ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສາງ​ເມັດ​ພັນ​ພືດ ຢູ່​ຂົ້ວ​ໂລກ​ເໜືອ ເກັບ​ສຳ​ຮອງ​ເມັດ​​ພັ​ນ ເຂົ້າ​ສາງຕື່ມ​ອີກ


​ກ່ອງ​ເກັບ​ເມັດ​ພັນ​ພືດ​ທີ່​ລຽງ​ກັນ​ເປັນ​ແຖວ ຢູ່​ໃນ​ສາງເມັດ​ພັນ​ພືດ​ໂລກ, ໃນ​ໝູ່​ເກາະ ສວາ​ລ​ບາດ, ປະ​ເທດ ນໍ​ເວ.
​ກ່ອງ​ເກັບ​ເມັດ​ພັນ​ພືດ​ທີ່​ລຽງ​ກັນ​ເປັນ​ແຖວ ຢູ່​ໃນ​ສາງເມັດ​ພັນ​ພືດ​ໂລກ, ໃນ​ໝູ່​ເກາະ ສວາ​ລ​ບາດ, ປະ​ເທດ ນໍ​ເວ.

ສາງ​ແຫ່ງ​ນຶ່ງ​ໃນ​ຂົ້ວ​ໂລກ​ເໜືອ ທີ່​ຖືກ​ສ້າງ​ຂຶ້ນ​ເພື່ອ​ເກັບ​ຮັກ​ສາ​ເມັດ​ພັນ​ສຳ​ລັບ​ເຂົ້າ, ເຂົ້າ​ເບ​ລ ແລະ ອາ​ຫານຫຼັກ​ອື່ນໆ ໄດ້​ບັນ​ຈຸ​ນຶ່ງ​ລ້ານ​ສາຍ​ພັນ ພ້ອມ​ກັບ​ຕົວ​ຢ່າງ​ທີ່​ຖືກ​ປູກ​ໂດຍ​ຊົນ​ເຜົ່າ​ພື້ນ​ເມືອງ ອາ​ເມ​ຣິ​ກາ​ເໜືອ ໃນ​ວັນ​ອັງ​ຄານ​ວານນີ້ ແລະ ເປັນທີ່​ຢູ່​ຂອງ​ເຈົ້າ​ຊາຍ ຊາ​ລ​ສ໌ ຂອງ​ອັງ​ກິດ​.

ທະ​ນາ​ຄານ​ແຊ​ລ​ສືບ​ທອດ​ພັນ​ທຸ​ກຳ​ປະ​ມານ 30 ແຫ່ງ​ໄດ້​ຝາກ​ເມັດ​ເຂົ້າ​ຕ່າງໆ​ໄວ້, ລວມ​ທັງ​ການມອບ​ໃຫ້​ຈາກ ອິນ​ເດຍ, ມາ​ລີ ແລະ ເປ​ຣູ.

ສາງ​ທີ່​ຖືກ​ເອີ້ນ​ວ່າ “ສາງວັນ​ໂລກ​ແຕກ” ນັ້ນ, ສາງເມັດ​ພັນ Svalbard Global ແມ່ນ​ຕັ້ງ​ຢູ່​ທີ່​ເກາະ ສ​ປິດ​ເບີ​ເກັນ (Spitbergen) ຢູ່​ໝູ່​ເກາະ ສວ​າ​ລ​ບາດ, ເຊິ່ງ​ຕັ້ງ​ຢູ່​ເຄິ່ງ​ທາງ​ລະ​ຫວ່າງ​ປະ​ເທດ ນໍ​ເວ ແລະ ຂົ້ວ​ໂລກ​ເໜືອ, ແລະ ເປີດ​ໃຫ້​ເຂົ້າ​ໄປ​ພຽງ​ສອງ​ສາມ​ເທື່ອ​ຕໍ່​ປີ ເພື່ອ​ທີ່​ຈະ​ເກັບ​ຮັກ​ສາ​ເມັດ​ພັນ​ຕ່າງໆ​ຢູ່​ທາງ​ໃນ.

ສາງ​ທີ່​ວ່າ​ນັ້ນ, ຖືກ​ສ້າງ​ຂຶ້ນ​ຢູ່​ເຂດ​ຈ້າຍ​ພູ​ໃນ​ປີ 2008, ເຊິ່ງ​ຖືກ​ອອກ​ແບບ​ເປັນ​ສາງ​ເກັບ​ເຄື່ອງ ​ເພື່ອ​ປົກ​ປ້ອງ​ເມັດ​ພືດ​ທີ່​ສຳ​ຄັນ​ຕໍ່​ຄວາມ​ຫາ​ຍະ​ນະ​ຈາກ​ສົງ​ຄາມ​ນິວ​ເຄ​ລຍ ຫຼື ພະ​ຍາດ ແລະ ປົ​ກ​ປ້ອງ​ສະ​ບຽງ​ອາ​ຫານ​ໂລກ.

ສາງ​ດັ່ງ​ກ່າວ​ຍັງ​ເຮັດ​ໜ້າ​ທີ່​ເປັນ​ສິ່ງ​ຄ້ຳ​ຈູນ ສຳ​ລັບ​ບັນ​ດາຜູ້​ເພາະ​ພັນ​ພືດ ເພື່ອ​ພັດ​ທະ​ນາ​ພືດ​ພັນ​ຊະ​ນິດ​ໃໝ່​ຕ່າງໆ​ຂຶ້ນ​ມາ. ໂລກ​ເຄີຍ​ເພາະ​ປູກ​ພືດ​ທີ່​ແຕກ​ຕ່າງ​ກັນ​ປະ​ມານ 7,000 ຊະ​ນິດ ແຕ່​ບັນ​ດາ​ຜູ້​ຊ່ຽວ​ຊານ​ເວົ້າ​ວ່າ ປັດ​ຈຸ​ບັນ​ນີ້​ພວກ​ເຮົາ​ໄດ້​ປະ​ມານ 60 ເປີ​ເຊັນ​ຂອງ​ທາດ​ຄາ​ລໍ​ຣີ​ຂອງ​ພວກ​ເຮົາ ​ຈາກ​ພືດ​ຜົນ​ສາມ​ຊະ​ນິດ​ຄື ສາ​ລີ, ເຂົ້າ​ເບ​ລ ແລະ ເຂົ້າ, ເຮັດ​ໃຫ້​ສະ​ບຽງ​ອາ​ຫານ​ມີ​ຄວາມ​ສ່ຽງ​ ຖ້າ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ ເຮັດ​ໃຫ້​ການ​ເກັບ​ກ່ຽວ​ລົ້ມ​ແຫຼວ.

A vault in the Arctic built to preserve seeds for rice, wheat and other food staples contains one million varieties with the addition on Tuesday of specimens grown by a North American indigenous tribe and the estate of Britain's Prince Charles.

About 30 gene banks deposited seeds, including offerings from India, Mali and Peru.

Dubbed the "doomsday vault", the Svalbard Global Seed Vault lies on the island of Spitsbergen in the archipelago of Svalbard, halfway between Norway and the North Pole, and is only opened a few times a year in order to preserve the seeds inside.

TheVault, built on a mountainside in 2008, was designed as a storage facility to protect vital crop seeds against the worst cataclysms of nuclear war or disease and safeguard global food supplies.

The vault also serves as a backup for plant breeders to develop new varieties of crops. The world used to cultivate around 7,000 different plants but experts say we now get about 60% of our calories from three main crops - maize, wheat and rice - making food supplies vulnerable if climate change causes harvests to fail.

XS
SM
MD
LG