ບັນດາລັດຖະບານໃນທົ່ວໂລກ ບໍ່ສາມາດປະຕິບັດຕາມຄຳໝັ້ນ
ສັນຍາ ທີ່ໄດ້ໃຫ້ໄວ້ ຢູ່ໃນສົນທິສັນຍາ ວ່າດ້ວຍການທໍລະມານ
ຂອງອົງການ ສະຫະປະຊາຊາດສະບັບປີ 1984 ອີງຕາມອົງການ
ນິລະໂທດກຳສາກົນ Amnesty International ຊຶ່ງກຳລັງເລີ້ມ
ທຳການປຸກລະດົມ ໃນຫົວຂໍ້ “ຍຸດຕິການທໍລະມານ ຫຼື Stop
Torture.” ໃນລະຍະເວລາ 30 ປີທີ່ຜ່ານມາ ຫຼັງຈາກໄດ້ມີການ
ລົງນາມໃນຂໍ້ສົນທິສັນຍາດັ່ງກ່າວ ອົງການນິລະໂທດກຳສາກົນ
ເວົ້າວ່າຫຼາຍໆປະເທດ ກຳລັງທຳການທໍລະມານຢ່າງເປັນລະບົບ
ໃນຂອບເຂດທີ່ກວ້າງຂວາງ. ຜູ້ສື່ຂ່າວວີໂອເອ Henry Ridgwell
ມີລາຍງານເລື່ອງນີ້ຈາກນະຄອນຫຼວງ London ຊຶ່ງໄຊຈະເຣີນສຸກ
ຈະນຳມາສະເໜີທ່ານ.
ເມືອງທ່າ Harcourt ຢູ່ໄນຈີເຣຍ ແມ່ນຕັ້ງຢູ່ໃນເຂດສາມຫລ່ຽມປາກແມ່ນ້ຳ ທີ່ອຸດົມສົມບູນ
ໄປດ້ວຍນ້ຳມັນອັນກວ້າງໃຫຍ່ ຂອງປະເທດຊຶ່ງເປັນເຂດອຸດສາຫະກຳດ້ານນ້ຳມັນ ທີ່ມີ
ກຳໄລງາມໆ ແຕ່ຍັງບໍ່ທັນໃຫ້ ຜົນປະໂຫຍດຫຍັງຫລາຍ ແກ່ຊາວໄນຈີເຣຍເລີຍ.
ຄວາມທຸກຍາກ ແລະ ລະດັບອາຊະຍາກຳ ຍັງສູງຢູ່.
ນັກເຄື່ອນໄຫວທັງຫຼາຍ ກ່າວຫາເຈົ້າໜ້າທີ່ ຂອງໄນຈີເຣຍວ່າ ທຳການລ່ວງລະເມີດສິດທິ
ມະນຸດ ລວມເຖິງການທໍລະມານພວກທີ່ຖືກຈັບກຸມ.
ເມືອງດັ່ງກ່າວ ເປັນຖິ່ນຖານບ້ານເກີດຂອງ ທ່ານ Justin Ijeomah. ພວກຄົນໃນທ້ອງຖິ່ນ
ເອີ້ນລາວວ່າ “ທ່ານ ສິດທິມະນຸດ ຫຼື Mr. Human Rights” ຊຶ່ງທ່ານເປັນຜູ້ອຳນວຍ
ການຂອງກຸ່ມນຶ່ງທີ່ເອີ້ນວ່າ HURSDEF ຫຼື ມູນນິທິ ສິດທິມະນຸດ ການພັດທະນາສັງຄົມ
ແລະ ປົກປັກຮັກສາສະພາບແວດລ້ອມ.
ທ່ານເລົ່າ ໃຫ້ຟັງເຖິງການທໍລະມານ ຕາມທີ່ມີການກ່າວຫາກ່ຽວກັບ ການ ທີ່ຕຳຫລວດ
ໄນຈີເຣຍ ໄດ້ກະທຳຕໍ່ຜູ້ຖືກຈັບຄົນນຶ່ງ ທີ່ຖືກກ່າວຫາວ່າ ເປັນຜູ້ຮ້າຍລັກພາໂຕ.
ທ່ານ Ijeomah ເລົ່າວ່າ: "ລາວຖືກໃສ່ກັບມື ພ້ອມໃສ່ກັບຂາ ແລ້ວ ພວກເຂົາເອົາຂາແລະຂໍ້ມືທັງສອງເບື້ອງ ມາມັດໃສ່ກັນ ຕໍ່ຈາກນັ້ນເຂົາກໍໃຊ້ເຫຼັກທ່ອນນຶ່ງ ສອດໃສ່
ລະຫວ່າງກາງ ສະນັ້ນໂຕຂອງລາວຈຶ່ງພັບຄືຈັ່ງຊີ້. ແລະພວກເຂົາແຂວນລາວໄວ້.
ແລະພວກເຂົາໃຊ້ພ້າໂຕ້ປາດ ຫຼັງຂອງລາວ.”
ທ່ານ Ijeomah ກ່າວວ່າ ລາວເອງກໍໄດ້ຖືກ ທໍລະມານຫຼາຍຄັ້ງມາແລ້ວ. ເຈົ້າໜ້າທີ່
ໄນຈີເຣຍ ໄດ້ປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວ.
ນັບເປັນເວລາ 3 ທົດສະວັດຜ່ານມາແລ້ວ ຫຼັງຈາກ ຫຼາຍກວ່າ
150 ປະເທດໄດ້ພາກັນລົງນາມ ໃນສົນທິສັນຍາຕໍ່ຕ້ານການ
ທໍລະມານ ສະບັບ ປີ 1984 ຂອງອົງການສະຫະປະຊາຊາດ.
ແຕ່ອົງການນິລະໂທດກຳ ສາກົນກ່າວວ່າ ຫຼາຍໆປະເທດທີ່ໄດ້
ລົງນາມເຊັ່ນໄນຈີເຣຍ ຍັງບໍ່ເອົາ ຫົວຊາຕໍ່ຄຳປະຕິຍານ ທີ່ຕົນ
ໄດ້ໃຫ້ໄວ້.
ທ່ານ Michael Bochenek ຜູ້ອຳນວຍ ດ້ານກົດໝາຍ ແລະ
ນະໂຍບາຍ ຂອງອົງການນິລະໂທດກຳສາກົນ ເວົ້າວ່າ: “ໃນ
ຫຼາຍໆ ກໍລະນີ ສິ່ງທີ່ພວກເຮົາເວົ້າເຖິງແມ່ນການນຳໃຊ້
ການທໍລະມານຢ່າງເປັນລະບົບ ຢູ່ປະເທດເຫຼົ່ານີ້. ສະນັ້ນຈຶ່ງມີການແຕກຕ່າງຢ່າງ
ແທ້ຈິງລະຫວ່າງ ຄຳໝັ້ນສັນຍາໃນເອກະສານ ແລະ ຄວາມເປັນຈິງທີ່ເກີດຂຶ້ນຢູ່ນັ້ນ.”
ທ່ານ Michael Bochenek ຈາກອົງການນິລະໂທດກຳສາກົນ ກ່າວວ່າ ມີບາດກ້າວຕ່າງໆ
ທີ່ບັນດາລັດຖະບານ ຕ້ອງໄດ້ນຳມາປະຕິບັດ ເພື່ອແກ້ໄຂບັນຫາເລື່ອງການທໍລະມານນີ້.
ທ່ານ Michael Bochenek ເວົ້າຕື່ມວ່າ: “ຕ້ອງດຳເນີນການສືບສວນສອບສວນທາງ
ດ້ານການແພດ ທີ່ມີປະສິດທິພາບຕ່າງໆ ຮັບປະກັນວ່າ ບັນດາທະນາຍຄວາມສາ
ມາດໄປຢ້ຽມຢາມກັບລູກຄວາມທັງຫຼາຍ ທີ່ຢູ່ໃນຫ້ອງຂັງໂດຍທັນທີ ແລ້ວໃຫ້ເປັນ
ທີ່ແນ່ໃຈວ່າ ບັນດາສະມາຊິກຄອບ ຄົວ ສາມາດໄປຢ້ຽມຢາມຍາດຕິພີ່ນ້ອງຂອງພວກເຂົາໄດ້.”
ຢູ່ໃນປະເທດບຣາຊີລ 80 ເປີເຊັນຂອງບັນດາຜູ້ຕອບຄຳຖາມ ໃນການສຳຫຼວດຂອງ
ອົງການນິລະໂທດກຳສາກົນ ກ່າວວ່າ ພວກເຂົາເຈົ້າຢ້ານກົວ ຕໍ່ການຖືກທໍລະມານໂດຍ
ເຈົ້າໜ້າທີ່ຕຳຫລວດ ຖ້າຫາກເຂົາເຈົ້າຖືກຈັບ ຊຶ່ງເປັນປະເທດ ທີ່ມີປະຫວັດຂີ້ຮ້າຍທີ່ສຸດ
ຂອງຈຳນວນ 21 ປະເທດທີ່ໄດ້ມີການສຳຫຼວດນັ້ນ.
ຢູ່ໄນຈີເຣຍ 50 ເປີເຊັນແມ່ນຢ້ານຕໍ່ການຖືກທໍລະມານ ຖ້າເຂົາເຈົ້າຖືກຈັບ.
ທ່ານ Ijeomah ເວົ້າວ່າ: “ພວກເຈົ້າໜ້າທີ່ຕຳຫລວດ ທີ່ກະທຳການທໍ ລະມານນັ້ນ
ບໍ່ມີຜູ້ໃດເລີຍ ຖືກນຳມາລົງໂທດ. ລະດັບຂອງການບໍ່ຖືກ ລົງໂທດຢູ່ໄນຈີເຣຍ ແລະ
ບາງເຂດຂອງອາຟຣິການັ້ນ ແທ້ຈິງແລ້ວແມ່ນ ສູງຫລາຍແບບຄວບຄຸມບໍ່ໄດ້.”
ຢູ່ໃນການສຳຫຼວດຂອງອົງການນິລະໂທດກຳນັ້ນ 3 ໃນທຸກໆ 4 ຄົນ ຢູ່ປະເທດຈີນ ແລະ
ອິນເດຍ ກ່າວວ່າ ບາງເທື່ອການທໍລະມານ ຕ້ອງ ໄດ້ນຳໃຊ້ ເພື່ອປົກປ້ອງສາທາລະນະຊົນ. ຕົວເລກທີ່ຕ່ຳສຸດ ແມ່ນຢູ່ ກຣິສ ບ່ອນທີ່ມີພຽງ 1 ໃນທຸກໆ 10 ຄົນໃດທີ່ຕອບຄຳຖາມໃນການສຳຫຼວດເຫັນວ່າ ການທໍລະມານມີຄວາມຈຳເປັນທີ່ຕ້ອງໃຊ້ໃນບາງຄັ້ງບາງຄາວ.