ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລະເມີດສິດຕ່າງໆ ຢູ່ໃນອາຟຣິກາ ເຮັດໃຫ້ພາບພົດຂອງຈີນ ເຊື່ອມເສຍບໍ?


ແຟ້ມ -ຊາຍຄົນນຶ່ງຢືນຢູ່ໃກ້ເຄື່ອງຈັກຂອງບໍ່ແຮ່ ທີ່ກັ່ນກອງດິນທີ່ປົນໄປດ້ວຍຄຳ ຢູ່ພາຍໃນບໍລິສັດບໍ່ແຮ່ ຈິວຊິງ ຂອງຈີນ ທີ່ເມືອງຊາວມາຮາມານີນາ ປະເທດເກາະມາດາກາສກາ, ເມື່ອວັນທີ 7 ຕຸລາ 2016.
ແຟ້ມ -ຊາຍຄົນນຶ່ງຢືນຢູ່ໃກ້ເຄື່ອງຈັກຂອງບໍ່ແຮ່ ທີ່ກັ່ນກອງດິນທີ່ປົນໄປດ້ວຍຄຳ ຢູ່ພາຍໃນບໍລິສັດບໍ່ແຮ່ ຈິວຊິງ ຂອງຈີນ ທີ່ເມືອງຊາວມາຮາມານີນາ ປະເທດເກາະມາດາກາສກາ, ເມື່ອວັນທີ 7 ຕຸລາ 2016.

ວີດີໂອຂອງນາຍຈ້າງຄົນຈີນຜູ້ນຶ່ງກຳລັງຂ້ຽນລູກຈ້າງ ທີ່ຖືກມັດຢູ່ນັ້ນ ໄດ້ຖືກເປີດເບິ່ງຢ່າງແຜ່ຫຼາຍ ຍັງເປັນເລື້ອງທີ່ຝັງຢູ່ໃນຈິດໃຈ ຂອງຊາວອາຟຣິກາ ໃໝ່ໆຢູ່ ແລະກໍ່ໃຫ້ເກີດມີຄວາມຄຽດແຄ້ນໄປທົ່ວທະວີບແຫ່ງນີ້. ສານຂອງຣວັນດາ ເມື່ອເດືອນແລ້ວນີ້ ໄດ້ປາກົດອອກມາເປັນຫົວຂໍ້ຂ່າວ ເມື່ອສານໄດ້ຕັດສິນລົງໂທດພົນລະເມືອງຈີນ ທ້າວສັນ ຊູຈຸນ ແລະເປັນຜູ້ຈັດການບໍ່ແຮ ໃຫ້ຈຳຄຸກ 20 ປີ ສຳລັບຂໍ້ຫາໃນການກະທຳຂອງຜູ້ກ່ຽວ ຕໍ່ພະນັກງານຂອງລາວ. ບັນດານັກຊ່ຽວຊານກ່າວວ່າ ການທຳຮ້າຍພວກຄົນງານທ້ອງຖິ່ນ ໂດຍພວກນາຍຈ້າງຊາວຈີນ ບໍ່ແມ່ນເລື້ອງແປກ ຢູ່ໃນອາຟຣິກາ. ເຄັດຕ໌ ບາຣເລັດຕ໌ ມີລາຍງານຈາກນະຄອນໂຈຮານເນສເບີກ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ວີດີໂອຂອງຜູ້ຈັດການບໍ່ແຮ່ຊາວຈີນ ຂ້ຽນຕີຄົນງານທີ່ຖືກມັດໄວ້ນັ້ນ ສະແດງໃຫ້ເຫັນຄວາມໂຫດຮ້າຍອີກເບືຶ້ອງນຶ່ງ ໃນການມີໜ້າຂອງຊາວຈີນຢູ່ໃນອາຟຣິກາ ເມື່ອບໍ່ເທົ່າໃດປີຜ່ານມານີ້ ອັນເປັນສ່ວນນຶ່ງຂອງໂຄງການລິເລີ້ມ ນຶ່ງແລວທາງນຶ່ງເສັ້ນທາງ ຂອງປັກກິ່ງ ທີ່ລົງທຶນໃນດ້ານການກໍ່ສ້າງພື້ນຖານໂຄງລ່າງ ແລະການຄ້າໃນທົ່ວທະວີບແຫ່ງຕ່າງໆ.

ຫຼັງຈາກທີ່ມີກໍລະນີໃນ ຣວັນດາ ສະຖານທູດຈີນ ປະຈຳນະຄອນຫຼວງກີກາລີ ໄດ້ເຕືອນພວກພົນລະເມືອງຂອງຕົນວ່າ “ໃຫ້ປະຕິບັດຕາມກົດໝາຍແລະລະບຽບການຕ່າງໆຂອງທ້ອງຖິ່ນ.” ແລະເມື່ອອາທິດທີ່ຜ່ານມາ ຄູ່ຮ່ວມຕຳແໜ່ງຂອງຕົນ ຢູ່ໃນນາມີເບຍ ກໍໄດ້ເຜີຍແຜ່ບົດຊີ້ນຳຂອງຕົນ ລົງໃນໜ້າວີແຊັຕ (WeChat) ໂດຍແນະນຳຊາວຈີນທີ່ອາໄສແລະເຮັດວຽກຢູ່ໃນປະເທດນີ້ ທີ່​ຕັ້ງ​ຢູ່​ໃນພາກໃຕ້​ຂອງອາຟຣິກາ ກ່ຽວກັບ ວິທີຮັບມືກັບບັນຫາຂັດແຍ້ງດ້ານຄ່າຈ້າງ ກັບພວກຄົນງານຢູ່ໃນທ້ອງຖິ່ນດັ່ງກ່າວ. ສະຖານທູດດັ່ງກ່າວ ຍັງໄດ້ເຕືອນພວກນາຍຈ້າງຂອງຈີນທັງຫຼາຍ ໃຫ້ຫລີກລ່ຽງ “ການຂົ່ມຂູ່ ຫຼືການບັງຄັບ” ພວກຄົນງານ.

ເຖິງຢ່າງນັ້ນກໍຕາມ ບົດລາຍງານເມື່ອປີກາຍນີ້ ໂດຍອົງການສູນກາງແຫຼ່ງຂໍ້ມູນດ້ານທຸລະກິດແລະສິດທິມະນຸດ ທີ່ມີຫ້ອງການຕັ້ງຢູ່ໃນສະຫະຣາຊະອານາຈັກ ໄດ້ພົບເຫັນວ່າ ມີຂໍ້ກ່າວຫາດ້ານສິດທິມະນຸດ ທີ່ໄດ້ເຊື່ອມໂຍງກັບການລົງທຶນຂອງຊາວຈີນ 181 ກໍລະນີ ຢູ່ໃນທົ່ວທະວີບດັ່ງກ່າວ ທີ່ໄດ້ຖືກບັນທຶກ ໃນລະ ຫວ່າງ ປີ 2013 ຫາ 2020.

ທ່ານຄລອດ ຄາເບັມບາ ຜູ້ອຳນວຍການບໍລິຫານຂອງອົງການຊິ້ງຊອມເພື່ອການວິເຄາະດ້ານຂໍ້ມູນຂອງພາກ​ໃຕ້ອາຟຣິກາ ກ່າວວ່າ ພວກບໍລິສັດຂອງຈີນ ດຳເນີນງານໃນດ້ານອຸດສາຫະກຳຂຸດຄົ້ນຊັບພະຍາກອນ ໂດຍປາດສະຈາກຂໍ້ກຳນົດຂອງການຕໍ່ສັນຍາ ຊຶ່ງໂດຍສະເພາະແລ້ວ ເປັນບັນຫາຫຍຸ້ງຍາກ ແລະຈຸດສຳຄັນ ແມ່ນເຫັນໄດ້ຢູ່ໃນ ສາທາລະນະລັດປະຊາທິປະໄຕປະຊາຊົນຄອງໂກ.

ທ່ານຄາເບັມບາ ກ່າວເປັນພາສາອັງກິດວ່່າ:

“ພຶດຕິກຳຂອງພວກບໍລິສັດຈີນ ພວກເຂົາໂດຍສ່ວນຫຼາຍບໍ່ຄ່ອຍເຄົາລົບສິດທິຂອງພວກຄົນງານບໍ່ແຮ່.”

ຢູ່ໃນຊິມບັບເວ ເຊັ່ນກັນ ການລະເມີດສິດພວກຄົນງານໃນທ້ອງຖິ່ນ ຂອງພວກນາຍຈ້າງຊາວຈີນ ກໍໄດ້ຖືກບັນທຶກໄວ້. ນຶ່ງໃນຕົວຢ່າງຂອງການລະເມີດທີ່ຮ້າຍແຮງ ໄດ້ເກີດຂຶ້ນໃນປີ 2020 ເມື່ອນາຍຈ້າງຈີນຜູ້ນຶ່ງ ຢູ່ທີ່ບໍ່ແຮ່ໃນເມືອງຈວີຣູ (Gweru) ໄດ້ຍິງແຮງງານຊາວຊິມບັບເວ ສອງຄົນ ເຮັດໃຫ້ພວກເຂົາເຈົ້າບາດ ເຈັບສາຫັດ ຫຼັງຈາກທີ່ມີບັນຫາຂັດແຍ້ງເລື້ອງຄ່າຈ້າງ.

ສະຖານທູດຈີນປະຈຳນະຄອນຫຼວງຮາແຣເຣ ໄດ້ກ່າວໃນເວລານັ້ນ ວ່າ “ເປັນເຫດການພຽງຄັ້ງດຽວເທົ່ານັ້ນ.” ເຖິງຢ່າງໃດກໍຕາມ ຮອງຜູ້ອຳນວຍການດ້ານກົດໝາຍສະພາບແວດລ້ອມຂອງຊິມບັບເວ ທ່ານຊາມີໂຊ ເອັມທີຊີ ກ່າວວ່າ ຮູບແບບຂອງການລ່ວງລະເມີດໂດຍພວກຄົນງານຊາວຈີນ ໃນຊິມບັບເວ ອາດເກີດມາຈາກການຈຳແນກເຊື້ອຊາດ.

ທ່ານເອັມທີ​ຊີ ໄດ້ກ່າວເປັນພາສາອັງກິດວ່າ:

“ພວກເຮົາໄດ້ບັນທຶກກໍລະນີບາງສ່ວນຢູ່ທີ່ນັ້ນ ບ່ອນທີ່ພວກນາຍຈ້າງຊາວຈີນປະ ຕິບັດຕໍ່ພວກຄົນງານຊາວຊິມບັບເວ ໃນລັກສະນະທີ່ບໍ່ເໝາະສົມຂອງຄວາມເປັນມະນຸດ. ຂ້າພະເຈົ້າຄຶດວ່າ ບັນຫາກໍແມ່ນວ່າ ພວກເຂົາເຈົ້າເຫັນວ່າ ພວກເຂົາເອງ ເປັນຫົວໜ້າ.”

ແຕ່ທ່ານຄາເບັມບາ ກ່າວວ່າ ລັດຖະບານຂອງອາຟຣິກາ ກໍຍັງຖືກຕຳໜິ ຍ້ອນວ່າ ພວກເຂົາເຈົ້າໝົດຫົນທາງແທ້ໆເລີຍ ຈຶ່ງຢາກໃຫ້ຈີນລົງທຶນໂດຍກົງ.

ທ່ານຄາເບັມບາ ເວົ້າວ່າ “ຂ້າພະເຈົ້າຄຶດວ່າ ບັນຫາໃຫຍ່ທີ່ສຸດແມ່ນການບໍ່ມີຄວາມອາດສາມາດຂອງລັດຖະບານອາຟຣິກາ ທີ່ຈະນຳພວກບໍລິສັດຂອງຈີນເຫຼົ່ານີ້ ມາຮັບຜິດຊອບໄດ້.”

ຈີນ ໄດ້ກາຍເປັນປະເທດທີ່ມີບົດບາດໃຫຍ່ຫຼວງ ຢູ່ໃນທະວີບແຫ່່ງນີ້ ກໍຍ້ອນໂຄງການລິເລີ້ມນຶ່ງແລວທາງນຶ່ງເສັ້ນທາງ ທີ່ເປັນສັນຍາລັກ ຂອງປະທານປະ ເທດຈີນ ສີ ຈິ້ນຜິງ ນັ້ນ. ແຕ່ການລະເມີດຕ່າງໆໂດຍພວກບໍລິສັດຈີນ ແລະສ່ວນບຸກຄົນທັງຫຼາຍ ຢູ່ໃນອາຟຣິກາ ສ້າງຄວາມເຄັ່ງຕຶງຢູ່ໃນປະຊາຄົມຕ່າງໆຂອງທ້ອງຖິ່ນ ໂດຍມີທ່າແຮງທີ່ອາດເຮັດໃຫ້ສາຍສຳພັນເສຍຫາຍໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG