ໃນຂະນະທີ່ຈີນ ເປີດນຶ່ງໃນຫົກເຂື່ອນຂອງຕົນ ຢູ່ເທິງລຳແມ່ນ້ຳຂອງ ເມື່ອເດືອນແລ້ວນີ້ ເພື່ອຊ່ອຍບັນເທົາສະພາບການຫ່ຽວແຫ້ງ ຂອງບັນດາປະເທດໃນເຂດເອເຊຍ ຕາເວັນ ອອກສຽງໃຕ້ ທີ່ຢູ່ລຸ່ມແມ່ນ້ຳຂອງ ເພື່ອຮັບມືກັບສະພາບແຫ້ງແລ້ງທີ່ເປັນປະຫວັດການ ຊຶ່ງການກະທຳນັ້ນ ໄດ້ຖືກຍົກຍ້ອງວ່າ ເປັນການພົວພັນທາງການທູດດ້ວຍນ້ຳ ທີ່ມີຈຸດ ປະສົງທີ່ດີ.
ຫາກແຕ່ສຳລັບ ພວກນັກວິພາກວິຈານ ການກໍ່ສ້າງພວກເຂື່ອນໄຟຟ້າ ຢູ່ຕາມລຳແມ່ນ້ຳ ຂອງ ທີ່ກ່ຽວພັນກັບຄວາມເປັນຫ່ວງ ຂອງບັນດາລັດຖະບານ ແລະບັນດານັກເຄື່ອນໄຫວ ແລ້ວ ມັນເປັນການກະທຳ ທີ່ເຫັນແກ່ຕົວ ຂອງປະເທດ ທີ່ໄດ້ຊ່ອຍເຮັດໃຫ້ສະພາບການ ຂາດແຄນນ້ຳ ແລະບັນຫາສະພາບແວດລ້ອມຕ່າງໆ ທີ່ຮ້າຍແຮງຂຶ້ນຕື່ມອີກ ຢູ່ໃນຂົງເຂດ ລວມທັງປະເທດລາວ ທີ່ສົ່ງອອກພະລັງງານໄຟຟ້ານຳດ້ວຍ. ໄຊຈະເລີນສຸກ ມີລາຍລະ ອຽດກ່ຽວກັບເລື້ອງນີ້ ມາສະເໜີທ່ານ.
ສ່ວນໃຫຍ່ຂອງເຂດເອເຊຍຕາເວັນອອກສຽງໃຕ້ ແມ່ນໄດ້ປະສົບກັບໄພແຫ້ງແລ້ງ ທີ່ຮ້າຍ ແຮງສຸດ ໃນຮອບ 20 ປີ ຫຼື ຫຼາຍກວ່ານັ້ນອີກ. ປະຊາຊົນຫຼາຍ 10 ລ້ານຄົນ ຢູ່ໃນຂົງເຂດ ແມ່ນໄດ້ຮັບຜົນກະທົບ ຈາກລະດັບນ້ຳຂອງແມ່ນ້ຳຂອງທີ່ຫລຸດລົງ ເຊິ່ງມັນເປັນລະບົບ ແມ່ ນ້ຳອັນຍືນຍົງ ທີ່ໄຫລຜ່ານເຂົ້າໄປຄ້ຳຊູອູ່ເຂົ້າ ຂອງປະເທດລາວ ໄທ ກຳປູເຈຍ ແລະ ຫວຽດນາມ. ປະຊາຊົນ ຢູ່ໃນຫວຽດນາມ ແລະ ກຳປູເຈຍ ຫຼາຍແສນຄົນ ກຳລັງຂາດແຄນ ນ້ຳຈືດ ແລະ ການຫລຸດຜ່ອນນ້ຳສຳລັບຊົນລະປະທານ ໄດ້ສ້າງຄວາມຂັດສົນ ໃຫ້ແກ່ ພາກກະສິກຳ ໂດຍສະເພາະແມ່ນການປູກເຂົ້າ ຢູ່ໃນໄທ ບ່ອນທີ່ພື້ນທີ່ການປູກເຂົ້າ ແມ່ນ ໄດ້ຖືກຕັດລົງຢ່າງຫຼວງຫຼາຍໃນປີນີ້.
ຫວຽດນາມກະປະມານວ່າ 400,000 ເຮັກຕາ ໄດ້ຮັບຜົນກະທົບ ໂດຍການບຸກລຸກ ຂອງ ນ້ຳເກືອ ໂດຍມີເນື້ອທີ່ ຈຳນວນ 166,000 ເຮັກຕາ ທີ່ກາຍເປັນວ່າ ບໍ່ສາມາດປູກຝັງໄດ້. ເນື້ອທີ່ ທີ່ໄດ້ຮັບຜົນກະທົບ ປະກອບມີ ເກືອບ 10 ເປີເຊັນ ຂອງເນື້ອທີ່ປູກຝັງຂອງປະເທດ ຢູ່ໃນປາກແມ່ນ້ຳຂອງ ເຊິ່ງເປັນຂົງເຂດທີ່ປູກເຂົ້າເປັນຫຼັກ.
ລະດັບນ້ຳ ຢູ່ໃນແມ່ນ້ຳ Tonle Sap ຂອງກຳປູເຈຍ ໃນຂະນະທີ່ມັນໄຫລຜ່ານ ໄປຍັງ ພະລາດຊະວັງ ໃນນະຄອນຫຼວງພະນົມເປັນ ຂອງກຳປູເຈຍ ໄດ້ລົດຕ່ຳລົງສຸດ ໃນຮອບ 50 ປີ.
ພວກຄົນສ່ວນໃຫຍ່ແມ່ນຊີ້ໄປຍັງ ປາກົດການສະພາບອາກາດ El Nino ເຊິ່ງໄດ້ເຮັດໃຫ້ ໂລກແຫ້ງແລ້ງຫຼາຍຂຶ້ນ ແລະ ອາກາດທີ່ຮ້ອນຫຼາຍຂຶ້ນກວ່າທຳມະດາ ໃນທົ່ວໂລກ. ແຕ່ ບັນດານັກຕໍ່ສູ້ເພື່ອສິງແວດລ້ອມ ແລະ ເຈົ້າໜ້າທີ່ບາງສ່ວນ ກ່າວວ່າ ສະຖານະການແມ່ນ ຮ້າຍແຮງຂຶ້ນ ຍ້ອນ 10 ເຂື່ອນ ທີ່ສ້າງຂຶ້ນ ຢູ່ຕາມສາຍນ້ຳຫຼັກ ຂອງແມ່ນ້ຳຂອງ ຕະຫຼອດ ສອງທົດສະຫວັດທີ່ຜ່ານມາ ຢ່າງນ້ອຍ ພວກເຂື່ອນນັ້ນ ຈະຫລຸດຜ່ອນ ໄພນ້ຳຖ້ວມ ໃນ ລະດູຝົນ ແລະ ຈະກັກຂັງພວກຕະກອນ ເຊິ່ງຈະເຮັດໃຫ້ ລຸ່ມສາຍນ້ຳທີ່ປາກແມ່ນ້ຳ ມີຄວາມ ສ່ຽງຫຼາຍ ຕໍ່ການບຸກລຸກຂອງນ້ຳທະເລ.
ທ້າວ Thach Tai ຊາວນາຈາກຄຸ້ມບ້ານ Ngoc Bien ຢູ່ທີ່ ແຂວງ Tra Vinh ທາງພາກ ໃຕ້ ຂອງຫວຽດນາມ ເວົ້າວ່າ “ຂ້າພະເຈົ້າ ໄດ້ສູນເສຍ ທຶນຮອນທັງໝົດ ຂອງຂ້າພະເຈົ້າ. ຂອບຄົວຂອງຂ້າພະເຈົ້າ ບໍ່ເຫຼືອຫຍັງເລີຍ” ໃນຂະນະທີ່ລາວ ໄດ້ສຳຫຼວດເນື້ອທີ່ 2,000 ຕາລາງແມັດ ຂອງລາວທີ່ເຕັມໄປດ້ວຍ ຕົ້ນເຂົ້າທີ່ຫ່ຽວແຫ້ງຕາຍ. ລາວເວົ້າຕື່ມວ່າ “ຂ້າພະ ເຈົ້າ ບໍ່ຮູ້ວ່າ ຈະເຮັດຈັ່ງໃດ ແລະ ບໍ່ມີຫຍັງເລີຍ ທີ່ຂ້າພະເຈົ້າ ສາມາດເຮັດ ເພື່ອທີ່ຈະ ຊ່ອຍເຫຼືອ ພວກຕົນເຂົ້າ ຂອງຂ້ອຍໄດ້.”
ທ້າວ Tai ໄດ້ກ່າວວ່າ ພໍ່ຂອງລາວ ອາຍຸ 70 ປີ ແລະ ພວກຜູ້ເຖົ້າຄົນອື່ນໆ ຢູ່ໃນຄຸ້ມບ້ານ ທີ່ມີຫຼາຍກວ່າ 180 ຄອບຄົວ ບໍ່ເຄີຍໄດ້ພົບເຫັນ ໄພແຫ້ງແລ້ງ ແລະ ຄວາມເຄັມຂອງນ້ຳ ຄືເຊັ່ນນີ້.
ປາກົດການ El Nino ໃນປັດຈຸບັນ ແມ່ນເຫດການນຶ່ງ ຂອງການປ່ຽນແປງ ຂອງດິນຟ້າ ອາກາດທີ່ໜັກທີ່ສຸດ ໃນຮອບ 60 ປີຜ່ານມາ ດັ່ງທີ່ທ່ານນາງ Kundhavi Kadiresan ຜູ້ຊ່ວຍອຳນວຍການໃຫຍ່ ຢູ່ທີ່ອົງການເພື່ອອາຫານແລະ ກະສິກຳ ຂອງອົງການສະຫະ ປະຊາຊາດ ເວົ້າວ່າ “ອັນນັ້ນ ແມ່ນຍັງບໍ່ແລ້ວສຸດເທື່ອ.” ມັນເປັນປັດໄຈຫຼັກ ຂອງໄພ ນ້ຳຖ້ວມ ແຕ່ “ພວກເຂື່ອນ ຕາມລຳແມ່ນ້ຳຂອງ ສາມາດ ແລະ ເປັນທີ່ແນ່ນອນວ່າ ເປັນສາເຫດ ທີ່ເຮັດໃຫ້ເກີດ ມີບັນຫາຕ່າງໆໃນບາງສ່ວນ” ອີງຕາມ ທ່ານນາງ Kadiresan.
ຫວຽດນາມ ກ່າວວ່າ ການບຸກລຸກຂອງນ້ຳເກືອ ເຂົ້າມາປາກນ້ຳທາງພາກໃຕ້ ຂອງແມ່ນ້ຳ ຂອງ ແມ່ນບໍ່ເຄີຍມີມາກ່ອນ. ໃນກາງເດືອນມີນາ ຫວຽດນາມໄດ້ຂໍໃຫ້ຈີນປ່ອຍນ້ຳ ຈຳ ນວນ ສອງເທົ່າຕົວ ຈາກເຂື່ອນ Jinghong ຂອງຈີນ ໃນແຂວງຢູໜານ. ຈີນໄດ້ຕົກລົງ ແລະການເພີ້ມຈຳນວນນ້ຳທີ່ໄຫລອອກ ແມ່ນຄາດກັນວ່າ ຈະສືບຕໍ່ໄປ ຈົນຮອດວັນທີ 10 ເມສາ.
ທ່ານ Pham Tuan Phan ຫົວໜ້າອຳນວຍການຂອງຄະນະກຳມາທິການ ແມ່ນ້ຳຂອງ ອັນເປັນອົງກອນ ກໍ່ຕັ້ງຂຶ້ນມາເພື່ອ ໄກ່ເກ່ຍບັນຫາຂັດແຍ້ງບູລິມະສິດຕ່າງໆ ຂອງບັນດາ ປະເທດທີ່ຢູ່ ເທິງ ແລະ ລຸ່ມລຳແມ່ນ້ຳຂອງ, ໄດ້ເອີ້ນການເຄື່ອນໄຫວຂອງຈີນນັ້ນ ວ່າ ເປັນ “ການສະແດງອອກເຖິງຄວາມປາຖະໜາດີ.”
ໜັງສືພິມ Nation ພາສາອັງກິດຂອງໄທ ໄດ້ປະກາດວ່າ ຈີນໄດ້ເລີ້ມດຳເນີນ ທາງດ້ານ ການທູດ ດ້ວຍນ້ຳ ທີ່ບໍ່ເຄີຍມີມາກ່ອນ. ກະຊວງການຕ່າງປະເທດຂອງຈີນ ໄດ້ກ່າວວ່າ ລັດຖະບານ ໄດ້ຕັດສິນໃຈ ທີ່ຈະ “ບາກບັ່ນຄວາມຍາກລຳບາກຂອງຕົນເອງ ເພື່ອທີ່ ຈະສະເໜີ ການປ່ອຍນ້ຳສຸກເສີນ.”
ການເຄື່ອນໄຫວຂອງຈີນ ໄດ້ຖືກຍົກຍ້ອງ ວ່າເປັນຄວາມກ້າວໜ້າ ເພາະມັນໄດ້ເປັນຄັ້ງ ທຳອິດ ທີ່ຕົນໄດ້ແຈ້ງ ບັນດາປະເທດຢູ່ລຸມສາຍນ້ຳ ໃຫ້ຊາບເຖິງແຜນການຂອງຕົນ ກ່ຽວ ກັບລະດັບນ້ຳ ຂອງແມ່ນ້ຳຂອງ. ແຕ່ມັນຍັງໄດ້ ເນັ້ນຢ້ຳເຖິງອຳນາດທີ່ຈີນມີ ຢູ່ໃນກຳມື ກ່ຽວກັບແຫລ່ງຊັບພະຍາກອນ ທີ່ອຸ້ມຊູຊີວິດ ແລະ ສະພາບແວດລ້ອມ ໂດຍລວມຂອງ ແມ່ນ້ຳຂອງ.
ທ່ານ Ma Quang Trung ຜູ້ອຳນວຍການກົມ ຢູ່ທີ່ກະຊວງກະສິກຳ ຂອງຫວຽດນາມ ໄດ້ກ່າວວ່າ ນ້ຳທີ່ໄດ້ປ່ອຍອອກມາຈາກເຂື່ອນ Jinghong ນັ້ນ ອາດຈະຊ່ອຍຫລຸດຜ່ອນ ການຂາດແຄນນ້ຳຈືດ ໃຫ້ແກ່ ຊາວຫວຽດນາມ ຈຳນວນ 575,000 ຄົນ ແຕ່ໂດຍລວມ ແລ້ວ ເບິ່ງຄືກັບວ່າ ມັນຈະຄົງບໍ່ຊ່ອຍບັນເທົາ ໄພແຫ້ງແລ້ງໄດ້. ຫວຽດນາມ ແມ່ນຢູ່ລຸ່ມສຸດ ຂອງແມ່ນ້ຳຂອງ ທີ່ພຽງຈະໄດ້ຮັບ ໃນສ່ວນທີ່ໜ້ອຍຫຼາຍ ຂອງນ້ຳທີ່ໄດ້ຖືກປ່ອຍອອກມາ ນັ້ນ ຈົນກວ່າມັນຈະໄປຮອດຕົນ. ທ່ານໄດ້ໂທດໄພແຫ້ງແລ້ງໃສ່ ປາກົດການ El Nino ແລະພວກເຂື່ອນຕ່າງໆຢູ່ໃນແມ່ນ້ຳຂອງ.
ໃນຂະນະດຽວກັນ ໄທ ໄດ້ເພີ້ມຄວາມເຄັ່ງຕຶງໃນຂົງເຂດ ກ່ຽວກັບແຫລ່ງນ້ຳ ໂດຍການຕັດ ສິນໃຈ ສູບນ້ຳໃນຈຳນວນຫຼວງຫຼາຍ ຈາກແມ່ນ້ຳຂອງ ເພື່ອສະໜອງໃຫ້ແຂວງຕ່າງໆ ທີ່ ປະສົບກັບໄພແຫ້ງແລ້ງ.
ເຂື່ອນອີກຫຼາຍແຫ່ງ ແມ່ນໄດ້ຖືກວາງແຜນ ທີ່ຈະກໍ່ສ້າງໃສ່ແມ່ນ້ຳຂອງ ໂດຍລວມມີ ຈີນ ແລະ ລາວ ທີ່ເປັນປະເທດບໍ່ມີທາງອອກສູ່ທະເລ ແລະເປັນປະເທດນຶ່ງໃນເອເຊຍ ທີ່ດ້ອຍ ພັດທະນາ ເຊິ່ງໄດ້ຮັບການສະໜັບສະໜູນຈາກຈີນ ພົບເຫັນວ່າ ການສົ່ງອອກພະລັງໄຟ ຟ້າ ຈາກນ້ຳຕົກ ໄດ້ກາຍເປັນແຫລ່ງ ທີ່ເສດຖະກິດຂອງຕົນກາງຕໍ່. ໃນຂະນະທີ່ ເປັນສະ ມາຊິກ ຂອງຄະນະກຳມາທິການ ແມ່ນ້ຳຂອງ ທີ່ບໍ່ມີອຳນາດຫຍັງຫຼາຍ ລາວແມ່ນຈະຕ້ອງ ປຶກສາຫາລື ກັບໄທ ຫວຽດນາມ ແລະກຳປູເຈຍ ແຕ່ບໍ່ຈຳເປັນ ທີ່ຈະຕ້ອງໄດ້ຮັບການເຫັນ ດີ ຈາກພວກເຂົາເຈົ້າ.
ລາວໄດ້ດຳເນີນໜ້າ ກໍ່ສ້າງເຂື່ອນໄຊຍະບູລີ ໃນປີ 2012 ເຖິງແມ່ນວ່າ ພວກປະເທດ ເພື່ອນ ບ້ານຂອງຕົນຈະມີຄວາມກັງວົນກໍຕາມ ເຊິ່ງພວກເຂົາຢາກໃຫ້ສຶກສາ ຢ່າງລະອຽດ ກ່ອນ ກ່ຽວກັບ ອັນທີ່ພວກເຂົາເຈົ້າ ຍ້ານກົວວ່າ ຈະເປັນຜົນກະທົບຕ່າງໆ ທີ່ເລິກເຊິ່ງ ຕໍ່ ແມ່ນ້ຳຂອງ ອັນເປັນແຫລ່ງຂອງປະມົງພາຍໃນປະເທດແຫ່ງນຶ່ງ ທີ່ໃຫຍ່ທີ່ສຸດ ຂອງໂລກ. ການສຶກສາຄົ້ນຄວ້າ ກ່ຽວກັບເຂື່ອນຕ່າງໆໃນທົ່ວໂລກ ທີ່ມີຢູ່ແລ້ວນັ້ນ ສະແດງ ໃຫ້ເຫັນ ວ່າ ພວກເຂື່ອນນັ້ນ ໄດ້ເຮັດໃຫ້ພື້ນທີ່ອາໄສຂອງປາ ຫລຸດນ້ອຍຖອຍລົງ ຢ່າງໃຫຍ່ຫຼວງ ຍ້ອນການສ້າງສິ່ງກີດຂວາງ ຕໍ່ວົງຈອນການຍົກຍ້າຍຖິ່ນຖານ ເພື່ອການປະສົມພັນ ຂອງ ພວກໝູ່ປາ ແລະ ການສ້າງສະພາບການຕ່າງໆ ຂອງແມ່ນ້ຳ ທີ່ທຳລາຍ ທີ່ຢູ່ອາໄສ ແລະ ພວກແຫລ່ງອາຫານເຫຼົ່ານັ້ນເປັນຕົ້ນ.
ທ່ານນາງ Piaporn Deetes ນັກລົນນະລົງ ຢູ່ທີ່ອົງການ Thailand for Rivers International ເຊິ່ງເປັນກຸ່ມທີ່ລົນນະລົງເພື່ອປົກປ້ອງແມ່ນ້ຳ ເຍາະເຍີ້ຍ ຕໍ່ແນວຄິດ ທີ່ວ່າ ການປ່ອຍນ້ຳຈາກເຂື່ອນ Jinghong ນັ້ນ ເປັນການກະທຳທີ່ບໍ່ເຫັນແກ່ໂຕຂອງຈີນ ເພື່ອ ຊ່ອຍເຫຼືອບັນດາເພື່ອນບ້ານຂອງຕົນ. ທ່ານນາງ ໄດ້ກ່າວວ່າ ຈີນ ໄດ້ຮັບຜົນປະໂຫຍດ ຫຼາຍ ເຊັ່ນວ່າ ການຜະລິດໄຟຟ້າ ແລະ ລະດັບນ້ຳທີ່ສູງຊົ່ວຄາວ ເຮັດໃຫ້ການສັນຈອນ ຢູ່ໃນພາກສ່ວນຂອງແມ່ນ້ຳຕົນນັ້ນ ງ່າຍຂຶ້ນ.
ການປ່ອຍນ້ຳອອກມາ ຍັງມີຜົນສະທ້ອນທີ່ຮ້າຍແຮງ ທີ່ຈະເກີດຂຶ້ນແນ່ນອນ ຍ້ອນວ່າ ປະຊາຊົນຫຼາຍລ້ານຄົນ ຜູ້ທີ່ອາໄສຢູ່ຕາມລຳແມ່ນ້ຳຂອງ ແລະ ກາງຕໍ່ແມ່ນ້ຳເພື່ອຊີວິດ ການເປັນຢູ່ ແມ່ນບໍ່ຮູ້ສຶກຕົວເລີຍວ່າ ລະດັບນ້ຳອາດເພີ້ມສູງຂຶ້ນໃນທັນທີທັນໃດໄດ້.
ທ່ານນາງ Deetes ກ່າວວ່າ ພວກສວນຜັກຢູ່ຕາມແຄມຝັ່ງແມ່ນ້ຳ ໄດ້ຈົມຢູ່ໃຕ້ນ້ຳ ແລະ ພວກເຮືອຫາປາ ແລະເຄື່ອງຫາປາ ໄດ້ຖືກນ້ຳພັດໄປ. ການເກັບກ່ຽວ ຂອງໄຄແຜ່ນ ເປັນ ພືດນ້ຳຈືດ ທີ່ໄດ້ສົ່ງອອກໄປປະເທດຍີ່ປຸ່ນ ອັນເປັນແຫລ່ງຂອງລາຍໄດ້ສ່ວນໃຫຍ່ ສຳລັບ ພວກຊຸມຊົນທີ່ອາໄສຢູ່ຕາມແມ່ນ້ຳ ໄດ້ຖືກທຳລາຍ. ທ່ານນາງ ເວົ້າວ່າ “ແມ່ຂອງ ບໍ່ແມ່ນ ທໍ່ນ້ຳ ມັນແມ່ນລະບົບນິເວດ ທີ່ສະຫລັບສັບຊ້ອນ.”