ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມຂັດແຍ້ງລະຫວ່າງ ຈີນ ກັບ ສະຫະລັດ ທີ່ບັນເທົາລົງ ຈະຊ່ວຍປ່ຽນແປງຕ່ອງໂສ້ການສະໜອງສິນຄ້າ ແລະ ຜົນກະທົບຕໍ່ ເອເຊຍຕາເວັນອອກ ສຽງໃຕ້


ກຳປັ່ນຂົນສົ່ງຕູ້ສິນຄ້າລໍຖ້າຢູ່ນອກຊາຍຝັ່ງຂອງອ່າວນະຄອນ ລອສ ແອນເຈີລິສ ແລະ ລອງ ບີດຈ໌, ລັດ ຄາລິຟໍເນຍ. 1 ຕຸລາ, 2021.
ກຳປັ່ນຂົນສົ່ງຕູ້ສິນຄ້າລໍຖ້າຢູ່ນອກຊາຍຝັ່ງຂອງອ່າວນະຄອນ ລອສ ແອນເຈີລິສ ແລະ ລອງ ບີດຈ໌, ລັດ ຄາລິຟໍເນຍ. 1 ຕຸລາ, 2021.

ຄວາມຂັດແຍ້ງທາງດ້ານການຄ້າ ລະຫວ່າງ ຈີນ ກັບ ສະຫະລັດ ທີ່ກຳລັງບັນເທົາລົງ, ດັ່ງທີ່ໄດ້ສະ ເໜີໃນວໍຊິງຕັນເມື່ອອາທິດທີ່ຜ່ານມາ, ຈະຊ່ວຍຟື້ນຟູຕ່ອງໂສ້ການສະໜອງສິນຄ້າໃນໂລກ ແຕ່ຈະຂາດການຫຼັ່ງໄຫຼອອກຂອງເງິນລົງທຶນຈາກ ຈີນ ຕໍ່ບັນດາປະເທດເອເຊຍຕາເວັນອອກສຽງໃຕ້ ທີ່ມີຄວາມກະຕືລືລົ້ນທີ່ຈະຮັບເອົາມັນ, ອີງຕາມການກ່າວຂອງບັນດານັກຊ່ຽວຊານ.

ການຫຼຸດຜ່ອນລົງໃນການລົງໂທດເກັບພາສີສິນຄ້ານຳເຂົ້າລະຫວ່າງສອງປະເທດມະຫາອຳນາດດັ່ງກ່າວ, ເຊິ່ງໄດ້ຕິດຄ້າງໃນການຂັດແຍ້ງດ້ານການຄ້າໃນຕົ້ນປີ 2018 ນັ້ນ, ຄວນຟື້ນຟູທຸລະກິດຂອງບັນດາຜູ້ສະໜອງອາໄຫຼ່, ຜູ້ປະກອບຊິ້ນສ່ວນ ແລະ ຜູ້ຂາຍວັດຖຸທີ່ມີລາຄາສູງໃນໂລກເຊັ່ນເຄື່ອງອີເລັກໂທຣນິກຜູ້ບໍລິໂພກ, ອີງຕາມການກ່າວຂອງບັນດານັກວິເຄາະ.

ແນວໃດກໍຕາມ, ເຂົາເຈົ້າເວົ້າວ່າ ອິນໂດເນເຊຍ, ຟີລິບປິນ, ໄທ ແລະ ຫວຽດນາມ, ພ້ອມກັບບັນດາປະເທດທີ່ນ້ອຍກວ່າໃນເອເຊຍຕາເວັນອອກສຽງໃຕ້, ຄວນຄາດຫວັງການລົງທຶນທີ່ໜ້ອຍລົງຂອງຫຼາຍປະເທດທີ່ພະຍາຍາມປະຄັບປະຄອງການສົ່ງອອກມາສູ່ ສະຫະລັດ ໂດຍປາສະຈາກການຂົນສົ່ງຈາກ ຈີນ. ບັນດາປະເທດເອເຊຍຕາເວັນອອສຽງໃຕ້ ໄດ້ເພັ່ງເລັງໃສ່ການລົງທຶນນັ້ນເພື່ອສ້າງເສດຖະກິດ ແລະ ເອົາປະຊາຊົນອອກຈາກຄວາມທຸກຍາກ.

ນອກຈາກນັ້ນ, ໄຕ້ຫວັນ ແມ່ນໄດ້ຮັບຜົນປະໂຫຍດຈາກຄວາມຂັດແຍ້ງດ້ານການຄ້າດັ່ງກ່າວ ໃນຂະນະທີ່ບັນດານັກລົງທຶນໄດ້ຍ້າຍການຜະລິດ ແລະ ເງິນທຶນອອກຈາກ ຈີນ.

ທ່ານ ຈາຢານ ເມນອນ (Jayant Menon), ນັກວິໄຈອະວຸໂສຈາກສະຖາບັນ ຢູຊັອຟ ອີຊັກ ISEAS (Yusof Ishak ISEAS) ໂຄງການການສຶກສາເສດຖະກິດໃນພາກພື້ນຢູ່ປະເທດ ສິງກະໂປ ໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າລັກສະນະຂອງລະບົບຕ່ອງໂສ້ມູນຄ່າ ແລະ ຕ່ອງໂສ້ສິນຄ້າ ແມ່ນເປັນອິດສະຫຼະ, ສະນັ້ນເຈົ້າອາດຈະໄດ້ຮັບຫຼາຍຂຶ້ນໜ້ອຍນຶ່ງໃນປະເທດຂອງເຈົ້າຈາກຜົນທີ່ຄົນໄດ້ຍ້າຍອອກຈາກບ່ອນອື່ນ, ແຕ່ສຸດທ້າຍເຈົ້າກໍຈະຢາກໄດ້ລະບົບທີ່ສະໜັບສະໜູນຕ່ອງໂສ້ທັງໝົດ ແລະ ສະໜັບສະໜູນມັນດີ. ເຈົ້າບໍ່ຢາກໃຫ້ສົງຄາມການຄ້ານີ້ມາແຊກແຊງກັບມັນ.”

ທູດການຄ້າ ສະຫະລັດ ທ່ານນາງ ແຄເທີຣິນ ຖາຍ ໄດ້ກ່າວໃນວັນທີ 5 ຕຸລາທີ່ຜ່ານມາວ່າ ສະຫະ ລັດ ຈະເລີ່ມ “ຂັ້ນຕອນການຍົກເວັ້ນພາສີທີ່ເປັນເປົ້າໝາຍ” ສຳລັບ ຈີນ.

ການປະກາດຂອງທ່ານນາງບໍ່ໄດ້ສິ້ນສຸດການຂັດແຍ້ງດ້ານການຄ້າທີ່ໄດ້ເກີດຂຶ້ນພາຍໃຕ້ອະດີດປະທານາທິບໍດີ ດໍໂນລ ທຣຳ, ຜູ້ທີ່ໄດ້ກ່າວວ່າ ຈີນ ໄດ້ປະຕິບັດການຄ້າຂາຍທີ່ບໍ່ຍຸຕິທຳມາຫຼາຍປີ ແຕ່ມັນອາດເປັນສັນຍານຂອງການປ່ຽນແປງໃນທີ່ສຸດພາຍໃຕ້ປະທານາທິບໍດີ ໄບເດັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG