ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວເຊື່ອວ່າ ຍັງມີ ລະເບີດບໍ່ທັນແຕກ ຕົກຄ້າງ ຢູ່ໃນດິນລາວ ຫຼາຍກວ່າ 70 ລ້ານໜ່ວຍ


ກະສອບເປົ່າຂອງລະເບີດທີ່ບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ທີ່ໜ່ວຍເກັບກູ້ລະເບີດໄດ້ເກັບກູ້ ແລະທໍາລາຍສະນວນ
ຖິ້ມແລ້ວ
ກະສອບເປົ່າຂອງລະເບີດທີ່ບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ທີ່ໜ່ວຍເກັບກູ້ລະເບີດໄດ້ເກັບກູ້ ແລະທໍາລາຍສະນວນ ຖິ້ມແລ້ວ

ທາງການລາວເຊື່ອວ່າຍັງຄົງມີລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງຢູ່ໃນດິນລາວຫຼາຍກວ່າ 70 ລ້ານໜ່ວຍ ແລະກໍຍັງເປັນໄພຄຸກຄາມຕໍ່ການໃຊ້ຊີວິດປະຈໍາວັນຂອງປະຊາຊົນ ລາວຢ່າງ ກວ້າງຂວາງ.

ທ່ານ ອະລຸນແກ້ວ ກິດິຄຸນ ລັດຖະມົນຕີຊ່ວຍວ່າການຕ່າງປະເທດ ຖະແຫຼງຍອມຮັບ ໃນໂອກາດກອງປະຊຸມທົບທວນ ການປະຕິບັດວຽກງານແກ້ໄຂບັນຫາລະເບີດບໍ່ທັນ
ແຕກ ທີ່ມີຄະນະຜູ້ຕາງໜ້າຂອງອົງການສາກົນໃນລາວ ເຂົ້າຮ່ວມດ້ວຍໃນຕົ້ນອາທິດ
ນີ້ຢູ່ນະຄອນຫຼວງວຽງຈັນວ່າ ການເກັບກູ້ລະເບີດ UXO ໃນລາວໃນໄລຍະທີ່ຜ່ານມາ
ສາມາດປະຕິບັດໄດ້ໃນພື້ນທີ່ສະເລ່ຍ 5,000 ເຮັກຕາ ແລະກໍໄດ້ທໍາລາຍລະເບີດ
UXO ໄປປະມານ 62,000 ກວ່າໜ່ວຍໃນແຕ່ລະປີ.

ຈາກລະດັບຄວາມອາດສາມາດດັ່ງກ່າວນີ້ ກໍໝາຍຄວາມວ່າໃນອີກ 10 ປີ ຕໍ່ໜ້າ ທາງການລາວກໍຈະສາມາດເກັບກູ້ລະເບີດ UXO ອອກໄປຈາກພື້ນທີ່ກະສິກໍາ
ແລະ ເຂດທີ່ຢູ່ອາໄສຂອງປະຊາຊົນລາວ ໄດ້ໃນພື້ນທີ່ທັງໝົດບໍ່ເກິນ 5 ໝື່ນເຮັກຕາ
ເທົ່ານັ້ນ ໃນຂະນະທີ່ແຜນການຂອງທາງການລາວໄດ້ວາງເປົ້າໝາຍການເກັບກູ້ລະ
ເບີດ UXO ອອກໄປຈາກພື້ນທີ່ກະສິກໍາ ແລະເຂດທີ່ຢູ່ອາໄສຂອງປະຊາຊົນລາວໃຫ້
ໄດ້ເຖິງ 2 ແສນເຮັກຕາພາຍໃນປີ 2020.

ທາງດ້ານທ່ານ ພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງການຄະນະກໍາມະການຄຸ້ມຄອງ
ແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກຕົກຄ້າງຢູ່ໃນລາວ ໄດ້ຕັ້ງຄວາມ
ຫວັງໄວ້ວ່າ ການຊ່ວຍເຫຼືອຈາກຕ່າວ​ປະ​ເທດ​ຫລາຍ​ຂຶ້ນນັ້ນ ຈະເຮັດໃຫ້ການເກັບກູ້ລະ
ເບີດ UXO ໃນລາວມີປະສິດທິພາບສູງຂຶ້ນກວ່າທີ່ເປັນຢູ່ໃນປັດຈຸບັນນີ້ ຫາກ​ບໍ່ສະນັ້ນ
ແລ້ວ ລະ​ເບີດ UXO ກໍ​ຈະ​ຍັງ​ຕົກ​ຄ້າງ​ຢູ່​ໃນ​ລາວ​ຢ່າງ​ຫລວງຫລາຍຕໍ່​ໄປ​ອີກ​ຢ່າງ​ຍາວ​ນ
ານ ດັ່ງທີ່ທ່ານພູຂຽວ ​ໄດ້​ຖະ​ແຫລ​ງຊີ້​ແຈງວ່າ:

ນັບແຕ່ພວກເຮົາໄດ້ປະຕິບັດວຽກງານ ເກັບກູ້ລເບີດມາເຖິງປັດຈຸບັນນີ້
ເປັນທາງການນັ້ນ ປະມານ 16 ປີ ແລະກໍດ້ວຍການທໍາລາຍຂອງບຸກຄົນ
ດ້ວຍເຫດຜົນຕ່າງໆ ລະເບີດຖືກທໍາລາຍຈາກການຫາເຫຼັກເສດ ຫຼືບັນຫາ
ຕ່າງໆ ພວກເຮົາຄິດວ່າ
ລວມໆແລ້ວປະມານ 5 ລ້ານລູກທີ່ວ່າຖືກແກ້ໄຂໄປ
ແລ້ວ
ແຕ່ວ່າ ລະເບີດລູກຫວ່ານຊື່ໆ ກະໝາຍຄວາມວ່າຍັງປະມານ 70 ກວ່າ
ລ້ານລູກ
.

ລົດຂະໜາດໃຫຍ່ທີ່ຄວບຄຸມດ້ວຍລະບົບຄອມພິວເຕີ້ ແລະບໍ່ມີຄົນຂັບ ທີ່ຍີ່ປຸ່ນມອບໃຫ້ລາວ ເພື່ອໃຊ້ເກັບກູ້ UXO ຢູ່ໃນລາວ.
ລົດຂະໜາດໃຫຍ່ທີ່ຄວບຄຸມດ້ວຍລະບົບຄອມພິວເຕີ້ ແລະບໍ່ມີຄົນຂັບ ທີ່ຍີ່ປຸ່ນມອບໃຫ້ລາວ ເພື່ອໃຊ້ເກັບກູ້ UXO ຢູ່ໃນລາວ.

ຫລ້າ​ສຸດ​ນີ້ ອົງການເກັບ
ກູ້ລະເບີດແຫ່ງປະເທດຍີ່
ປຸ່ນ (JMAS) ກໍ່ໄດ້ໃຫ້
ການຊ່ວຍເຫຼືອແກ່ລັດຖະ
ບານລາວດ້ວຍການນຳ
ໃຊ້ເທັກໂນໂລຈີໃໝ່ເຂົ້າ
ໃນການເກັບກູ້ລະເບີດ
ບໍ່ທັນແຕກ (UXO) ທີ່
ຕົກຄ້າງຢູ່ໃນລາວແລ້ວ
ໃນຂະນະນີ້ ແລະການດຳ
ເນີນງານໃນໄລຍະທຳອິດ
ທີ່ຈະໃຊ້ເວລາ 5 ເດືອນ​
ເພື່ອ​ທົດ​ລອງ​ວ່າ ເທັກໂນ
ໂລຈີໃໝ່ດັ່ງກ່າວ​ນີ້ ຈະ​ເໝາະສົມ​ກັບ​ສະພາບ​ການ​ຢູ່​ໃນ​ລາວ​ຫລືບໍ່.

ທັງ​ນີ້ກໍ​ເນື່ອງ​ຈາກ​ວ່າ JMAS ຍັງ​ບໍ່ສາມາດ​ຄາດ​ເດົາ​ໄດ້​ວ່າ ເທັກໂນໂລຈີໃໝ່ທີ່ເປັນ
ລົດຂະໜາດໃຫຍ່ທີ່ຄວບຄຸມດ້ວຍລະບົບຄອມພິວເຕີ້ ແລະບໍ່ມີຄົນຂັບອີກດ້ວຍນັ້ນ
ຈະສາມາດເກັບກູ້ UXO ທີ່ຕົກຄ້າງຢູ່ໃນລາວໄດ້ຢ່າງເຕັມປະສິດທິພາບ ຫຼືບໍ່ ເນື່ອງ ຈາກເປັນເທັກໂນໂລຈີທີ່ຖືກອອກແບບມາ ເພື່ອເກັບກູ້ລະເບີດທີ່ຄົນນຳໄປຝັງດິນໄວ້,
ໃນຂະນະທີ່ UXO ໃນລາວນັ້ນ ເປັນລະເບີດທີ່ຖືກຖິ້ມລົງມາໂດຍເຮືອບິນລົບ ຈຶ່ງເຮັດ ໃຫ້ມີການແຕກກະຈາຍຢ່າງບໍ່ມີທິດທາງ ທີ່ເຮັດໃຫ້ຍາກຕໍ່ການເກັບກູ້ນັ້ນເອງ.

ທັງນີ້ນັບຈາກປີ 1996 ເປັນຕົ້ນມາ ອົງການເກັບກູ້ລະເບີດແຫ່ງຊາດລາວ ຫລື
Lao UXO ສາມາດເກັບກູ້ ແລະທໍາລາຍ UXO ໄປຫຼາຍກວ່າ 1 ລ້ານໜ່ວຍ ແລະ
ເປັນການເກັບກູ້ UXO ອອກໄປຈາກພື້ນທີ່ກວ້າງກວ່າ 28,000 ເຮັກຕ້າ ຫຼືບໍ່ເຖິງ
1% ຂອງພື້ນທີ່ທີ່ມີລະເບີດ UXO ຕົກຄ້າງຢູ່ໃນລາວເທົ່ານັ້ນ. ໃນຂະນະດຽວກັນ
ກໍມີປະຊາຊົນລາວ 300 ກວ່າຄົນທີ່ໄດ້ຮັບເຄາະຈາກ UXO ໃນແຕ່ລະປີນັບຕັ້ງແຕ່
ປີ 1975 ເປັນຕົ້ນມາຈົນເຖິງປັດຈຸບັນ.

ດ້ວຍເຫດນີ້ ຈຶ່ງເຮັດໃຫ້ທາງການລາວໄດ້ຕັ້ງຄວາມຫວັງໄວ້ວ່າ ຈະຕ້ອງໄດ້ຮັບການ
ຊ່ວຍເຫຼືອຈາກຕ່າງປະເທດບໍ່ໜ້ອຍກວ່າ 30 ລ້ານໂດລາໃນແຕ່ລະປີ ​ໃນ​ໄລຍະ 5 ປີ
ທີ່​ຜ່ານ​ມານີ້ ກໍປາກົດວ່າ ທາງການລາວ ໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດ
ໂດຍສະເລ່ຍ 19 ລ້ານໂດລາ ໃນແຕ່ລະປີ ເທົ່ານັ້ນ.

ສ່ວນທາງ​ການສະຫະລັດນັ້ນ ກໍໄດ້ໃຫ້ການຊ່ວຍເຫຼືອໄປແລ້ວຫຼາຍກວ່າ 30 ລ້ານໂດ
ລາ ນັບຈາກປີ 1996 ເປັນຕົ້ນມາ.

XS
SM
MD
LG