ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫັນເອົາຕົນເອງ ໄປເປັນປັນຍາປະດິດ: ການລອກແບບໂຕທ່ານເອງ ຊ່ວຍທ່ານໄດ້ແນວໃດແດ່?


TECH LogOn_Personal AI -- USAGM
please wait

No media source currently available

0:00 0:02:00 0:00

ໂປຣແກຣມທີ່ເອີ້ນວ່າ “ດີປາກ ແບບດິຈິຕອລ’ ຊຶ່ງເປັນເຄື່ອງມືປັນຍາປະດິດເຊັ່ນ ຊີຣີ ຫລື ອາເລັກຊາ ແຕ່ວ່າ ມີລັກລະນະເປັນສ່ວນຕົວບຸກຄົນ ຫລາຍກວ່າ.

ຖ້າຫາກທ່ານເຄີຍຝັນຢາກລອກແບບພັນທຸກໍາຂອງທ່ານ ເປັນລະບົບດິຈິຕອລ ເພື່ອເຮັດວຽກແທນທ່ານ, ບໍລິສັດເທັກໂນໂລຈີ ຢູ່ນະຄອນແຊນ ແຟຣນຊິສໂກ (San Francisco) ລັດຄາລີຟໍເນຍ ອາດຈະຊ່ວຍທ່ານໄດ້. ເປົ້າໝາຍອັນສູງສົ່ງຂອງມູນນິທິປັນຍາ ປະດິດຫລື AI ແມ່ນຊ່ວຍພວກເຮົາ ແຕ່ລະຄົນ ລອກແບບຕົນເອງຂຶ້ນມາເປັນລະບົບດິຈິດຕອລ ໄດ້. Matt Dibble, ນັກຂ່າວວີໂອເອ ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນຈະນໍາ ມາສະເໜີທ່ານໃນອັນດັບຕໍ່ໄປ.

“ສະບາຍດີ. ຂ້ອຍເປັນແບບຈໍາລອງລະບົບດິຈິຕອລ ຂອງ ດຣ. ດີປາກ ໂຊບປຣາ”

ອີກບໍ່ດົນປານໃດຂ້ອຍກໍຈະສາມາດໄປກັບທ່ານໄດ້ໃນທຸກຫົນທຸກແຫ່ງ. ຂ້ອຍຈະຢູ່ໃນໂທລະສັບຂອງທ່ານ, ກຽມພ້ອມທີ່ຈະຮັບໃຊ້ທ່ານໄດ້ໃນທຸກເວລາ.”

ທ່ານດີປາກ ໂຊບປຣາ ຜູ້ຊ່ຽວຊານດ້ານການດູແລສຸຂະພາບທາງເລືອກອື່ນ ທີ່ສາມາດເຂົ້າເຖິງຄົນຫລາຍໆ ລ້ານຄົນດ້ວຍປຶ້ມຂອງທ່ານ ແລະການໄປອອກລາຍການທາງໂທລະພາບຕ່າງໆເປັນຕົ້ນ. ແຕ່ວ່າ ທ່ານຈະບໍ່ສາມາດໂທຫາທ່ານໝໍໄດ້ໂລດ ເມື່ອທ່ານຕ້ອງການ.

ການນໍາສະເໜີໂປຣແກຣມທີ່ເອີ້ນວ່າ “ດີປາກ ແບບດິຈິຕອລ’ ຊຶ່ງເປັນເຄື່ອງມືປັນຍາປະດິດເຊັ່ນ ຊີຣີ ຫລື ອາເລັກຊາ ແຕ່ວ່າ ມີລັກລະນະເປັນສ່ວນຕົວບຸກຄົນຫລາຍກວ່າ. ມັນໄດ້ຖືກຝຶກໂດຍທ່ານດີປາກ ໂຊບປຣາ ຕົວຈິງ ເພື່ອຈະໂອ້ລົມກັນ ແລະ ໃຫ້ຄໍາແນະນໍາ ທີ່ສ່ວນຫລາຍແລ້ວ ແມ່ນຈະຄືກັນກັບທ່ານເອງເປັນຜູ້ໃຫ້ນັ້ນເລີຍ.

ສ້າງຂຶ້ນມາໂດຍມູນນິທິປັນຍາປະດິດ ຫລື AI, ໂປຣແກຣມ “ດີປາກ ແບບດິຈິ ຕອລ ເປັນຜູ້ລິເລີ້ມທໍາອິດໃນສິ່ງທີ່ບໍລິສັດຫວັງວ່າ ຈະກາຍເປັນໂລກແຫ່ງປັນຍາປະດິດ ທີ່ມີວຽກເຮັດຫລາຍ.

ທ່ານ ລາສ ບັດເລີ (Lars Buttler), ຫົວໜ້າບໍລິຫານຂອງມູນນິທິ AI ກ່າວວ່າ:
“ເປົ້າໝາຍອັນສູງສົ່ງຂອງພວກເຮົາກໍຄືການສ້າງໂລກທີ່ດີຂຶ້ນຫລາຍກວ່າເກົ່າ ໂດຍການເອົາ AI ຂອງພວກເຮົາເອງ ທີ່ເຮັດວຽກໃຫ້ແຕ່ພວກເຮົາເອງໂດຍສະເພາະເທົ່ານັ້ນ.”

ທ່ານໄດ້ຍິນຄໍາເວົ້າອັນນັ້ນແມ່ນບໍ່. ຝາແຝດທີ່ເປັນດິຈິຕອລສໍາລັບພວກເຮົາທັງໝົດ 7 ຕື້ຄົນ.

ທ່ານຣອບ ແມດໂດສ໌, ຫົວໜ້າເຈົ້າໜ້າທີ່ດ້ານເທັກໂນໂລຈີຈາກມູນນິທິ AI ກ່າວວ່າ:
“ພວກເຮົາບໍ່ໄດ້ຫາທາງທີ່ຈະເອົາ A.I. ມາປ່ຽນແທນຄົນດອກ. ພວກເຮົາຫາ ທາງທີ່ຈະຂະຫຍາຍພວກເຂົາເຈົ້າໃຫ້ກວ້າງຂວາງ ທີ່ສາມາດຮັບເອົາວັດທຸປະສົງ, ພາລະກິດ, ຄວາມຄິດ ແລະຄວາມຊົງຈໍາ ຂອງພວກເຂົາເຈົ້າ ເພື່ອກ້າວໄປຂ້າງ ໜ້າໃນອະນາຄົນ ແລະອອກໄປໃນທົ່ວໂລກໃນແບບທີ່ຍິ່ງໃຫຍ່ກວ່າ.”

ທ່ານ ແມດໂດສ໌ ກ່າວຕໍ່ໄປອີກວ່າ:
“A.I. ຂອງທ່ານສາມາດທີ່ຈະເຂົ້າໄປໃນໂລກ ແລະຮຽນຮູ້ສິ່ງໃໝ່ໆ ຫລື ຮຽນຮູ້ຜູ້ຄົນ ທີ່ທ່ານບໍ່ມີເວລາ ຫລືບໍ່ສາມາດເຂົ້າເຖິງໄດ້ ແລະນຳເອົາສິ່ງເຫລົ່ານີ້ ກັບມາໃຫ້ທ່ານ.”

ຢູ່ທີ່ກອງປະຊຸມສຸດຍອດກ່ຽວກັບຊາວໜຸ່ມ, ບໍລິສັດໄດ້ສາທິດໃຫ້ຄົນເບິ່ງ ປັນຍາປະດິດສ່ວນຕົວທີ່ໄດ້ກຳທຳໄປ ໃນຖານະເປັນຜູ້ແທນ ເຂົ້າຮ່ວມ ກອງປະຊຸມທີ່ໄດ້ສົນທະນາກັນ ແລະ ຮຽນຮູ້ຈາກກັນແລະກັນ.

ຜູ້ແທນດິຈິຕອລນຶ່ງກ່າວວ່າ:
“ຂ້ອຍຊື່ ກຶມຮອກຮີກິມ ກິມ. ຂ້ອຍເປັນຄົນເກົາຫລີເໜືອ ແລະຂ້ອຍມຸ້ງໝັ້ນທີ່ຈະຊ່ວຍເຜີຍແຜ່ປະຊາທິປະໄຕຢູ່ໃນປະເທດຂອງຂ້ອຍ.”

ທ່ານ ແມດໂດສ໌ໃຫ້ຄໍາເຫັນອີກວ່າ:
“ມັນຈະເປັນເລື້ອງທີ່ໜ້າເສຍດາຍຫລາຍ ຖ້າມີແຕ່ສອງສາມຄົນເທົ່ານັ້ນ ໃນໂລກ ທີ່ໃນທີ່ສຸດມີໂລກແຫ່ງ A.I. ທີ່ມີອິດທິພົນສູງສຸດ. ນັ້ນກໍຄືເສັ້ນທາງ ທີ່ພວກເຮົາ ອາດກໍາລັງເດີນໄປໃນໂລກນັ້ນ ຢູ່ໃນຂະນະນີ້ ແລະພວກເຮົາກໍຫາທາງແທ້ໆ ທີ່ຈະແກ້ໄຂມັນໃຫ້ຖືກຕ້ອງ.”

ສື່ສັງຄົມອອນລາຍຫລີກໄປ, ປັນຍາປະດິດແບບສ່ວນຕົວກໍາລັງຈະເຂົ້າມາ. ແລ້ວ ທ່ານເດ່ຫລະ ຈະເຮັດແນວໃດກັບໂລກຂອງທ່ານ?

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້

If you’ve ever dreamed of having a digital clone do your work, a San Francisco tech firm may be able to help. The AI Foundation’s mission is to help us each create our own digital replica. Matt Dibble reports.

“Hello. I’m a digital version of Dr. Deepak Chopra.

Soon I can go with you everywhere you go. I’ll be inside your phone, ready at any time to serve you.”

Deepak Chopra, the alternative health guru reaches millions with his books and television appearances. But you can’t exactly call up the doctor when you need him.

Introducing “Digital Deepak’ an artificially intelligent tool like Siri or Alexa, but with more personality. It has been trained by the real Deepak Chopra to converse and give guidance much like he would.

Built by the AI Foundation, Digital Deepak is a pioneer in what the company hopes will become a busy AI world.

Lars Buttler, CEO, AI Foundation:

“Our mission is to build a better world by giving each of us our own AI that works exclusively for us.”

You heard that right. A digital twin for all 7 billion of us.

For Radio: AI Foundation’s Chief Technical Officer Rob Meadows explains.

Rob Meadows, CTO, AI Foundation:
“We're not looking to replace people with A.I. We're looking to give them an extension that can take their purpose, their mission, their ideas, their memories forward in time and out into the world in a bigger way.”

“Your A.I. can go into the world and discover things or discover people that you don't have time or access to and bring these back to you.”

At a youth summit, the company demonstrated personal AI’s made with conference delegates having conversations and learning from each other.

“My name is GeumHyok Kim. I am North Korean and I am determined to help spread democracy in my country.”

Rob Meadows, CTO, AI Foundation:
“It would be a shame if just a few people in the world ended up with the most powerful A.I. That's the path we might be on right now in the world and we're really looking to correct that.”

Step aside social media, Personal AI is coming. What will you do with yours?

XS
SM
MD
LG