ວີດີໂອພາສາລາວ:
Wilson Lee Flores ນາຍໜ້າຂາຍບ້ານແລະທີ່ດິນ ກ່າວວ່າ ຊາວຈີນໄດ້ປະກອບທຸລະກິດ
ທໍາມາຄ້າຂາຍຢູ່ໃນຟິລິບປິນ ມາເປັນເວລາຫຼາຍກວ່າ 1,000 ປີ ໂດຍໄດ້ລວມຕົວກັນເຂົ້າເປັນ
ປະຊາຄົມຟິລິບປິນ-ຈີນ ທີ່ພື້ນຖານແລະການຈັດຕັ້ງຢ່າງແໜ້ນໜາ. ບໍ່ແມ່ນແຕ່ໃນເລຶ່ອງການ
ທໍາມາຄ້າຂາຍເທົ່ານັ້ນ ພວກເຂົາເຈົ້າຍັງຜະລິດຜູ້ນໍາທາງສາສະໜາແລະການເມືອງ ໃນປະຊາ
ຄົມຂອງພວກເຂົາເຈົ້ານໍາອີກ. ລາວກ່າວຕື່ມວ່າ:
“ຄວາມຈິງແລ້ວ ຢູ່ວັດທີ່ພວກເຈົ້າເຫັນຢູ່ຂ້າງຫຼັງຂ້ອຍນີ້ ນັກບຸນຊາວຟິລິບປິນຄົນທໍາອິດ
ແມ່ນເປັນລູກຊາຍຂອງຄົນຕ່າງດ້າວຊາວຈີນ ທີ່ເປັນຊາວຄຣີສຕຽນ ທີ່ຮັບໃຊ້ຢູ່ໃນວັດ
ແຫ່ງນີ້. ດັ່ງນັ້ນ ພວກເຮົາກໍແມ່ນເປັນພາກ ສ່ວນນຶ່ງຂອງຊີວິດຂອງຟິລິບປິນ ແທ້ໆ.”
ເຖິງແມ່ນຈະມີສາຍສໍາພັນອັນໃກ້
ຊິດກັນມາແຕ່ປະຫວັດສາດກໍຈິງ
ບັນດາພໍ່ຄ້າຊາວຂາຍ ທັງຟິລິບ
ປິນແລະຈີນ ກ່າວວ່າ ຄວາມເຄັ່ງ
ຕຶງລະຫວ່າງທັງສອງປະເທດໃນ
ເວລານີ້ ກ່ຽວກັບການຜິດຖຽງ
ກັນເລື້ອງດິນແດນນັ້ນ ກໍແມ່ນ
ສ້າງຄວາມວິຕົກກັງວົນໃຫ້ແກ່
ວົງການທຸລະກິດ.
ທ່ານ George Chua-Cham
ໂຄສົກສະມາພັນສະພາການຄ້າ
ແລະອຸດສາຫະກໍາຊາວຟິລິບປິນ
ເຊື້ອສາຍຈີນກ່າວວ່າ
“ພວກເຮົາຄວນຈະປອບໃຈ
ພວກເຂົາເຈົ້າ ທັງສອງຝ່າຍ
ແລະພະຍາຍາມໃຫ້ເຂົາເຈົ້າ
ມີແນວຄິດເບົາບາງລົງ. ມັນມັກມີຢູ່ເລື້ອຍໆດອກ ພວກຄົນພານທີ່ມັກຫາເລຶ່ອງຍຸຍົງ
ຫຼາຍສິ່ງຫຼາຍຢ່າງຢູ່ ຊຶ່ງບໍ່ແມ່ນແຕ່ຢູ່ທາງຝ່າຍຈີນເທົ່ານັ້ນ ຝ່າຍຟິລິບປິນເອງກໍຄືກັນ.
ເພາະວ່າ ທຸກຫົນແຫ່ງທີ່ພວກເຮົາໄປ ເຮົາບໍ່ສາມາດທີ່ຈະຫຼີກລ່ຽງມັຍໄດ້ ແຕ່ພວກ
ເຮົາກໍພະຍາຍາມບໍ່ໃຫ້ຄວາມສໍາຄັນໃດໆໃນເລຶ່ອງນີ້ໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ ແລະ
ປ່ອຍໃຫ້ເຫດຜົນເປັນຕົວຊີ້ນໍາພວກເຂົາເຈົ້າ.”
ພວກພໍ່ຄ້າຊາວຂາຍຢູ່ຄຸ້ມ Chinatown ນີ້ກ່າວວ່າ ຊາວຟິລິບປີນແລະຊາວຈີນທີ່ອາໃສຢູ່ທີ່ນີ້
ກໍປຽບສະເໝືອນພີ່ເໝືອນນ້ອງກັນ ແຕ່ກໍມີບາງຄັ້ງບາງຄາວທີ່ ພວກເຂົາເຈົ້າຜິດຖຽງກັນ
ແຕ່ກໍຍັງຖືວ່າເປັນຄອບຄົວດຽວກັນຢູ່.
ນາຍ George Sy ພໍ່ຄ້າຂາຍເຄຶ່ອງສໍາອາງ ກ່າວວ່າ:
“ຂ້ອຍຄິດວ່າ ຖ້າຫາກພວກເຮົາພິຈາລະນາດ້ວຍສາຍຕາທີ່ສົມດຸນກັນແລ້ວ ພວກເຮົາ
ກໍຈະເຫັນວ່າ ຄວາມສໍາພັນລະຫວ່າງກັນ ແມ່ນດີຫຼາຍ ຕະຫລອດເວລາ 1,000 ປີ ທີ່
ຜ່ານມາ ຄືຊາວຈີນໄດ້ຕໍ່ສູ້ຢູ່ຄຽງຂ້າງກັບຊາວຟິລິບປິນຢູ່ສະເໝີມາ ໃນທຸກໆສົງຄາມ
ໃນທຸກໆການປະຕິວັດ. ແລະການເປັນພາຄີກັນດັ່ງກ່າວ ແມ່ນແຕ່ໃນລະດັບສ່ວນໂຕ
ກໍຕາມ ແມ່ນດີຫຼາຍມາຕະຫຼອດ. ສະນັ້ນແລ້ວ ພວກເຮົາກໍແມ່ນຈະມີຫຼາຍສິ່ງຫຼາຍ
ທີ່ສາມາດຄາດຫວັງໄດ້ ໃນອະນາຄົດຂ້າງໜ້າ.
ນາຍ George Sy ໄດ້ໃຫ້ຂໍ້ສັງເກດວ່າ ປະຊາຄົມຈີນແມ່ນດໍາລົງຄົງຢູ່ມາໄດ້ ຕັ້ງແຕ່ສະໄໝ
ເປັນຫົວເມືອງຂຶ້ນຂອງສະເປນ ແລະຕໍ່ມາພາຍໃຕ້ການປົກຄອງຂອງອາເມຣິກາ ໂດຍບໍ່ເຂົ້າ
ຫຍຸ້ງກ່ຽວກັບການເມືອງ ແລະສຸມໃສ່ແຕ່ດ້ານທຸລະກິດເທົ່ານັ້ນ.
ວີດີໂອພາສາອັງກິດ: