ປະທານາທິບໍດີ ບາຣັກ ໂອບາມາ ໄດ້ກັບຄືນມາສູ່ນະຄອນຫຼວງ
ວໍຊິງຕັນແລ້ວ ຫຼັງຈາກໄດ້ພົບປະກັນເຊິ່ງໜ້າຄັ້ງປະຫວັດສາດ
ກັບປະທານທິບໍດີ Raul Castro ແຫ່ງຄິວບາ ແລະພົບປະກັນ
ຄັ້ງທຳອິດກັບປະທານາທິບໍດີ Nicolas Maduro ແຫ່ງ Vene
zuela.
ການໂອ້ລົມສົນທະນາກັບ ປ. ກາສໂຕຣ ທີ່ປານາມາ ໄດ້ຮັບການຕຳໜິຕິຕຽນຢ່າງໜັກ ໂດຍພວກທີຫວັງຢາກເປັນປະທານາທິບໍດີຈາກພັກ Republican ຈຳນວນໜຶ່ງ.
ສະມາຊິກສະພາສູງສະຫະລັດ Ted Cruz ຈາກລັດ Texas ທີ່ບິດາຂອງທ່ານເກີດຢູ່ຄິວບາ ກ່າວວ່າ “ໃນການດຳເນີນໄປຕາມແນວໂນ້ມທີ່ໜ້າຮ້ອນໃຈຂອງຄະນະລັດຖະບານຊຸດນີ້ ປະທານາທິບໍດີ ໂອບາມາກຳລັງຢູ່ໃນຂັ້ນຕອນທີ່ຈະບັນລຸຂໍ້ຕົກລົງທີ່ບໍ່ດີອີກສະບັບໃໝ່ ບັດນີ້ແມ່ນ ກັບຜູ້ຜະເດັດການຄອມມິວນີສຂອງຄິວບາຊຶ່ງທ່ານ Ted Cruz ກ່າວວ່າ “ທ່າທີດັ່ງກ່າວຂອງປະທານາທິບໍດີໂອບາມາ ແມ່ນເທົ່າກັບມອບໃຫ້ພວກກາສໂຕຣ ໃນສິ່ງທີ່ພວກເຂົາຕ້ອງການແທ້ໆ ນັ້ນກໍຄື ການຜ່ອນຄາຍດ້ານເສດຖະກິດ ແລະຄວາມຖືກຕ້ອງຊອບທຳທາງກົດໝາຍໃນ ເວທີສາກົນ. ທ່ານປະທານາທິບໍດີ ກ່າວໃນມື້ນີ້ວ່າ ການພົບປະຂອງທ່ານທີ່ບໍ່ເຄີຍມີ
ມາກ່ອນກັບທ່ານ Raul Castro ໄດ້ເປັນບາດກ້າວອັນໜຶ່ງໄປສູ່ອະນາຄົດ.ແຕ່ໜ້າເສຍໃຈ ທ່ານຊ້ຳພັດປ່ອຍໃຫ້ປະຊາຊົນຄິວບາ ຖືກກັກຂັງຢູ່ໃນອະດີດ.”
ສ່ວນທ່ານ Jeb Bush ອະດີດຜູ້ວ່າການລັດຟລໍຣິດາ ກ່າວຢູ່ໃນTwitter ວ່າ “ທ່ານໂອບາມາພົບປະກັບທ່ານກາສໂຕຣ ແຕ່ບໍ່ຍອມພົບປະກັບທ່ານ Netanyahu. ເປັນຫຍັງຈຶ່ງໃຫ້ຄວາມຖືກຕ້ອງຊອບທຳຕາມກົດໝາຍແກ່ຜູ້ຜະເດການທີ່ໂຫດຫ້ຽມ ຂອງອຳນາດປົກຄອງ
ທີ່ກົດຂີ່ປາຍປາມນີ້? “
ການພົບປະຂອງທ່ານໂອບາມາ ທີ່ໄດ້ຄາດກັນມາມາລ່ວງໜ້າຢ່າງສູງກັບທ່ານກາສໂຕຣ
ຢູ່ນອກກອງປະຊຸມສຸດຍອດຂອງບັນດາປະເທດໃນທະວີບອາເມຣິກາ ທີ່ປານາມານັ້ນ
ເປັນການພົບປະກັນຢ່າງເປັນທາງການຄັ້ງທຳອິດ ລະຫວ່າງຜູ້ນຳຂອງສອງປະເທດ ໃນເວລາດົນກວ່າເຄິ່ງສັດຕະວັດຜ່ານມາ.
U.S. President Barack Obama is back in Washington, following a historic face-to-face meeting with Cuban President Raul Castro and a first meeting with Venezuelan President Nicolas Maduro.
The talks with Mr. Castro in Panama were strongly criticized by some Republican presidential hopefuls.
U.S. Senator Ted Cruz of Texas, whose father was born in Cuba, said, "Keeping up a disturbing trend of this administration, President Obama is in the process of striking another very bad deal, now with the communist dictatorship of Cuba.
"President Obama's approach gives the Castros exactly what they want - economic relief and legitimacy on the international stage. ... The president said today that his unprecedented meeting with Raul Castro was a step towards the future. Unfortunately, he is leaving the Cuban people imprisoned in the past," he added.
Former Florida Governor Jeb Bush said on Twitter, "Obama meets with Castro but refused to meet w/@netanyahu (Israeli Prime Minister Benjamin Netanyahu). Why legitimize a cruel dictator of a repressive regime?"
Mr. Obama's highly anticipated meeting with Mr. Castro on the sidelines of the Summit of the Americas in Panama is the first formal meeting between leaders of the two nations in more than half a century.