ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເອພີ: ການຄົ້ນຄວ້າຮ່ວມ ຂອງອົງການອະນາໄມໂລກ ກັບຈີນ ເຜີຍວ່າ ເຊື້ອໄວຣັສໂຄວິດ ອາດຕິດໃສ່ມະນຸດ ຈາກເຈຍ ໂດຍຜ່ານສັດອື່ນ


 ຄົນພາກັນໃສ່ໜ້າກາກ ປ້ອງກັນໂຄວິດ-19 ໃນຂະນະທີ່ເຂົ້າຮ່ວມຄອນເຊີດ ທີ່ນະຄອນບາເຊີໂລນາ ປະເທດສະເປນ ວັນເສົາ ວັນທີ27, 2021.
ຄົນພາກັນໃສ່ໜ້າກາກ ປ້ອງກັນໂຄວິດ-19 ໃນຂະນະທີ່ເຂົ້າຮ່ວມຄອນເຊີດ ທີ່ນະຄອນບາເຊີໂລນາ ປະເທດສະເປນ ວັນເສົາ ວັນທີ27, 2021.

ຮ່າງສຳເນົາສະບັບນຶ່ງ ຂອງການຄົ້ນຄວ້າຮ່ວມ ລະຫວ່າງອົງການອະນາໄມໂລກ (WHO) ແລະຈີນ ກ່ຽວກັບທີ່ມາຂອງໂຄວິດ-19 ໄດ້ລົງຄວາມເຫັນວ່າ “ການຕິດຕໍ່ຂອງເຊື້ອໄວຣັສຈາກເຈຍໄປຫາມະນຸດຜ່ານສັດອື່ນໆນັ້ນເປັນການ ຕີດຕໍ່ກັນມາທີ່ເປັນໄປໄດ້ທີ່ສູງ” ຂອງການປາກົດໂຕຂຶ້ນມາ ຂອງເຊື້ອໄວຣັສ ອີງຕາມອົງການຂ່າວເອພີ (AP.) ການຮົ່ວໄຫລອອກມາຈາກຫ້ອງທົດລອງໄປຫາສາທາລະນະຊົນ ໄດ້ຫລີງເຫັນວ່າ “ເປັນ
ໄປໄດ້ຍາກຫຼາຍ”ຈາກການຮ່ວມສືບສວນຮ່ວມ ອີງຕາມອົງການຂ່າວ ເອພີ ທີ່ໄດ້ກ່າວໄປ.

ການຄົ້ນຄວ້າຍັງໄດ້ເປີດເຜີຍວ່າ ໂຕມິງ ແລະແມວ “ມີຄວາມເປັນໄປໄດ້ທີ່ອາດນຳພາເຊື້ອໄວຣັສໂຄວິດ-19 ຊຶ່ງສະເໜີວ່າສາມາດເປັນພວກທີ່ນຳພາໄວຣັສ.”

ຫ້ອງການນັກການທູດທົ່ວໄປຂອງປະເທດທີ່ເປັນສະມາຊິກອົງການ WHO ໄດ້ ແບ່ງປັນການສຶກສາວ່າ “ໃກ້ຈະເສັດສິ້ນພາກຄົ້ນຄວ້າສຸດທ້າຍ” ກັບອົງການ ຂ່າວ AP ໃນວັນຈັນມື້ນີ້ ແຕ່ວ່າອົງການຂ່າວຍັງບໍ່ທັນໄດເປີດເຜີຍເຖີງນັກການ ທູດ ເພາະວ່ານັກການທູດ ບໍ່ໄດຮັບອະນຸຍາດໃຫ້ເປີດເຜີຍຂໍ້ມູນ ກ່ອນການພິມ
ເຜີຍແຜ່.

ລາຍງານສ່ວນໃຫຍ່ໄດ້ອ້າງອີງໃສ່ການຢ້ຽມຢາມ ທີ່ທີມນັກຊ່ຽວຊານສາກົນ ໄດ້ ໄປໃນຕົ້ນປີນີ້ທີ່ເມືອງວູຫານ ສະຖານທີ່ຢູ່ໃນປະເທດຈີນບ່ອນທີ່ໄວຣັສໂຄໂຣນາ ໄດ້ໂພໂຕຂຶ້ນມາເທື່ອທຳອິດ.

ເມັກຊິໂກ ໄດ້ປັບປ່ຽນຈໍານວນການຕາຍຈາກໄວຣັສໂຄໂຣນາ ເພີ້ມຈຳນວນຂື້ນ ເຖິງ 60
ເປີເຊັນ ທີ່ເຮັດໃຫ້ການນັບຂອງການເສຍຊີວິດຢູ່ເມັກຊິໂກຕົກຢູ່ໃນອັນ ດັບທີສອງຮອງລົງມາຈາກສະຫະລັດ ແລະກາຍບຣາຊິລ ທີ່ຢູ່ໃນອັນດັບສອງ ໃນການນັບຂອງການເສຍຊີວິດສູງທີ່ສຸດ.

ຂໍ້ມູນໃໝ່ໄດ້ເພີ້ມຂຶ້ນ ໃນຂະນະທີ່ພົນລະເມືອງເມັກຊິໂກ 126 ລ້ານຄົນຕໍ່າກວ່າພົນລະເມືອງຂອງສະຫະລັດ ແລະບຣາຊີລຫຼາຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG