ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອີຣ່ານ ມີຄວາມເປັນໄປໄດ້ວ່າ ຈະເລື່ອນການຕອບໂຕ້ ຕໍ່ການລອບສັງຫານ ນັກວິທະຍາສາດ ນິວເຄລຍ ລະດັບສູງ


ຜູ້ເຂົ້າຮ່ວມພິທີສົ່ງສະການ ແລະ ສະມາຊິກຂອງກອງກຳລັງ ອີຣ່ານ ຢືນອ້ອມໂລກສົບຂອງນັກວິທະຍາສາດ ນິວເຄລຍ ອີຣ່ານ ທ່ານ ໂມເຊັນ ຟາຄຣີຊາເດ, ຢູ່ວັດໃຫຍ່ ອີມາມ ໂຄເມນີ, ໃນນະຄອນຫຼວງ ເຕຫະຣ່ານ. 29 ພະຈິກ, 2020. (Khodabakhsh Malmir/WANA via Reuters)
ຜູ້ເຂົ້າຮ່ວມພິທີສົ່ງສະການ ແລະ ສະມາຊິກຂອງກອງກຳລັງ ອີຣ່ານ ຢືນອ້ອມໂລກສົບຂອງນັກວິທະຍາສາດ ນິວເຄລຍ ອີຣ່ານ ທ່ານ ໂມເຊັນ ຟາຄຣີຊາເດ, ຢູ່ວັດໃຫຍ່ ອີມາມ ໂຄເມນີ, ໃນນະຄອນຫຼວງ ເຕຫະຣ່ານ. 29 ພະຈິກ, 2020. (Khodabakhsh Malmir/WANA via Reuters)

ປະທານາທິບໍດີ ອີຣ່ານ ທ່ານ ຮາສຊານ ຣູຮານີ ໄດ້ປະຕິຍານທີ່ຈະແກ້ແຄ້ນ ຕໍ່ການລອບສັງຫານ ນັກວິທິຍາສາດນິວເຄລຍ ທ່ານ ໂມເຊັນ ຟາຄຣີຊາເດ, ເປັນການສັງຫານທີ່ທ່ານ ແລະ ຜູ້ນຳ ອີຣ່ານ ຄົນອື່ນໆໄດ້ຖິ້ມໂທດໃສ່ ອິສຣາແອລ. ແຕ່ນັກການທູດ ແລະ ນັກວິເຄາະບາງຄົນເວົ້າວ່າ ເຂົາເຈົ້າບໍ່ຄາດວ່າ ອີຣ່ານ ຈະແກ້ແຄ້ນຄືນຢ່າງວ່ອງໄວສຳລັບການວາງແຜນຍິງນັກວິທະຍາສາດ ອາຍຸ 59 ປີດັ່ງກ່າວຢ່າງລະມັດລະວັງ ໃນວັນສຸກທີ່ຜ່ານມາ, ເຊິ່ງແມ່ນເຈົ້າໜ້າ ທີ່ອາວຸໂສອັນດັບທີສອງຂອງກອງທັບ ອີຣ່ານ ທີ່ຖືກລອບສັງຫານໃນປີນີ້.

ອີຣ່ານ ຈະລໍຖ້າຈັງຫວະຂອງເຂົາເຈົ້າລຸນຫຼັງການເສຍຊີວິດຂອງທ່ານ ຟາຄຣີຊາເດ, ຜູ້ທີ່ຖືກພິຈາ ລະນາຢ່າງກວ້າງຂວາງວ່າ ເປັນບິດາແຫ່ງໂຄງການນິວເຄລຍລັບຂອງ ອີຣ່ານ ນັ້ນ, ເຊິ່ງເຂົາເຈົ້າຄາດວ່າ, ຢ້ານເຂົາເຈົ້າອາດຍຸແຍ່ການຕອບໂຕ້ທາງທະຫານທີ່ຮຸນແຮງຈາກປະທານທິບໍດີ ສະຫະ ລັດ ທີ່ກຳລັງພົ້ນຈາກຕຳແໜ່ງທ່ານ ດໍໂນລ ທຣຳ.

ບັນດາຜູ້ນຳ ອີຣ່ານ ກໍຍັງມີຄວາມເປັນໄປໄດ້ເຊັ່ນກັນທີ່ຈະພິຈາລະນາວ່າ ການແກ້ແຄ້ນນັ້ນ ຈະເຮັດໃຫ້ແຜນການທີ່ຈະເລີ່ມຄືນການພົວພັນທາງການທູດກັບ ອີີຣ່ານ ຂອງຜູ້ທີ່ຄາດວ່າ ຈະຖືກເລືອກເປັນປະທານາທິບໍດີຄົນໃໝ່ ທ່ານ ໂຈ ໄບເດັນ ນັ້ນມີຄວາມສັບສົນຫຼືບໍ່.

ທ່ານ ໂຈນາທານ ຊານເຊີ (Jonathan Schanzer) ຈາກມູນິທິ ເພື່ອການປ້ອງກັນປະຊາທິປະ ໄຕ, ເຊິ່ງແມ່ນກຸ່ມຄົ້ນຄວ້າທີ່ມີຫ້ອງການຕັ້ງຢູ່ນະຄອນຫຼວງ ວໍຊິງຕັນ ເວົ້າວ່າ “ມັນຈະເປັນການຄິດໄລ່ຜິດທີ່ໃຫຍ່ຫຼວງກ່ອນເຂົ້າໄປສູ່ລັດຖະບານທ່ານ ໄບເດັນ. ຖ້າ ອີຣ່ານ ດຳເນີນການໂຈມຕີບາງຢ່າງ ຫຼື ເຂົ້າຮ່ວມໃນຄວາມຮຸນແຮງຕ່າງໆທີ່ຖືກພິຈາລະນາວ່າ ດຳເນີນໂດຍລະບອບການປົກຄອງຂອງເຂົາເຈົ້າ, ຂ້າພະເຈົ້າຄິດວ່າ, ມັນຈະເປັນການຜິດພາດທີ່ໃຫຍ່ຫຼາຍ.” ທ່ານໄດ້ກ່າວຕື່ມວ່າ ນັ້ນແມ່ນ “ເປົ້າໝາຍຕົ້ນຕໍ” ຂອງລັດຖະບານ ເຕຫະຣ່ານ ທີ່ຈະຫຼີກລ່ຽງການປະຕິບັດການທີ່ມີ “ຄວາມກົດດັນສູງສຸດ” ທີ່ມີຕໍ່ເຂົາເຈົ້າໂດຍລັດຖະບານທ່ານ ທຣຳ, ອິສຣາແອລ ແລະ ບັນດາພັນທະມິດ ຂອງ ອີຣ່ານ ໃນອ່າວເປີເຊຍ.

ທ່ານ ໄບເດັນ ໄດ້ເວົ້າວ່າທ່ານຢາກຟື້ນຟູຂໍ້ຕົກລົງສາກົນ ປີ 2015, ເຊິ່ງແມ່ນແຜນປະຕິບັດການຮ່ວມຮອບດ້ານ, ທີ່ຖືກເຈລະຈາໂດຍອະດີດຫົວໜ້າຂອງທ່ານຄື, ປະທານາທິບໍດີ ບາຣັກ ໂອບາ ມາ, ທີ່ໄດ້ເຮັດໃຫ້ ອີຣ່ານ ຫຼຸດຜ່ອນໂຄງການນິວເຄລຍຂອງເຂົາເຈົ້າ ເພື່ອແລກປ່ຽນກັບການຫຼຸດຜ່ອນມາດຕະການລົງໂທດ. ທ່ານ ທຣຳ ໄດ້ປະຖິ້ມໂຄງການດັ່ງກ່າວໂດຍລຳພັງ, ເຊິ່ງຖືກເຊັນໂດຍ ອັງກິດ, ຝຣັ່ງ, ເຢຍຣະມັນ, ຣັດເຊຍ ແລະ ຈີນ, ເພື່ອສະໜັບສະໜູນການປະຕິບັດການ “ກົດດັນສູງສຸດ” ຕໍ່ ອີຣ່ານ.

ຜູ້ທີ່ຖືກສະເໜີຊື່ສຳລັບຕຳແໜ່ງລັດຖະມົນຕີການຕ່າງປະເທດຂອງທ່ານ ໄບເດັນ ຄືທ່ານ ໂທນີ
ບລິງເກັນ ໄດ້ກ່າວຢູ່ໃນກອງປະຊຸມໃນເດືອນສິງຫາທີ່ຜ່ານມາວ່າ ທ່ານຫວັງວ່າໂຄງການນິວເຄລຍ ຈະຖືກເຈລະຈາຄືນໃຫ້ມີຄວາມແຂງແກ່ນ ແລະ ຍາວນານ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG