ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ບັນດານັກວິເຄາະວ່າ ພາລະໜີ້ສິນທີ່ເພີ້ມຂຶ້ນນັບມື້ ອາດເຮັດໃຫ້ ລາວ ຕ້ອງກາງຕໍ່ ຈີນ ຫຼາຍຂຶ້ນຕື່ມອີກ


ປະທານປະເທດຈີນ ທ່ານສີ ຈິ້ນຜິງ, ຊ້າຍ, ກ່າວຖະແຫລງ ຂະນະທີ່ ນາຍົກລັດຖະມົນຕີ ລາວ ທ່ານທອງລຸນ ສີສຸລິດ, ຕຳແໜ່ງທີສອງເບື້ອງຂວາ, ກຳລັງຮັບຟັງໃນລະຫວ່າງກອງປະຊຸມ ຢູ່ທີ່ຫໍປະຊາຊົນ ໃນຄອນຫຼວງປັກກິ່ງ, ວັນທີ 6 ມັງກອນ 2020.
ປະທານປະເທດຈີນ ທ່ານສີ ຈິ້ນຜິງ, ຊ້າຍ, ກ່າວຖະແຫລງ ຂະນະທີ່ ນາຍົກລັດຖະມົນຕີ ລາວ ທ່ານທອງລຸນ ສີສຸລິດ, ຕຳແໜ່ງທີສອງເບື້ອງຂວາ, ກຳລັງຮັບຟັງໃນລະຫວ່າງກອງປະຊຸມ ຢູ່ທີ່ຫໍປະຊາຊົນ ໃນຄອນຫຼວງປັກກິ່ງ, ວັນທີ 6 ມັງກອນ 2020.

ລາວມີໜີ້ກູ້ຢືມກັບປະເທດເພື່ອນບ້ານ ແລະທະນາຄານໂລກຫຼາຍພໍສົມ ຄວນ ເພື່ອນຳໃຊ້ເຂົ້າໃນແຜນພັດທະນາປະເທດຊາດ. ປະເທດທີ່ໃຫ້ລາວກູ້ຢືມເງິນຫຼາຍທີ່ສຸດກໍຄືຈີນ ທ່າມກາງການລະບາດຂອງໄວຣັສໂຄວິດ-19 ທີ່ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ເສດຖະກິດຂອງໂລກ. ລາວເປັນປະເທດນຶ່ງທີ່ກຳລັງພັດ ທະນາ ກໍບໍ່ໄດ້ຖືກຍົກເວັ້ນ ສຳລັບປີນີ້ລາວຂາດເຂີນລາຍຮັບຈາກພາກທຸລະກິດການທ່ອງທ່ຽວ ພາກບໍລະການດ້ານໂຮງແຮມ ບ້ານພັກແລະຮ້ານອາຫານພ້ອມ ທັງພາກທຸລະກິດຕ່າງໆ ຍ້ອນມາດຕະການປິດປະເທດ ເພື່ອສະກັດກັ້ນການແຜ່ລະບາດຂອງໄວຣັສໂຄໂຣນາ ຢູ່ໃນເກືອບທົ່ວໂລກ. ສະນັ້ນແລ້ວ ລາວ ຈຶ່ງຕົກຢູ່ໃນຖານະ ຕ້ອງກາງຕໍ່ເຈົ້າໜີ້ທັງຫຼາຍ ເພື່ອໃຫ້ຜ່ອນຜັນການຊຳລະໜີ້ສິນຂອງຕົນ ແຕ່ເປັນທີ່ແນ່ນອນແລ້ວວ່າການຜ່ອນຜັນໜີ້ສິນນັ້ນຈະບໍ່ປາດສະຈາກເງື່ອນ ໄຂພິເສດສຳລັບເຈົ້າໜີ້ເຊັ່ນຈີນ ຊຶ່ງເປັນປະເທດນຶ່ງ ທີ່ໄດ້ລົງທຶນໃນລາວ ຫຼາຍທີ່ສຸດເປັນອັນດັບນຶ່ງ ໃນບັນດາປະເທດຕ່າງໆ ດັ່ງທີ່ ໄຊຈະເລີນສຸກ ຈະນຳເອົາລາຍງານຈາກ ລຽນ ຮວງ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລາວ ມີຄວາມເປັນໄປໄດ້ສູູງທີ່ຈະບໍ່ສາມາດຊໍາລະໜີ້ສິນທັງໝົດຂອງຕົນໄດ້ໃນປີນີ້ ໜີ້ສິນສ່ວນໃຫຍ່ ແມ່ນຕ້ອງຈ່າຍຄືນໃຫ້ແກ່ຈີນ ຊຶ່ງໄດ້ກາຍເປັນຜູ້ໃຫ້ກູ້ຢືມທີ່ໃຫຍ່ທີ່ສຸດຂອງໂລກ ຫຼາຍກວ່າທະຄານໂລກ ຫຼືສະຖາບັນອື່ນໆໃດຂອງໂລກ ອີງຕາມບັນດານັກວິເຄາະ.

ເມື່ອພວກໃບບິນເກັມເງິນຂອງວຽງຈັນ ຮອດກຳນົດແລ້ວ ລາວກໍຈະຕ້ອງໄດ້ຊຳລະມັນ ແລ້ວຜົນຂອງການເຈລະຈາກັບປັກກິ່ງ ທີ່ມີອິດທິພົນຫຼາຍຂຶ້ນນັບມື້ ຕໍ່ປະເທດເພື່ອນບ້ານ ທີ່ມີລະບອບຄອມມິວນິສເເຊັ່ນດຽວກັນກັບຕົນນັ້ນ ຈະເປັນແນວໃດ? ຄຳຖາມນັ້ນຍັງເປັນພາກສ່ວນນຶ່ງຂອງການສອບຖາມທີ່ກວ້າງຂວາງ ກ່ຽວກັບອິດທິພົນຂອງປັກກິ່ງ ຢູ່ໃນອ້ອມແອ້ມເຂດເອເຊຍຕາເວັນອອກສຽງໃຕ້.

ລາວເປັນປະເທດທີ່ມີຄວາມສ່ຽງສູງຢູ່ແລ້ວ ຊຶ່ງເປັນສິ່ງທີ່ບັນດານັກວິເຄາະເອີ້ນວ່າ “ຄວາມຫຍຸ້ງຍາກກັບໜີ້ສິນ” ກ່ອນໜ້າຈະມີໂຣກລະບາດຂອງໄວຣັສໂຄໂຣນາ ແຕ່ໄວຣັສໂຄວິດ-19 ພຽງແຕ່ຍົກລະດັບຄວາມສ່ຽງຂອງຕ່າງປະເທດທີ່ໃຫ້ເງິນກູ້ຢືມແກ່ລາວ.

ບໍລິສັດໃຫ້ຄະແນນດ້ານສິນເຊື່ອຫຼື Fitch Ratings ໄດ້ລົດອັນດັບພາບພົດກ່ຽວກັບເສດຖະກິດຂອງລາວ ລົງຢ່າງເປັນທາງການ ຈາກລະດັບທີ່ “ທຸ່ນທ່ຽງ” ມາເປັນລະດັບ “ລົບ” ເມື່ອເດືອນແລ້ວນີ້ ໂດຍສ່ວນໃຫຍ່ແລ້ວບົນພື້ນຖານກ່ຽວກັບ ວ່າ ລາວຈະສາມາດຈ່າຍໜີ້ກູ້ຢືມຈາກຕ່າງປະເທດໄດ້ຫຼືບໍ່ ທ່າມກາງວິດກິດການທີ່ກ່າວມານັ້ນ. ໃນປັດຈຸບັນນີ້ ລາວ ມີກໍລະນີຕິດເຊື້ອໄວຣັສໂຄໂຣນາ ທີ່ໄດ້ຮັບການຢືນຢັນ 19 ຄົນ ອີງຕາມ ມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌. ຄວາມສ່ຽງດັ່ງກ່າວ ສາມາດເຫັນໄດ້ຢູ່ໃນຂໍ້ມູນ. ໜີ້ສິນທີ່ລາວ ຕ້ອງຈ່າຍຄືນໃຫ້ຈີນໃນ ຈຳນວນລວມທັງໝົດ ຄິດສະເລ່ຍເປັນປະມານ 45 ເປີເຊັນຂອງຜະລິດຕະພັນລວມພາຍໃນຂອງປະເທດ ຊຶ່ງອັດຕາເປີເຊັນທີ່ສູງທີ່ສຸດ ພາຍໃນກຸ່ມປະເທດ ທີ່ປະກອບຢູ່ໃນບົດວິເຄາະປີ 2019 ໂດຍສະຖາບັນ ໂລວີ (Lowy Institute) ທີ່ເປັນກຸ່ມຄົ້ນຄວ້າຂອງອອສເຕຣເລຍ.

ທ່ານຣາຈີບ ບິສວັສ ຫົວໜ້ານັກເສດຖະສາດເຂດເອເຊຍປາຊີຟິກປະຈຳບໍລິສັດວິເຄາະ IHS Markit ທີ່ມີຫ້ອງການຕັ້ງຢູ່ນະຄອນລອນດອນໄດ້ກ່າວວ່າ “ລາວ ໄດ້ສະສົມໜີ້ສິນຈາກຕ່າງປະເທດຢ່າງຫຼວງຫຼາຍ ຕະຫຼອດໄລຍະນຶ່ງທົດສະວັດຜ່ານມາ ທີ່ພົວພັນກັບໂຄງການເຂື່ອນໄຟຟ້ານ້ຳຕົກ ທີ່ສຳຄັນໃໝ່ໆ ຫຼາຍແຫ່ງ ພ້ອມກັນກັບໂຄງການພື້ນຖານໂຄງລ່າງທີ່ເອີ້ນວ່າ ນຶ່ງແລວທາງນຶ່ງເສັ້ນທາງ ຫຼື Belt and Road.” ໃນການໃຫ້ສໍາພາດກັບວີໂອເອ ທ່ານບິສວັສ ຍັງໄດ້ກ່າວອີກວ່າ ອັນນີ້ ໄດ້ “ເພີ້ມໜີ້ສິນຫຼາຍຂຶ້ນທີ່ຕ້ອງໄດ້ຊຳລະ ຈຶ່ງກາຍເປັນພາລະຕະຫຼອດໄລຍະກາງ.”

ໂຄງການເຂື່ອນໄຟຟ້ານ້ຳຕົກທັງຫຼາຍ ແລະໂຄງການລິເລີ້ມນຶ່ງແລວທາງແລະນຶ່ງເສັ້ນທາງ ມູນຄ່າປະມານເຄິ່ງພັນຕື້ໂດລາ ເປັນສ່ວນນຶ່ງຂອງໂຄງການເພື່ອສ້າງສາຍສຳພັນກັບບັນດາປະເທດຕ່າງໆຂອງຈີນ ໂດຍຜ່ານໂຄງການພື້ນຖານໂຄງລ່າງ. ໂຄງການລິເລີ້ມດັ່ງກ່າວ ຈະເຊື່ອມຈອດ ຈີນ ໄປຍັງທະວີບຢູໂຣບ ອາຟຣິກາ ແລະເຂດອື່ນຂອງເອເຊຍ. ຍັງມີຄວາມເປັນຫ່ວງຫຼາຍຢ່າງກ່ຽວກັບລະດັບຂອງໜີ້ສິນ ທີ່ປະເທດຕ່າງໆບາງສ່ວນ ຈະຮັບເອົາຍ້ອນໂຄງການລົງທຶນທີ່ກ່າວມານັ້ນ. ຈີນໄດ້ກ່າວວ່າ ບໍ່ມີຂໍ້ຜູກມັດໃດໆທີ່ຕິດພັນກັບການລົງທຶນ ແລະເງິນກູ້ຢືມຕ່າງໆຂອງຕົນ.

ຮອງນາຍົກລັດຖະມົນຕີ ທ່ານສົມສະຫວາດ ເລັ່ງສະຫວັດ ຕີຄ້ອງຢູ່ໃນພິທີເລີ້ມອວ່າຍນ້ຳສຳລັບການກໍ່ສ້າງເຂື່ອນນ້ຳອູຢ່າງເປັນທາງການ.
ຮອງນາຍົກລັດຖະມົນຕີ ທ່ານສົມສະຫວາດ ເລັ່ງສະຫວັດ ຕີຄ້ອງຢູ່ໃນພິທີເລີ້ມອວ່າຍນ້ຳສຳລັບການກໍ່ສ້າງເຂື່ອນນ້ຳອູຢ່າງເປັນທາງການ.

ບໍລິສັດ Fitch ຄໍານວນວ່າ ລາວມີເງິນຕາຕ່າງປະເທດສໍາຮອງຈໍານວນ 1 ພັນລ້ານໂດລາ ແລະຈະຊຳລະໜີ້ຕ່າງປະເທດ 900 ລ້ານໂດລາໃນປີນີ້. ບໍລິສັດນີ້ ຍັງໄດ້ຄາດຄະເນວ່າ ລາຍຮັບຂອງລັດຈະຫົດຕົວປະມານ 25 ເປີເຊັນ. ມັນໄດ້ກ່າວວ່າ ຖ້າລັດຖະບານ ຊຶ່ງມີພັກດຽວ ບໍ່ສາມາດຊຳລະໜີ້ຕາມເສັ້ນຕາຍ ພວກທີ່ໃຫ້ກູ້ຢືມທີ່ຄອບງຳໂດຍຈີນ ຈີນກໍຈະມີກຳລັງໃຈທີ່ຈະປົດໜີ້ຂອງລາວ ຫຼືຊ່ອຍລາວຈ່າຍໜີ້ສິນຕ່າງໆດ້ວຍການໃຫ້ກູ້ຢືມໃໝ່.

ບໍລິສັດ Fitch ໄດ້ກ່າວໄປວ່າ “ເມື່ອພິຈາລະນາເບິ່ງພູມສາດການເມືອງ ແລະຜົນປະໂຫຍດດ້ານເສດຖະກິດແລ້ວ ແມ່ນເປັນໄປໄດ້ສູງທີ່ຈະຊຸກຍູ້ໃຫ້ມີການໃຫ້ກູ້ຢືມລະຫວ່າງສອງຝ່າຍຕື່ມອີກ ຫຼືການບັນເທົາໜີ້ ຄັນຂາດເຂີນແຫຼ່ງທຶນດ້ານການເງິນອື່ນໆ.” ຍັງບໍ່ເປັນທີ່ຈະແຈ້ງວ່າ ປັກກິ່ງຕ້ອງການຫຍັງ ເປັນການຕອບແທນສຳລັບຄວາມເອື້ອເຟື້ອເພື່ອແຜ່ຂອງຕົນນັ້ນ.

ສະຫະລັດເປັນຫ່ວງວ່າ ຈີນອາດມີເປົ້າໝາຍທີ່ຈະກາຍເປັນປະເທດມີອິດທິພົນເພື່ອຄວບຄຸມ 10 ປະເທດສະມາຊິກຂອງປະຊາຄົມບັນດາປະຊາຊາດເຂດເອເຊຍຕາເວັນອອກສຽງໃຕ້ ຫຼື ASEAN. ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ທ່ານໄມຄ໌ ພອມພຽວ ໄດ້ຈັດກອງປະຊຸມຜ່ານທາງວີດີໂອກັບບັນດາລັດຖະມົນຕີກະຊວງການຕ່າງປະເທດຂອງອາຊຽນໃນເດືອນເມສາ ໂດຍເຕືອນພວກລັດຖະມົນຕີວ່າ ຈີນໄດ້ສ້າງເກາະດອນທຽມຫຼາຍຂຶ້ນ ຢູ່ໃນທະເລຈີນໃຕ້ທີ່ເປັນບັນຫາຂັດແຍ້ງກັນ, ຈົມເຮືອຫາປາຂອງຫວຽດນາມ ໃນປີນີ້ ແລະໄດ້ສ້າງເຂື່ອນ ໃສ່ແມ່ນ້ຳຂອງ ຊຶ່ງອາດຈຳກັດໝູ່ປາ ແລະສານອາຫານຕ່າງໆ ທີ່ລ່ອງໄຫລລົງໄປຕອນລຸ່ມ ຫາ ລາວ ກຳປູເຈຍ ໄທ ແລະຫວຽດນາມ.

“ສະຫະລັດ ຄັດຄ້ານຢ່າງແຂງຂັນ ຕໍ່ການໃຊ້ອິດທິພົນຂົ່ມເຫັງຂອງຈີນ” ທ່ານພອມພຽວໄດ້ກ່າວໄປ ແລະວ່າ “ພວກເຮົາຫວັງວ່າ ປະເທດອື່ນໆຈະຕ້ອງໃຫ້ພວກເຂົາເຈົ້າຮັບຜິດຊອບ ເຊັ່ນກັນ.”

ທັງຈີນແລະສະຫະລັດ ຕ່າງກໍຫາທາງ ທີ່ຈະສ້າງສາຍສຳພັນ ກັບເຂດເອເຊຍຕາເວັນອອກສຽງໃຕ້ເພີ້ມຂຶ້ນ ໃນສະໝໍລະພູມຈາກພູມສາດການເມືອງຕະຫຼອດເຖິງດ້ານທຸລະກິດ. ບັນດາບໍລິສັດ Cloud ທັງຫຼາຍເຊັ່ນ Microsoft ແລະ Google ກໍແຂ່ງຂັນກັບບໍລິສັດຍັກໃຫຍ່ຂອງຈີນ ຄື Huawei ແລະ Alibaba ເພື່ອຫາລູກຄ້າໃນທົ່ວຂົງເຂດ.

ນຶ່ງໃນການເຮັດທຸລະກິດທີ່ໃຫຍ່ສຸດເມື່ອບໍ່ດົນມານີ້ ໂດຍ Facebook ແລະ PayPal ທັງສອງຕັ້ງຢູ່ໃນລັດຄາລີຟໍເນຍ ໄດ້ຊື້ຮຸ້ນໃນບໍລິິສັດນໍາສົ່ງ Gojek ຂອງອິນໂດເນເຊຍຊຶ່ງໄດ້ຮັບການລົງທຶນຈາກບໍລິສັດເທັກໂນໂລຈີ Tencent ຂອງຈີນ ຢູ່ແລ້ວ.

ການໃຫ້ເງິນກູ້ຢືມເພື່ອພື້ນຖານໂຄງລ່າງ ແມ່ນອີກຂົງເຂດນຶ່ງໃນການແຂ່ງຂັນອິດທິພົນ ຊຶ່ງຈີນໄດ້ປະຕິບັດໄປຜ່ານໂຄງການນຶ່ງແລວທາງນຶ່ງເສັ້ນທາງ ແລະສະຫະລັດ ຜ່ານໂຄງການໃຊ້ຈ່າຍເງິນໃນ “ອິນໂດ-ປາຊີຟິກ” ຂອງຕົນ. ການໃຫ້ກູ້ຢືມເງິນຂອງປະເທດໃນເຂດເອເຊຍ ແມ່ນສູູງເກີນໄປ ຫາກແຕ່ສະຖາບັນ Kiel ຂອງເຢຍຣະມັນ ໄດ້ວິເຄາະເບິ່ງຂໍ້ມູນ ເມື່ອປີກາຍນີ້ແລະໄດ້ສະຫລຸບວ່າ ປັກກິ່ງໄດ້ກາຍເປັນປະເທດທີ່ໃຫ້ເງິນກູ້ຢືມທີ່ໃຫຍ່ທີ່ສຸດຂອງໂລກໂດຍກາຍກຸ່ມຕ່າງໆ ເຊັ່ນອົງການກອງທຶນສາກົນ ແລະທະນາຄານໂລກ. ສະຖາບັນ Kiel ໄດ້ກ່າວວ່າ ຈາກປີ 2000 ຫາ 2017 ໜີ້ສິ້ນຕໍ່ຈີນຂອງປະເທດຕ່າງໆ “ໄດ້ສູງຂຶ້ນສິບເທົ່າ ຈາກຈຳນວນຕ່ຳກວ່າ 500 ຕື້ໂດລາ ກາຍເປັນຫຼາຍກວ່າ 5 ພັນຕື້ໂດລາ.”

ລາວເປັນປະເທດນຶ່ງ ທີ່ມີໜີ້ສິນຫຼາຍທີ່ສຸດຕໍ່ປະເທດທັງຫຼາຍເຫຼົ່ານັ້ນ. ສິ່ງທີ່ຈີນໄດ້ຈາກສາຍສຳພັນສອງຝ່າຍ ກໍມີຫຼາຍຢ່າງ ນັບແຕ່ວຽງຈັນຂັດຄືນ ທີ່ຈະເຂົ້າຮ່ວມໃນການເອົາມາດຕະການຂອງອາຊຽນ ຢູ່ທະເລຈີນໃຕ້ ຕະຫຼອດເຖິງລາງລົດໄຟທີ່ຍັງຄອຍຖ້າຈະເຊື່ອມຈອດຈີນໄປຫາລາວ ແລະໃນທີ່ສຸດປະເທດເພື່ອນບ້ານຕ່າງໆຂອງຕົນ. ລາວ ຍັງເປັນປະເທດທຳອິດພ້ອມກັບກຳປູເຈຍ ທີ່ໄດ້ລົງນາມໃນແຜນການທີ່ “ຮັບຮອງວິໄສທັດຂອງຈີນຢູ່ໃນຂົງເຂດ ໃນດ້ານໂຊກສະຕາກຳຮ່ວມກັນຂອງປະຊາຄົມ” ອີງຕາມການກ່າວ ຂອງທ່ານ ໂຈເນທັນ ສະໂຕຣມເສັຕ ທີ່ເປັນເຈົ້າໜ້າທີ່ອາວຸໂສ ປະຈຳສະຖາບັນ Brookings.

ທ່ານໄດ້ກ່າວໃນລາຍງານຂອງເດືອນພະຈິກ ວ່າ “ຈີນໄດ້ມີສ່ວນກ່ຽວຂ້ອງຫຼາຍຂຶ້ນ ໃນກິດຈະການພາຍໃນຂອງບັນດາປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້.”

ຕົວຢ່າງທັງຫຼາຍ ປະກອບດ້ວຍ ຈີນຊັກຊວນເອົາຊາວເອເຊຍຕາເວັນອອກສຽງ ໄປທັດສະນະສຶກສາແລະຝຶກອົບຮົມ ພ້ອມກັນນັ້ນ ຮຽກຮ້ອງຕໍ່ ຊາວຈີນພົ້ນທະເລຢູ່ໃນຂົງເຂດ ໃຫ້ເຮັດໜ້າທີ່ເປັນຂົວເຊື່ອມຕໍ່ ດັ່ງທີ່ທ່ານໄດ້ກ່າວໄປ ແລະກ່າວຕື່ມວ່າ “ຈີນໄດ້ເພີ້ມກິດຈະການຂອງຕົນໃນບັນດາປະເທດເປົ້າໝາຍເພື່ອໃຊ້ອິດພົນເຂົ້າແຊກແຊງໃຫ້ບັງເກີດຜົນ ແລະປ່ຽນຄວາມຄິດເຫັນຂອງມະຫາຊົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG