ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຕໍ່ຕ້ານ​ຊາວ​ຢິວ ​ມີ​ການ​ເພັ່ງ​ເລັງ​ຢູ່ກອງ​ປະ​ຊຸມ​ໂຕະ​ມົນ​ ທີ່​ທຳ​ນຽບ​ຂາວ


ທ່ານ​ດັກ ແອມ​ຮອ​ຟ (ກາງ) ສາມີຂອງຮອງປະທານາທິບໍດີສະຫະລັດ ທ່ານນາງຄາມາລາ ແຮຣິສ ກ່າວ​ລະ​ຫວ່າງກອ​ງ​ປະ​ຊຸມ​ໂຕະ​ມົນ ກ່ຽວ​ກັບ​ການ​ຕໍ່​ຕ້ານ​ຊາວ​ຢິວ ທີ່​ຕຶກ​ບໍ​ລິ​ຫານ ທຳ​ນຽບ​ຊາວ ຢູ່ນະ​ຄອນ​ຫລວງງວໍ​ຊິງ​ຕັນ ວັນ​ທີ 7 ທັນ​ວາ 2022
ທ່ານ​ດັກ ແອມ​ຮອ​ຟ (ກາງ) ສາມີຂອງຮອງປະທານາທິບໍດີສະຫະລັດ ທ່ານນາງຄາມາລາ ແຮຣິສ ກ່າວ​ລະ​ຫວ່າງກອ​ງ​ປະ​ຊຸມ​ໂຕະ​ມົນ ກ່ຽວ​ກັບ​ການ​ຕໍ່​ຕ້ານ​ຊາວ​ຢິວ ທີ່​ຕຶກ​ບໍ​ລິ​ຫານ ທຳ​ນຽບ​ຊາວ ຢູ່ນະ​ຄອນ​ຫລວງງວໍ​ຊິງ​ຕັນ ວັນ​ທີ 7 ທັນ​ວາ 2022

ສຸ​ພ​າບ​ບູຣຸດໝາຍ​ເລກ​ສອງ ທ່ານ​ດັກ ແອມ​ຮອ​ຟ ໄດ້​ເປັນ​ເຈົ້າ​ພາບ​ຕ້ອນ​ຮັບ​ຜູ້​ນຳ​ຊາວ​ຢິວ​ ຢູ່​ທີ່​ທຳ​ນຽບ​ຂາ​ວ ໃນ​ວັນ​ພຸດ​ວານ​ນີ້ ໃນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຫາ​ທາງປາບ​ປາມ​ການ​ກໍ່​ອາ​ຊະ​ຍາ​ກຳ​ດ້ວຍ​ຄວາມກຽດ​ຊັງ​ຫລັງ​ຈາກ​ມີ​ການ​ຕໍ່​ຕ້ານ​ຊາວ​ຢິວ​ຕິດ​ຕໍ່​ກັນ​ ທີ່ກ່າວ​ອອກ​ມາ​ໂດຍ​ຊາວ​ອາ​ເມ​ຣິ​ກັນ​ທີ່​ເປັນບຸກ​ຄົນ​ສຳ​ຄັນ​ໃນ​ສາ​ທາ​ລະ​ນະ.

ທ່ານ​ແອ​ມຮອ​ຟ ແມ່ນ​ສາ​ມີ​ຂອງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ນາງ​ຄາ​ມາ​ລາ ແຮ​ຣິ​ສ ເປັນ​ຄົນ​ຢິວຜູ້​ທຳ​ອິດ​ທີ່​ແຕ່ງ​ງານ​ກັບ​ເຈົ້າ​ໜ້າ​ທີ່ໝາຍ​ເລກສອງ ຢູ່​ໃນຂະ​ແໜງ​ບໍ​ລິ​ຫານ ແລະເປັນ​ຜູ້​ກ້າ​ເວົ້າ ​ກ່ຽວ​ກັບ​ການ​ໂຈມ​ຕີ​ຕໍ່​ຄົນ​ທີ່​ເຊື່ອ​ໃນ​ສາ​ສະ​ໜາຢິວ.

ທ່ານ​ໄດ້​ໃຫ້​ຄວາມ​ເຫັນ​ຢູ່​ໃນພິ​ທີນີ້​ວ່າ “ຂ້າ​ພະ​ເຈົ້າ​ພູມ​ໃຈ​ທີ່​ຢູ່​ຢ່າງ​ເປີດ​ເຜີຍ​ໃນ​ນາມ​ຄົນ​ຢິວ​ ​ແລະ​ຂ້າ​ພະ​ເຈົ້າ​ບໍ່​ມີ​ຄວາ​ມ​ຢ້ານ​ກົວ. ແລະ​ຕາບ​ໄດ​ທີ່​ຂ້າ​ພະ​ເຂົ້າ​ມີ​ໄມ​ໂກ​ຣ​ໂຟ​ນ ຂ້າ​ພ​ະ​ເຈົ້າ​ຈະ​ເວົ້າ​ອອກ​ມາ​ຕໍ່​ຕ້ານ​ຄວາມ​ກຽດ​ຊັງ ດູ​ໝິ່ນ ແລະ​ຕົວະ” ​ທ່ານ​ໄດ້​ກ່າວ ບັນ​ລະ​ຍາຍ​ເລື້ອງ​ນີ້​ວ່າ ​ເປັນ​ການ “​ໂຣກລະ​ບາດຂອງຄວາມ​ກຽດ​ຊັງ.”

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ເຫັນວ່າ​ມີ​ການ​ເພີ້ມ​ຂຶ້ນ​ຢ່າງ​ໄວ ​ໃນ​ຄຳ​ເວົ້າ ແລະ​ການ​ກະທຳ​ຕໍ່​ຕ້ານ​ຊາວ​ຢິວ ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ຢ່າງ​ຈະ​ແຈ້ງວ່າ ຄຳ​ເວົ້າ​ແມ່ນ​ສຳ​ຄັນ. ຜູ້​ຄົນ​ບໍ່ໄດ້​ເວົ້າ​ ພາກ​ສ່ວນ​ທີ່​ມິດ​ງຽບ​ນັ້ນ​ ອອກ​ ມາ​ຢ່າງ​ແຮງ. ພວກ​ເຂົາ​ເຈົ້າ​ເວົ້າ​ແລ້ວ​ແມ່​ນ​ຮ້ອງ​ອອກ​ມາ.”

ການ​ຫາ​ລື​ໂຕະ​ມົນ ທີ່​ນຳ​ພາ​ໂດຍທ່ານ​ແອ​ມຮອ​ຟ ມີ​ຂຶ້ນຫລັງ​ຈາກໄດ້ມີຄວາມ​ຮູ້​ສຶກ​ຕໍ່​ຕ້ານຊາວ​ຢິວ​ເພີ້ມ​ຂຶ້ນຮວມ​ທັງ​ຈາກດາ​ຣາ​ບານ​ບ້ວງແຫ່ງ​ຊາດ (NBA) ທ້າວ​ແຄ​ຣີ ເອີ​ວິງ ຜູ້​ທີ່​ໄດ້​ນຳ​ອອກ​ເຜີຍ​ແຜ່ ​ໃສ່​ລິ້ງ​ຮູບ​ເງົາ ທີ່​ອີງ​ໃສ່ການຕໍ່​ຕ້ານ​ຊາວ​ຢິວ ​ທີ່​ບໍ່​ມີ​ຄວາມ​ຈິງ ​ຢູ່​ໜ້າ​ສື່​ສັງ​ຄົມ​ຂອງ​ລາວ ແລະ​ນັກ​ຮ້ອງອາ​ເມ​ຣິກັນ​ແຣັບ​ເປີ ທ້າວ​ ເ​ຢ ທີ່ຮູ້​ກັນ​ໃນ​ອະ​ດີດ​ວ່າ ທ້າວ​ເຄນເຢ​ ແວັ​ສ​ທ໌ ຜູ້​ທີ່ຢູ່​ໃນ​ການ​ສຳ​ພາດຫວ່າງ​ມໍ່ໆ​ມາ​ນີ້
ຍ້ອງ​ຍໍ​ອາ​ດອຟ ຮິດ​ເລີ ແລະ​ກ່າວ​ວ່າ ລາວ “ຮັກ​ນາ​ຊີ.”

ທ້າວ​ເຢ ຫວ່າງ​ມໍ່ໆ​ມາ​ນີ້​ໄດ້​ເຂົ້າ​ຮ່ວມ​ຮັບ​ປະ​ທານ​ອາ​ຫານ​ແລງທີ່​ເປັນ​ເຈົ້າ​ພາບ​ໂດຍ ທ່ານດໍ​ໂນ​ລ ທ​ຣຳ ຢູ່​ບ້ານພັກ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ມາ​ຣ ອາ ລາ​ໂກ ​ໃນລັດ​ຟ​ລໍ​ຣິ​ດາ ທີ່​ຮວມ​ທັງ ທ້າວ​ນິກ ຟູ​ເອນ ​ເ​ຕັ​ສ ຜູ້​ທີ່​ປະ​ຕິ​ເສດການ​ຂ້າ​ລ້າງເຊື້ອ​ຊາດເຜົ່າ​ພັນ​ຊາວ​ຢີວ (Holocaust) ​ຊຶ່ງ​ເປັນ​ພວກ​ຄົນ​ຜີວ​ຂາວ ​ທີ່​ວ່າຕົນ​ເປັນ​ຍອດ​ມະ​ນຸດ.

Second gentleman Doug Emhoff hosted Jewish leaders at the White House Wednesday addressing efforts to combat hate crimes following a series of antisemitic tropes by American public figures.

Emhoff, the spouse of Vice President Kamala Harris, is the first Jewish person to be married to the number two official in the executive branch and has been outspoken about attacks on people of the Jewish faith.

“I’m proud to live openly as a Jew and I’m not afraid,” he said in remarks during the event. “And as long as I have this microphone, I am going to speak out against hate, bigotry, and lies,” he said, describing it as an “epidemic of hate.”

“We’re seeing a rapid rise in antisemitic rhetoric and acts,” he said. “Let me be clear: Words matter. People are no longer saying the quiet parts out loud. They are literally screaming them.”

The roundtable discussion led by Emhoff follows a surge of anti-Jewish sentiments, including from NBA star Kyrie Irving who posted a link to a film based on antisemitic disinformation on his social media, and American rapper Ye formerly known as Kanye West who in a recent interview praised Adolf Hitler and said he “loved Nazis.”

Ye recently attended a dinner hosted by Donald Trump at the former president’s home in Mar-a-Lago, Florida, that included Nick Fuentes, a Holocaust-denying white supremacist.

According to researchers from the Center for Countering Digital Hate, Anti-Defamation League and other groups, antisemitic and racist slurs have also skyrocketed on Twitter.

XS
SM
MD
LG