ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

AI: ມີການທໍລະມານ ແລະປະຫັດປະຫານ ພວກນັກໂທດ ຢ່າງແຜ່ຫຼາຍ ທີ່ເກົາຫຼີເໜືອ (ວີດີໂອ)


Torture, Execution Rampant In Vast North Korea Prisons
please wait

No media source currently available

0:00 0:02:43 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບ ລາຍງານນີ້.

ອົງການ​ນິລະ​ໂທດ​ກໍາ​ສາກົນ ຊຶ່ງ​ເປັນ​ກຸ່ມ​ປົກ​ປ້ອງ
​ສິດທິ​ມະນຸດ ໄດ້​ນໍາ​ຮູບ​ພາບ​ທີ່​ຖ່າຍ​ທາງ​ດາວ​ທຽມ​ອອກ​ເຜີຍ​ແຜ່
ແລະ​ເວົ້າ​ວ່າ ພົບ​ເຫັນ​ພວກ​ນັກ​ໂທດ​ການ​ເມືອງ​ຢູ່​ໃນ​ຫຼາຍໆ​ຫົວ
​ເມືອງ​ໃຫຍ່ໃນ​ເກົາຫຼີ​ເໜືອ. ອະດີດ​ຜູ້​ຄຸມນັກ​ໂທດ ​ແລະ​ນັກ​ໂທດ
​ຫຼາຍຄົນ ​ເວົ້າ​ວ່າ ການ​ທໍລະມານ ການ​ຂົ່ມ​ຂືນຊໍາເລົາ ​ແລະ​ການ​
ປະ​ຫັດ​ປະຫານ ນັ້ນ​ຖື​ເປັນ​ເລຶ່ອງທໍາ​ມະ​ດາ. Henry Ridgwell
ຜູ້​ສື່​ຂ່າ​ວວີ​ໂອ​ເອ ລາຍ​ງານ​ຈາກ​ລອນ​ດອນ ຊຶ່ງ​ສິງຈະ​ນໍາ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ລິງໂດຍກົງ

ອົງການ​ນິລະ​ໂທດ​ກໍາ​ສາກົນ​ເວົ້າ​ວ່າ ນີ້​ຄື​ຮູບ​ພາບ​ຊຸດທໍາ​ອິດ
ຂອງ​ຄຸກເລກທີ່ 16 ທີ່​ຖື​ວ່າເປັນ​ຄຸກ​ໃຫຍ່​ທີ່​ສຸດ​ຂອງເກົາຫຼີ​ເໜືອ
ຕັ້ງ​ຢູ່ເທິງ​ເນື້ອ​ທີ່ 560 ຕາລາງກິໂລ​ແມັດ​ ຄື​ສາມ​ເທົ່າ​ຂອງພື້ນ​ທີ່​ນະຄອນຫຼວງວໍ​ຊິງ​ຕັນ ດີຊີ ​
ແລະ​ເຊື່ອ​ກັນວ່າ​ ມີນັກໂທດຖືກກັກຂັງຢູ່ໃນນັ້ນ ​ຫຼາຍ​ເຖິງ 20.000 ຄົນ.

ອົງກາ​ນນິລະ​ໂທດ​ກໍ​າສາກົນ ​ເວົ້າ​ວ່າ ຊາຍ​ຄົນ​ນີ້ ທີ່ຂໍລະບຸ​ຊື່ວ່າ ທ້າວ Lee ​ເປັນ​ອະດີດຜູ້
​ຄຸມ​ນັກ​ໂທດ ​ຢູ່​ທີ່​ຄຸກ​ດັ່ງກ່າວ ເວົ້າ​ວ່າ:

“ວັດຖຸ​ປະສົງ​ຂອງ​ພວກຄຸກເຫຼົ່ານັ້ນ ກໍ​ແມ່ນ​ເພື່ອທໍາການ​ກົດຂີ່​ ທໍາ​ໃຫ້​ເສື່ອ​ມເສຍ
ກຽດແລະສັກສີ ​ແລະ​ຂົ່ມເຫັງທໍລະມານພວກ​ນັກໂທດ​ໄປ​ເລື້ອຍໆ​ ຕາບ​ໃດ​ທີ່​ພວກ​
ເຂົາ​ເຈົ້າຍັງ​ມີ​ຊີວິດ​ຢູ່. ພວກ​ນັກ​ໂທດ​ເປັນມະນຸດ ​ກໍ​ເພາະວ່າເຂົາເຈົ້າ​ເວົ້າ​ໄດ້​ເທົ່າ
​ນັ້ນ​ ແຕ່​ໃນ​ຄວາມ​ເປັນຈິງ​ແທ້ໆ​ແລ້ວ ພວກ​ນັກ​ໂທດ​ເຫຼົ່າ​ນັ້ນ ມີ​ສະພາບ​ທີ່​ໂຫດຮ້າຍ​
ໄປ​ກວ່າ​ສັດອີກ.”


ທ່ານ Rajiv Narayan ນັກ​ຄົ້ນຄວ້າຂອງ​ອົງການ​ນີລະ​ໂທດ​ກໍາ​ສາກົນປະ​ຈໍາພາກ​ພື້ນ​
ເອ​ເຊຍ​ຕາ​ເວັນ​ອອກ ກ່າວ​ວ່າ ຄໍາໃຫ້ການດັ່ງກ່າວນີ້ ສະ​ແດງ​ໃຫ້​ເຫັນ​ເຖິງຂອບ​ເຂດທີ່​
ໜ້າ​ຢ້ານ​ກົວ​ຂອງ​ການລະ​ເມີດ​ສິດທິ​ມະນຸດ ທີ່​ປະຕິບັດ​ກັນ​ຢູ່​ໃນ​ເກົາຫລີເໜືອນັ້ນ. ທ່ານ
Rajiv ​ເວົ້າ​ວ່າ:

“ພວກ​ເຂົາ​ເຈົ້າ​ເຄີຍເຫັນ​ເຫດການ​ປະຫານ​ຊີວິດ​ນັກໂທດ ຢູ່ໃນທີ່ສາທາລະນະ
ເຄີຍ​ເຫັນ​ຄົນ​ຕາຍ​ຍ້ອນ​ຂາດ​ອາຫານ​ການ​ກິນ. ແລະພວກ​ເຮົາກໍ​ຮູ້ວ່າ ມີການ
ທາລຸນ​ທໍລະມານນັກໂທດ​ຢ່າງແຜ່ຫລາຍ. ທຸກໆ​ຄົນ​ຖືກ​ບັງຄັບ​ໃຫ້​ເຮັດ​ວຽກຕັ້ງ​
ແຕ່​ເຊົ້າຈົນ​ຄໍ່າ​. ທ້າວລີ ​ຍັງ​ບອກ​ພວກ​ເຮົາ​ວ່າ ມີການ​ຂົ່ມຂືນຊໍາເລົາເຊັ່ນກັນ.
ຄື​ພວກ​ແມ່ຍິງ​ຖືກ​ຂົ່ມຂືນ ​ແລະກໍຫາຍ​ສາບ​ສູນໄປ​ນໍາ​ອີກ.”


ອົງການ​ນີລະ​ໂທດກໍາ​ສາກົນ ​ເວົ້າ​ຕໍ່​ໄປວ່າ ຕົນຍັງມີ​ຮູບຫຼາຍໆ​ຮູບ ຂອງຄຸກເລກທີ 15
ຢູ່​ເມືອງ Yodok ​ທີ່​ເຂົ້າ​ໃຈ​ວ່າ ມີ​ນັກ​ໂທດ​ຫຼາຍ​ເຖິງ 15.000 ຄົນ ຖືກກັກຂັງຢູ່ໃນນັ້ນ.


ນາງ Kim Young-soon ຜູ້​ທີ່​ລອດ​ຊີວິດມາໄດ້ ຫຼັງ​ຈາກ​ຖືກຕິດ​ຄຸກ​ 9 ປີ ເລົ່າສູ່ຟັງ​ກ່ຽວ
ກັບເຫດ​ການ​ປະຫານ​ຊີວິດໃນ​ທີ່​ສາທາລະນະ​ບັ້ນນຶ່ງ.

“ທໍາ​ອິດ​ນັ້ນ ນັກ​ໂທດ​ຈະ​ຖືກ​ທຸບ​ຕີ​ຈົນ​ຕາຍ​ໄປເຄິ່ງນຶ່ງພຸ້ນແຫລະ. ຜູ້ກ່ຽວຈະຖືກ
ມັດຕິດກັບຫຼັກ​ນຶ່ງ​ຢູ່​ເທິງ​ຮ້ານ​ປະຫານ ຖືກມັດ​ມືໄຂວ່​ຫຼັງ ມັດຕີນນໍາ. ມີເຊືອກອີກ
ເສັ້ນນຶ່ງມັດແອວລາວໄວ້ ແລະ ມີຜ້າມັດຕາລາວໄວ້. ຈາກ​ນັ້ນ​ ນາຍ​ຄຸມ​ຄົນ​ນຶ່ງກໍ​
ຈະ​ຮ້ອງ​ໃສ່​ພວກ​ຍິງ​ເປົ້າ ວ່າ: ​ໃນ​ນາມ​ປະຊາຊົນ ຈົ່ງ​ຍິງ​ສັດຕູ​ຂອງ​ການ​ປະຕິວັດ
ເສຍ.”


ເຂົ້າ​ໃຈ​ວ່າ ມີ​ຄຸກ​ແບບ​ນີ້ ສີ່ແຫ່ງຢູ່​ໃນ​ເກົາຫຼີ​ເໜືອ ທີ່​ລວມກັນ​ທັງ​ໝົດ​ແລ້ວ ບັນຈຸ​ນັກ​ໂທດ
​ປະມານ ນຶ່ງ​ແສນ​ຄົນ.

ອົງການ ​ນິລະ​ໂທດ​ກໍາ​ສາກົນ ​ໄດ້​ແບ່ງປັນ​ຫຼັກ​ຖານ​ຂອງ​ຕົນ ​ກັບຄະນະກໍາ​ມາທິການ​ກວດສອບຂອງສະຫະປະຊາຊາດ ທີ່ທໍາ​ການສືບສວນ​ສອບ​ສວນ ເລື້ອງການລະ​ເມີດ​
ສິດທິ​ມະນຸດ​ຢູ່ໃນ​ເກົາຫຼີ​ເໜືອ. ​ທ່ານ Michael Kirby ປະທານ​ກໍາມາ​ທິການ​ດັ່ງກ່າວ
ໄດ້ໂອ້ລົມ​ກັບ​ວີ​ໂອ​ເອ​ໃນ​ເດືອນ​ຕຸລາ​ຜ່ານ​ມາ​ນີ້​. ທ່ານ Kirby ​ເວົ້າ​ວ່າ:

“ການຈັດ​ຕັ້ງ​ຄະນະ​ກໍາມາທິການ​ກວດ​ສອບ​ດັ່ງກ່າວ ​ຂຶ້ນມາແມ່ນເປັນ​ການ​
ກະທໍາ​ທີ່ໄດ້ຮັບການເຫັນດີເຫັນພ້ອມນໍາ ຢ່າງເປັນ​ເອກ​ກະ​ສັນກັນ​ຂອງ​ສະພາ​
ສິດທິມະນຸດຂອງສະຫະປະຊາຊາດ ໂດຍທີ່​ບໍ່​ມີການລົງ​ຄະ​ແນນ​ສຽງກັນ. ນັ້ນ
​ແມ່ນເປັນ​ການ​ປ່ຽນ​ແປງໃໝ່ ​ແລະເປັນ​ຢ່າງ​ນຶ່ງ​ທີ່​ບໍ່ຄ່ອຍ​ມີຂຶ້ນ​ຢູ່​ໃນ​ປະຊາ​ຄົມ​
ໂລກ ​ແລະ​ສະ​ແດງ​ໃຫ້​ເຫັນ​ວ່າ ປະຊາ​ຄົມນາ​ໆຊາດ ໂດ​ຍລວມແລ້ວ ​ແມ່ນ​ເປັນ
​ຫ່ວງ​ທີ່​ສຸດ ​ແລະຮ້ອນໃຈ​ທີ່​ສຸດ​ກ່ຽວ​ກັບ​ເລຶ່ອງນີ້. ພວກເຮົາ​ຫວັງ​ວ່າ​ ຈະ​ມີ​ການ​
ປະຕິບັດ​ການ​ຢ່າງ​ໃດ​ຢ່າງ​ນຶ່ງ​ຕາ​ມມາ.”


ລາຍ​ງານ​ການກວດ​ສອບ​ຂອງຄະນະກໍາມາທິການດັ່ງກ່າ​ວ ຈະ​ຖືກ​ຍື່ນ​ສະ​ເໜີ​ຕໍ່​ສະພາ
​ສິດທິ​ມະນຸດ​ຂອງ​ຢູ​ເອັນ ທີ່​ມີ​ສໍານັກງານ​ໃຫຍ່​ຢູ່​ນະຄອນ​ເຈ​ນີວາ ປະ​ເທດ Switzerland​
ໃນ​ເດືອນ​ມີນາ​ ປີ​ໜ້າ​ນີ້.

​ເກົາ​ຫຼີ​ເໜືອໄດ້​ເອີ້ນ​ການຈັດ​ຕັ້ງ​ຄະນະກໍາມະການ​ກວດ​ສອບ​ນີ້​ວ່າ “​ເປັນ​ພຶດຕິການ​ທາງ​
ການ​ເມືອງ​ທີ່​ເປັນ​ປໍ​ລະ​ປັກ” ຕໍ່ຕົນ ​ແລະ​ຍັງ​ບໍ່​ໄດ້​ຕອ​ບໂຕ້ຕໍ່​ຄໍາ​ກ່າວ​ຫາ​ຕ່າງໆ ​ກ່ຽວ​ກັບ
​ການລະ​ເມີດ​ສິດ​ທິມະນຸດ​ນັ້ນ ​ແຕ່​ຢ່າງ​ໃດ​ເທື່ອ.
XS
SM
MD
LG