ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂໍ້ຄວາມໃນທວີດ​ເຕີ ທີ່ດູຖູກຊາວຢິວ ເປັນຈຸດເດັ່ນ ຂອງຄວາມແຕກແຍກ ໃນພັກເດໂມແຄຣັດ


ຫຼາຍໆຄົນ ຕິດເຈ້ຍບັນທຶກນ້ອຍ ໃສ່ດ້ານນອກ ຫ້ອງການຂອງ ສະມາຊິກສະພາຕ່ຳ ທ່ານນາງ ອີລຮານ ໂອມາ ສັງກັດພັກ ເດໂມແຄຣັດ ຈາກລັດມີນເນໂຊຕາ, ຢູ່ທີ່ລັດຖະສະພາ ຫຼື Capitol Hill, ວັນທີ 11 ກຸມພາ 2019.
ຫຼາຍໆຄົນ ຕິດເຈ້ຍບັນທຶກນ້ອຍ ໃສ່ດ້ານນອກ ຫ້ອງການຂອງ ສະມາຊິກສະພາຕ່ຳ ທ່ານນາງ ອີລຮານ ໂອມາ ສັງກັດພັກ ເດໂມແຄຣັດ ຈາກລັດມີນເນໂຊຕາ, ຢູ່ທີ່ລັດຖະສະພາ ຫຼື Capitol Hill, ວັນທີ 11 ກຸມພາ 2019.

ພັກເດໂມແຄຣັດ ບໍ່​ແມ່ນ​ພັກ​ທີ່​ມີ​ຄວາມ​ເຫັນ​ພ້ອມ ຫຼືຮັບຮອງເອົາໂດຍປາດສະຈາກ
ການໄຕ່ຕອງສຳລັບແນວຄິດໃດໆຫຼືມຸມມອງໃນດ້ານນະໂຍບາຍ. ອັນນັ້ນ ແມ່ນວິທີ
ທາງການອະທິບາຍຢູ່ເລື້ອຍມາ ຂອງທ່ານາງ ແນນຊີ ເພໂລຊີ ປະທານສະພາຕ່ຳ
ເຖິງພັກການເມືອງ ທີ່ທ່ານນາງນຳພານັ້ນ. ແຕ່ເມື່ອມໍ່ໆມານີ້ ສະມາຊິກສະພາຕ່ຳ
ສັງກັດພັກເດໂມແຄຣັດ ລຸ້ນໃໝ່ຈຳນວນນຶ່ງ ໄດ້ທົດສອບແນວທາງດັ່ງກ່າວນັ້ນ ຕໍ່ຂີດ
ຈຳກັດຂອງມັນ ຈົນໄດ້ສະແດງໃຫ້ເຫັນການແຕກແຍກ ລະຫວ່າງ ພວກສະໜັບສະໜຸນ
ອິສຣາແອລ ດັ້ງເດີມ ແລະ ພວກຫົວກ້າວໜ້າ ທີ່ເປັນປາກສຽງຕໍ່ສູ້ເພື່ອປາແລສໄຕນ໌
ຂອງພັກດັ່ງກ່າວ.

ປະທານຄະນະກຳມະການ ຮັບຜິດຊອຍດ້ານການຕ່າງປະເທດຂອງສະພາຕ່ຳ ທ່ານ ແອລີອັອດ ເອັນໂຈລ ສັງກັດພັກເດໂມແຄຣັດ ຈາກລັດນິວຢອກ ກ່າວຖະແຫລງ ໃນລະຫວ່າງ ການຮັບຟັງ ຄຳໃຫ້ການ ຂອງຄະນະກຳມະການ ກ່ຽວກັບ ເວເນຊູເອລາ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 13 ກຸມພາ 2019.
ປະທານຄະນະກຳມະການ ຮັບຜິດຊອຍດ້ານການຕ່າງປະເທດຂອງສະພາຕ່ຳ ທ່ານ ແອລີອັອດ ເອັນໂຈລ ສັງກັດພັກເດໂມແຄຣັດ ຈາກລັດນິວຢອກ ກ່າວຖະແຫລງ ໃນລະຫວ່າງ ການຮັບຟັງ ຄຳໃຫ້ການ ຂອງຄະນະກຳມະການ ກ່ຽວກັບ ເວເນຊູເອລາ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 13 ກຸມພາ 2019.

ສະມາາຊິກສະພາຕ່ຳທີ່ເຂົ້າມາໃໝ່ ທ່ານນາງ ອີລຮານ ໂອມາ ຈາກລັດມີນເນໂຊຕາ
ເປັນອາເມຣິກັນເຊື້ອສາຍໂຊມາເລຍ ໄດ້ຖືກປະນາມຢ່າງກວ້າງຂວາງ ​ໃນຂໍ້ຄວາມທີ່
ຂຽນລົງທວີດເຕີ ເມື່ອວັນອາທິດແລ້ວນີ້ ທີ່ໝາຍເຖິງການສະໜັບ ສະໜຸນຂອງລັດຖະ
ສະພາ ແກ່ອິສຣາແອລ ໄດ້ຖືກຊື້ເອົາໂດຍເງິນມາຈາກຄະ ນະກຳມການຮັບຜິດຊອບ
ດ້ານສ້າງສາຍສຳພັນຂອງຊາວອາເມຣິກັນເຊື້ອສາຍ ອິສຣາແອລ ຫຼື ເອີ້ນຫຍໍ້ວ່າ
AIPAC ຊຶ່ງເປັນກຸ່ມວິ້ງເຕັ້ນ ທີ່ສະໜັບສະໜຸນ ສາຍສຳພັນລະຫວ່າງ ສະຫະລັດ ແລະ
ອິສຣາແອລ.

“ມັນເປັນເລື້ອງກ່ຽວກັບເບັນຈາມິນສ໌ ທັງໝົດ” ນັ້ນແມ່ນຂໍ້ຄວາມຂອງ ທ່ານນາງ
ໂອມາ ທີ່ໄດ້ຂຽນລົງທວີດເຕີເມື່ອວັນອາທິດແລ້ວນີ້ໂດຍຢືນຢັນວ່າ ການສະໜັບສະໜຸນ
ອິສຣາແອລ ຂອງພວກນັກການເມືອງ ແມ່ນຂັບເຄື່ອນໂດຍເງິນ. ທ່ານນາງໄດ້ກໍ່ໃຫ້ເກີດ
ພາຍຸໄຟ ຂອງການຕໍ່ວ່າຕໍ່ຂານ ຈາກທັງບັນດາຜູ້ນຳພັກເດໂມ ແຄຣັດ ແລະພັກຣີພັບ-
ບລີກັນ ໂດຍປະກອບມີ ທ່ານນາງ ເພໂລຊີ ແລະຜູ້ ນຳສຽງສ່ວນຫຼາຍ​ໃນສະພາຕຳ ທ່ານ
ສເຕັນນີ ໂຮຍເອີ ຈາກລັດແມຣີແລນ. ຄວາມເຫັນຂອງທ່ານນາງ ໂອມາ ໄດ້ສ້າງຄວາມ
ຍາບຄາຍຫຼາຍປະການກ່ຽວ ກັບເງິນ ຫຼື “ເບັນຈາມິນສ໌” ອັນເປັນການກ່າວອ້າງ ເຖິງ
ເງິນໃບຮ້ອຍໂດລາ ນັ້ນທີ່ໄດ້ຖືກນຳໃຊ້ກັບພວກຄົນຊາວຢິວເລື້ອຍມາ. ຄວາມເຫັນຂອງ
ທ່ານນາງ ໄດ້ເຮັດໃຫ້ເລື້ອງນີ້ໃຫຍ່ຂຶ້ນ ເພາະວ່າ ​ທ່ານ​ນາງ ແມ່ນ​ສັງ​ກັດ​ຢູ່ໃນຄະນະກຳ
ມະການຮັບຜິດຊອບດ້ານການຕ່າງປະເທດຂອງສະພາຕ່ຳ.

“ມັນເປັນເລື້ອງທີ່ຕື່ນຕົກໃຈ ທີ່ໄດ້ຍິນສະມາຊິກລັດຖະສະພາ ກ່າວອ້າງເຖິງ ເງິນຂອງ
ຊາວຢິວ ອັນເປັນການດູຖືກດູໝິ່ນຊາວຢິວ.’ ຂ້າພະເຈົ້າຄາດໝາຍ ຢ່າງເຕັມສ່ວນວ່າ
ໃນເວລາທີ່ພວກເຮົາບໍ່ເຫັນດີນຳກັນຢູ່ໃນຄະນະກຳມະການ ຮັບຜິດຊອບການຕ່າງ
ປະເທດ ພວກເຮົາຈະອະພິປາຍນະໂຍບາຍກ່ຽວກັບຄຸນ ສົມບັດຕ່າງໆ ແລະຈະບໍ່
ສອບຖາມເຖິງເຫດຈູງໃຈ ຂອງບັນດາສະມາຊິກເລີຍ ຫຼື ຫັນໄປໂຈມຕີ ເລື້ອງສ່ວນ
ຕົວບຸກຄົນ”
ນັ້ນແມ່ນຄຳເວົ້າຂອງ ທ່ານແອລີອັອດ ເອັນໂຈລ ປະທານຄະນະກຳມະ
ການຮັບຜິດຊອບ ດ້ານການຕ່າງປະເທດ ຂອງສະພາຕ່ຳ ຈາກລັດນິວຢອກ ທີ່ໄດ້ກ່າວ
ໃນຖະແຫລງການ ໃນສັບປະດານີ້ ທີ່ໄດ້ສະທ້ອນເຖິງ ປະຕິກິລິຍາຕໍ່ຂໍ້ຄວາມທີ່​ຂຽນ​ລົງ
​ໃນທວີດ​ເຕີຂອງບັນດາສະມາ ຊິກໃນຄະນະກຳມະການຫຼາຍໆທ່ານ. ທີ່ກ່າວວ່າ “ການ
ຕ້ອງຕິນະໂຍບາຍຂອງ ອາເມຣິກາ ຕໍ່ປະເທດໃດກໍຕາມ ແມ່ນເລື້ອງທີ່ເປັນທຳ ແຕ່
ອັນນີ້ ຕ້ອງໃຫ້ສຳ ເລັດ ບົນພື້ນຖານຂອງນະໂຍບາຍ.”

ໃນພາບນີ້ ຖ່າຍເມື່ອ ວັນທີ 5 ກຸມພາ 2019, ສະມາຊິກສະພາຕ່ຳ ທ່ານນາງ ອີລຮານ ໂອມາ ສັງກັດພັກເດໂມແຄຣັດ ຈາກລັດມີນເນໂຊຕາ ຟັງປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ຕໍ່ປະເທດຊາດ, ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ.
ໃນພາບນີ້ ຖ່າຍເມື່ອ ວັນທີ 5 ກຸມພາ 2019, ສະມາຊິກສະພາຕ່ຳ ທ່ານນາງ ອີລຮານ ໂອມາ ສັງກັດພັກເດໂມແຄຣັດ ຈາກລັດມີນເນໂຊຕາ ຟັງປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ຕໍ່ປະເທດຊາດ, ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ.

​ທ່ານນາງ ໂອມາ ໄດ້ອອກມາຂໍໂທດ ສຳລັບຄຳເຫັນຂອງທ່ານ ໃນວັນຈັນຜ່ານມານີ້
ໂດຍຂຽນລົງ​ໃນທວີດ​ເຕີວ່າ “ການດູຖືກດູໝິ່ນຊາວຢິວແມ່ນເປັນເລື້ອງຈິງ ແລະຂ້າ
ພະເຈົ້າ ຮູ້ບຸນຄຸນແກ່ຊາວຢິວ ທີ່ເປັນພັນທະມິດທັງຫຼາຍ ແລະບັນດາ ເພື່ອນຮ່ວມ
ງານ ຜູ້ທີ່ໄດ້ສັ່ງສອນຂ້າພະເຈົ້າ ກ່ຽວກັບປະຫວັດສາດຂອງການດູຖູກດູໝິ່ນ
ຊາວຢູ ທີ່ເຈັບປວດທັງຫຼາຍ.”
ແຕ່ທ່ານນາງ ກ່າວຕໍ່ໄປວ່າ ກຸ່ມ AIPAC ຍັງສືບຕໍ່ເປັນ
ບັນຫາຂອງຄວາມເປັນຫ່ວງຢູ່ ເຖິງແມ່ນວ່າ ອົງການຈັດ ຕັ້ງ ທີ່ມີອິດທິພົນຢ່າງຫຼວງ
ຫຼາຍນີ້ ບໍ່ໄດ້ໃຫ້ການປະກອບສ່ວນ ໃນການໂຄສະ ນາຫາສຽງກໍຕາມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG