ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກວິເຄາະກ່າວວ່າ ການຖົມ​ດິນ ​ທີ່​ໝູ່ເກາະ ຂອງຫວຽດນາມ ມີເປົ້າໝາ ຍເພື່ອຕອບໂຕ້ຈີນ


ແຟ້ມຮູບ-ທະຫານເຮືອຫວຽດນາມຄົນນຶ່ງ ຢືນຍາມຢູ່ເກາະ ທູເຢັນ ຊາຍ (Thuyen Chai) ໃນບັນດາໝູ່ເກາະສເປຣັທລີ.
ແຟ້ມຮູບ-ທະຫານເຮືອຫວຽດນາມຄົນນຶ່ງ ຢືນຍາມຢູ່ເກາະ ທູເຢັນ ຊາຍ (Thuyen Chai) ໃນບັນດາໝູ່ເກາະສເປຣັທລີ.

ບັນດານັກວິ​ເຄາະ​ກ່າວ​ວ່າ ຫວຽດນາມກໍາລັງ​ຂຸດແລະຖົມ​ດິນ​ທີ່​ໝູ່​ເກາະສເປຣັທລີ (Spratly) ​ໃນ​ທະ​ເລ​ຈີນ​ໃຕ້, ​ເຊິ່ງ​ເປັນ​ການ​ເຄື່ອນ​ໄຫວ ​ທີ່​ເບິ່ງຄື​ວ່າ ​ເພັ່ງເລັງໃສ່ຕໍ່​ຕ້ານ​ການ​ກະ​ທຳ​ ໃນ​ການ​ອ້າງ​ເອົາ​ກຳ​ມະ​ສິດຂອງ​ຈີນ​ຫຼາຍ​ຂຶ້ນ ຢູ່​ໃນ​ເຂດ​ນ່ານ​ນ້ຳ​ທີ່​ມີຂໍ້ພິພາດກັນ.

ວຽກ​ງານ​ການຂະຫຍາຍໝູ່​ເກາະ ສເປຣັທລີ ຂອງຫວຽດນາມ ​ເມື່ອ​ບໍ່​ດົນ​ມາ​ນີ້, ​ເຊິ່ງ​ໄດ້​ເລີ່​ມຂຶ້ນ​ໃນ​ປີ 2021, ​ແມ່ນເຫັນ​ໄດ້​ແຈ້ງ​ທີ່​ສຸດ ​ຢູ່ແນວຫິນປະກາລັງ ບາກຄ໌ ການາດາ (Barque Canada Reef), ອີງ​ຕາມ​ການ​ລາຍ​ງານຂອງ​ສູນ​ກາງ​ຍຸດ​ທະ​ສາດ​ການ​ສຶກສາ​ສາກົນ​ດ້ານ​ການ​ເດີນ​ທະ​ເລ​ຢູ່ໃນຂົງເຂດເອເຊຍ ຫຼື AMTI ໃນອາທິດແລ້ວນີ້.

ບົດ​ລາຍ​ງານກ່າວ​ວ່າ ຫວຽດນາມ​ສ້າງ​ເນື້ອ​ທີ່ເກາະຂຶ້ນມາ 0.84 ກິ​ໂລແມັດ​ມົນ​ທົນໃນ​ປີ​ແລ້ວ​ນີ້.

ວຽກ​ງານ​ສ້ອມ​ແປງ​ຂອງ​ຫວຽດ​ນາມ​ຢູ່ແນວ​ຫີນ​ປະ​ກາ​ລັງ ບາກຄ໌ ກາ​ນາ​ດາ, ທີ່​ຮູ້​ຈັກ​ໃນ​ນາມ ບາຍ ທູເຢັນ ຊາຍ (Bai Thuyen Chai) ໃນ​ພາ​ສາ​ຫວຽດ​ນາມ, ແມ່ນ​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ວ່ອງ​ໄວ, ເຊິ່ງໄດ້ເຮັດ​ໃຫ້​ມັນກາຍ​ເປັນ​ໝູ່​ເກາະ ສເປຣັທລີ ທີ່​ຖືກຢຶດຄອງທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ, ອີງຕາມອົງ​ການ​ລິເລີ້ມ ກວດສອບຢູ່ຂົງເຂດທະເລຈີນໃຕ້ ຫຼື SCSPI ເຊິ່ງເປັນກຸ່ມຄົ້ນຄວ້າຈີນ.

ກຸ່ມ​ປ້ອງ​ກັນ ກ່າວ​ຜ່ານສື່​ສັງ​ຄົມ X ທີ່​ຮູ້​ກັນ​ໃນ​ເມື່ອ​ກ່ອນວ່າ ທວິດເຕີ້ ​ເຊິ່ງ​ມີ​ສຳ ນັກງານ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ ໃນວັນທີ 22 ພະຈິກນີ້​ວ່າ, ນັບຕັ້ງແຕ່ເດືອນກໍລະກົດເປັນຕົ້ນມາ ​ເນື້ອ​ທີ່​ເກືອບ 0.56 ກິ​ໂລ​ແມັດ​ມົນທົນ ໄດ້​ຖືກ​ຖົມ ​ແລະ​ອາດ​ຈະ​ກ່ຽວຂ້ອງ​ກັບ​ການ​ກໍ່ສ້າງ​ສະໜາມ​ບິນ​ແຫ່ງ​ທີ​ສອງ​ຢູ່​ເຂດ​ທີ່​ຫວຽດນາມ​ຢຶດຄອງ.

Vietnam is dredging and filling out the Spratly Islands in the South China Sea, a move that appears to be aimed at countering China’s assertive behavior in the disputed waters, analysts said.

Recent Vietnamese expansion work in the Spratly Islands, which began in 2021, was most noticeable at Barque Canada Reef, according to a report last week by the Washington-based Center for Strategic International Studies' Asia Maritime Transparency Initiative (AMTI).

The report said Vietnam created 0.84 square kilometers of land in the past year.

Vietnam's reclamation work on Barque Canada Reef, known as Bai Thuyen Chai in Vietnamese, is progressing rapidly, already making it the largest Vietnam occupied feature in Spratly Islands, according to the South China Sea Probing Initiative (SCSPI), a Chinese think tank.

Since July, nearly 0.56 square kilometers has been reclaimed, and may involve building a second airfield on the Vietnam occupied features, said the Beijing-based defense group on X, formally known as Twitter, on November 22. [[ https://twitter.com/SCS_PI/status/1727284444908941480 ]]

XS
SM
MD
LG