ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ມາດ​ຕະ​ການ​ລົງ​ໂທດ​ ກຳ​ລັງ​ເຮັດ​ໃຫ້ສະ​ຖາ​ນະ​ການ​ຮ້າຍ​ແຮງກວ່າ​ເກົ່າ ​ສຳ​ລັບປະ​ຊາ​ຊົນ ເກົາຫຼີ​ເໜືອ ບໍ?


ແຜນ​ທີ່​ປະ​ເທດ ເກົາຫຼ​ີ​ເໜືອ.
ແຜນ​ທີ່​ປະ​ເທດ ເກົາຫຼ​ີ​ເໜືອ.

ມາດ​ຕະ​ການ​ລົງ​ໂທດ​ຕ່າງໆ​ຂອງສາ​ກົນ ໄດ້​ມີ​ສ່ວນ​ເຮັດ​ໃຫ້​ສິດ​ທິ​ມະ​ນຸດ​ໃນ ເກົາຫຼີ​ເໜືອ ຮ້າຍ​ແຮງກວ່າ​ເກົ່າ, ອີງ​ຕາມ​ກຸ່ມ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ Human Rights Watch, ໃນ​ຂະ​ນະ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ, ເຊິ່ງ​ສະ​ໜັບ​ສະ​ໜູນ​ມາດ​ຕະ​ການ​ລົງ​ໂທດ​ນັ້ນ, ໄດ້​ກ່າວ​ວ່າ ​ລະ​ບອບ​ການ​ປົກ​ຄອງ​ດັ່ງ​ກ່າວ​ ເປັນ​ຜູ້​ຮັບ​ຜິດ​ຊອບ​ສ່ວນ​ໃຫຍ່.

ອົງ​ການ​ສິດ​ທິ​ມະ​ນຸດ​ນັ້ນ​ ໄດ້​ກ່າວ​ວ່າ ມາດ​ຕະ​ການ​ລົງ​ໂທດຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທີ່​ໄດ້​ວາງ​ຕໍ່​ເກົາຫຼີ​ເໜືອ ​ໃນ​ປີ 2016 ແລະ 2017 ໄດ້ “ທຳ​ລາຍ​ການ​ຄ້າ​ຂ້າມ​ຊາຍ​ແດນ​ທົ່ວ​ໄປ” ກັບ ຈີນ ແລະ ໄດ້ຫຼຸດ​ຄວາມ​ສາ​ມາດ​ຂອງ​ປະ​ຊາ​ຊົນ​ທີ່​ຈະ​ດຳ​ເນີນ​ກິດ​ຈະ​ກຳ​ຄ້າ​ຂາຍ​ໃນ​ຕະຫຼາດ​ທີ່ບໍ່​ເປັນ​ທາງ​ການ ເພື່ອ​ປະ​ຄອງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ. ຕະຫຼາດ​ທີ່​ເບິ່ງ​ຄືວ່າ ເປັນ​ຂອງ​ເອ​ກະ​ຊົນ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ໂດຍ​ລັດ​ຖະ​ບານ ໄດ້​ດຳ​ເນີນ​ງານ​ໃນ ເກົາຫຼີ​ເໜືອ ນັບ​ຕັ້ງ​ແຕ່​ທ້າຍ​ຊຸມ​ປີ 1990.

ມາດ​ຕະ​ການ​ຫ້າມ ໂຄວິດ-19 ທີ່​ເຂັ້ມ​ງວດ​ຂອງ​ປະ​ເທດ​ທີ່​ຖືກ​ກຳ​ນົດ​ຂຶ້ນ​ໃນ​ຕົ້ນ​ປີ 2020 ໄດ້​ເຮັດ​ໃຫ້​ສະ​ຖາ​ນະ​ການ​ຮຸນ​ແຮງ​ກວ່າ​ເກົ່າ, ອີງ​ຕາມ​ອົງ​ການ Human Rights Watch ໃນ​ລາຍ​ງານ​ທີ່​ຖືກ​ເປີດ​ເຜີຍ​ເມື່ອ​ວັນ​ທີ 7 ມີ​ນາ​ທີ່​ຜ່ານ​ມາ.

ລາຍ​ງານ ​ຊື່​ວ່າ “ຄວາມ​ຮູ້​ສຶກ ກ່ຽວ​ກັບ ຄວາມ​ຢ້ານ​ກົວ​ແມ່ນ​ແຮງກວ່າ​ລູກ​ປືນ,” ໄດ້​ກ່າວ​ວ່າ ສະ​ຫະ​ລັດ ຄວນ “ເອົາ​ບາດ​ກ້າວ​ທີ່​ຂະ​ຫຍັນ​ຂັນ​ແຂງ​ເພື່ອ​ຕອບ​ໂຕ້​ຄືນ​ມາດ​ຕະ​ການ​ລົງ​ໂທດ​ທີ່​ເຂັ້ມ​ງວດ​ເກີນ​ຄວາມ​ຈຳ​ເປັນ ໂດຍ​ສະ​ຖາ​ບັນ​ການ​ເງິນ ແລະ ຜູ້​ດຳ​ເນີນ​ການ​ອື່ນໆ, ທີ່​ໄດ້​ກີດ​ກັ້ນ​ການ​ໂອ​ນ​ເງິນ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ແລະ ບໍ່​ໄດ້​ຖືກ​ຫ້າມ ແລະ ການ​ປະ​ຕິ​ບັດ​ການ​ດ້ານ​ມະ​ນຸດ​ສະ​ທຳ.”

ໃນ​ການ​ຕອບ​ໂຕ້, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ກ່າວ​ວ່າ, “ລັດ​ຖະ​ບານ​ຂອງ​ສ​ປ​ປ ເກົາຫຼີ ມີ​ຄວາມ​ຮັບ​ຜິ​ດ​ຊອບ​ຫຼາຍ​ທີ່​ສຸດ​ສຳ​ລັບ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ປະ​ຊາ​ຊົນ​ຂອງ​ເຂົາ​ເຈົ້າ, ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ເລືອກ​ທີ່​ຈະ​ຫັນ​ທິດ​ທາງ​ຂອງ​ແຫຼ່ງ​ຊັບ​ພະ​ຍາ​ກອນ ​ທີ່​ຫາ​ຍາກຈາກ​ຄວາມ​ຕ້ອງ​ການ​ດ້ານ​ມະ​ນຸດ​ສະ​ທຳ ແລະ ເສດ​ຖະ​ກິດ​ໄປ​ໃສ່​ອາ​ວຸດ​ທຳ​ລາຍ​ລ້າງທີ່​ຜິດ​ກົດ​ໝາຍ ແລະ ໂຄງ​ການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງ​ເຂົາ​ເຈົ້າ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG