ລິ້ງ ສຳຫລັບເຂົ້າຫາ

logo-print

ການເອົາແຂນແທ້ ມາຕໍ່ໃສ່ໃໝ່ ເຮັດໃຫ້ ນັກລົບເກົ່າ ອາເມຣິກັນ ຄົນນຶ່ງ ມີຊີວິດໃໝ່


ທ່ານ ຈອນ ເພັກ (John Peck), ອະດີດ ສິບເອກທະຫານມາຣິນ ກໍາລັງຍ່າງໂດຍໃຊ້ຂາທຽມໃນຂະນະທີ່ເຂົ້າໄປໃນໂຮງໝໍ ເພື່ອຮັບການຜ່າຕັດເອົາແຂນແທ້ ທັງສອງເບື້ອງມາຕິດໃສ່ໃໝ່

ທ່ານ ຈອນ ເພັກ (John Peck) ສິບເອກທະຫານມາຣິນ ທີ່ອອກກິນເບ້ຍ
ບໍານານແລ້ວ ສູນເສຍທັງແຂນແລະຂາໝົດທັງສອງເບື້ອງຍ້ອນຖືກລະເບີດ
ແຕກໃສ່ ໃນປີ 2010 ຢູ່ອັຟການິສຖານ ແຕ່ວ່າ ບໍ່ຄືກັນກັບຄົນອື່ນຫຼາຍໆ
ຄົນ ທີ່ທົນທຸກຕໍ່ການສູນເສຍແຂນຂານັ້ນ, ທ່ານ Peck ບໍ່ຈໍາເປັນຕ້ອງກາງ
ຕໍ່ແຂນທຽມເພື່ອ​ເຮັດ​ກິດຈະ​ກໍາ​ຕ່າງໆ​ໄດ້. ທ່ານໝໍໄດ້ຜ່າຕັດເອົາແຂນ
ໃໝ່ທັງສອງຂ້າງມາໃສ່ໃຫ້ທ່ານ ແລະດຽວນີ້ ເພິ່ນກໍກໍາລັງທໍາການບໍາບັດ
ເພື່ອເຮັດໃຫ້ແຂນນັ້ນໃຊ້ງານໄດ້ ແລະບໍາບັດຮ່າງກາຍທີ່ສູນກາງການ
ແພດກອງທັບແຫ່ງຊາດວອລເທີຣີດ (Walter Reed), ໃນເມືອງເບເທັສດາ
(Bethesda), ລັດແມຣີແລນ. ຢາເຮຍ ບາຊິນຈີ (Yahya Barzinji) ນັກ
ຂ່າວວີໂອເອທີ່ໄປຢ້ຽມ ຢາມທ່ານຢູ່ທີ່ນັ້ນ ໄດ້ຂຽນຂ່າວກ່ຽວກັບເລື້ອງນີ້ ຊຶ່ງ
ບົວສະຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ໃນຂະນະທີ່ສິບເອກຈອນ ເພັກ (John Peck) ກໍາລັງທໍາການລຶ້ງເຄີຍ
ກັບການໃຊ້ແຂນໃໝ່ຂອງລາວຢູ່ນັ້ນ ລາວຄິດເຖິງຄອບຄົວທີ່ໄດ້ບໍລິຈາກ
ແຂນຂອງລູກຊາຍພວກເຂົາເຈົ້າ ທີ່ເສຍຊີວິດໄປນັ້ນ.

ສິບເອກຈອນ ເພັກ ເວົ້າວ່າ "ສອງ ສາມນາທີທໍາອິດ ຂ້ອຍຮູ້ສຶກດີໃຈ ແຕ່ວ່າ
ຕໍ່ມາຂ້ອຍເລີ້ມຄິດຫລາຍຂຶ້ນ... ຮູ້ບໍ່, ອາລົມຂອງຂ້ອຍຂ້ອນຂ້າງວ່າປ່ຽນໄປ
ແລະມັນປ່ຽນໄປເຖິງຂັ້ນວ່າ ຂ້ອຍຮູ້ສຶກຫລາຍຂຶ້ນ, ຂ້ອຍຮູ້ສຶກເສຍໃຈ, ຮູ້ບໍ່,
ຂ້ອຍຮູ້ວ່າ ມີບາງຄົນເສຍຊີວິດໄປ ແລະມັນບໍ່ແມ່ນຄິດກ່ຽວກັບຂ້ອຍແລ້ວ
ໃນນາທີນັ້ນ, ມັນເປັນການຄິດກ່ຽວກັບບຸກຄົນນຶ່ງ ທີ່ເສຍຊີວິດໄປ."


ການຜ່າຕັດເພື່ອເອົາສ່ວນນຶ່ງຂອງຮ່າງກາຍມາຕິດໃສ່ໃໝ່ ບໍ່ແມ່ນເລື່ອງໃໝ່​
ເລີຍ ແລະມີຫລາຍຄົນກໍໄດ້ຮັບຜົນປະໂຫຍດຈາກການຜ່າຕັດເອົາອະໄວຍະ
ວະມາຕິດໃສ່​ແລ້ວ. ແຕ່ທ່ານເພັກ ເວົ້າວ່າ ສະພາບຂອງທ່ານແມ່ນແຕກຕ່າງ
ກັບ​ຄົນເຫຼົ່າ ນັ້ນ. ທ່ານ ເພັກ ອະທິບາຍເພີ້ມອີກວ່າ
"ສະນັ້ນ ມັນບໍ່ຄືກັນກັບການຜ່າຕັດເອົາອະໄວຍະວະມາຕິດໃສ່. ພວກຄົນທີ່
​ເຮັດ​ແນວ​ນັ້ນ ບໍ່ສາມາດເບິ່ງເຫັນອະ​ໄວ​ຍະ​ວະ​ນັ້ນ​ໄດ້ ເພາະມັນຢູ່ໃນຮ່າງກາຍ
ຂອງເຂົາເຈົ້າ. ແຕ່ວ່າ ສໍາລັບຂ້ອຍ ແຕ່ລະມື້ ຂ້ອຍຫລຽວເບິ່ງແລ້ວກໍຄິດ '
ເຮີຍ' ນີ້ແມ່ນມືຂອງຄົນອື່ນໄດ໋ໜິ, ນີ້ແມ່ນແຂນສອກຂອງຄົນອື່ນທີ່ຂ້ອຍເໜັງ
ໄປເໜັງມາຢູ່ໜີ້, ແຕ່ວ່າ ມັນເປັນສ່ວນນຶ່ງ ຂອງລະບົບຮ່າງກາຍຂອງຂ້ອຍ
ແລ້ວບັດນີ້."

ການປ່ຽນຈາກສະພາບທີ່ບໍ່ມີແຂນ ມາໃຊ້ແຂນທຽມແລະດຽວນີ້ກໍປ່ຽນມາໃຊ້
ແຂນແທ້ຂອງຄົນອື່ນ​ແທນ ເຮັດໃຫ້ທ່ານເພັກ ກ້າວໄປໄກຫລາຍ ແລະນັກກາ
ຍະບໍາບັດຂອງທ່ານ ມີຄວາມພໍໃຈຫລາຍ ຕໍ່ຄວາມຄືບໜ້າດ້ານນີ້ຂອງທ່ານ.

ນາງ ແອນມາຣີ ອໍ (Annamarie Orr), ນັກບໍາບັດດ້ານຟື້ນຟູການໃຊ້ງານຂອງ
ຮ່າງກາຍຂອງທ່ານເພັນໃຫ້ຄໍາເຫັນວ່າ "ຈອນ ແລະຂ້າພະເຈົ້າເຮັດວຽກຮ່ວມ
ກັນມາໄດ້ ຈັກປີແລ້ວກໍຈອນ, ປີນຶ່ງ ປີເຄິ່ງແລ້ວ ສະນັ້ນ ​ແມ່ນມີຄວາມກ້າວໜ້າ
ຫລາຍເມື່ອເວົ້າເຖິງອັດຕາການເຄື່ອນໄຫວ ຢູ່ໃນແຂນຂອງລາວ ແລະຄວາມ
ແຂັງແກ່ນ ແລະຄວາມສາມາດຂອງລາວ ອີກເທື່ອນຶ່ງ ທີ່ເຮັດໃຫ້ລາວຊ່ວຍ
ຕົວເອງໄດ້ ໃນການເຮັດກິດຈະວັດປະຈໍາວັນ ​ໄດ້​ຫລາຍ​ເພີ້ມຂຶ້ນ."

ນາງ ອາລິສຊາ ອອລເຊັນ (Alyssa Olsen) ຜູ້ຊ່ວຍດ້ານກາຍະບໍາບັດເວົ້າ
ວ່າ "ໃນຂະນະດຽວກັນນັ້ນ ພວກເຮົາໄດ້ເລີ້ມຕົ້ນເຮັດວຽກຮ່ວມກັນ, ພວກເຮົາ
ໄດ້ພັກດັນໃຫ້ມີຄວາມກ້າວໜ້າ ​ເພື່ອໃຫ້ສາມາດໃຊ້ແຂນຂອງລາວໄດ້ຫລາຍ
ຂຶ້ນ ແລະຫລາຍຂຶ້ນ ແລະລາວກໍກໍາລັງຟື້ນຟູການໃຊ້ງານ ຂອງແຂນລາວຄືນ
ມາ​ແລ້ວ."


ຢູ່ໃນສູນກາງການແພດວອລເທີຣີດ (Walter Reed) ນັ້ນ ມີນັກລົບເກົ່າຫລາຍ
ຄົນ ທີ່ເສຍແຂນຂາຂອງຕົນຢູ່ສະໜາມລົບ ແຕ່ວ່າ ບໍ່ແມ່ນໃຜກໍຈະເຫັນດີທີ່ຈະ
ໃຫ້ຜ່າຕັດເອົາແຂນຂາຂອງຄົນອື່ນ ມາໃສ່ແທນແບບນັ້ນ ເພາະການສ່ຽງກໍຄື
ຮ່າງກາຍຂອງເຂົາເຈົ້າ ອາດຈະບໍ່ຮັບເອົາແຂນ ຂາຂອງຜູ້ອື່ນ. ຄົນປ່ວຍເຊັ່ນ
ທ່ານເພັກຍັງຕ້ອງໄດ້ກິນຢາມື້ລະ 25 ຫາ 30 ເມັດ ອີກເພື່ອປ້ອງກັນອາການສັບ
ສົນ ແລະພວກເຂົາເຈົ້າ ກໍຈະຕ້ອງທົນທຸກຕໍ່ການເຮັດກາຍະບໍາບັດ ທີ່ເຂັ້ມງວດ.
ແຕ່ທ່ານກໍດີໃຈທີ່ໄດ້ເຮັດເຊັ່ນນັ້ນ. ທ່ານບອກວ່າ “ມັນຄຸ້ມຄ່າ. ຂ້ອຍມີເປົ້າໝາຍ,
ຂ້ອຍຢາກຊ່ວຍຕົນເອງໄດ້. ຂ້ອຍຢາກສາມາດ ເຮັດສິ່ງຕ່າງໆ ດ້ວຍຕົນເອງໄດ້."


ການຜ່າຕັດທີ່ໃຊ້ເວລາ 16 ຊົ່ວໂມງ ແລະກໍມີທ່ານໝໍ ແລະນັກຊ່ຽວຊານ 60 ຄົນ
ຮ່ວມກັນປະຕິບັດງານ​ໄດ້ເຮັດໃຫ້ນັກລົບເກົ່າຄົນນີ້ ມີໂອກາດທີ່ຈະມີຊີວິດໃໝ່ກັບ​
ຄືນ​ມາ​ອີກ ພາຍຫລັງທີ່ປະສົບກັບສະພາບທີ່ເກືອບເອົາຊີວິດບໍ່ລອດມາ​ແລ້ວ.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG