ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຣ່ານຂູ່ວ່າ ຈະທໍາລາຍ ຄ້າຍທະຫານ ແລະ ນາຍພົນຄົນສຳຄັນ ຂອງສະຫະລັດ ອີງຕາມລາຍງານອົງການຂ່າວເອພີ


ພາບຢູ່ໃນເວັບໄຊທ໌ຂອງປະທານາທິບໍດີອີຣ່ານສະແດງໃຫ້ເຫັນວ່າ ປະທານາທິບໍດີ Hassan Rouhani ກ່າວຄໍາປາໄສຜ່ານທາງໂທລະພາບໃນນະຄອນຫລວງເຕຫະຣ່ານ ຂອງອີຣ່ານ ໃນວັນທີ 10 ກຸມພາ, 2021 ຊຶ່ງທ່ານກ່າວກ່ຽວກັບພວກປະເທດຕາເວັນຕົກ
ພາບຢູ່ໃນເວັບໄຊທ໌ຂອງປະທານາທິບໍດີອີຣ່ານສະແດງໃຫ້ເຫັນວ່າ ປະທານາທິບໍດີ Hassan Rouhani ກ່າວຄໍາປາໄສຜ່ານທາງໂທລະພາບໃນນະຄອນຫລວງເຕຫະຣ່ານ ຂອງອີຣ່ານ ໃນວັນທີ 10 ກຸມພາ, 2021 ຊຶ່ງທ່ານກ່າວກ່ຽວກັບພວກປະເທດຕາເວັນຕົກ

ອີຣ່ານໄດ້ທຳການຂົ່ມຂູ່ວ່າ ຈະທໍາລາຍຄ້າຍແມັກແນ (Fort McNair), ຊຶ່ງເປັນຄ້າຍທະຫານແຫ່ງນຶ່ງໃນນະຄອນຫຼວງຂອງສະຫະລັດ, ແລະຂົ່ມຂູ່ຕໍ່ຮອງຫົວໜ້າເສນາທິການກອງທັບ, ນັ້ນຄືຄຳເວົ້າຂອງເຈົ້າໜ້າທີ່ສືບລັບຂອງສະຫະ ລັດສອງຄົນ ອີງຕາມລາຍງານຂອງອົງການຂ່າວເອພີ.

ພວກເຂົາເຈົ້າກ່າວວ່າ ການສື່ສານທີ່ຖືກຈັບໄດ້ໂດຍອົງການຮັກສາຄວາມໝັ້ນຄົງຂອງປະເທດ ຫລື NSA ໃນເດືອນມັງກອນຜ່ານມາ ສະແດງໃຫ້ເຫັນວ່າ ກອງກຳລັງພິທັກປະຕິວັດອີຣ່ານ ໄດ້ສົນທະນາກັນກ່ຽວກັບ "ການໂຈມຕີແບບເຮືອລົບ USS-Cole" ຕໍ່ຄ້າຍດັ່ງກ່າວ, ໂດຍໝາຍເຖິງໂຈມຕີສະລະຊີບໃນເດືອນຕຸລາປີ 2000 ເຊິ່ງເຮືອນ້ອຍລໍານຶ່ງໄດ້ແລ່ນໄປທຽມຂ້າງກຳປັ່ນພິຄາດຂອງກອງທັບເຮືອສະຫະລັດ ຢູ່ໃນທ່າເຮືອເອເດນ (Aden) ຂອງເຢເມນ ແລ້ວແຕກຂຶ້ນ ຊຶ່ງເຮັດໃຫ້ທະຫານເຮືອ 17 ຄົນເສຍຊີວິດ.

