ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາປະເທດ ໃນກຸ່ມ APEC ອາດຈະໄດ້ຜົນປະໂຫຍດ ຈາກຄວາມເຄັ່ງຕຶງ ລະຫວ່າງ ສະຫະລັດ-ຈີນ


ມາ ຢູຊຽງ, ຮອງລັດຖະມົນຕີກະຊວງກະສິກຳ ແລະກິດຈະການດ້ານຊົນນະບົດ ຂອງຈີນ (ຊ້າຍ) ຢູ່ທີ່ກອງປະຊຸມລະດັບລັດຖະມົນຕີ APEC ກ່ຽວກັບ ຄວາມໝັ້ນຄົງດ້ານອາຫານ ໃນນະຄອນຊີອາໂຕ, ວັນທີ 3 ສິງຫາ 2023.
ມາ ຢູຊຽງ, ຮອງລັດຖະມົນຕີກະຊວງກະສິກຳ ແລະກິດຈະການດ້ານຊົນນະບົດ ຂອງຈີນ (ຊ້າຍ) ຢູ່ທີ່ກອງປະຊຸມລະດັບລັດຖະມົນຕີ APEC ກ່ຽວກັບ ຄວາມໝັ້ນຄົງດ້ານອາຫານ ໃນນະຄອນຊີອາໂຕ, ວັນທີ 3 ສິງຫາ 2023.

ເສດຖະກິດຂອງບັນດາສະມາຊິກຫຼາຍໆປະເທດ ໃນກຸ່ມການຮ່ວມມືທາງດ້ານເສດຖະກິດເອເຊຍ-ປາຊີຟິກ ຫຼື APEC ອາດໄດ້ຮັບຜົນປະໂຫຍດຂະນະທີ່ບັນດາບໍລິສັດຂອງສະຫະລັດ ພວມຍົກຍ້າຍການຜະລິດອອກໄປຈາກຈີນ ພາຍໃຕ້ການປະຕິບັດ ທີ່ຮູ້ຈັກກັນ ພາຍໃຕ້ຊື່ “ການອຸ້ມຊູເພື່ອນມິດ ຫຼື Friend shoring.” ເຈັດສິກາ ສໂຕນ ນັກຂ່າວຂອງວີໂອເອ ອະທິບາຍເຖິງຄວາມໝາຍຂອງຄຳດັ່ງກ່າວນັ້ນ ແມ່ນຫຍັງ ຊຶ່ງ ໄຊຈະເລີນສຸກ ມີລາຍລະອຽດມາສະເໜີທ່ານ.

ເປັນເວລາຫຼາຍທົດສະວັດ ຈີນໄດ້ຮັບໃຊ້ເປັນໂຮງງານຜະລິດສິນຄ້າຂອງໂລກ ເມື່ອມໍ່ໆມານີ້ໃນປີ 2020 ໂດຍປະກອບສ່ວນເຂົ້າໃນຜົນຜະລິດທັງໝົດຂອງສະຫະລັດ ເກືອບສອງເທົ່າ. ຄ່າຈ້າງທີ່ຕ່ຳ ການພັດທະນາພື້ນຖານໂຄງລ່າງທີ່ດີ ແລະການສະໜັບສະໜຸນຂອງລັດຖະບານ ທັງໝົດນີ້ກໍໄດ້ປະກອບສ່ວນເຂົ້າໃນຜັນສຳເລັດຂອງຕົນ.

ຜູ້ປຶກສາດ້ານຕ່ອງໂສ້ຂອງການສະໜອງວັດຖຸ ທ່ານນາງ ໂຣສແມຣີ ໂຄຕສ໌ ກ່າວວ່າ ໃນມື້ນີ້ ພວກຜູ້ບໍລິຫານໃຫຍ່ຫຼາຍໆຄົນ ບໍ່ເຫັນວ່າ ຈີນເປັນໂຮງງານ....ແຕ່ເປັນຄວາມສ່ຽງ. ແລະພວກເຂົາເຈົ້າເຕັມໃຈທີ່ຈະຈ່າຍຫຼາຍກວ່າ ເພື່ອຫລີກລ່ຽງມັນ.

ທ່ານນາງ ໂຣສແມຣີ ໂຄຕສ໌ ປະຈຳບໍລິສັດທີ່ປຶກສາ ບລູ ຊິລຄ໌ (Blue Silk Consulting) ກ່າວຜ່ານທາງ ຊູມ (Zoom) ວ່າ “ດຽວນີ້, ພວກຜູ້ບໍລິຫານ ທີ່ຂ້ອຍເຮັດວຽກນຳ ບໍ່ພຽງແຕ່ເບິ່ງເລື້ອງ ໂດລາແລະເຊັ້ນ ແຕ່ພວກເຂົາເຈົ້າກໍປະເມີນຄວາມສຽງໃນໂລກ, ຄວາມສຽງໃນດ້ານພູມສາດ.”

ທ່ານນາງໂຄຕສ໌ ວ່າ ໂດຍມີຕ່ອງໂສ້ການສະໜອງວັດຖຸຊ່ວງໂຣກລະບາດຖືກລົບກວນ ແລະບວກເຂົ້າກັບນະໂຍບາຍສູນໂຄວິດ ໃນການປິດເມືອງຂອງປັກກິ່ງ ໄດ້ສົ່ງເສີມໃຫ້ບາງຜູ້ບໍລິຫານຂອງອາເມຣິກາ ຈຳນວນນຶ່ງ ໃຫ້ພິຈາລະນາການປ່ຽນແປງວິທີທາງທີ່ພວກເຂົາເຈົ້າເບິ່ງເລື້ອງຂອງການຜະລິດ, ໂດຍເລືອກທີ່ຈະເຮັດວຽກກັບປະເທດພັນທະມິດຕ່າງໆທີ່ມີຄວາມສຳພັນທີ່ໜຽວແໜ້ນກັບສະຫະລັດ.

ມັນແມ່ນທ່າອ່ຽງ ທີ່ຮູ້ຈັກກັນຄື “ການອຸ້ມຊູ ເພື່ອນມິດ.” ແລະມັນເປັນນະໂຍບາຍທີ່ງອກຂຶ້ນມາຈາກພາຍໃນບາງສ່ວນຂອງ 21 ສະມາຊິກໃນກຸ່ມການຮ່ວມມືດ້ານເສດຖະກິດຂອງເຂດເອເຊຍ-ປາຊີຟິກ ຫຼື APEC.

ຕາຕະລາງບລູມເບີກ ບໍລິສັດນຳເຂົ້າເຄື່ອງນຸ່ງຂອງສະຫະລັດ-ແມ່ນໃຫ້ແນ່ໃຈວ່າ ບລູມເບີກ ຢູ່ໃນຮູບພາບ.

ຂໍ້ມູນຂອງບລູມເບີກ ສະແດງໃຫ້ເຫັນວ່າ ບັນດາຜູ້ຜະລິດເຄື່ອງນຸ່ງຂອງສະຫະລັດທີ່ຄຳນຶງເຖິງຄ່າໃຊ້ຈາຍທັງຫຼາຍ ໄດ້ເລີ້ມຍົກຍ້າຍອອກໄປຈາກຈີນ ເຂົ້າໄປໃນຫວຽດນາມ, ບັງກລາແດັສ ແລະອິນໂດເນເຊຍ ແມ່ນກະທັງກ່ອນໜ້າຄວາມເຄັ່ງຕຶງດ້ານການຄ້າກັບປັກກິ່ງ ໄດ້ເລີ້ມຂຶ້ນໃນປີ 2017. ໃນກົດໝາຍ CHIPS ຂອງປີ 2022, ລັດຖະບານທ່ານໄບ ເດັນ ໄດ້ສະເໜີທຶນ 500 ລ້ານໂດລາຕະຫຼອດໄລຍະຫ້າປີ ເພື່ອຊ່ອຍເຮັດໃຫ້ມີຄວາມທັນສະໄໝ ແລະຕ່ອງໂສ້ສະໜອງວັດຖຸເຊມມີຄອນດັກເຕີ້ໃໝ່ທີ່ໝັ້ນຄົງ.

ທ່ານນາງ ແຈນເນັດ ແຢລເລນ ລັດຖະມົນຕີກະຊວງການເງິນ ກ່າວວ່າ

“ພວກເຮົາກຳລັງເລີ້ມເຫັນຜົນກະທົບຕ່າງໆໃນຂໍ້ມູນ. ທົ່ວຂະແໜ່ງຕ່າງໆຈາກ ອາໄລ່ລົດ ໄປເຖິງອີເລັກໂທຣນິກຕ່າງໆ, ສະຫະລັດ ນຳເຂົ້າຫຼາຍຂຶ້ນຈາກຄູ່ພາຄີທີ່ສຳຄັນເຊັ່ນ ອິນເດຍ ແລະຫວຽດນາມ ພ້ອມດ້ວຍຈາກເມັກຊິໂກ ແລະເພິ່ງພາໜ້ອຍລົງຕໍ່ປະເທດດຽວ ໃນກໍລະນີນີ້ ກໍຄື ຈີນ.”

ເມື່ອເດືອນແລ້ວນີ້ ຜູ້ຜະລິດເຊມມີ-ຄອນດັກເຕີ ບໍລິສັດ Amkor Technology ໄດ້ປະກາດການທົດລອງໃໝ່ ແລະໂຮງງານປະກອບຢູ່ໃນຫວຽດນາມ.

ເຊັ່ນດຽວກັນ ບໍລິສັດ Synosys ແລະ Marvell ໄດ້ປະກາດສູນກາງການອອກແບບເຊມມີ-ຄອນດັກເຕີໃໝ່ ຢູ່ທີ່ແຫ່ງນັ້ນ.

ຜູ້ຜະລິດເກີບ ໄນກີ້ (Nike) ຍັງໄດ້ຫັນປ່ຽນຢ່າງຕໍ່ເນື່ອງການຜະລິດຈາກຈີນ ໄປຍັງເຂດເອເຊຍຕາເວັນອອກສຽງໃຕ້ ເປັນເວລານຶ່ງທົດສະວັດຜ່ານມານີ້.

ທ່ານແມັຕ ພອດຕິງເກີ ຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ໃນລະຫວ່າງ ລັດຖະບານຂອງທ່ານທຣຳ ກ່າວວ່າ ມັນເປັນຈຸດສຸດຍອດຂອງການລົງທຶນຂອງສະຫະລັດ ຢູ່ໃນຂົງເຂດມາໄດ້ຫຼາຍທົດສະວັດແລ້ວ.

ທ່ານແມັຕ ພອດຕິງເກີ ອະດີດຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ເວົ້າວ່າ “ສະຫະລັດ ໄດ້ລົງທຶນໄປຕາມສະພາບການຢ່າງຫຼວງຫຼາຍ ເກີນກວ່າພັນຕື້ໂດລາ ໃນທີ່ວ່າ ຮຸ້ນຂອງການລົງທຶນ ທີ່ ທີ່ໄດ້ເກີດຂຶ້ນຕະຫຼອດໄລຍະ ຫຼາຍທົດສະວັດ ດຽວນີ້.”

ແຕ່ນັກວິເຄາະດ້ານການຄ້າ ທ່ານສຕີບເວັ້ນ ໂອກຸນ ກ່າວວ່າ ບໍ່ແມ່ນປະເທດເພື່ອນບ້ານຂອງຈີນ ທັງໝົດດອກ ພ້ອມທີ່ຈະຍິນດີຕ້ອນຮັບເອົາພວກບໍລິສັດຂອງສະຫະລັດ ແລະໂຮງງານຂອງພວກເຂົາເຈົ້າ.

ທ່ານສຕີບເວັ້ນ ໂອກຸນ, ຜູ້ບໍລິຫານໃຫຍ່ (CEO) ຂອງບໍລິສັດ APAC Advisors ເວົ້າວ່າ “ເຈົ້າອາດຕ້ອງການທີ່ຈະກະຈາຍການລົງທຶນອອກໄປຈາກຈີນ. ເຈົ້າອາດຕ້ອງການຈະວ່າ ‘ຂ້ອຍຕ້ອງການເຮັດໃຫ້ຕ່ອງໂສ້ສະໜອງວັດຖຸມີຄວາມທົນທານຫຼາຍຂຶ້ນ’ ແຕ່ເຈົ້າຈະໄປບ່ອນໃດ, ເນື່ອງຈາກວ່າ ເຈົ້າບໍ່ສາມາດເອົາຂອງຈີນທັງໝົດ ແລ້ວເອົາເຂົ້າໄປໃນຫວຽດນາມ. ເຈົ້າບໍ່ສາມາດເອົາເຂົ້າໄປໃນອິນໂດເນເຊຍ. ເຈົ້າບໍ່ສາມາດເອົາເຂົ້າໄປໃນອິນເດຍ. ສະນັ້ນ ເຈົ້າກໍຈະເຫັນບາງສິ່ງ ແນ່ນອນບາງການກະຈາຍເພື່ອສ້າງຕ່ອງໂສ້ການສະໜອງທີ່ມີຄວາມທົນທານທັງຫຼາຍເຫຼົ່ານີ້ ແຕ່ມີການກວດແບບທຳມະຊາດກ່ຽວກັບວ່າ ຫຼາຍປານໃດທີ່ສາມາດເກີດຂຶ້ນໄດ້.”

ຫຼັງຈາກທັງໝົດນັ້ນ ບັນດານັກວິເຄາະດ້ານການຄ້າກ່າວ, ຈີນ ໄດ້ໃຊ້ເວລາຫຼາຍປີ ໃນການສ້າງພື້ນຖານໂຄງລ່າງຂອງຕົນ ແຫຼງແຮງງານ, ແລະລະບຽບການຕ່າງໆເພື່ອທີ່ຈະກາຍເປັນໂຮງງານຂອງໂລກ. ແລະຕົນຍັງເປັນສະຖານທີ່ ທີ່ດີທີ່ສຸດເພື່ອຜະລິດສິ່ງຕ່າງໆສຳລັບຕະຫຼາດຂອງຈີນ.

APEC Nations May Benefit From US-China Tensions
please wait

No media source currently available

0:00 0:03:18 0:00

XS
SM
MD
LG