ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສາມ​ຄົນເສຍ ຊີ​ວິດ​ຍ້ອນ ​ແຜ່ນ​ດິນ​ໄຫວ ຢ່າງ​ແຮງ ​ຢູ່​ເກາະ ຈາ​ວາ ຂອງ ອິນ​ໂດ​ເນ​ເຊຍ ມື້ນີ້


ຕຸກ​ກະ​ຕາ​ໝີ ຫ້ອຍ​ຢູ່​ຊາກ​ຫັ​ກ​ພັງ​ຂອງ​ເຮືອນ​ຊານ ຍ້ອນ​ແຜ່ນ​ດິນ​ໄຫວ ແລະ​ໂອງ​ຊູ​ນາ​ມິ ໃນ​ເຂດ​ແຄມ​ນ້ຳ​ຂອງ​ເມືອງ ປາ​ລູ, ເກາະ​ຊູ​ລາ​ເວ​ສີ ທາງ​ພາກ​ກາງ​ຂອງອິນ​ໂດ​ເນ​ເຊຍ ໃນ​ວັນ​ທີ 10 ຕຸ​ລາ 2018.
ຕຸກ​ກະ​ຕາ​ໝີ ຫ້ອຍ​ຢູ່​ຊາກ​ຫັ​ກ​ພັງ​ຂອງ​ເຮືອນ​ຊານ ຍ້ອນ​ແຜ່ນ​ດິນ​ໄຫວ ແລະ​ໂອງ​ຊູ​ນາ​ມິ ໃນ​ເຂດ​ແຄມ​ນ້ຳ​ຂອງ​ເມືອງ ປາ​ລູ, ເກາະ​ຊູ​ລາ​ເວ​ສີ ທາງ​ພາກ​ກາງ​ຂອງອິນ​ໂດ​ເນ​ເຊຍ ໃນ​ວັນ​ທີ 10 ຕຸ​ລາ 2018.

ສາມ​ຄົນ​ໄດ້​ເສຍ​ຊີ​ວິດ​ໄປ​ພາຍ​ຫລັງ​ທີ່​ໄດ້​ເກີດແຜ່ນ​ດິນ​ໄຫວຢ່າງ​ແຮງ ຢູ່​ໃນ​ນ້ຳ​ທະ​ເລນອກ
​ຝັ່ງ​ຂອງ​ເກາະຈາ​ວາ ແລະ​ເກາະ​ບາ​ຫລີ ຂອງ​ອິນ​ໂດ​ເນ​ເຊຍ ຊຶ່ງ​ໄດ້​ເພີ້ມ​ຄວາມ​ໂສກ​ເສົ້າ​
ໃຫ້​ແກ່​ຜູ້​ອາ​ໄສຢູ່​ແຫ່ງນັ້ນ ​ທີ່ມີ​ຄວາມ​ອ່ອນ​ແຮງ​ຍ້ອນ​ໄພ​ພິ​ບັດ​ທີ່​ເກີດ​ຢູ່​ໃນ​ບໍ​ລິ​ເວນ​ຂອງ
​ທະ​ເລດັ່ງ​ກ່າວ.

ການ​ຕາຍ​ຂອງ​ທັງ​ສາມ​ຄົນເກີດ​ຂຶ້ນ​ທີ່​ເກາະ​ຈາ​ວາ ບ່ອນ​ທີ່​ເຮືອນ​ຊານ​ຫລາຍ​ຫລັງ ຢູ່​ໃນ
​ເມືອງຊູ​ເມ​ເນັ​ບ (Sumenep) ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ ໂດຍ​ແຜ່ນ​ດິນ​ໄຫວ ​ທີ່​ມີຄວາມ​
ແຮງ​ລະ​ດັບ 6.0 ໃນ​ຕອນ​ເຊົ້າໆ​ຂອງ​ມື້ນີ້. ນັກ​ທ່ອງ​ທ່ຽວ ຢູ່​ເກາະ​ບາ​ຫລີ ທີ່​ເປັນ​ບ່ອນ​ຈັດ
​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງກອງ​ທຶນ​ສາ​ກົນ ແລະ ທະ​ນາ​ຄານ​ໂລກ ພາ​ກັນ​ຫລັ່ງ​ໄຫລ​ອອກ
​ມາ​ຈາກ​ໂຮງ​ແຮມ​ຂອງເຂົາ​ເຈົ້າ ດ້ວຍ​ຄວາມ​ຕົກ​ໃຈ ໃນ​ຂະ​ນະ​ທີ່​ຕືກ​ຕ່າງໆ ໄດ້​ເໜັງ​ຕີງ
ແລະ​ສັ່ນ​ສະ​ເທືອນ ຢູ່ນັ້ນ.

ຍັງ​ບໍ່​ມີ​ລາຍ​ງານ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍ​ໃນ​ທັນ​ທີ​ທັນ​ໃດ​ເທື່ອ ຢູ່​ໃນ​ເກາະ​ບາ​ຫລີ ແລະ​ກໍ​
ບໍ່​ມີ​ການ​ອອກ​ຄຳ​ເຕືອນ​ກ່ຽວ​ກັບ​ຄື້ນ​ຟອງ​ຍັກ​ຊູ​ນາ​ມິ.

ຊາຍ​ຄົນ​ນຶ່ງ​ຫລຽວ​ເບິ່ງ ເຮືອ​ທີ່​ໄດ້​ພັດ​ຂຶ້ນ​ຝັ່ງ ໂດຍ​ຟອງ​ຊູ​ນາ​ມິ ໃນ​ບ້ານ ວາ​ນີ ນອກຊານ​ເມືອງ ປາ​ລູ ຂອງ​ເກາະຊູ​ລາ​ເວ​ສີ ໃນ​ວັນ​ພຸດ ທີ 10 ຕຸ​ລາ, 2018
ຊາຍ​ຄົນ​ນຶ່ງ​ຫລຽວ​ເບິ່ງ ເຮືອ​ທີ່​ໄດ້​ພັດ​ຂຶ້ນ​ຝັ່ງ ໂດຍ​ຟອງ​ຊູ​ນາ​ມິ ໃນ​ບ້ານ ວາ​ນີ ນອກຊານ​ເມືອງ ປາ​ລູ ຂອງ​ເກາະຊູ​ລາ​ເວ​ສີ ໃນ​ວັນ​ພຸດ ທີ 10 ຕຸ​ລາ, 2018

ໄພ​ພິ​ບັດ​ທີ່​ເກີດ​ຂຶ້ນ​ໃນວັນ​ພະ​ຫັດ​ມື້ນີ້ແມ່ນ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ພວກ​ກູ້​ໄພໄດ້​ໃຊ້​ວັນ​ສຸດ​ທ້າຍ
ຊອ​ກ​ຫາ​ຊາກ​ສົບ​ຂອງ​ຄົນ​ ຢູ່​ໃນ​ເກາະສຸລາ​ເວ​ສີ ບ່ອນ​ທີ່​ຫລາຍກວ່າ 2,000 ຄົນໄດ້​ເສຍ
​ຊີ​ວິດຍ້ອນ​ແຜ່ນ​ດິນ​ໄຫວ ແລະ​ຟອງ​ຍັກ​ຊູ​ນາ​ມິ ທີ່​ສ້າງ​ໄພ​ຫາ​ຍະ​ນະໃນ​ເດືອນ​ແລ້ວນີ້.
ຄວາມ​ເສຍ​ຫາຍ​ສ່ວນ​ໃຫຍ່​ແມ່ນ​ເກີດ​ຂຶ້ນ​ຢູ່​ໃນ​ເມືອງ ປາ​ລູ ບ່ອນ​ທີ່​ມີ​ເຮືອນ​ຫລາຍ​ຫລັງ​
ຖືກ​ດິນ​ຖົມ ເມື່ອ​ມີ​ແຜ່ນ​ດິນ​ໄຫວໃນ​ລະ​ດັບຄວາມ​ແຮງ 7.5 ທີ່​ໄດ້​ເຮັດ​ໃຫ້​ດິນ​ທີ່​ປຽກ​ຊຸ່ມ
​ກັບ​ກາຍ​ສາຍ​ນ້ຳ​ທີ່​ເຕັມ​ໄປ​ດ້ວຍຂີ້​ຕົມມາ​ຖ້ວ​ມ, ຊຶ່ງ​ເປັນ​ຂະ​ບວນ​ການ​ທີ່​ເອີ້ນ​ວ່າ ການ
​ຫັນ​ໃຫ້​ເປັນ​ຂອງ​ແຫລວ. ພວກ​ເຈົ້າ​ໜ້າ​ທີ່​ເຊື່ອ​ວ່າ ມີຄົນ​ຫລາຍ​ເຖິງ 5,000 ຄົນ​ຖືກ​ຂີ້​ຕົມ
ຖົ​ມ​ໄວ້.

ກາ​ນຊອກ​ຫ​າ​ຊາກ​ສົບ ຄິດວ່າ​ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ພະ​ຫັດມື້ນີ້ ແຕ່​ວ່າ ໂຄ​ສົກ​ຂອງ​ອົງ
​ການໄພ​ພິ​ບັດ​ແຫ່ງ​ຊາດ​ເວົ້າ​ວ່າ ຕົນ​ໄດ້​ຍືດ​ເວ​ລາ​ການ​ຄົ້ນ​ຫາ​ດັ່ງ​ກ່າວ​ອອກ​ໄປ ຮອດ​
ວັນ​ສຸກມື້​ອື່ນຕາມ​ການ​ຮ້ອງ​ຂໍ​ຂອງ​ຄອບ​ຄົວ ທີ່​ຍັງ​ຊອກ​ຫາ​ສະ​ມາ​ຊິກ ຄອບ​ຄົວ​ຂອງ​ຕົນ
​ທີ່​ຫາຍ​ສາຍ​ສູນ.

Three people are dead after a strong earthquake struck in the waters off Indonesia's Java and Bali islands, adding more misery for the archipelago's disaster-weary residents.

All three fatalities occurred on Java, where several houses in the Sumenep district were crushed by the early morning 6.0 magnitude quake. Thousands of visitors on Bali island, which is hosting the annual meetings of the International Monetary Fund and World Bank, streamed out of their hotels in panic as their buildings were jolted and shook.

There were no immediate reports of damage on Bali, and no tsunami warnings were issued.

Thursday's disaster occurred as rescuers spend a final day searching for any remaining bodies on Sulawesi island, where more than 2,000 people were killed in last month's devastating earthquake and tsunami. Most of the damage occurred in the city of Palu, where scores of homes were buried when the 7.5-magnitude quake turned wet soil into a river of mud, a process known as liquefaction. Officials believe as many as 5,000 people may be buried in the softened soil.

The search was supposed to end Thursday, but a spokesman for the national disaster agency says it has been extended until Friday at the request of families still searching for their missing loved ones.

(( REST OPT ))

Nearly 500 residents were killed by a string of earthquakes that struck the island of Lombok between August and September.

Indonesia is prone to disasters due to its location on the so-called "Ring of Fire," a series of underground fault lines and volcanoes in the Pacific Ocean Basin. A magnitude 9.1-magnitude earthquake off Sumatra island triggered a massive tsunami in December 2004 that killed 230,000 people in a dozen countries.

XS
SM
MD
LG