ຝ່າຍສືບລັບຍັງໄດ້ເປີດເຜີຍໃຫ້ຮູ້ການຂົ່ມຂູ່ທີ່ຈະສັງຫານຊີວິດຂອງນາຍພົນໂຈເຊັບ ເອັມ ມາຕິນ ແລະມີແຜນທີ່ຈະແຊກຊຶມເຂົ້າໄປໃນ ແລະຕິດຕາມສອບແນມເບິ່ງຄ້າຍທະຫານແຫ່ງນັ້ນອີກດ້ວຍ, ອີງຕາມບັນດາເຈົ້າໜ້າທີ່ ທີ່ບໍ່ໄດ້ຮັບອະນຸຍາດໃຫ້ລົມກ່ຽວກັບເລື້ອງຄວາມໝັ້ນຄົງແຫ່ງຊາດຢ່າງເປີດເຜີຍ ແລະກ່າວແບບບໍ່ປະສົງນາມອອກນາມ. ຄ້າຍທະຫານ ຊຶ່ງເປັນນຶ່ງໃນຖານທັບທີ່ເກົ່າແກ່ທີ່ສຸດໃນປະເທດແມ່ນເປັນທີ່ຢູ່ອາໄສແບບທາງການຂອງທ່ານມາກຕິນ.

ໄພຂົ່ມຂູ່ຄືເຫດຜົນນຶ່ງທີ່ກອງທັບໄດ້ຜັກດັນໃຫ້ມີການຮັກສາຄວາມປອດໄພເພີ້ມຂຶ້ນຢູ່ເຂດອ້ອມແອ້ມຄ້າຍຝອດແມັກແນ (Fort McNair), ເຊິ່ງຕັ້ງຢູ່ຕິດກັບເມືອງທີ່ຢູ່ເຂດແຄມນໍ້າ ຫລື Waterfront ທີ່ຫາກໍ່ໄດ້ຮັບການພັດທະນາຢ່າງວ່ອງໄວຂອງນະຄອນຫລວງວໍຊິງຕັນ.

ບັນດາຜູ້ນຳຂອງເມືອງດັ່ງກ່າວ ໄດ້ຄັດຄ້ານຕໍ່ແຜນການຂອງກອງທັບໃນການເພີ່ມເນື້ອທີ່ປ້ອງກັນໃນປະມານ 75 ແມັດຫາ 150 ແມັດ ຈາກແຄມຝັ່ງຂອງຊ່ອງແຄບວໍຊິງຕັນ ເຊິ່ງຈະຈຳກັດການເຂົ້າເຖິງເສັ້ນ ທາງເດີນເຮືອທີ່ມີຄວາມກວ້າງເທົ່າກັບເຄິ່ງນຶ່ງຂອງເສັ້ນທາງເດີນເຮືອທີ່ໜາແໜ້ນ ທີ່ແລ່ນຂະໜານກັນກັບແມ່ນໍ້າໂປໂທແມັກ (Potomac).

ທໍານຽບຫ້າແຈ, ສະພາຄວາມໝັ້ນຄົງແຫ່ງຊາດ ແລະ NSA ບໍ່ໄດ້ຕອບ ແລະກໍບໍ່ໄດ້ປະຕິເສດເຊັ່ນກັນ ທີ່ຈະໃຫ້ຄວາມເຫັນໃດໆ ໃນເວລາທີ່ອົງການຂ່າວເອພີຕິດຕໍ່ໄປ.

ຂະນະທີ່ເຈົ້າໜ້າທີ່ນະຄອນຫລວງວໍຊິງຕັນໄດ້ຄັດຄ້ານຕໍ່ການເພີ້ມມາດຕະການຮັກສາຄວາມປອດໄພຂຶ້ນຢູ່ຕາມຊ່ອງແຄບ, ກອງທັບໄດ້ໃຫ້ຂໍ້ມູນພຽງແບບທີ່ບໍ່ຈະແຈ້ງເທົ່ານັ້ນ ກ່ຽວກັບໄພຂົ່ມຂູ່ຕໍ່ຖານທັບດັ່ງກ່າວ.

ອ່ານຂ່າວນນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG