ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຮູບເງົາສາລະຄະດີ Surviving the Peace ເວົ້າເຖິງຜົນກະທົບຂອງ ລະເບີດບໍ່ທັນແຕກ ໃນລາວ (ເບິ່ງວີດີໂອລາວ/ອັງກິດ)


ຮູບເງົາສາລະຄະດີ Surviving the Peace ເວົ້າເຖິງຜົນກະທົບຂອງ ລະເບີດບໍ່ທັນແຕກ ໃນລາວ (ເບິ່ງວີດີໂອລາວ/ອັງກິດ)
ຮູບເງົາສາລະຄະດີ Surviving the Peace ເວົ້າເຖິງຜົນກະທົບຂອງ ລະເບີດບໍ່ທັນແຕກ ໃນລາວ (ເບິ່ງວີດີໂອລາວ/ອັງກິດ)

ເສດເຫລືອຈາກສົງຄາມ ຮວມທັງລະເບີດທີ່ຍັງບໍ່ແຕກແລະລະເບີດຝັງດິນນັ້ນ ຍັງພົບເຫັນ ຢູ່ໃນຫລາຍໆປະເທດທົ່ວໂລກ ເຖິງແມ່ນວ່າສົງຄາມໄດ້ສິ້ນສຸດລົງ ຫລາຍສິບປີແລ້ວກໍຕາມ. ໄພອັນຕະລາຍເຫລົ່ານີ້ຍັງສືບຕໍ່ທໍາລາຍຊີວິດຂອງປະຊາຊົນຢູ່ໃນເຂດທ້ອງຖິ່ນ ທີ່ອາດບໍ່ຮູ້ ເລີຍວ່າ ເຂົາເຈົ້າກໍາລັງອາໄສຢູ່ໃນທົ່ງລະເບີດ. ເມື່ອໄວໆມານີ້ ອົງການນາໆຊາດ ອົງການ ນຶ່ງທີ່ຊ່ວຍເກັບກູ້ແລະທໍາລາຍອາວຸດທີ່ຕົກຄ້າງມາ ແຕ່ປາງສົງຄາມ ຢູ່ຕາມເຂດ ສູ້ລົບຕ່າງໆ ໄດ້ນຳອອກສາຍສາລະຄະດີຮູບເງົາເລື່ອງນຶ່ງ ທີ່ມີຊື່ວ່າ Surviving the Peace ຫລື “ການມີຊີວິດຢູ່ລອດໃນຍາມສະຫງົບ” ຊຶ່ງສະແດງໃຫ້ເຫັນວ່າເສດເຫລືອຈາກສົງຄາມເຫຼົ່ານັ້ນ ມີຜົນກະທົບແນວໃດຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ເຖິງແມ່ນວ່າປະເທດຂອງເຂົາເຈົ້າ ໄດ້ໂຜ່ໂຕອອກມາຈາກສົງຄາມແລ້ວກໍຕາມ. ຜູ້ສື່ຂ່າວວີໂອເອ Amra Alirejsovic ມີລາຍ ງານກ່ຽວກັບເລື່ອງນີ້ ດັ່ງດາຣາຈະນຳມາສະເໜີທ່ານ.

ເບິ່ງວີດີໂອພາສາລາວ:

ຟັງບົດລາຍງານໂດຍເຕັມ:

ຢູ່​ໃນ​ຫລາຍໆ​ປະ​ເທດ​ທົ່ວໂລກ ການ​ລອດ​ຊີວິດ​ຈາກ​ສົງ​ຄາມ​ນັ້ນ ມັກຈະ​ຕາມ​ມາ​ດ້ວຍ​ການ
ພະຍາ​ມຍາມ​ໃຫ້ມີ​ຊີວິດ​ຢູ່ລອດໃນ​ຍາມສະຫງົບ. ​ເລີ້ມ​ຕົ້ນ​ຈາກ​ປະ​ເທດລາວ ​ຊຶ່ງ​ເປັນ​ບ່ອນ​ທີ່
ໄດ້​ມີ​ການຖ່າຍ​ທຳສາລະ​ຄະດີ​ຮູບ​ເງົາ​ເລື່ອງ​ນີ້​ ​ໄປ​ຮອດບອສ​ເນຍ ​ໂກ​ໂຊ​ໂວ ອັຟກາ​ນິສຖານ
ກໍາ​ປູ​ເຈຍ ​ແລະ​ອີກ​ຫລາຍໆ​ປະ​ເທດ ​ປະຊາຊົນ​ທີ່​ອາ​ໄສ​ຢູ່ໃນ​ເຂດ​ທ້ອງ​ຖິ່ນ​ ແຕ່​ລະ​ວັນ​ແມ່ນ
ພາກັນ​ດຳລົງ​ຊີວິດ​ຢູ່​ດ້ວຍຄວາມ​ຢ້ານ​ກົວ ທີ່ຈະ​ໄປ​ຢຽບເອົາ​ລະ​ເບີດ​ຝັງ ດິນຫລື​ລະ​ເບີດ​ທີ່​
ຍັງ​ບໍ່​ແຕກ ທີ່ຕົກ​ຄ້າງ​ຕັ້ງ​ແຕ່​ປາງ​ສົງຄາມພຸ້ນ.

ສາລະ​ຄະດີຮູບ​ເງົາ “Surviving the Peace” ຫລື​ ການມີ​ຊີວິດ​ຢູ່ລອດ​ໃນ​ຍາ​ມສ​ະຫງົບ
ຊຶ່ງໄດ້​ຖ່າຍ​ທໍາຢູ່​ປະ​ເທດລາວໃນ​ເດືອນ​ພຶ​ສພາ ປີ 2011 ນັ້ນແມ່ນສະທ້ອນໃຫ້​ເຫັນສະພາບ​
ການ​ທີ່​ໄດ້​ເກີດ​ຂຶ້ນ​ຢູ່​ໃນ​ຫລາຍໆ​ປະ​ເທດ. ຮູບ​ເງົາ​ເລື່ອງ​ນີ້​ແມ່ນ​ໄດ້​ເວົ້າ​ເຖິງ​ຊາຍ​ໜຸ່ມຄົນ​ນຶ່ງ
ທີ່​ມີ​ລູກນ້ອຍ ທີ່​ໄດ້​ຕາບອດ ຍ້ອນຖືກ​ລະ​ເບີດ​ຕົກ​ຄ້າງ​ຈາກສະ​ໄໝ​ສົງ​ຄາມຫວຽດນາມ​ແຕກ
ໃສ່ ເວລາ​ລາ​ວກໍາ​ລັງ​ດັງໄຟ ຢູ່ໃນເຮືອນ​ຂອງ​ລາວ.

ຜູ້​ຜະລິດ​ແລະ​ຖ່າຍ​ທໍ​າຮູບ​ເງົາ Rick Gershon ​ເວົ້າ​ວ່າ:

“ໜ້າ​ຕາ​ສ່ວນ​ໃຫຍ່ຂອງ​ຜູ້​ຊາຍ​ຄົນ​ນີ້ແມ່ນເສຍ​ໂສມ​ເກືອບ​ໝົດ ແລະພວກ​ເຮົາ​
ໄດ້​ເຂົ້າ​ໄປ​ເບິ່ງ​ໃກ້ໆລາວ. ​ເຂົາ​ເຈົ້າ​ອະນຸຍາດ​ໃຫ້​ພວກ​ເຮົາ​ ເຂົ້າໄປ​ເບິ່ງໃກ້ໆ
ໄດ້ ​ທັງໆ​ທີ່​ພວກ​ເຮົາເປັນ​ຄົນ​ແປກ​ໜ້າ. ມັນ​ມີ​ຄວາ​ມຮູ້ສຶກ​ຄືກັບວ່າ ພວກເຮົາ
ໄດ້​ຮັບ​ຂອງ​ຂວັນ​ຈາກພວກຄົນ​ເຫລົ່າ​ນີ້​ ທີ່​ອ​ະ ນຸຍາດໃຫ້ພວກ​ເຮົາເຂົ້າ​ໄປ​ຮູ້
ຈັກ​ກັບຊີວິດຂອງ​ເຂົາ​ເຈົ້າ.”

ສະຫະລັດມອບເງິນຊ່ວຍເຫລືອໃນການເກັບກູ້ລະເບີດບໍ່ທັນແຕກ ຢູ່ລາວ ຜ່ານອົງການເກັບກູ້ລະເບີດ ແມັກ ໃນພິທິເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລາວ ກັບອົງການ ແມັກ ໃນປີ 2011.
ສະຫະລັດມອບເງິນຊ່ວຍເຫລືອໃນການເກັບກູ້ລະເບີດບໍ່ທັນແຕກ ຢູ່ລາວ ຜ່ານອົງການເກັບກູ້ລະເບີດ ແມັກ ໃນພິທິເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລາວ ກັບອົງການ ແມັກ ໃນປີ 2011.

ໃນໂອກາດ​ວາງສະ​ແດງພາບ
ແລະ​ສາຍ​ຮູບ​ເງົາ​ເລື່ອງ​ນີ້​ ຢູ່​
ວໍ​ຊິງ​ຕັນ Rick Gershon
ກ່າວ​ວ່າ ລາວ​ແລະເພື່ອນ​
ຮ່ວມ​ງານ Nathan Golon ​
ໄດ້ຮັບການຕ້ອນຮັບ​ຢ່າງ​ອົບ
ອຸ່​ນຢູ່​ລາວນັ້ນ ​ເຖິງ​ແມ່ນ​ວ່າ
ເລື່ອງ​ທີ່​ພວກ​ລາວ​ໄປ​ຖ່າຍ
ທໍານີ້​ເປັນ​ບັນຫາ​ທີ່​ມີ​ຄວາມ​
ຫຼໍ່​ແຫຼມ ດັ່ງ​ທີ່ Golon ​ຊີ້
ອອກວ່າ:

“ພວກ​ເຮົາມີ​ຄວາມ​ຮູ້​ສຶກວ່າຕື້ນ​ຕັນໃຈ ທີ່ວ່າ​ພວກ​ເຮົາໃນ​ນາ​ມຄົນ​ອາ​ຣິກັນ​
ໄດ້ຮັບ​ອະນຸຍາດ​ໃຫ້​ເຂົ້າ​ໄປ​ໃນບ້ານ​ເຮືອນ​ຂອງ​ຄົນ​ພວກ​ນີ້ ທີ່ໄດ້ຮັບ​ບາດ​
ເຈັບ​ຈາກ​ລະ​ເບີດ​ຂອງອາ​ເມ​ຣິກາ ​ແລະພວກເຮົາບໍ່​ໄດ້​ ຮັບ​ການ​ຕິຕຽນ
ແມ່ນແຕ່​ໜ້ອຍ​ດຽວ ຈາກພວກຄົນ​ເຫລົ່າ​ນີ້.”

ສາລະ​ຄະດີ​ຮູບ​ເງົາເລື່ອງນີ້​ແມ່ນ​ຫົວ​ຄິດ​ຂອງ Patricia Loria ຜູ້​ຈັດການ​ຝ່າຍ​ຕະຫລາດ
ຂອງກຸ່ມທີ່​ປຶກສາ​ກ່ຽວ​ກັບລະ​ເບີດ​ຝັງ​ດິນ “Mines Advisory Group” ຫລື​ MAG.

“​ເລື້ອງນີ້​ແມ່ນເປັນ​ເລື່ອງ​ທີ່​ມີ​ພະລັງຊຸກຍູ້​ສູງ ບໍ່​ພຽງແຕ່ສຳລັບ​ປະ​ເທດ​ລາວ
ເທົ່ານັ້ນ ​ແລະຫວັງ​ວ່າມັນ​ຈະແຮງພໍ ​ສຳລັບທຸກໆ​ຄົນ​ ຜູ້​ທີ່ມີຄວາມເປັນຫ່ວງ
ນໍາ ​ເລື່ອງຄວາມຍຸຕິທໍາ ນໍາລູກ​ຫລານ​ຂອງ​ເຂົາເຈົ້າ ຫລືເລື່ອງການຊ່ວຍ​
ເຫລືອ​ຄົນ​ອື່ນໆ​.”

ອົງການ​ສະຫະ​ປະຊາ​ຊາດ ຄາ​ດຄະ​ເນວ່າ ມີລະ​ເບີດ​ຝັງ​ດີ​ນທີ່ບໍ່​ທັນ​ແຕກ ຫລາຍ​ກວ່າ
110 ລ້ານໜ່ວຍ​ ຝັງ​ຊະຊາຍ​ ຢາຍ​ຢູ່ໃນ 70 ປະເທດໃນໂລກ ຊຶ່ງ​ໝາຍ​ຄວາມ​ວ່າ
ລະ​ເບີ​ດໜ່ວຍ​ນຶ່ງ​ຕໍ່ 52 ຄົນ. ປັດ​ຈຸ​ບັນ​ນີ້​ ອົງການ MAG ມີ​ພ​ະນັກ​ງານ​ 3500 ຄົນ
ຢູ່​ທົ່ວ​ໂລກ ເຮັດ​ວຽກເກັບກູ້​ລະ​ເບີດ​ແລະທໍາລາຍ​ລະ​ເບີດ​ທີ່​ຕົກ​ຄ້າງ​ແຕ່​ປາງ​ສົງຄາມ. ​
ພະນັກ​ງານ​ສ່ວນ​ໃຫ່ຍ​ແມ່ນຄົນ​ທ້ອງ​ຖິ່ນ. Jennifer Lachman ຜູ້ອຳນວຍການ
ອົງການ MAG ຢູ່​ໃນ​ສະຫະລັດ ກ່າວ​ວ່າ ​ອົງການນີ້ ມີເປົ້າ​ໝາຍ​ຫລັກ​ຢ່າງ​ດຽວ
ຊຶ່ງ​ກໍ​ຄື:

“ຊ່ວຍໃຫ້​ຜູ້ຄົນ​ຟື້ນໂຕຄືນ​ມາ​ໃໝ່ ​ແລະສາມາດຢືນ​ຢູ່ດ້ວຍ​ຕົນ​ເອງ​ຢ່າງ​
ປອດ​ໄພ ​ແລະມັ່ງ​ຄັ່ງ​ສົມ​ບູນ ຫລັງ​ຈາກສົງຄາມ​ນັ້ນ.”

ນັບ​ຕັ້ງ​ແຕ່ໄດ້​ກໍ່ຕັ້ງຂຶ້ນມາ​ໃນ​ປີ 1987 ອົງການ MAG ​ໄດ້​ປະຕິບັດ​ງານ​ຢູ່​ໃນ​ຫລາຍ​ກວ່າ 35 ປະ​ເທດ ຊຶ່ງຜົນງານ​ເຫລົ່າ​ນັ້ນ​ໄດ້ນໍາລາງ ວັນໂນ​ແບ​ລ ຂະ​ແໜງ​ສັນ​ຕິ​ພາບ ມາ​ໃຫ້​ອົງການ MAG ໃນ​ປີ 1997. ​ຫລ້າ​ສຸດນີ້ MAG ໄດ້​ເຂົ້າໄປ​ປະຕິບັດ​ງານ​ຢູ່​ໃນ​ເຂດ​ Kurdistan ທາງພາກ​ເໜືອ​ຂອງອີຣັກ ແລະ​ໃນລີ​ເບຍ.

ເທື່ອນີ້​ບໍ່​ແມ່ນ​ເທື່ອ​ທໍາ​ອິດ​ທີ່ອົງການ MAG ​ໄດ້ສ້າງ​ຮູບ​ເງົາຂື້ນ​ມາເພື່ອ ໂຄສະນາ​ເຜີຍ​ແຜ່​ໃຫ້ມີ​ການ​ຕື່ນ​ຕົວ ກ່ຽວ​ກັບຈຸ​ດປະສົງ​ຂອງວຽກ​ງານ​ຂອງຕົນ. ກຸ່ມ​ດັ່ງກ່າວ​ຍັງ​ໄດ້​ສ້າງ​ຮູບ​ເງົາ​ກ່ຽວ​ກັບ​ບອສ​ເນຍ ​ແລະ​ສາທາ ລະນະລັດ​ປະຊາທິປະ​ໄຕຄົງ​ໂກ ​ແລະ​ຍັງ​ພວມ​ຖ່າຍ​ທຳອີກ​ສອງເລື້ອງ ຄື​ກ່ຽວ​ກັບອັງ​ໂກລາ ​ແລະຊູແດນ.

ເບິ່ງວີດີໂອພາສາອັງກິດ:

XS
SM
MD
LG