ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາກາດບໍ່ດີ ເຮັດໃຫ້ການຄົ້ນຫາ ເຮືອດຳນໍ້າ ອາເຈັນຕີນາ ທີ່ຫາຍສາບສູນໄປ ຊັກຊ້າລົງ


ເຮືອດຳນໍ້າ ARA San Juan ພະລັງງານນໍ້າມັນກາຊວນ ແລະ ໄຟຟ້າ ທີ່ຜະລິດໃນປະເທດ ເຢຍຣະມັນ, ຢູ່ໃກ້ໆນະຄອນຫຼວງ ບູເອນອສ ແອເຣັສ, ປະເທດ ອາເຈັນຕີນາ. 17 ພະຈິກ, 2017.
ເຮືອດຳນໍ້າ ARA San Juan ພະລັງງານນໍ້າມັນກາຊວນ ແລະ ໄຟຟ້າ ທີ່ຜະລິດໃນປະເທດ ເຢຍຣະມັນ, ຢູ່ໃກ້ໆນະຄອນຫຼວງ ບູເອນອສ ແອເຣັສ, ປະເທດ ອາເຈັນຕີນາ. 17 ພະຈິກ, 2017.

ກຳປັ່ນຂອງກອງທັບເຮືອສາກົນ ແລະ ເຮືອບິນຫຼາຍລຳໄດ້ຕໍ່ສູ້ກັບຄື້ນຟອງທະເລສູງ
8 ແມັດ ແລະ ລົມແຮງ 74 ກິໂລແມັດຕໍ່ຊົ່ວໂມງ ໃນການຄົ້ນຫາເຮືອດຳນໍ້າ ARA San
Juan, ເປັນເຮືອດຳນໍ້າຂອງປະເທດ ອາເຈັນຕີນາ ທີ່ໄດ້ຫາຍສາບສູນໄປພ້ອມກັບລູກ
ເຮືອ 44 ຄົນ. ເຮືອດຳນໍ້າພະລັງງານນໍ້າມັນກາຊວນ ແລະ ໄຟຟ້າ,ໜັກ

2000 ໂຕນ ແລະ ຍາວ 66 ແມັດ ໄດ້ຫາຍໄປ ໃນວັນພຸດສັບປະດາແລ້ວນີ້ ໄລຍະ
430 ກິໂລແມັດ ນອກຊາຍຝັ່ງປະເທດ ອາເຈັນຕີນາ. ເຮືອດຳນໍ້າ San Juan ໄດ້ເຂົ້າ
ປະຈຳການນັບຕັ້ງແຕ່ປີ 1985 ເປັນຕົ້ນມາ. ເຈົ້າໜ້າທີ່ເຮືອດຳນໍ້າແມ່ຍິງຄົນທຳອິດ
ຂອງ ອາເຈັນຕີນາ ທ່ານນາງ ເອລີອານາ ຄຣໍຊິກ ກໍແມ່ນນຶ່ງ ໃນບັນດາສະມາຊິກ
ເຮືອລຳນັ້ນ. ໃນວັນເສົາທີ່ຜ່ານມາ, ໂທລະສັບຜ່ານດາວທຽມຫຼາຍຄັ້ງ, ເຊິ່ງຍາວພຽງບໍ່
ເທົ່າໃດວິນາທີ, ທີ່ອາດແມ່ນ ຫຼື ອາດບໍ່ແມ່ນຈາກເຮືອດຳນໍ້າທີ່ຫາຍໄປນັ້ນ, ໄດ້ສ້າງ
ຄວາມຫວັງໃຫ້ແກ່ສະມາຊິກຂອງເຮືອ.

ກຳປັ່ນກອງທັບ, ກຳປັ່ນກວດຄົ້ນ ແລະ ເຮືອບິນຫຼາຍລຳຈາກປະເທດ ບຣາຊິລ,
ສະຫະລັດ, ຊີເລ, ອູຣູກວາຍ ແລະ ອັງກິດ ໄດ້ເຂົ້າຮ່ວມໃນການຄົ້ນຫາຄັ້ງນີ້. ອັງກິດ,
ເຊິ່ງໄດ້ຕໍ່ສູ້ສົງຄາມກັບ ອາເຈັນຕີນາ ໃນຊຸມປີ 1980 ໄດ້ໃຊ້ເຮືອກວດຄົ້ນມະຫາສະ
ໝຸດອາກຕິກ ພ້ອມກັບອຸປະກອນສົ່ງສັນຍານວິທະຍາສາດໃນການຄົ້ນຫາ. ສະຫະລັດ
ໄດ້ສົ່ງເຮືອບິນກວດຄົ້ນຂອງອົງການ NASA, ເຊິ່ງແມ່ນເຮືອບິນຕາມລ່າເຮືອດຳນໍ້າ,
ພ້ອມກັບກຸ່ມກູ້ໄພເຮືອດຳນໍ້າໄປ.

ພະສັນຕະປາປາ, ເຊິ່ງແມ່ນຄົນ ອາເຈັນຕີນາ, ໄດ້ສູດມົນພາວະນາ “ຢ່າງບໍ່ຢຸດບໍ່ຢ່ອນ”
ເພື່ອໃຫ້ສະມາຊິກເຮືອດຳນໍ້າເດີນລຳດັ່ງກ່າວ ໄດ້ເດີນທາງກັບຄືນຢ່າງປອດໄພ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG