ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທ້ວງ ຕໍ່ຕ້ານການກໍ່ລັດຖະປະຫານ ດຳເນີນຕໍ່ໄປ ໃນ ມຽນມາ ເຖິງແມ່ນຈະມີການຂົ່ມຂູ່ ຈາກລັດຖະບານທະຫານ ກໍຕາມ


ພວກເດີນຂະບວນປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານໃນນະຄອນ ຢ່າງກຸ້ງ.
ພວກເດີນຂະບວນປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານໃນນະຄອນ ຢ່າງກຸ້ງ.

ພວກຜູ້ປະທ້ວງໃນ ມຽນມາ ໄດ້ກັບອອກມາລວມຕົວກັນຈຳຫຼວງຫຼາຍໃນວັນຈັນມື້ນີ້, ເພື່ອເດີນຂະ ບວນຕໍ່ຕ້ານລະບອບການປົກຄອງທະຫານຂອງປະເທດ ເຖິງແມ່ນຈະມີຄຳເຕືອນທີ່ບໍ່ດີ ກ່ຽວກັບ ການຕອບໂຕ້ທີ່ຮ້າຍແຮງໂດຍກອງກຳລັງຮັກສາຄວາມປອດໄພກໍຕາມ.

ກຸ່ມນຶ່ງທີ່ເອີ້ນວ່າ Gen Z ຫຼືລຸ້ນຄົນ ທີ່ເກີດແຕ່ປີ 1996, ພ້ອມກັບການເຄື່ອນໄຫວຝ່າຝືນພົນລະ ເຮືອນ ໄດ້ປະກາດການຮຽກຮ້ອງສຳລັບການປະທ້ວງທົ່ວໄປໃນວັນອາທິດວານນີ້, ຮຽກຮ້ອງໃຫ້ປະຊາຊົນອອກມາເຕົ້າໂຮມກັນສຳລັບ “ການປະຕິວັດລະດູບານໃໝ່” ໃນມື້ເລກສອງຫ້າໂຕ, ເຊິ່ງອ້າງເຖິງເລກຂອງວັນທີ 22 ເດືອນກຸມພາ 2021, ຂອງວັນຈັນມື້ນີ້, ແລະ ສັນຍານເຖິງການລຸກຮື້ 8888 ສະໜັບສະໜູນປະຊາທິປະໄຕໃນ ມຽນມາ ເມື່ອວັນທີ 8 ສິງຫາ 1988.

ຂໍ້ຄວາມທີ່ຖືກລາຍງານໃນໂທລະພາບ MRTV ຂອງລັດຖະບານໄດ້ເຕືອນວ່າ ຜູ້ປະທ້ວງ “ຕອນນີ້ ແມ່ນກຳລັງຍຸແຍ່ປະຊາຊົນ, ໂດຍສະເພາະພວກໄວລຸ້ນ ແລະ ຊາວໜຸ່ມທີ່ມີອາລົມຫວັ່ນໄຫວງ່າຍ, ໄປທຳການປະເຊີນໜ້າທີ່ເຂົາເຈົ້າຈະປະສົບການສູນເສຍຊີວິດ.”

ລາຍງານຈາກນະຄອນ ຢ່າງກຸ້ງ ເວົ້າວ່າກອງກຳລັງຮັກສາຄວາມປອດໄພໄດ້ຕັ້ງສິ່ງກີດກວາງຕາມຫົນຫາງໃກ້ກັບສະຖານທູດບາງແຫ່ງ, ເຊິ່ງໄດ້ກາຍເປັນຈຸດເຕົ້າໂຮມກັນສຳລັບພວກປະທ້ວງທີ່ຮຽກຮ້ອງໃຫ້ຕ່າງປະເທດເຂົ້າແຊກແຊງ.

ທ່ານ ທອມ ແອນດຣູສ໌, ຜູ້ລາຍງານພິເສດສຳລັບ ມຽນມາ ຂອງອົງການສະຫະປະຊາຊາດ, ໄດ້ຂຽນຂໍ້ຄວາມຢູ່ທວິດເຕີໃນວັນອາທິດວານນີ້ວ່າລາວ “ມີ ຄວາມເປັນຫ່ວງຢ່າງຍິ່ງ” ກ່ຽວກັບ ຄຳເຕືອນຂອງລັດຖະບານທະຫານ, ໂດຍໄດ້ເພີ່ມຄຳເຕືອນຂອງລາວເອງວ່າ “ບໍ່ຄືປີ 1988, ການກະທຳຂອງກອງກຳລັງຮັກສາຄວາມປອດໄພແມ່ນໄດ້ຖືກບັນທຶກ ແລະ ຈະຖືກນຳມາຮັບຜິດ ຊອບ.”

ສາມຄົນແມ່ນໄດ້ຖືກສັງຫານແລ້ວຈາກຜົນຂອງການປະທ້ວງໃນແຕ່ລະວັນຢູ່ທົ່ວ ມຽນມາ ນັບຕັ້ງ ແຕ່ການໂຄ່ນລົ້ມລັດຖະບານພົນລະເຮືອນໃນວັນທີ 1 ມັງກອນ, ລວມທັງສອງຄົນທີ່ຖືກຂ້າຕາຍໃນເມືອງ ແມນດາເລ ເມື່ອວັນເສົາທີ່ຜ່ານມາ, ເຊິ່ງນຶ່ງໃນນັ້ນແມ່ນເດັກຊາຍໄວລຸ້ນ ເວລາທີ່ຕຳຫຼວດ ແລະ ກອງກຳລັງຮັກສາຄວາມປອດໄພໄດ້ໃຊ້ລູກປືນແທ້ ແລະ ລູກປືນຢາງ, ແກັສນໍ້າຕາ, ປືນສີດນໍ້າ ແລະ ກະຖຸນຍິງໃສ່ພວກປະທ້ວງ.

ອີກ 20 ຄົນ ແມ່ນໄດ້ຮັບບາດເຈັບ ຍ້ອນຄວາມຮຸນແຮງໃນວັນເສົາທີ່ຜ່ານມາ, ອີງຕາມຫົວໜ້າອາ ສາສະໝັກການຄຸ້ມຄອງເຫດສຸກເສີນ. ສະມາຄົມການຊ່ວຍເຫຼືອນັກໂທດການເມືອງ ເຊິ່ງແມ່ນກຸ່ມນັກເຄື່ອນໄຫວເວົ້າວ່າ 640 ຄົນແມ່ນໄດ້ຖືກຈັບກຸມ, ຖືກຕັ້ງຂໍ້ກ່າວຫາ ຫຼື ຕັດສິນໂທດໃນການເຊື່ອມໂຍງກັບການ ຍຶດອຳນາດຂອງທະຫານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG