ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ປັນຍາປະດິດແມ່ນອາວຸດອັນໃໝ່ ໃນການຕໍ່ຕ້ານຜູ້ລັກລອບຄ້າຂາຍສັດປ່າ


ພາບເອກະສານທີ່ບໍ່ໄດ້ລະບຸວັນທີທີ່ຖືກຖ່າຍນີ້ ໄດ້ຮັບການເຜີຍແຜ່ໂດຍກະຊວງກະສິກໍາ ແລະຊັບພະຍາກອນນໍ້າ ເມື່ອວັນທີ 4 ເມສາ 2017, ເປີດເຜີຍໃຫ້ງູ ແລະແມງມຸມ ໃນສາຍພັນທີ່ມີລັກສະນະແປກປະຫຼາດ, ຈັດສະແດງໃຫ້ເຫັນລຸນຫຼັງທີ່ເຈົ້າໜ້າທີ່ພົບພວກມັນບັນຈຸຢູ່ໃນກັບໃສ່ເກີບ ຢູ່ຫ້ອໄປສະນີໃນນະຄອນເມລເບິນ.
ພາບເອກະສານທີ່ບໍ່ໄດ້ລະບຸວັນທີທີ່ຖືກຖ່າຍນີ້ ໄດ້ຮັບການເຜີຍແຜ່ໂດຍກະຊວງກະສິກໍາ ແລະຊັບພະຍາກອນນໍ້າ ເມື່ອວັນທີ 4 ເມສາ 2017, ເປີດເຜີຍໃຫ້ງູ ແລະແມງມຸມ ໃນສາຍພັນທີ່ມີລັກສະນະແປກປະຫຼາດ, ຈັດສະແດງໃຫ້ເຫັນລຸນຫຼັງທີ່ເຈົ້າໜ້າທີ່ພົບພວກມັນບັນຈຸຢູ່ໃນກັບໃສ່ເກີບ ຢູ່ຫ້ອໄປສະນີໃນນະຄອນເມລເບິນ.

ນັກວິທະຍາສາດຊາວອອສເຕຣເລຍ ກໍາລັງນໍາໃຊ້ປັນຍາປະດິດເຂົ້າໃນການຕໍ່ຕ້ານການຄ້າສັດປ່າແບບຜິດກົດໝາຍ. ຟີລ ເມີເຊີ ມີລາຍງານເລື້ອງນີ້, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ເທັກນິກທີ່ນໍາໃຊ້ເຄື່ອງ ເອັກສເຣສາມມິຕິຢູ່ທີ່ເດີ່ນບິນ ແລະຫ້ອງການໄປສະນີ ເພື່ອກວດກາຕິດຕາມການລັກລອບຂົນສົ່ງສັດຕ່າງໆຜ່ານກະເປົາເດີນທາງ ຫຼື ການສົ່ງທາງໄປສະນີ, ແລະຈາກນັ້ນ ຂັ້ນຕອນຕ່າງໆກໍຈະແຈ້ງໃຫ້ເຈົ້າໜ້າທີ່ດ່ານພາສີຮັບຮູ້.

ເທັກໂນໂລຈີດັ່ງກ່າວນີ້ ແມ່ນນໍາໃຊ້ປັນຍາປະດິດ ເພື່ອລະບຸຮູບຮ່າງຂອງສັດຕ່າງໆທີ່ຖືກລັກລອບຄ້າຂາຍ.

ອອສເຕຣເລຍ ເປັນປະເທດທີ່ອຸດົມສົມບູນໄປດ້ວຍພືດ ແລະສັດຫຼາຍສາຍພັນ, ເຊິ່ງໄດ້ສົ່ງຜົນເຮັດໃຫ້ມີການລັກລອບຄ້າຂາຍສັດປ່າທີ່ຜິດກົດໝາຍຫຼາຍຂຶ້ນຢ່າງໄວວາ.

ອີງຕາມຂໍ້ມູນຢ່າງເປັນທາງການພົບວ່າ ຈໍານວນສັດຕ່າງໆທີ່ຖືກຢຶດມາໄດ້ໂດຍ​ກຳ​ລັງ​ຮັກ​ສາຊາຍແດນຂອງປະເທດອອສເຕຣເລຍ ແມ່ນເພີ້ມຂຶ້ນສາມເທົ່າ ນັບຕັ້ງແຕ່ປີ 2017 ເປັນຕົ້ນມາ. ປະເພດສັດເລືອຄານ ແລະສັດປີກຂອງອອສເຕຣເລຍ ແມ່ນມີລາຄາທີ່ສູງຫຼາຍຢູ່ຕ່າງປະເທດ.

ສາຍພັນທີ່ແປກ ແລະຫາຍາກ ລວມມີງູ ແລະເຕົ່າສາຍພັນຕ່າງໆທີ່ຖືກນໍາເຂົ້າມາພາຍໃນປະເທດ ເຊິ່ງອາດຈະນໍາເອົາສັດຕູພືດ ແລະພະຍາດອື່ນໆທີ່ອາດຈະເປັນໄພຄຸກຄາມຕໍ່ອຸດສາຫະກໍາການສະເສດ ແລະລະບົບນິເວດພື້ນເມືອງທີ່ອ່ອນແອ.

ທ່ານນາງວາເນສຊາ ພີຣັອດຕ້າ (Vanessa Pirotta), ນັກວິທະຍາສາດກ່ຽວກັບສັດປ່າຢູ່ທີ່ມະຫາວິທະຍາໄລ ແມັກຄົວຣີ (Macquarie) ໃນນະຄອນຊິດນີ ກ່າວວ່າ ປັນຍາປະດິດ ແມ່ນການດໍາເນີນການປົກປ້ອງການລັກລອບຄ້າຂາຍສັດປ່າອີກອັນນຶ່ງ.

ທ່ານນາງກ່າວວ່າ:

“ພວກເຮົາກໍາລັງສອນໃຫ້ຄອມພິວເຕີ້ກວດກາການລັກລອບຄ້າຂາຍສັດປ່າທັງທາງໄປສະນີ ແລະທາງກະເປົາເຄື່ອງຂອງຜູ້ເດີນທາງ, ແລະໂດຍສະຫຼຸບກໍຄື ໃນທິດທາງການດໍາເນີນງານ ທີ່ພວກເຮົາກໍາລັງປະຕິບັດຢູ່ນີ້ ແມ່ນພວກເຮົາວິເຄາະເບິ່ງສັດຕ່າງໆ, ໃນກໍລະນີຂອງສັດທີ່ຕາຍແລ້ວ ແລະ ສິ່ງທີ່ພວກເຮົາຈັດການກໍຄື ພວກເຮົາໃຊ້ເຄື່ອງເອັກສເຣ 3 ມິຕິ, ຈາກນັ້ນ ພວກເຮົາກໍສ້າງຫ້ອງເກັບຂໍ້ມູນອ້າງອີງ. ດັ່ງນັ້ນ ຮູບພາບທັງຫຼາຍຂອງສັດຕ່າງໆທີ່ປາກົດອອກມາໃນທິດທາງທີ່ແຕກຕ່າງກັນ ເມື່ອເຄື່ອງຄອມພິວເຕີສາມາດເຂົ້າໄປໄດ້ກໍຮູ້ວ່າ ໂອ ໂອເຄ ຂ້ອຍເຄີຍເຫັນສັດຕ່າງໆເຫຼົ່ານີ້ມາກ່ອນແລ້ວ. ເອີ ມັນເບິ່ງຄືວ່າແຕກຕ່າງຈາກສັດເລືອຄານໜ້ອຍໜຶ່ງ ແຕ່ມັນກໍຍັງແມ່ນສັດເລືອຄານ.”

ອອສເຕຣເລຍ ມີເປົ້າໝາຍທີ່ຈະປົກປ້ອງຄວາມແຕກຕ່າງທາງຊີວະວິທະຍາຂອງພວກເຂົາເຈົ້າດ້ວຍແຜນການໃໝ່ ທີ່ໄດ້ປະກາດອອກມາໃນວັນອັງຄານວ່າ ແນເປົ້າໝາຍໃສ່ເພື່ອປ້ອງກັນການສູນພັນໃນອະນາຄົດ ໂດຍການປັບປຸງນະໂຍ ບາຍເດີມກ່ຽວກັບສິ່ງແວດລ້ອມ.

ນອກຈາກນັ້ນແລ້ວ, ແຜນການດັ່ງກ່າວ ຍັງລວມເອົາພືດ ແລະສັດ ສາຍພັນຕ່າງໆ 11 ສາຍພັນ ທີ່ໃກ້ສູນພັນ ໂດຍລວມຢູ່ໃນລາຍຊື່ ເຫດການໄຟປ່າ Black Summer ໃນໄລຍະປີ 2019 ຫາປີ 2020, ພ້ອມທັງການກວດລ້າງ ທີ່ດິນ. ລັດຖະບານ ຕັ້ງໃຈທີ່ຈະວາງຂອບເຂດຜົນກະທົບຂອງສັດປ່າສາຍພັນຮ້າຍໆ ເຊັ່ນປະເພດໝາຈອກ ແລະແມວປ່າ ທີ່ສ້າງຄວາມທໍລະມານ ໃຫ້ແກ່ສັດປ່າພື້ນເມືອງ ລວມທັງການຮຸກຮານ ຂອງພືດຕ່າງໆ. ຍຸດທະສາດດັ່ງກ່າວ ຍັງໄດ້ລວມເອົາການສະຫງວນພື້ນທີ່ເກືອບນຶ່ງສ່ວນສາມຂອງປະເທດອອສເຕຣເລຍ ເພື່ອເອົາໄວ້ສໍາລັບການຍົກລະດັບທາງຊີວະວິທະຍາທັງຫຼາຍ. ຫຼາຍສິບປະເທດ ລວມທັງ ຝຣັ່ງ ແລະສະຫະລາດຊະອານາຈັກອັງກິດ ແມ່ນໄດ້ຈັດຕັ້ງເປົ້າໝາຍທີ່ຄ້າຍຄືກັນນີ້ແລ້ວ.

ອອສເຕຣເລຍ ເປັນ “ທີ່ຢູ່ອາໄສຂອງສັດລ້ຽງລູກດ້ວຍນົມທີ່ສູນພັນແລ້ວ,” ອີງຕາມການກ່າວຂອງລັດຖະມົນຕີກະຊວງສິ່ງແວດລ້ອມຂອງປະເທດ ທ່ານນາງທັນຢາ ພລີເບີເຊັກ (Tanya Plibersek), ເຊິ່ງທ່ານນາງກ່າວວ່າ ຍຸດທະສາດໃນການປົກປັກຮັກສາຄວາມແຕກຕ່າງທາງຊີວະວິທະຍາທັງຫຼາຍທີ່ຜ່ານມາແມ່ນ ຜິດພາດ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG