ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການຊ້ອມລົບ ຕ້ານກໍ່ການຮ້າຍ ຂອງ SCO ເນັ້ນໃຫ້ເຫັນ ການເຂົ້າໄປ ມີບົດບາດ ຫຼາຍຂຶ້ນຂອງຈີນ ໃນເຂດເອເຊຍກາງ (ວີດີໂອ ພາສາລາວ)


ພວກທີ່ໄປຢ້ຽມຢາມ ລອງຈັບເບິ່ງ ອາວຸດທີ່ທັນສະໄໝຕ່າງໆ ໃນລະຫວ່າງ ການນຳສະແດງ ອຸບປະກອນຂອງຕຳຫຼວດ ແລະເທັກໂນໂລຈີ ຕໍ່ຕ້ານພວກກໍ່ການຮ້າຍ ຢູ່ນະຄອນຫຼວງ ປັກກິ່ງ.
ພວກທີ່ໄປຢ້ຽມຢາມ ລອງຈັບເບິ່ງ ອາວຸດທີ່ທັນສະໄໝຕ່າງໆ ໃນລະຫວ່າງ ການນຳສະແດງ ອຸບປະກອນຂອງຕຳຫຼວດ ແລະເທັກໂນໂລຈີ ຕໍ່ຕ້ານພວກກໍ່ການຮ້າຍ ຢູ່ນະຄອນຫຼວງ ປັກກິ່ງ.

ຈີນ ຣັດເຊຍ ແລະຫຼາຍໆປະເທດ ໃນເຂດເອເຊຍກາງ ຊຶ່ງຕ່າງກໍ
ເປັນສະມາຊິກຂອງອົງການວ່າດ້ວຍການຮ່ວມມືຊຽງໄຮ້ ຫຼື SCO
ຫາກໍສິ້ນສຸດ ການຊ້ອມລົບທາງທະຫານ ຕ້ານພວກກໍ່ການຮ້າຍ ຄັ້ງໃຫຍ່ທີ່ເຂດມົງໂກເລຍໃນ. Bill Ide ຜູ້ສື່ຂ່າວວີໂອເອ ມີລາຍ
ງານຈາກປັກກິ່ງ ກ່ຽວກັບຄວາມສຳຄັນ ຂອງການຊ້ອມລົບຮ່ວມ
ຊຶ່ງມີຂຶ້ນນຶ່ງປີລຸນຫລັງການໂຈມຕີຫຼາຍຄັ້ງຂອງພວກກໍ່ການຮ້າຍ
ໃນຈີນ ສ່ວນໃຫຍ່ແລ້ວ ແມ່ນໃນເຂດຊິນຈຽງ ທີ່ມີຊາຍແດນຕິດ
ກັບເອເຊຍກາງນັ້ນ ດັ່ງໄພສານ ຈະນຳເອົາລາຍລະອຽດ ມາສະ
ເໜີທ່ານ ໃນອັນດັບຕໍ່ໄປ.

ເບິ່ງວີດີໂອພາສາລາວ ກ່ຽວກັບລາຍງານນີ້:

ມີທະຫານເຂົ້າຮ່ວມຢ່າງໜ້ອຍ 7,000 ຄົນ ໃນການຊ້ອມລົບຮ່ວມ ທີ່ເອີ້ນວ່າ “ການປະຕິບັດງານສັນຕິພາບ ປີ 2014”.

ສື່ມວນຊົນຂອງທາງການຈີນ ກ່າວວ່າ ຈຸດປະສົງຫລັກຂອງການເຝິກຊ້ອມທີ່ຄ້າຍຄືກັບ ການສູ້ລົບແທ້ນີ້ ກໍແມ່ນທັບມ້າງກຸ່ມກໍ່ການຮ້າຍ ທີ່ວາງແຜນໂຈມຕີ ເພື່ອຈະສ້າງຄວາມ ແຕກແຍກໃຫ້ແກ່ປະເທດຊາດ ແລະໄດ້ຮັບ ການສະໜັບສະໜຸນ ໂດຍກຸ່ມກໍ່ການຮ້າຍ
ຕ່າງໆ ຢູ່ໃນຕ່າງປະເທດນັ້ນ.

ທ່ານ Raffaello Pantucci ນັກວິເຄາະເຂດເອເຊຍກາງ ກ່າວຕໍ່ວີໂອເອກ່ຽວກັບການ ຊ້ອມລົບດັ່ງກ່າວ ຜ່ານທາງ Skype ວ່າ:

“ການຊ້ອມລົບເຫຼົ່ານີ້ ຕົ້ນຕໍແລ້ວ ແມ່ນເປັນພຽງວຽກງານສ່ວນນຶ່ງ ຂອງອົງການ ວ່າດ້ວຍການຮ່ວມມືຊຽງໄຮ້ ຫລື SCO ຊຶ່ງເປັນອົງການປະເພດເສີມສ້າງຄວາມ ໄວ້ເນື້ອເຊື່ອໃຈໃນລະດັບພູມີພາກແລະເປັນສິ່ງທີ່ຈີນຕ້ອງການຈະໃຊ້ເພື່ອຊ່ອຍ ເສີມສ້າງການພົວພັນລະດັບຂົງເຂດຂອງຕົນ ແລະອຳນວຍໃຫ້ການ​ພົວພັນ​ເຫຼົ່າ​ ນັ້ນໄດ້ພັດທະນາຢ່າງຕໍ່ເນື່ອງແລະກໍກຳລັງຫັນປ່ຽນຢ່າງຊ້າໆໄປເປັນການຊ້ອມ ລົບທີ່ເປັນປະໂຫຍດຢ່າງແທ້ຈິງ ສຳລັບພວກເຂົາ.”

ເຄີຍມີ​ການ​ເອີ່ຍ​ເຖິງ​ແບບເວົ້າຕະຫຼົກກັນມາ​ກ່ອນ ວ່າການຊ້ອມລົບດັ່ງກ່າວ ແມ່ນເປັນ
ໂອກາດ ສຳຫລັບ​ໃຫ້ຣັດເຊຍສະແດງອາວຸດຂອງຕົນໃຫ້ພວກລູກຄ້າໄດ້ເບິ່ງ. ແລະຈີນ​
ກໍ​ເຄີຍ​ປະສົບກັບບັນຫາຍຸ່ງຍາກ ໃນການປະຕິບັດງານຮ່ວມກັບກອງທັບຂອງປະເທດ
ອື່ນໆ ​ເພາະວ່າບັນດາປະເທດເຂົ້າຮ່ວມສ່ວນໃຫຍ່ ແມ່ນມາຈາກເຂດເອເຊຍກາງແລະ ພ້ອມກັບມົສກູ ແມ່ນໃຊ້ພາສາຣັດເຊຍນຳກັນ.

ແຕ່ທ່ານ Pantucci ກ່າວວ່າ ​ເລື້ອງ​ນັ້ນແມ່ນພວມມີການປ່ຽນແປງໄປ.

ທ່ານ Pantucci ເວົ້າວ່າ “ຈີນແມ່ນດີຂຶ້ນຫຼາຍແລ້ວກ່ຽວກັບການສົ່ງນາຍທະຫານ ທີ່ປາກພາສາຣັດເຊຍ ໄປຮ່ວມການຊ້ອມລົບເຫລົ່ານີ້. ຄວາມກ້ຳເກິ່ງ ໃນການ
ຊ້ອມລົບ ກໍໄດ້ມີການຫັນປ່ຽນຢ່າງເຫັນໄດ້ແຈ້ງ ຈາກ​ແຕ່​ກ່ອນ ຕອນ​ທີ່ຈີນເບິ່ງ
ຄືວ່າ ເປັນຄົນມາຈາກພາຍນອກນັ້ນ.”

ສ່ວນໃຫຍ່ແລ້ວ ຈີນ ໄດ້ໃຊ້ການເປັນເຈົ້າພາບໃນການຊ້ອມລົບເຫຼົ່ານີ້ ເນັ້ນໃຫ້ເຫັນໃນ
ອັນທີ່ຈີນຖືວ່າ ເປັນໄພຂົ່ມຂູ່ທີ່ເພີ້ມທະວີຂຶ້ນ ຂອງພວກກໍ່ການຮ້າຍ ແລະສາສະໜາຫົວ ຮຸນແຮງຈັດຢູ່ໃນເຂດຊິນຈຽງ. ແຕ່ກ່ອນການຊ້ອມລົບເລີ້ມຂຶ້ນນັ້ນ ຈີນໄດ້ປະຫານຊີວິດ
8 ຄົນ ທີ່ຖືກກ່າວຫາວ່າ ທຳການໂຈມຕີກໍ່ການຮ້າຍທີ່ເຂດຊິນຈຽງທີ່ຢູ່ສອກຫຼີກຫ່າງໄກ. ນອກນັ້ນ ຈີນຍັງໄດ້ນຳອອກເຜີຍແຜ່ວີດີໂອທີ່ ບໍ່ເຄີຍເຫັນກັນມາກ່ອນ ກ່ຽວ​ກັບຜູ້ທີ່ຈີນ​
ກ່າວ​ວ່າ ຢູ່ເບື້ອງຫຼັງການໂຈມຕີຢູ່ຈະຕຸລັດທຽນອັນເໝິນໃນນະຄອນຫຼວງປັກກິ່ງປີກາຍ
ນີ້.

ທ່ານ Alexander Cooley ນັກວິເຄາະ ກ່ຽວກັບເຂດເອເຊຍກາງອີກຄົນນຶ່ງໃຫ້ຄວາມ ເຫັນວ່າ:

“ອົງການ SCO ເກືອບວ່ານັບແຕ່ເລີ້ມຕົ້ນເລີຍ ​ແມ່ນໄດ້ຮັບເອົາຂອບກົດເກນຂອງ
ຈີນ ໃນການປາບປາມ 3 ຜີມານ ຄືພວກກໍ່ການຮ້າຍ ພວກແບ່ງແຍກດິນແດນ
ແລະພວກຫົວຮຸນແຮງຈັດ ແລະນັ້ນໄດ້ກາຍເປັນພາກສ່ວນນຶ່ງຂອງພາລະກິດໃນ
ການປະຕິບັດງານຂອງອົງການ SCO. ດັ່ງນັ້ນການຮ່ວມມືທາງດ້ານຄວາມໝັ້ນ
ຄົງ ແທ້ຈິງແລ້ວແມ່ນສຳຄັນກວ່າແຜນການເສດຖະກິດ ແຕ່ຈີນທີ່ຈິງແລ້ວ ແມ່ນ
ຢາກເຫັນອົງການ SCO ກາຍເປັນອົງການຈັດຕັ້ງຫລາຍຝ່າຍ ແລະຜ່ານອົງການ
ນີ້ ຈີນ​ຈະເຮັດທຸລະກິດສ່ວນໃຫຍ່ຂອງຕົນ ກັບເຂດເອເຊຍກາງນັ້ນ.”

ການພົວພັນທາງດ້ານເສດຖະກິດ ແລະຄວາມໝັ້ນຄົງຂອງຈີນ ກັບເຂດເອເຊຍກາງໄດ້ ຈະເລີນງອກງາມຂຶ້ນ ນັບຕັ້ງແຕ່ໄດ້ມີການສ້າງຕັ້ງອົງການວ່າດ້ວຍຄວາມຮ່ວມມືຊຽງໄຮ້
ໃນປີ 2001. ນັບຕັ້ງແຕ່ນັ້ນມາ ການຄ້າປະຈຳປີກັບເຂດດັ່ງກ່າວຂອງຈີນ ໄດ້ເພີ້ມຈາກ
ຕ່ຳກວ່າ 1 ພັນລ້ານໂດລາຂຶ້ນມາເປັນ 70 ພັນກວ່າລ້ານໂດລາຕໍ່ປີແລະໃນຂະນະທີ່ຈີນ
ກ່າວວ່າ ອົງການ SCO ບໍ່ແມ່ນກຸ່ມພັນທະມິດທາງທະຫານກໍຈິງແຕ່ອົງປະກອບໃນດ້ານ ຄວາມສຳພັນທາງດ້ານປອດໄພ ຂອງອົງການດັ່ງກ່າວ ໄດ້ມີການຈັບໂຕເບິ່ງຢ່າງໃກ້ຊິດ ແບບທີ່ບໍ່ເຄີຍມີມາກ່ອນ ໃນປັດຈຸບັນນີ້ ໃນຂະນະທີ່ສະຫະລັດ ຖອນໂຕອອກຈາກອັຟ ການິສຖານ ແລະປັກກິ່ງພວມຊັ່ງຊາຄວາມສຳພັນຂອງຕົນ ໃນອະນາຄົດ ກັບກາບູລຢູ່
ນັ້ນ.

ເບິ່ງວີດີໂອພາສາອັງກິດ ກ່ຽວກັບລາຍງານນີ້:

China Anti Terror Drills
please wait

No media source currently available

0:00 0:02:54 0:00

XS
SM
MD
LG