ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ປະ​ທ້ວງຕໍ່​ຕ້ານ​ ປ. ທ​ຣຳ ໂຮມ​ຊຸ​ມ​ນຸມ​ກັນຢູ່​ ນິວຢອກ ແລະ ​ຕົວ​ເມືອງ​ອື່ນໆ ໃນ ສ​ຫລ


ທ່ານ Ray Bonachea ຢືນຖື​ປ້າຍ​ທີ່​ສະ​ໜັບ​ສະ​ໜຸນໃຫ້ທຳ​ການ​ຟ້ອງ​ຮ້ອງ​​ຕໍ່​ປະ​ທາ​ນາ​ທິ​ບໍ​ດີທ​ຣຳ ຢູ່ນອກສະຖານ​ທີ່​ຕາກ​ອາ​ກາດ​ Trump National Doral Miami ຂອງ​ທ່ານ​ທ​ຣຳ ທີ່​ມີ​ສະໜາມ​ກັອ​ຟ ຢູ່​ໃນ​ນັ້ນ ຊຶ່ງ​ຕັ້ງຢູ່ເມືອງ Dora, ລັດ​ຟ​ລໍ​ຣິ​ດາ ໃນ​ວັນ​ທີ 17 ທັນ​ວາ, 2019
ທ່ານ Ray Bonachea ຢືນຖື​ປ້າຍ​ທີ່​ສະ​ໜັບ​ສະ​ໜຸນໃຫ້ທຳ​ການ​ຟ້ອງ​ຮ້ອງ​​ຕໍ່​ປະ​ທາ​ນາ​ທິ​ບໍ​ດີທ​ຣຳ ຢູ່ນອກສະຖານ​ທີ່​ຕາກ​ອາ​ກາດ​ Trump National Doral Miami ຂອງ​ທ່ານ​ທ​ຣຳ ທີ່​ມີ​ສະໜາມ​ກັອ​ຟ ຢູ່​ໃນ​ນັ້ນ ຊຶ່ງ​ຕັ້ງຢູ່ເມືອງ Dora, ລັດ​ຟ​ລໍ​ຣິ​ດາ ໃນ​ວັນ​ທີ 17 ທັນ​ວາ, 2019

ໃນ​ຂະ​ນະ​ທີ່​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ​ຫຍັບ​ເຂົ້າ​ໃກ້​ການ​ລົງ​ຄະ​ແນນ​ສຽງຢ່າງ​ເປັນ​ປະ​ຫວັດ​ການ ກ່ຽວ​ກັບການ​ຟ້ອງ​ຮ້ອງ ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຂອງສະ​ຫະ​ລັດຢູ່ນັ້ນ ພວກ​ປະ​ທ້ວງຕໍ່​ຕ້ານ​ທ່ານທ​ຣຳ​ກໍໄດ້​ພາ​ກັນ​ໄປ​ໂຮມ​ຊຸ​ມ​ນຸມ​ຢູ່​ໃນ​ນະ​ຄອນນິວຢອກ ແລະ​ໃນ​ຕົວ​ເມືອງ​ອື່ນໆ​ ຂອງ​ສະຫະ​ລັດ. Mike O'Sullivan ສົ່ງ​ລາຍ​ງານ​ເລື້ອງນີ້ມາຈາກ​ນະ​ຄອນລັ​ອ​ສ ແອນ​ເຈີ​ລີ​ສ (Los Angeles), ລັດ​ຄາ​ລິ​ຟໍເນຍ ຊຶ່ງ​ບົວ​ສະ​ຫວັນຈະ​ນຳມາ​ສະ​ເໜີ​ທ່ານໃນ​ອັນ​ດັບ​ຕໍ່​ໄປ.

​ສະ​ພາ​ຕ່ຳກຳ​ລັງ​ກ້າວ​ໄປສູ່​ສິ່ງ​ທີ່ເປັນ​ໄປ​ໄດ້​ວ່າ​ຈະ​ລົງ​ຄະ​ແນນ​ສຽງໃນ​ວັນ​ພຸດມື້ນີ້ ​ກ່ຽວ​ກັບ​ການ​ຟ້ອງ​ຮ້ອງ​ສອງ​ຂໍ້​ຕໍ່​ປະ​ທາ​ນາ​ທິ​ບໍ​ດີທີ່ຈະ​ພາ​ໃຫ້​ມີການ​ດຳ​ເນີນ​ຄະ​ດີ​ຂອງ​ທ່ານ​ທ​ຣຳ​ຢູ່​ໃນ​ສະ​ພາ​ສູງ ແລະຈະ​ປົດ​ທ່ານ​ລົງຈາກ​ຕຳ​ແໜ່ງ​.

ຢູ່​ໃນ​ນະ​ຄອນ​ນິວຢອກ (New York), ລັ​ອ​ສ ແອນ​ເຈີ​ລີ​ສ (Los Angeles),
ແລະຕົວ​ເມືອງ​ຕ່າງໆ​ນັ້ນ ພວກ​ປະ​ທ້ວງ​ເວົ້າ​ວ່າ ເຂົາ​ເຈົ້າ​ຢາກ​ປົດ​ທ່ານທ​ຣຳ​ລົງ ຈາກ​ຕຳ​ແໜ່ງ.

ທ່ານ​ທ​ຣຳ ​ເປັນປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດຄົນ​ທີ 4 ທີ່​ປະ​ເຊີນ​ກັບ​ການ​ດຳ​ເນີນ​ຂັ້ນ​ຕອນການ​ຟ້ອງ​ຮ້ອງ ​ຕາມລັດ​ຖະ​ທຳ​ມະ​ນູນ.

ທ່ານ​ປະ​ທາ​ນາ​ທິ​ບໍ​ດີທ​ຣຳ​ເວົ້າວ່າ:
“ມັນ​ເປັນການ​ຟ້ອງ​ຮ້ອງທີ່ຫຼອກ​ລວງ, ເລື້ອງທັງ​ໝົດ​ທັງ​ປ​ວງເຫລົ່ານີ້ ເປັນ​ການ​ຕົວະ​ຕົ້ມ​ທັງ​ນັ້ນ. ພວກ​ເຮົາ​ມີ​ການຄອງ​ຄອຍ ທີ່​ຈະ​ເຫັນ​ມັນ​ໄປ​ຫາ​ສະ​ພາ​ສູງ. ພວກ​ເຮົາ​ບໍ່ໄດ້​ຮັບ​ສິດເອົາທະ​ນາຍ​ຄວາມ, ພວກ​ເຮົາ​ບໍ່ໄດ້​ຮັບ​ສິດ​ເອົາພະ​ຍານ​ຂອງ​ພວກ​ເຮົາ, ພວກ​ເຮົາ​ບໍ່​ໄດ້​ຮັບ​ສິດ​ອັນ​ໃດ​ເລີຍຢູ່​ໃນ​ສະ​ພາ​ຕ່ຳ. ມັນ​ເປັນ​ເລື້ອງ​ທີ່​ໜ້າ​ອັບ​ອາຍຢ່າງ​ໃຫຍ່​ເລີຍ.”

ປະ​ເທດມີຄວາມ​ແຕກ​ແຍກ​ກັນຫລາຍ ກ່ຽວ​ກັບເລື້ອງ​ຟ້ອງ​ຮ້ອງ ແລະ​ປົດ​ທ່ານ ທ​ຣຳ ລົງ​ຈາກ​ຕຳ​ແໜ່ງ ແຕ່​ວ່າ ຜູ້​ປະ​ທ້ວງ​ຄົນ​ນີ້ ຢາກ​ໄດ້​ຍິນ​ກ່ຽວ​ກັບ​ຫລັກ​ຖານ​ພິສູດ.

ທ່ານ ທິມ ແຮ​ຣອດ (Tim Harrod), ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ເວົ້າ​ວ່າ:
"ທ່ານທ​ຣຳ​ມີ​ສິດເໝາະ​ສົມໃຫ້​ໄດ້​ຮັບການ​ດຳ​ເນີນ​ຕາມ​ຂະ​ບວນ​ການ​ຍຸ​ຕິ​ທຳ​ທັງ​ໝົດ​ຕາມ​ທີ່​ທ່ານ​ຢາກ​ມີ. ທ່ານ​ຄວນ​ຈະໄປ​ປາ​ກົດ​ຕົວ ແລະ​ໃຫ້ຄຳ​ໃຫ້​ການລະ​ແລ້ວ."

ບັນ​ຫາ​ຢູ່​ໃນ​ນີ້​ກໍ​ຄື ທ່ານ​ທ​ຣຳ ໄດ້​ນາບ​ຂູ່ວ່າ​ຈະ​ກັກ​ເງິນເສຍພາ​ສີຂອງຄົນ​ອາ​ເມ​ຣິ​ກັນທີ່​ເປັນ​ເງິນທຶນ​ຢູ່​ໃນ​ງົບ​ປະ​ມານ​ຈັດ​ໄວ້​ໃຫ້ແກ່​ຢູ​ເຄ​ຣນ ເພື່ອ​ໃຫ້​ປະ​ເທດ​ດັ່ງ​ກ່າວ​ຂຸດ​ຄຸ້ຍ​ເອົາ​ຄວາມ​ຜິດ​ມາ​ສາດ​ໃສ່ຄູ່​ແຂ່ງ​ຄົນ​ນຶ່ງຂອງ​ທ່ານ ຄື​ທ່ານ ໂຈ ໄບ​ເດັນ ຈາກ​ພັກ​ເດ​ໂມ​ແຄ​ຣັດ ​ຫລືບໍ່.

ທ່ານ​ທ​ຣຳ​ກ່າວ​ອີກວ່າ:
"ພວກ​ເຂົາ​ເຈົ້າເອົາເລື້ອງການ​ໂອ້​ລົມ​ທາງ​ໂທ​ລະ​ສັບທີ່​ສົມ​ບູນ​ແບບຂອງ​ຂ້າ​ພະ​ເຈົ້າ​ກັບ​ປະ​ທານ​ທິ​ບໍ​ດີ​ຢູ​ເຄ​ຣນ, ເປັນ​ການ​ລົມ​ກັນ​ທີ່ດີ ​ຢ່າງສົມ​ບູນ​ແບບອີ່​ຫລີ ທ່ານ​ຮູ້​ຈັກເລື້ອງນີ້​ດີ, ພວກ​ເຂົາ​ເຈົ້າ​ທຸກ​ຄົນ​ຮູ້ມັນ​ດີ, ບໍ່​ມີ​ຫຍັງ​ທີ່ເວົ້າ​ໄປທີ່​ເປັນ​ການ​ເວົ້າຜິດເລີຍຢູ່​ໃນ​ການ​ລົມກັນ​ທາງໂທລະ​ສັບ​ນັ້ນ ຈະ​ຟ້ອງ​ຮ້ອງປະ​ທາ​ນາ​ທິ​ບໍ​ດີຂອງສະ​ຫະ​ລັດຍ້ອນເຮັດ​ແນວນັ້ນ​ຫວະ, ມັນ​ເປັນເລື້ອງທີ່​ເຮັດໃຫ້​ເຊື່ອມ​ເສຍຫລາຍ."

ໃນ​ຂະ​ນະ​ທີ່​ລັດ​ຖະ​ສະ​ພາຫຍັບ​ເຂົ້າ​ໃກ້​ການ​ລົງ​ຄະ​ແນນ​ສຽງຢູ່​ສະ​ພາ​ຕ່ຳຢູ່ນັ້ນ, ພວກ​ປະ​ທ້ວງ​ເຫລົ່າ​ນີ້ ຢາກ​ໃຫ້ຄົນ​ໄດ້​ຍິນສຽງ​ຂອງ​ເຂົາ​ເຈົ້າ.

ນາງຄາຍ ແອດ​ວົວ-ໂທ​ມັ​ສ (Kai Adwoa-Thomas), ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ເວົ້າ​ວ່າ "ມັນ​ມີ​ຄວາມ​ເຂັ້ມ​ແຂງ​ຢູ່​ໃນ​ຈຳ​ນວ​ນ​ຄົນ, ຫວັງ​ວ່າ​ມັນ​ຈະ​ເປັນ​ເຊັ່ນ​ນັ້ນ."

ມີ​ຊາວ​ອາ​ເມ​ຣິ​ກັນ​ຫລາຍກວ່າ 40 ເປີ​ເຊັນ ທີ່​ເຫັນ​ດີ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ​ທີ່​ເວົ້າ​ວ່າ ​ການ​ດຳ​ເນີນຄະ​ດີ​ກ່ຽວ​ກັບເລື້ອງ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ ແມ່ນ​ມີ​ເຫດ​ຜົນ​ທາງ​ການ​ເມືອງ. ​ມັນ​ອາດຈະມີ​ບໍ່ການຕັດ​ສິນ​ຄະ​ດີ ​ໃນ​ສະ​ພາ​ສູງ​ວ່າ ໃຫ້ປົດ​ທ່ານ​ອອກ​ຈາກ​ຕຳ​ແໜ່ງ ເພາະ​ວ່າຢູ່​ໃນນັ້ນ ບັນ​ດາ​ພັນ​ທະ​ມິດທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນຂອງທ່ານ​ປະ​ທາ​ນາ​ທິ​ບໍ​ດີ ແມ່ນ​ມີ​ສຽງ​ສ່ວນ​ຫລາຍ​.

​ເບິ່ງວີ​ດິ​ໂອກ່ຽວ​ກັບ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ອ່ານ​ກ່ຽວ​ກັບ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້:

As the U.S. Congress moves closer to an historic vote on impeaching U.S. President Donald Trump, anti-Trump protesters rallied in New York and other U.S. cities. Mike O'Sullivan reports from Los Angeles.

The House of Representatives is moving toward a likely Wednesday vote on two articles of impeachment,

which would lead to Trump's trial in the Senate and possible removal from office.

In New York, Los Angeles, and other U..S cities, protesters said they want Trump out of office.

Trump is the fourth U.S. president to face the constitutional process of impeachment.

President Donald Trump

"It's a hoax, the whole impeachment thing is a hoax. We look forward to getting onto the Senate. We're not entitled to lawyers, we're not entitled to witnesses, we're not entitled to anything in the House. It's a total sham."

The country is closely divided over impeaching and removing Trump, but this protester wants to hear the evidence.

Tim Harrod, Protester
"Trump is entitled to all the due process he wants. He should just show up and testify."

At issue: whether Trump threatened to withhold American taxpayer funds earmarked for Ukraine to dig up dirt on a rival, Democrat Joe Biden.

President Donald Trump
"They took a perfect phone call that I had with the president of Ukraine, an absolutely perfect call — you know it, they all know it, nothing was said wrong in the call — to impeach the president of the United States for that, is a disgrace."

As Congress moves toward a vote in the House of Representatives, where Democrats dominate, these protesters want to make their voices heard.

Kai Adwoa-Thomas, Protester
"There's strength in numbers, hopefully."

More than 40% of Americans agree with President Trump that the impeachment hearings are politically motivated. Conviction in the Senate is not likely because the president's Republican allies hold a majority there.

XS
SM
MD
LG