ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່າ​ມ​ກາງ​ຄວາມ​ເຄັ່ງ​ຕຶງ​ກັບ​ປັກ​ກິ່ງ, ສະ​ຫະ​ລັດ ສ້າງໜ່ວຍ​ງານ "ໂຕະ​ຈີນ" ຫຼື "China House" ຂຶ້ນ ​ໃນ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສຫລ


ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຈີນ, ນາຍ​ພົນ ເຫວີຍ ເຟັງ​ຮີ, ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງ​ກອງ​ປະ​ຊຸມ​ດ້ານ​ຄວາມ​ປອດ​ໄພ​ໃນ​ປະ​ເທດ ສິງ​ກະ​ໂປ. 12 ມິ​ຖຸ​ນາ, 2022.
ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຈີນ, ນາຍ​ພົນ ເຫວີຍ ເຟັງ​ຮີ, ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງ​ກອງ​ປະ​ຊຸມ​ດ້ານ​ຄວາມ​ປອດ​ໄພ​ໃນ​ປະ​ເທດ ສິງ​ກະ​ໂປ. 12 ມິ​ຖຸ​ນາ, 2022.

ທ່າມ​ກາງ​ຄວາມ​ເຄັ່ງ​ຕຶງ​ໃນ​ສາຍ​ພົວ​ພັນ​ສອງ​ຝ່າຍ, ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ແມ່ນ​ກຳ​ລັງ​ສ້າງໜ່ວຍ​ງານໃໝ່​ທີີ່​ຮູ້​ຈັກ​ກັນ​ດັ່ງ​ກັບ “ໂຕ​ະຈີນ" ຫຼື "China House” ເພື່ອ​ທຳ​ການ​ຕິດ​ຕາມ​ສິ່ງ​ທີ່​ຈີນ​ກຳ​ລັງ​ເຮັດ​ໃນ​ທົ່ວ​ໂລກ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ.

ຢູ່ກອງ​ປະ​ຊຸມ​ດ້ານ​ຄວາມ​ປອດ​ໄພ​ທີ່​ຫາ​ກໍ່​ແລ້ວ​ສຳ​ເລັດ​ໃນ​ປະ​ເທດ​ສິງ​ກະ​ໂປ ນັ້ນ, ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຈີນ ທ່ານ ເຫວີຍ ເຟັງ​ຮີ ໄດ້​ກ່າວ​ວ່າ​ມັນ​ຂຶ້ນ​ກັບ ສະ​ຫະ​ລັດ ທີ່​ຈະ​ປັບ​ປຸງ​ສາຍ​ພົ​ວ​ພັນ​ສອງ​ຝ່າຍ.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ ໄດ້​ກ່າວ​ຢ້ຳ​ເຖິງ​ການ​ເພີ່ມ​ຂຶ້ນ “ທີ່​ໜ້າ​ເປັນ​ຫ່ວງ” ໃນ​ການ​ປະ​ເຊີ​ນ​ໜ້າ​ທີ່ບໍ່​ປອດ​ໄພ ແລະ ບໍ່​ເປັນ​ມື​ອາ​ຊີບ​ ລະ​ຫວ່າງ​ເຮືອ​ບິນ ແລະ ກຳ​ປັ່ນ​ຈີນ ກັບ​ປະ​ເທດ​ອື່ນໆ.

ໂຄງ​ການ​ສະ​ຖາ​ບັນ​ຈີນ ຈະ​ສະ​ທ້ອນ​ເຖິງ​ຄວາມ​ເປັນ​ຫ່ວງ​ຂອງ ສະ​ຫະ​ລັດ ກ່ຽວ​ກັບ ສິ່​ງ​ທີ່​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ໄດ້​ອະ​ທິ​ບາຍ ​ເມື່ອ​ເດືອນ​ທີ່​ຜ່ານ​ມາ​ດັ່ງ​ກັບ “ການ​ວິ​ວັດ​ທະ​ນາ​ການ​ຂອງ​ປັກ​ກິ່ງ ເປັນ “ສິ່ງ​ທ້າ​ທາຍ​ທີ່​ຮ້າຍ​ແຮງ​ທີ່ສຸດໃນ​ໄລ​ຍະ​ຍາວຕໍ່​ລະ​ບຽບ​ທີ່​ອີງ​ໃສ່​ກົດ​ເກນ.”

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຄົນ​ນຶ່ງ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ສະ​ໜອງ​ລາຍ​ລະ​ອຽດ ກ່ຽວ​ກັບ ສະ​ຖາ​ນະ​ພາບ​ຂອງ​ໂຕະ​ຈີນ, ໂດຍ​ອະ​ທິ​ບາຍ​ມັນ​ດັ່​ງ​ກັບ “ທີມງານ​ທີ່​ມີ​ການ​ປະ​ສານ​ງານ​ກັນ​ທົ່ວ​ກະ​ຊວງ ທີ່​ຈະ​ປະ​ສານ​ງານ ແລະ ຈັດຕັ້ງປະ​ຕິ​ບັດ​ນະ​ໂຍ​ບາຍ​ຂອງ​ພວກ​ເຮົາ​ ກ່ຽວ​ກັບ ທຸກ​ບັນ​ຫ​າ ແລະ ພາກ​ພື້ນ.”

ໂຄ​ສົກ​ຄົນ​ດັ່ງ​ກ່າວ​, ຜູ້​ທີ່​ໄດ້​ປະ​ຕິ​ເສດ​ທີ່​ຈະ​ບອກ​ຊື່, ໄດ້​ກ່າວ​ຕໍ່​ວີ​ໂອ​ເອ ​ໃນ​ອາ​ທິດ​ແລ້ວນີ້​ວ່າ “ພວກ​ເຮົາ​ຈະ​ສືບ​ຕໍ່​ ແລະ ເລັ່ງ​ຄວາມ​ພະ​ຍາ​ຍາມ​ເພື່ອ​ປະ​ສານ​ງານ​ກັນ​ກັບ​ວິ​ຊາ​ການ ແລະ ແຫຼ່ງ​ຊັບ​ພະ​ຍາ​ກອນ​ຕ່າງໆ​ ຂອງສາ​ທາ​ລະ​ນະ​ລັດປະ​ຊາ​ຊົນ​ຈີນ​ ໃນ​ສູນ​ກາງ​ການ​ປະ​ສານ​ງານ​ນະ​ໂຍ​ບາຍ​ໃໝ່​ນີ້.”

ໃນ​ອີ​ເມ​ລ​ທີ່​ຖືກ​ສົ່ງ​ຫາ​ວີ​ໂອ​ເອ​ພະ​ແນກ​ຈີນ​ກາງນັ້ນ, ທ່ານ​ນາງ ຫຼິວ ເປັງ​ຢູ, ໂຄ​ສົກ​ສະ​ຖານ​ທູດ​ຈີນ​ໃນ​ນະ​ຄອນຫຼວງວໍ​ຊິງ​ຕັນ​ໄດ້​ກ່າວ​ວ່າ “ກະ​ແຈ​ສຳ​ຄັນ​ສຳ​ລັບ​ສາຍ​ພົວ​ພັນ​ຈີນ-ສະ​ຫະ​ລັດ ທີ່​ຈະ​ສິ້ນ​ສຸດ​ສະ​ພາບ​ກືນ​ບໍ່​ເຂົ້າ​ຄາຍບໍ່​ອອກ​ນີ້​ກໍ​ແມ່ນ​ໃຫ້ຝ່າຍ ສະ​ຫະ​ລັດ ຢຸດ​ຄວາມຫຼົງ​ໄຫຼ​ສຳ​ລັບ​ເກມ​ໄດ້-ເສຍ​ຂອງ​ເຂົາ​ເຈົ້າ, ຢຸດ​ຄວາມຫຼົງ​ໄຫຼ​ຂອງ​ເຂົາ​ເຈົ້າ​ດ້ວຍ​ການ​ປິດ​ລ້ອມ ແລະ ຍັບ​ຢັ້ງ ຈີນ ແລະ ຢຸດ​ທຳ​ລາຍ​ສາຍ​ພົວ​ພັນ ຈີນ-ສະ​ຫະ​ລັດ.

ທ່ານ​ນາງ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ໄດ້​ກ່າວ​ຢ້ຳ​ສິ່ງ​ທີ່​ລັດ​ຖະ​ມົນ​ຕີ ບ​ລິງ​ເຄັນ ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ຂອງ​ທ່ານ​ທີ່​ວ່າ ສະ​ຫະ​ລັດ ບໍ່​ໄດ້​ຊອກ​ຫາ​ຄວາມ​ຂັດ​ແຍ້ງ ຫຼື ສ້າງ​ສົງ​ຄາມ​ເຢັນ​ໃໝ່​ກັບ ຈີນ. ເຂົາ​ເຈົ້າ​ບໍ່​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ກີດ​ກັ້ນ ຈີນ ຈາກ​ບົດ​ບາດ​ຂອງ​ເຂົາ​ເຈົ້າ​ດັ່ງ​ກັບ​ມະ​ຫາ​ອຳ​ນາດ​ທີ່​ສຳ​ຄັນ, ຫຼື ເພື່ອ​ຢຸດ​ຈີນ​ຈາກ​ການ​ຂະ​ຫຍາຍ​ເສດ​ຖະ​ກິດ​ຂອງ​ເຂົາ​ເຈົ້າ ແລະ ເຂົາ​ເຈົ້າ​ຢາກ​ທີ່​ຈະ​ຢູ່​ຮ່ວມ​ຢ່າງ​ສັນ​ຕິ​ກັບ ຈີນ. ພວກ​ເຮົາ​ກຳ​ລັງ​ຕິດ​ຕາມ​ເບິ່ງ​ສິ່ງ​ທີ່ ສະ​ຫະ​ລັດ ຈະ​ເຮັດ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG