ລິ້ງ ສຳຫລັບເຂົ້າຫາ

logo-print

ການອະນຸມັດຢາຕ້ານເຊື້ອ HIV ຢ່າງວ່ອງໄວ ໃນ 25 ປີກ່ອນ ພາໃຫ້ ເກີດການປ່ຽນແປງຢ່າງຫລວງຫລາຍໃນການຕ້ານໂຣເອດສ໌


ທ່ານ Larry Kramer ນັກເຄື່ອນໄຫວດ້ານການຕໍ່ສູ້ໂຣກ AIDS ນັ່ງຢູ່ອາພາດເມັນຂອງລາວ ໃນນະຄອນນິວຢອກ, ວັນທີ 24 ມິຖຸນາ, 2019 (ພາບຖ່າຍໂດຍ REUTERS/Lucas Jackson)

ໃນ 25 ປີ ຫລັງ, ໃນເດືອນນີ້ມິຖຸນາກໍຄືເດືອນນີ້, ການທົດລອງທາງ ການແພດທີ່ສໍາຄັນຂອງສະຫະລັດ ໄດ້ເລີ້ມຕົ້ນທົດລອງຢາທີ່ຈະມີຫລັກຖານສະແດງໃຫ້ເຫັນວ່າ ເປັນຢາທີ່ປິ່ນປົວເຊື້ອເອສໄອວີ ຫລືໂຣກເອດສ໌ (HIV/AIDS) ຊະນິດທໍາອິດທີ່ມີປະສິດທິຜົນສູງ. ມັນໄດ້ກາຍ ເປັນແຫລ່ງກໍາເນີດການຜະລິດ ຢາທີ່ເຮັດເພື່ອກອບກູ້ຊີວິດຄົນໄວ້ ໄດ້ຢ່າງນັບບໍ່ຖ້ວນແລ້ວແລະ ມັນຍັງຊ່ວຍໃນ ການປ້ອງກັນ ການແຜ່ຜາຍຂອງເຊື້ອໄວຣັສດັງກ່າວ ຢູ່ໃນທຸກວັນນີ້. Carolyn Presutti ຈະພາເຮົາກັບຄືນໄປຫາ ຊ່ວງເວລາທີ່ມີການລະບາດຢ່າງໜັກ ຂອງ ໂຣກເອດສ໌ທີ່ໄດ້ແຜ່ຜາຍຢ່າງວ່ອງໄວໂດຍທີ່ບໍ່ມີໃຜກວດເບິ່ງນັ້ນ ແລະແນະນໍາ ໃຫ້ພວກເຮົາຮູ້ຈັກ ກັບຜູ້ຊາຍຄົນນຶ່ງ ທີ່ອາດຈະບໍ່ມີຊີວິດຢູ່ຮອດທຸກມື້ນີ້ໄດ້ ຖ້າ ຫາກບໍ່ມີຢາດັ່ງກ່າວອອກມາ ຊຶ່ງບົວສະຫວັນ ຈະນໍາມສະເໜີທ່ານໃນອັນດັບຕໍ່ໄປ.


ທ້າວເຄບເວັນ ລີ ເທເລີ (Kevin Lee Taylor) ມີອາຍຸ 22 ປີ ເມື່ອພະ ຍາບານຄົນນຶ່ງບອກລາວມີເຊື້ອເອັສໄອວີ (HIV) ຊຶ່ງເປັນໄວຣັສ ທີ່ເຮັດໃຫ້ພູມ ຄຸ້ມກັນຕໍ່ານັ້ນ.

ທ້າວ ເທເລີ (Taylor) ທີ່ດໍາລົງຊີວິດຢູ່ກັບເຊື້ອເອັສໄອວີ (HIV) ເວົ້າວ່າ:
“ແລະ ຂ້ອຍຫລຽວເບິ່ງລາວແບບວ່າ ‘ຂໍໂທດເວົ້າໃໝ່ດຸ’. ຂ້ອຍມີຫຍັງເກາະ? ແລະລາວກໍຄືເວົ້າວ່າ ເຈົ້າຮູ້ບໍ່ ເຈົ້າມີເອັສໄອວີ (HIV). ແລະຂ້ອຍກໍເວົ້າວ່າ ‘ບໍ່, ຂ້ອຍບໍ່ໄດ້ມີ’. ຂ້ອຍບໍ່ຮູ້ວ່າມັນແມ່ນຫຍັງ ຂ້ອຍບໍ່ເຄີຍໄດ້ຍິນ ເຊື້ອເອັສໄອວີ (HIV) ຈັກເທື່ອ.”

ແລະ ຈາກນັ້ນ ທ່ານໝໍກໍເຂົ້າມາໃນຫ້ອງນັ້ນ ແລະກໍບອກທ້າວເທເລີໃຫ້…
“ເຮັດຕົນເອງໃຫ້ດີໆ. ເພາະບໍ່ມີຢາປົວໂຣກນີ້ໄດ້. ບໍ່ມີການປິ່ນປົວໃດໆ. ບໍ່ມີ ຫຍັງ ທີ່ພວກເຮົາຈະສາມາດເຮັດໄດ້.”

ທ້າມກາງຄວາມຕົກໃຈ ແລະກໍມຶນຊາໄປໝົດ ທ້າວເທເລີຍ່າງກັບຄືນໄປເຮືອນ ຂອງລາວຢູ່ນະຄອນຣິສມັນ, ລັດເວີຈີເນຍ.

ປີນັ້ນແມ່ນ 1985. ເຊື້ອເອັສໄອວີ (HIV) ເປັນໄວຣັສທີ່ພາໃຫ້ເປັນໂຣກເອດສ໌ ຊຶ່ງເປັນມົນທິນຕິດຕົວ. ຫລາຍຄົນທີ່ມີໄວຣັສອັນນີ້ ໄດ້ເປັນບາງສິ່ງບາງຢ່າງ ທີ່ ທ້າວເທເລີໄດ້ເຫັນ ຢູ່ໃນລາຍງານຂ່າວອັນນຶ່ງໃນຄືນນັ້ນໂລດ.

ມີການປະທ້ວງຕ່າງໆ ລຸກຂຶ້ນຢູ່ໃນໂຮງຮຽນແຫ່ງນຶ່ງ ໃນລັດອິນດຽນນາ ເພື່ອ ຄັດຄ້ານການໄປເຂົ້າໂຮງຮຽນຂອງທ້າວ ໄຣອັນ ໄວທ໌, ນັກຮຽນຜູ້ນຶ່ງທີ່ໄດ້ຮັບ ການວິນິດໄສວ່າ ເປັນໂຣກເອດສ໌ ພາຍຫລັງທີ່ມີການເອົາເລືອດໃໝ່ໃສ່.

ທ້າວເທເລີ ເວົ້າອີກວ່າ:
“ຂ້ອຍກໍາລັງຄິດເຫັນຕົນເອງ ເຈົ້າຮູ້ບໍ່, ຖ້າເຂົາເຈົ້າປະຕິບັດຢ່າງຮຸນແຮງປານນີ້ ຕໍ່ພວກເຮົາ ເດັກຊາຍອາຍຸ 9 ປີ, ເຈົ້າສາມາດວາດພາບອອກບໍ່ວ່າ ພວກເຂົາ ເຈົ້າຈະມີການກະທໍາຕອບໂຕ້ຕໍ່ຂ້ອຍຄືແນວໃດ?”

ສະນັ້ນ ທ້າວເທເລີ, ຊາຍທີ່ເປັນຄົນຮັກຮ່ວມເພດບໍ່ໄດ້ບອກໃຫ້ໃຜຮູ້ ແລະ ກໍ ໄດ້ຫາຍຈາກອາການເປັນພະຍາດນີ້ ມາໄດ້ຫລາຍປີ. ໃນທີ່ສຸດ, ລາວ ກໍໄດ້ ຖືກນອນໂຮງໝໍ ເມື່ອພູມຕ້ານທານຮ່າງກາຍຂອງລາວຕົກລົງ -ເຊື້ອເອັສໄອວີ (HIV) ຂອງລາວໄດ້ກາຍເປັນໂຣກເອດສ໌ ຢ່າງເຕັມສ່ວນ.

ບໍ່ມີການປິນປົວໂຣກເອດສ໌ຢ່າງມີປະສິດທິຜົນດີ ແລະເມື່ອຮອດປີ 1995 ມີຊາວ ອາເມຣິກັນຫລາຍກວ່າ 3 ແສນຄົນໄດ້ເສຍຊີວິດໄປ.

ທ້າວເທເລີ້ເວົ້າອີກວ່າ:
“ຂ້ອຍບໍ່ຢາກເວົ້າແບບກົງໆດອກ, ແຕ່ວ່າມັນກໍາລັງສັງຫານຊີວິດຂອງຄົນຮັກ ຮ່ວມເພດໄປອີ່ຫລີ. ສະນັ້ນ ມີໃຜແດ່ຈະໃຫ້ຄວາມສົນໃຈຫລະ?”

ກຸ່ມເຊັ່ນ ACT UP ຊຶ່ງແປວ່າລຸກຂຶ້ນມາ ໄດ້ທໍາການປະທ້ວງທີ່ດັງກ້ອງຢ່າງ ແຮງມາໄດ້ຫລາຍປີແລ້ວ ເພື່ອຮຽກຮ້ອງໃຫ້ມີການໃຫ້ທຶນເພີ້ມຂຶ້ນແກ່ການປິ່ນ ປົວ ເຊື້ອເອັສໄອວີ (HIV) ຫລືໂຣກເອດສ໌.

ຢູ່ໃນການໃຫ້ສໍາພາດຜ່ານທາງວີດິໂອຂອງເພິ່ນກັບວີໂອເອ ກ່ອນທີ່ເພິ່ນຈະເສຍ ຊີວິດໄປໃນເດືອນພຶດສະພາຜ່ານມານັ້ນ ທ່ານ ແລຣີ ແຄຣມເມີ (Larry Kramer), ຜູ້ ສ້າງຕັ້ງກຸ່ມເຊັ່ນ ACT UP ເວົ້າວ່າປະຊາຄົມທີ່ເປັນໂຣກ ເອດສ໌ຮູ້ ສຶກວ່າຕົນຖືກປະປ່ອຍລະເລີຍແບບບໍ່ມີໃຜສົນໃຈ.

ທ່ານ ແລຣີ ແຄຣມເມີ (Larry Kramer) ນັກເຄື່ອນໄຫວໂຣກເອດສ໌ ເວົ້າວ່າ:
“ສະນັ້ນ ພວກເຮົາດໍາເນີນການຂອງພວກເຮົາເອງ ເພື່ອເຕືອນໂລກໃຫ້ຮູ້ວ່າ ພວກເຮົາກໍາລັງຕາຍໄປຈາກໄວຣັສທີ່ລຶກລັບອັນນີ້ ທີ່ກໍາລັງເຂັ່ນຂ້າທຸກຄົນຢູ່ນີ້.”

ກຸ່ມຂອງທ່ານແຄຣມເມີ (Kramer) ຜູ້ຊຶ່ງມີຄໍາຂັວນ ທີ່ເວົ້າຢ່າງຕິດປາກວ່າ “ການມິດງຽບຢູ່ແມ່ນເທົ່າກັນກັບຕາຍ ຫລື “Silence = Death,” ຊຶ່ງໄດ້
ໄປປະທະໃສ່ອົງການຄຸ້ມຄອງອາຫານ ແລະຢາ ຫລື FDA ຂອງສະຫະລັດ, ຊຶ່ງເປັນອົງການທີ່ໃຫ້ອະນຸມັດແກ່ຢາໃໝ່.

ທ່ານ ຣີຊາດ ເຄລນທ໌ (Richard Klein) ເຮັດວຽກໃຫ້ກັບອົງການຄຸ້ມຄອງ ອາຫານ ແລະຢາຢູ່ໃນຕອນນັ້ນ.

ທ່ານ ຣີຊາດ ເຄລນທ໌ (Richard Klein) ຫົວໜ້າປະສານງານຂອງໂຄງການ ເຊື້ອ ເອັສໄອວີ (HIV) ຫລືໂຣກເອດສ໌ເວົ້າວ່າ:
“ຂ້າພະເຈົ້າຄິດວ່າ ທີ່ຈິງແລ້ວມັນເປັນການປຸກໃຫ້ຕື່ນທີ່ດີຫລາຍສໍາລັບ FDA ເພາະວ່າ ເຂົາເຈົ້າ ໂດຍພື້ນຖານແລ້ວແມ່ນສາມາດ ປິດຕຶກອາຄານ, ປິດອົງ ການໄວ້ໄດ້.”

ການປ່ຽນແປງໄດ້ເລີ້ມເກີດຂຶ້ນຢ່າງຊ້າໆ. ພວກນັກເຄື່ອນໄຫວດ້ານໂຣກເອດສ໌ ໄດ້ຖືກແຕ່ງຕັ້ງໃຫ້ເປັນຄົນປ່ວຍທີ່ສະແຫວງຫາການສະໜັບສະໜຸນ ແກ່ຄະນະ ທີ່ປຶກສາຂອງ FDA.

ການຄົ້ນຄວ້າທີ່ໄດ້ຮັບທຶນຈາກລັດຖະບານໄດ້ສຸມໃສ່ວິທີທີ່ຈະເຮັດແນວໃດ ໃຫ້ ອັດຕາຄົນລອດຊີວິດ ຈາກພະຍາດນີ້ເພີ້ມສູງຂຶ້ນໄດ້.

ການທົດລອງ ແລະທົບທວນເບິ່ງຢາໄດ້ເຮັດຂຶ້ນມາຢ່າງວ່ອງໄວຕໍ່ຢາຕ່າງໆ ລວມທັງຢາຊະໜິດໃໝ່ທີ່ເອີ້ນວ່າ ຕົວຢັບຢັ້ງ ນໍ້າຍ່ອຍໂປຣຕິນ.

ເມື່ອຖືກນໍາເອົາມາປະສົມໃສ່ກັບຢາອັນອື່ນ, ຢາພວກນີ້ສາມາດກັນເຊື້ອໄວຣັສ ບໍ່ໃຫ້ແຜ່ພັນ ແລະມີການຕ້ານທານ ເພີ້ມຫລາຍຂຶ້ນ.

ທ່ານ ເຄລນທ໌ (Klein) ກ່າວເພີ້ມອີກວ່າ:
“ທັນທີທັນໃດເຈົ້າກໍເອົາຮົ້ວມາກັ້ນພະຍາດນີ້ໄວ້ ແລະເຮັດໃຫ້ຮົ້ວນີ້ສູງຂຶ້ນ ເພື່ອ ໃຫ້ເຊື້ອໄວຣັສໂດດຂ້າມ ແລະເຮັດໃຫ້ມີການຕ້ານທານຕໍ່ຢາທັງ 3 ຢ່າງ ເລີຍ ທີ່ເອົາມາປະສົມໃສ່ກັນນັ້ນ. ແລະ ມັນກໍເຮັດໃຫ້ມີໂລກແຫ່ງຄວາມແຕກຕ່າງ ເກີດຂຶ້ນມາ.”

ໃນເດືອນມິຖຸນາ 1995, ອົງການ FDA ໄດ້ຖືກມອບ ໃຫ້ທໍາການສຶກສາຄົ້ນ ຄວ້າຢາຕ້ານໄວຣັສ, ທີ່ເປັນຕົວຢັບຢັ້ງນໍ້າຍ່ອຍໂປຣຕິນ. ໃນເດືອນທັນວາຜ່ານ ມາ ໂດຍເປັນການເລັ່ງລັດຕໍ່ລັດຖະບານປານສາຍຟ້າແມບ ມັນໄດ້ຖືກອະນຸມັດ ໂດຍເປັນສ່ວນນຶ່ງຂອງຢາທີ່ເປັນຊຸດປະສົມກັນ ທີ່ມີປະສິດທີ່ຜົນ ແລະມີຄວາມ ທົນທານອັນທໍາອິດເລີຍ. ດຣ. ແອນໂທນີ ຟາວຈິ ໄດ້ນໍາພາການດໍາເນີນ ຄວາມພະຍາຍາມຂອງລັດຖະບານເພື່ອຕໍ່ສູ້ກັບເຊື້ອເອັສໄອວີ ມາໄດ້ຫລາຍປີ ແລ້ວ.

ດຣ. ແອນໂທນີ ຟາວຈິ, ອໍານວຍການສະຖາບັນແຫ່ງຊາດດ້ານໂຣກພູມແພ້ ແລະພະຍາດຕິດແປດກ່າວວ່າ:
“ມັນໄດ້ເຮັດໃຫ້ຊີວິດຂອງບຸກຄົນທີ່ຕິດເຊື້ອ HIV ມີການປ່ຽນແປງຢ່າງໃຫຍ່ເລີຍ ເພາະວ່າ ມັນເປັນຄັ້ງທໍາອິດທີ່ພວກເຮົາມີຢາຕ້ານເຊື້ອ HIV ທີ່ມີປະສິດທິຜົນ ສູງ.”

ຢູ່ໃນຈໍານວນຄົນທີ່ຖືກຊ່ວຍຊີວິດໄວ້ໄດ້ນັ້ນ ກໍມີ ທ້າວເທເລີ. ດຽວນີ້ລາວໄດ້ 57 ປີແລ້ວ. ລາວໄດ້ກິນຢາທີ່ເຮັດໃຫ້ລາວມີຊີວິດຢູ່ໄດ້ເປັນຕັ້ງຫລາຍປີ.

ທ້າວເທເລີ ເວົ້າວ່າ:
“ມັນບໍ່ຈໍາເປັນຕ້ອງຖືກປົວໃຫ້ຫາຍດີດອກ ແຕ່ພຽງແຕ່ຢ່າງໜ້ອຍກໍໃຫ້ມີຊີວິດ ຊີວາແບບໃດ ແບບນຶ່ງກໍດີແລ້ວ ແທນທີ່ຈະມີແຕ່ດໍາລົງຊີວິດຢູ່ໃນເງົາມືດ ລໍ ຖ້າແຕ່ມື້ຈະຈົບຊີວິດໄປເທົ່ານັ້ນ.”

ມີຊາວອາເມຣິກັນຫລາຍກວ່າ 1 ລ້ານຄົນ ທີ່ດໍາລົງຊີວິດຢູ່ກັບເຊື້ອ HIV ໃນທຸກມື້ ນີ້ ແລະມີຫລາຍກວ່າ 37 ລ້ານຄົນ ຢູ່ທົ່ວໂລກທີ່ເປັນແນວນັ້ນ.

ເຖິງແມ່ນວ່າອັດຕາຄົນເສຍຊີວິດຍ້ອນພະຍາດນີ້ ໄດ້ຫລຸດລົງຢ່າງຫລວງຫລາຍ ກໍຕາມ ຢາວັກຊິນ ແລະການປິ່ນປົວຍັງຄົງເລືອນລາງຢູ່ຊຶ່ງເປັນການຍາກທີ່ຈະ ເຂົ້າໃຈໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

25 years ago this month (June), a landmark U.S. medical trial began testing a drug that would prove to be the first effective treatment of HIV/AIDS. It spawned a generation of drugs that saved countless lives and is still helping to prevent the spread of the virus today. VOA’s Carolyn Presutti takes us back to a time when the AIDS epidemic raged unchecked, and introduces us to a man who would not be alive today without the advent of these drugs.

Kevin Lee Taylor was 22 years old when a nurse told him he tested positive for HIV, the human immunodeficiency virus.

Kevin Lee Taylor, Living with HIV:

“And I looked at her like, ‘I'm sorry. What do I have?’ And she was like, you know HIV.’ And I said,’ No, I don't. I don't know what it is I've never heard of HIV.”

A doctor then entered the room and told Taylor to ...

Kevin Lee Taylor, Living with HIV:

“Get your affairs in order. Because there's no cure. There’s no treatment. There’s nothing we can do.”

Shocked and numb, Taylor walked back to his Richmond, Virginia home.

The year was 1985. HIV, the virus that causes AIDS, carried a stigma. Many with the virus were shunned, something Taylor saw in a news report that very night.

Protests erupted at an Indiana school over the attendance of Ryan White, a student diagnosed with AIDS after a blood transfusion.

Kevin Lee Taylor, Living with HIV:

“I'm thinking to myself, you know, if they're this hostile to us a little nine-year-old white boy, can you imagine how they're going to react to me?

So Taylor, a gay man, told no one and was symptom-free for years. Eventually he was hospitalized when his immune system collapsed – his HIV turned into bull-blown AIDS.

There were no effective AIDS treatments and by 1995, more than 300,000 Americans had died.


Kevin Lee Taylor, Living with HIV:

“I hate to be blunt, but it was killing gay people. So, who cared?”

For years, groups like ACT UP staged loud protests demanding more funding for HIV/AIDS treatments.

In his last video interview before he died in May, ACT UP founder Larry Kramer told VOA the AIDS community felt abandoned.

Larry Kramer, AIDS Activist:

So we were operating ‘on our own’ to alert the world that we were dying from this mysterious virus which was killing everybody. “

Kramer’s group, whose mantra was “Silence = Death,” stormed the US Food and Drug Administration, the agency that approves new drugs.

Richard Klein worked for the FDA at the time.

Richard Klein, Director HIV/AIDS Liaison Program:

“I think that was a great wake up call for FDA actually, because they did manage to essentially close down the building, closed down the agency.”

Slowly, change began to happen. AIDS activists were named to serve as patient advocates on FDA advisory committees.

Government-funded research focused on how to boost survival rates.

Testing and review was fast-tracked for drugs, including a new type called protease inhibitors.

When combined with other medications, they blocked the virus from replicating and growing resistant.

Richard Klein, Director HIV/AIDS Liaison Program:

“Suddenly you took the barrier and made it very high for the virus to jump that barrier and become resistant to all three drugs that are in this combination. And it made a world of difference.”

In June, 1995, the FDA authorized a study of saquinavir, the first protease inhibitor. In December, lightning speed for the government, it was approved as part of the first effective and durable drug cocktail. For decades, Dr. Anthony Fauci has led the U.S. government's efforts to combat HIV.

Dr. Anthony Fauci, Natl Institutes of Allergy and Infectious Diseases Director:

“It completely transformed the lives of HIV infected individuals, because it was the first time we had highly, highly effective drugs against HIV.”

Among those saved was Taylor. Now 57 years old. He’s still taking the drugs that have kept him alive for decades

Kevin Lee Taylor, Living with HIV:
Not necessarily to be cured, but to least have some kind of life as opposed to just living in the shadows waiting for your end to come.”

More than a million Americans live with HIV today, and more than 37 million globally.

While mortality rates have plunged, a vaccine and a cure remain elusive.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG