ການສົ່ງລູກສອນໄຟ ຫລືຈະຫລວດໄລຍະໄກໄດ້ເປັນຜົນສໍາ
ເລັດເທື່ອທໍາອິດຂອງເກົາຫຼີເໜືອ ສະແດງໃຫ້ເຫັນວ່າພຽງຢາງ
ມີຄວາມສາມາດກ້າວໄກ ໄປຫຼາຍຂັ້ນແລ້ວ ແຕ່ຢ່າງໃດກໍຕາມ ບັນດານັກວິເຄາະກ່າວວ່າເກົາຫຼີເໜືອ ຍັງຢູ່ໄກຫລາຍ ຈາກຂັ້ນ
ທີ່ຈະສາມາດເປັນໄພຂົ່ມຂູ່ ຕໍ່ສະຫະລັດໄດ້.
ເກົາຫຼີເໜືອໄດ້ກ້າວເຂົ້າໄປຢູ່ໃນກຸ່ມຂອງປະຊາຊາດ ທີ່ມີສະມັດຖະພາບ ດ້ານລູກສອນ ໄຟໄລຍະໄກແລ້ວ ຫລັງຈາກທີ່ໄດ້ທົດລອງມາສີ່ຄັ້ງ ໂດຍປະສົບຄວາມລົ້ມແຫຼວສາມຄັ້ງ ແລະໃນທີ່ສຸດກໍປະສົບຜົນສໍາເລັດໃນຄັ້ງທີ່ ສີ່ ຫຼືຄັ້ງສຸດທ້າຍ ໃນອາທິດແລ້ວນີ້.
ບັນດານັກວິທະຍາສາດເກົາຫຼີເໜືອ ພາກັນເບິ່ງຈະຫຼວດທະຍານຂຶ້ນສູ່ທ້ອງຟ້າ ກ່ອນຈະ ປ່ອຍວັດຖຸນຶ່ງເຂົ້າສູ່ວົງໂຄຈອນ.
Kim Hye Jin ຜູ້ອໍານວຍການສູນຄວບຄຸມດາວທຽມຂອງເກົາຫຼີເໜືອ ເວົ້າວ່າ ວັດຖຸປະສົງ
ແມ່ນໄດ້ບັນລຸແລ້ວ.
ທ່ານ ຈິນ ອະທິບາຍວ່າ: “ການສົ່ງດາວທຽມ Kwangmyongsong-1 ຂຶ້ນຄັ້ງນີ້ ແມ່ນ
ການທົດສອບຄວາມສາມາດຂອງຈະຫຼວດ ໃນການນໍາສົ່ງດາວທຽມເຂົ້າສູ່ ວົງໂຄຈອນ ອ້ອມໂລກ.”
ສໍາລັບເກົາຫຼີເໜືອແລ້ວ ຜົນສໍາເລັດຄັ້ງນີ້ ຖືວ່າເປັນບາດກ້າວອັນຍິ່ງໃຫຍ່. ແຕ່ທ່ານ Christopher Preble ນັກວິເຄາະດ້ານປ້ອງກັນປະເທດປະຈໍາ ສະຖາບັນ Cato ທີ່ ວໍຊີງຕັນດີຊີ ເວົ້າວ່າ ພຽງຢາງຍັງຈະຕ້ອງໄດ້ໃຊ້ເວລາ ອີກດົນນານ ກ່ວາຈະພິສູດໃຫ້
ເຫັນໄດ້ວ່າ ລູກສອນໄຟຂີປະນາວຸດຂອງຕົນຈະສາມາດຂົ່ມຂູ່ສະຫະລັດໄດ້.
ທ່ານ Preble ເວົ້າວ່າ: “ຜົນສໍາເລັດພຽງເທື່ອນຶ່ງຂອງການສົ່ງລູກສອນໄຟ ບໍ່ໄດ້ເຮັດ
ໃຫ້ເກົາຫຼີເໜືອເປັນຕົວຂົ່ມຂູ່ທີ່ເຊື່ອຖືໄດ້ເທື່ອ ໃນແງ່ຂອງຂີປະນາວຸດໄລຍະໄກ ແລະຄວາມສາມາດນໍາສົ່ງອາວຸດຕ່າງໆໃນໄລຍະໄກໄດ້.”
ຜູ້ປະກາດຂ່າວເກົາຫຼີເໜືອຄົນນຶ່ງ ເອີ້ນການຍິງຈະຫລວດຄັ້ງນີ້ ວ່າເປັນ ຜົນສໍາເລັດ
ອັນສະງ່າງາມ.
ແຕ່ເກົາຫຼີເໜືອກໍຍັງຈະຕ້ອງພິສູດໃຫ້ເຫັນອີກວ່າ ຕົນສາມາດສ້າງຫົວລະເບີດນີວເຄຼຍ ຂະໜາດນ້ອຍໆພໍທີ່ຈະຕິດຕັ້ງໃສ່ຈະຫຼວດຫລືລູກສອນໄຟໄດ້.
ຈະຫຼວດທີ່ເກົາຫຼີເໜືອສົ່ງຂຶ້ນ ເມື່ອວັນທີ 12 ທັນວາຜ່ານມານີ້ ແມ່ນເປັນ ຈະຫຼວດຊະນິດ ຫຍາບທີ່ໃຊ້ເຊື້ອໄຟແຫຼວ ແລະຕ້ອງໃຊ້ເວລາບັນຈຸຫຼາຍໆ ຊົ່ວໂມງ ແລະໃຊ້ເວລາດົນໃນການປະກອບແລະຕິດຕັ້ງ.
ຜ່ານມາ ເກົາຫຼີເໜືອໄດ້ສະແດງໃຫ້ເຫັນແລ້ວວ່າ ຕົນສາມາດຍິງຖະຫຼົ່ມຍີ່ປຸ່ນໄດ້ ດ້ວຍ ຈະຫຼວດຫລືລູກສອນໄຟໄລຍະປານກາງຂອງຕົນ ແລະຍັງສາມາດໂຈມຕີເກົາຫຼີໃຕ້ໄດ້ ດ້ວຍປືນໃຫຍ່. ແຕ່ຕາມຄວາມເຫັນຂອງນັກວິເຄາະສ່ວນໃຫຍ່ແລ້ວ ການຍິງຈະຫຼວດໄລ ຍະໄກໄດ້ຢ່າງສໍາເລັດຜົນຂອງເກົາຫຼີເໜືອຄັ້ງນີ້ ບໍ່ໄດ້ໝາຍຄວາມວ່າ ກອງທັບເກົາຫລີ
ເໜືອ ໄດ້ທໍາຄວາມກ້າວໄກໄປໜ້າ ໄດ້ຢ່າງແທ້ຈິງເທື່ອ.
ຢ່າງໃດກໍຕາມ ທ່ານ Preble ເວົ້າວ່າ ທ່ານຍັງປະຫຼາດໃຈຢູ່ທີ່ເກົາຫຼີເໜືອເຮັດໄດ້ສໍາເລັດ.
ທ່ານ Preble ເວົ້າວ່າ: “ການທົດລອງຍິງຂີປະນາວຸດຫຼາຍຄັ້ງຜ່ານມາ ຂອງເກົາຫຼີເໜືອນັ້ນ ແມ່ນລົ້ມແຫຼວຫຼາຍທີ່ສຸດ. ຄວາມຈິງແລ້ວ ບ່ອນທີ່ປອດໄພທີ່ສຸດໃນການທົດລອງຍິງລູກສອນໄຟຂີປະນາວຸດຄັ້ງຜ່ານໆມາແມ່ນຢູ່ບ່ອນໃດກໍຕາມ ທີ່ພວກເຂົາເຈົ້າແນ່ມັນໄປໃສ່.
ແຕ່ເທື່ອນີ້ ປາກົດວ່າຄືຈົນເຖິງເວລານີ້ພວກເຮົາກໍຍັງບໍ່ຮູ້ລາຍລະອຽດຫຍັງທັງໝົດ ແຕ່ກໍປາກົດວ່າ ມັນເປັນການທົດລອງທີ່ສໍາເລັດຜົນ ຢູ່ທີ່ວ່າ ມັນບໍ່ລະເບີດຂຶ້ນຢູ່ຖານຍິງ ຫລື
ຫລັງຈາກທະຍານຂຶ້ນສູ່ທ້ອງຟ້າໄດ້ບໍ່ດົນ. ພວກເຮົາກໍບໍ່ຮູ້ຫຼາຍກ່ຽວກັບວັດຖຸທີ່ຈະຫຼວດ
ບັນທຸກຂຶ້ນໄປ. ພວກເຮົາຍັງບໍ່ຮູ້ອີກວ່າ ເຂົາເຈົ້າເອົາຫຍັງແທ້ໆຂຶ້ນໄປປ່ອຍເທິງອະວະ
ກາດ ຊຶ່ງກໍແນ່ນອນ ວ່າມັນເປັນຄໍາຖາມຕໍ່ໄປ ທີ່ເຮົາຈະຕ້ອງຫາຄໍາຕອບ.”
ບັນດານັກວິເຄາະເວົ້າວ່າ ສໍາລັບເກົາຫຼີເໜືອແລ້ວ ການທົດລອງຍິງຈະຫຼວດທີ່ວ່ານີ້ ເປັນເຄື່ອງມືທາງການເມືອງ ຫຼາຍກວ່າເປັນອາວຸດທາງທະຫານ.
ທາງຝ່າຍກອງທັບສະຫະລັດນັ້ນ ກ່າວວ່າ ຕົນບໍ່ໄດ້ຕີລາຄາຕໍ່າ ບາດກ້າວຕ່າງໆທີ່ພຽງຢາງກໍາລັງດໍາເນີນໄປ ຢູ່ໃນຂະນະນີ້ເລີຍ.
ໃນເດືອນກັນຍາຜ່ານມານີ້ ກະຊວງປ້ອງກັນປະເທດສະຫະລັດເວົ້າວ່າ ຕົນຈະເສີມຂະຫຍາຍ
ລະບົບຕໍ່ຕ້ານລູກສອນໄຟຂີປະນາວຸດ ແລະຕິດຕັ້ງລະບົບ ເຣດາຕໍ່ຕ້ານລູກສອນໄຟຢູ່ໃນຍີ່ປຸ່ນ.
ເບິ່ງວີດິໂອລາຍງານນີ້ ເປັນພາສາອັງກິດ: