ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ນັກວິເຄາະເຫັນຂໍ້ຈໍາກັດ ຂອງ ຈີນ, ອີຣ່ານ ແລະ ຣັດເຊຍ ໃນການຮ່ວມມື ກັບກຸ່ມຕາລິບານ


ແຟ້ມຮູບ-ນັກການທູກຈີນປະຈໍາອັຟການິສຖານ ທ່ານຊາວ ເຊັງ, ຈັບມືຄໍານັບນາຍົກລັດຖະມົນຕີໂມຮໍາມາດ ຮາຊານ ອັກຄູນ ຢູ່ທີ່ທໍານຽບປະທານາທິບໍດີໃນນະຄອນຫຼວງກາບູລ, ວັນທີ 13 ກັນຍາ 2023. ເມື່ອໄວໆມານີ້ ຈີນຮັບສານຕາຕັ້ງຂອງນັກການທູດຕາລິບານປະຈໍານະຄອນຫຼວງປັກກິ່ງ. (Taliban handout via AP)
ແຟ້ມຮູບ-ນັກການທູກຈີນປະຈໍາອັຟການິສຖານ ທ່ານຊາວ ເຊັງ, ຈັບມືຄໍານັບນາຍົກລັດຖະມົນຕີໂມຮໍາມາດ ຮາຊານ ອັກຄູນ ຢູ່ທີ່ທໍານຽບປະທານາທິບໍດີໃນນະຄອນຫຼວງກາບູລ, ວັນທີ 13 ກັນຍາ 2023. ເມື່ອໄວໆມານີ້ ຈີນຮັບສານຕາຕັ້ງຂອງນັກການທູດຕາລິບານປະຈໍານະຄອນຫຼວງປັກກິ່ງ. (Taliban handout via AP)

ນັບ​ຕັ້ງ​ແຕ່​ກຸ່ມ​ຕາ​ລິບານ ໄດ້ເຂົ້າຢຶດ​ອຳ​ນາດ ໃນ​ເດືອນ​ສິງຫາ​ປີ 2021, ຈີນ, ອີຣ່ານແລະຣັດ​ເຊຍ ຕ່າງ​ກໍໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່ການມີອິດທິພົນຂອງ​ລັດ ຖະບານ​ອັຟກາ​ນິສຖານ​ຢ່າງ​ບໍ່​ຢຸດ​ຢັ້ງ​. ທັງສາມ​ປະ​ເທດ​ໄດ້​ຮັກສາການເປີດ​ສະ ຖານທູດ​ຂອງ​ພວກເຂົາ​ເຈົ້າຢູ່​ໃນ​ນະຄອນຫຼວງກາບູລ ​ແລະ​ເປັນ​ນຶ່ງ​ໃນ​ບັນດາປະເທດ​ທຳ​ອິດ​ທີ່​ໄດ້ສົ່ງ​ມອບ​ສະຖານທູດ​ຕ່າງໆຂອງອັຟກາ​ນິສຖານ​ໃຫ້​ແກ່ກຸ່ມ ​ຕາ​ລີ​ບານ​ຢູ່​ໃນ​ປະເທດ.

ໃນເດືອນແລ້ວນີ້, ມົສກູ, ປັກກິ່ງ ແລະ ເຕຫະຣ່ານ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທຳອິດຂອງກຸ່ມຕາລິບານ ກ່ຽວກັບການຮ່ວມມືພາກພື້ນ ຢູ່ໃນນະ ຄອນຫຼວງກາບູລ.

ແຕ່ ແມ່ນຫຍັງຄື​ຄວາມຄາດ​ຫວັງ​ອັນ​ແທ້​ຈິງ​ຂອງ ​ຈີນ, ຣັດ​ເຊຍ, ອີຣ່ານ ​ແລະ​ກຸ່ມ​ຕາ​ລິບານ ສໍາລັບການຮ່ວມ​ມືຢູ່​ໃນ​ພາກ​ພື້ນ​?

ນັກວິ​ເຄາະ​ກ່າວຕໍ່ VOA ວ່າ ​ເນື່ອງຈາກ ​ປັກ​ກິ່ງ, ມົສກູ ​ແລະ​ເຕຫະຣ່ານອາດ​ ຈະ​ເປັນ​ເອກະ​ພາບ​ກັນ​ໃນ​ເປົ້າ​ໝາຍ​ຮ່ວມ​ກັນ​ເພື່ອ​ຄັດຄ້ານ ​ສະຫະລັດ ​ຢູ່ໃນ​ຂົງ​ເຂດ, ນັ້ນ​ແມ່ນ​ ບາງ​ທີມັນ​ເປັນທິດທາງ​ດຽວ ​ທີ່​ຜົນ​ປະ​ໂຫຍ​ດຂອງ​ເຂົາ​ເຈົ້າ​ຈະສອດຄ່ອງກັນ.

ທ່ານອາເລັກ ວາທັງກາ (Alex Vatanka), ຫົວໜ້າຜູ້ກໍ່ຕັ້ງໂຄງການອີຣ່ານຢູ່ສະຖາບັນພາກຕາເວັນອອກກາງໃນນະຄອນຫຼວງວໍຊິງຕັນກ່າວວ່າ "ລັດທິການຕໍ່ຕ້ານການນິຍົມອາເມຣິກາ ແມ່ນແນວຄວາມຄິດດຽວ" ທີ່ນໍາເອົາຈີນ, ອີຣ່ານ ແລະ ຣັດເຊຍມາຮ່ວມເຂົ້າກັນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG