ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ບັນດາສາຍການບິນ ຫລີກລ່ຽງ ບິນຂ້າມນ່ານຟ້າ ເບລາຣຸສ ຍ້ອນມີການຈັບກຸມນັກຂ່າວ


ທ່ານຣາມານ ປຣາຕາເຊວິຈ ທີ່ຖືກກັກໂຕ ເວລາເຮືອບິນ Ryanair ໄດ້ຖືກບັງຄັບໃຫ້ລົງຈອດ ໃນນະຄອນມິງສ໌ ວັນທີ 24 ພຶດສະພາ 2021.
ທ່ານຣາມານ ປຣາຕາເຊວິຈ ທີ່ຖືກກັກໂຕ ເວລາເຮືອບິນ Ryanair ໄດ້ຖືກບັງຄັບໃຫ້ລົງຈອດ ໃນນະຄອນມິງສ໌ ວັນທີ 24 ພຶດສະພາ 2021.

ບັນດາສາຍການບິນ ໄດ້ປ່ຽນເສັ້ນທາງບິນໃໝ່ເພື່ອຫລີກລ່ຽງເຂດນ່ານຟ້າເບລາຣຸສໃນວັນອັງຄານວານນີ້ ຫຼັງຈາກລັດຖະບານມິງສ໌ບັງຄັບໃຫ້ເຮືອບິນໂດຍສານ ລຳນຶ່ງລົງຈອດ ແລະຈັບນັກຂ່າວອິນເຕີແນັດຝ່າຍຄ້ານ ທີ່ຂຽນຕ້ອງຕິປະທານາ ທິບໍດີຜະເດັດການ ອາເລັກຊານເດີ ລູກາເຊັງໂກ.

ສາຍການບິນ Lufthansa, KLM, SAS, Air France, LOT ແລະ ສາຍການບິນສິງກະໂປແມ່ນຮວມຢູ່ໃນບັນດາເຮືອບິນໂດຍສານທີ່ຢຸດບິນຂ້າມເບລາ ຣຸສ ໃນເສັ້ນທາງບິນທີ່ສຳຄັນ ແຕ່ຢູໂຣບໄປຫາເຂດເອເຊຍ ທີ່ສ້າງລາຍໄດ້ໃຫ້ ແກ່ລັດຖະບານມິງສ໌ 300 ຫາ 940 ໂດລາ ຕໍ່ຖ້ຽວບິນ.

ທ່ານຊາລສ໌ ມີແຊລ ຈາກແບລຈ້ຽມ ຜູ້ເປັນປະທານກອງປະຊຸມສຸດຍອດສະຫະພາບຢູໂຣບ ຮ້ອງການຫ້າມຖ້ຽວບິນເຫຼົ່ານີ້ວ່າ “ຢູໂຣບຢູ່ໃນການປະຕິບັດງານ” ສົ່ງຮູບພາບທາງທວິດແຜນທີ່ຕິດຕາມຖ້ຽວບິນ ທີ່ສະແດງໃຫ້ເຫັນວ່າບໍ່ມີເຮືອບິນ ບິນຂ້າມເບລາຣຸສເລີຍ.

ເຮືອບິນເບລາຣຸສ ຍັງປະເຊີນໜ້າກັບການຫ້າມເປັນໄປໄດ້ ຈາກການບິນໄປຫາ ຫົວເມືອງຕ່າງໆຂອງສະຫະພາບຢູໂຣບ ຊຶ່ງອາດຈະປ່ອຍໃຫ້ປະເທດເບລາຣຸສ ທີ່ບໍ່ມີທາງອອກສູ່ທະເລ ສາມາດໄປເຖິງ ດິນແດນຂອງຕົນໄດ້ ໂດຍຜ່ານຊາຍ ແດນທາງພາກຕາເວັນອອກ ກັບຣັດເຊຍທີ່ເປັນພັນທະມິດໃກ້ຊິດຂອງຕົນນັ້ນ.

ທ່ານລູກາເຊັງໂກ ປາກົດວ່າ ໄດ້ໃຊ້ການຂົ່ມຂູ່ ຂອງການວາງລະເບີດໃນວັນອາ ທິດທີ່ຜ່ານມາ ຢູ່ເທິງສາຍການບິນ Ryanair ຈາກນະຄອນ Athens ໄປຫາ ນະຄອນ Vilnius ປະເທດລີທົວເນຍ ເພື່ອບັງຄັບໃຫ້ເຮືອບິນໂດຍສານລົງຈອດ ຢູ່ນະຄອນມິງສ໌. ພວກເຈົ້າໜ້າທີ່ເບລາຣຸສ ຫຼັງຈາກນັ້ນ ກໍໄດ້ຈັບ ນັກຂຽນຂ່າວ ລົງອິນເຕີແນັດ ຫຼືບລັອກເກີ ຣາມານ ປຣາຕາເຊວິຈ ໂດຍກ່າວຫາລາວວ່າ ຍຸ ແຍ່ໃຫ້ມີການເດີນຂະບວນປະທ້ວງຄັ້ງໃຫຍ່ໃນລະດູຮ້ອນປີກາຍນີ້ ເພື່ອຄັດຄ້ານ ຕໍ່ການທີ່ທ່ານລູກາເຊັນໂກໄດ້ໄຊຊະນະຢ່າງຖ້ວມລົ້ນໃນການເລືອກຕັ້ງໃນເດືອນ ສິງຫາທີ່ຜ່ານມາ ທີ່ເຮັດໃຫ້ທ່ານໄດ້ຮັບໄຊຊະນະເປັນຜູ້ນຳສະໄໝທີ່ຫົກຂອງປະເທດ ດ້ວຍການອ້າງວ່າ ໄດ້ຮັບຄະແນນສຽງ 80 ເປີເຊັນຂອງການປ່ອນບັດ.

ວີດີໂອ ທີ່ນຳອອກເຜີຍແຜ່ຕອນຂ້າມຄືນ ໄດ້ສະແດງໃຫ້ເຫັນວ່າ ທ່ານປຣາຕາເຊວິຈ
ອາຍຸ 26 ປີ ຮັບສາລະພາບວ່າ ໄດ້ຈັດຕັ້ງການເດີນປະທ້ວງຕໍ່ຕ້ານລັດ ຖະບານແທ້.

“ຂ້າພະເຈົ້າສາມາດເວົ້າໄດ້ວ່າ ຂ້າພະເຈົ້າບໍ່ມີບັນຫາດ້ານສຸຂະພາບ ຮວມທັງ ພະຍາດຕ່າງໆຂອງຫົວໃຈ ຫຼືຢູ່ໃນຮ່າງກາຍໃດໆ. ພວກເຈົ້າໜ້າທີ່ຕຳຫຼວດກຳ ລັງປິ່ນປົວຂ້າພະເຈົ້າຢ່າງເໝາະສົມ ແລະອີງຕາມກົດໝາຍ” ລາວກ່າວເພີ້ມວ່າ ລາວໄດ້ “ສາລະພາບ ໃນການຈັດການປະທ້ວງຄັ້ງໃຫຍ່ຢູ່ໃນນະຄອນມິງສ໌.”

ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງແອງເກີລາ ເມີເກີລ ໄດ້ຮ້ອງວີດີໂອນີ້ ວ່າ “ໜ້າເປັນຫ່ວງ” ແລະໄດ້ອະທິບາຍເຖິງການບັງຄັບໃຫ້ລົງຈອດຂອງເຮືອບິນ ໂດຍສານວ່າ “ບໍ່ເຄີຍມີມາກ່ອນ ແລະເປັນການກະທໍາທີ່ຮັບເອົາບໍ່ໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG