ​ເທດ​ສະມາຊິກຫຼາຍປະເທດ. ກຸ່ມ​ບໍລິສັດ​ດັ່ງກ່າວ​ຮຽກຮ້ອງ​ໃຫ້​ຢຸດຕິ ​ການ​ນຳ​ເຂົ້າ​ອາຍ​ແກັສ ຂອງຣັດ​ເຊຍ​ໃນ​ປີ 2027.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG