ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອາເມຣິກັນ ທີ່ຕໍ່ຕ້ານ ສົງຄາມ ເດີນທາງ ໄປຢ້ຽມຢາມ ຫວຽດນາມ

ຫວຽດນາມ ໄດ້ລະນຶກເຖິງ ວັນຄົບຮອບ 50 ປີ ຂອງການບຸກໂຈມຕີ ໃນໂອກາດວັນຂຶ້ນປີໃໝ່ຫວຽດນາມ ຫຼື Tet Offensive ດ້ວຍການວາງສະແດງປຶ້ມແບບນີ້, ພ້ອມດ້ວຍປ້າຍໂຄສະນາຊວນເຊື່ອ ຢູ່ຕາມຖະໜົນຫົນທາງ ແລະຈັດການສຳພາດ ກັບພວກນັກລົບເກົ່າ ຂອງສົງຄາມຫວຽດນາມ.

ໃນຖານະທີ່ເປັນພາກສ່ວນນຶ່ງ ຂອງວັນຄົບຮອບ 50 ປີ ໃນການບຸກໂຈມຕີໃນໂອກາດ
ວັນຂຶ້ນປີໃໝ່ຫວຽດນາມ ຫຼື Tet Offensive ນັ້ນ ຊາວອາເມຣິກັນທີ່ຄັດຄ້ານຕໍ່ສົງຄາມ
ຮວມທັງພວກນັກລົບເກົ່າຈຳນວນນຶ່ງ ໄດ້ພົບປະກັບພວກທີ່ຕໍ່ສູ້ກັບຝ່າຍກົງກັນຂ້າມ
ຢູ່ໃນ ສະໜາມລົບ.

ພວກແມ່ຍິງແລະຜູ້ຊາຍເຫຼົ່ານີ້ ໄດ້ໄປເຕົ້າໂຮມກັນ ທີ່ນະຄອນໂຮຈິມິນ ໃນວັນອັງຄານ
ວານນີ້ ທີ່ຫໍພິພິດທະພັນຊາກເສດເຫຼືອຂອງສົງຄາມ ຊຶ່ງໄດ້ບອກເລົ່າກ່ຽວກັບເລື່ອງລາວ
ຕ່າງໆ ຂອງສົງຄາມ ຈາກທັດສະນະຄວາມເຫັນຂອງລັດຖະບານຄອມມູນິສຫວຽດນາມ.

ທ່ານ ເຈເຈ ຈອນຊັນ (J.J. Johnson) ຢູ່ດ້ານຫຼັງ, ບອກບັນດາເພື່ອນຮ່ວມງານ ທີ່ເປັນນັກລົບເກົ່າ ຈາກສະຫະລັດ ແລະ ຫວຽດນາມ ຢູ່ໃນນະຄອນ ໂຮ ຈີ ມິນ ຍ້ອນຫຍັງ ທ່ານຈຶ່ງໄດ້ປະຕິເສດ ການເກນເປັນທະຫານ, ທີ່ເຊື່ອມໂຍງກັບ ຄະບວນການເພື່ອສິດທິພົນລະເຮືອນຂອງສະຫະລັດ ໃນຊ່ວງປີ 1960 ກັບພວກປະທ້ວງຕໍ່ຕ້ານສົງຄາມ ທີ່ຄ້າຍຄືກັນກັບທ່ານເອງ.

ຊາວຫວຽດນາມແລະອາເມຣິກັນ ໄດ້ໄປເຕົ້າໂຮມກັນໃນອາທິດນີ້ ໃນຂະນະທີ່ມີການລະ
ນຶກເຖິງວັນຄົບຮອບດັ່ງກ່າວ. ມັນເປັນເວລາເຄິ່ງສັດຕະວັດມາແລ້ວ ທີ່ໄດ້ມີການໂຈມຕີ
ແບບບໍ່ຄາດຝັນ ຕໍ່ກອງບັນຊາການທາງທະຫານ ແລະສູນກາງຄວບຄຸມພົນລະເຮືອນ
ໃນທົ່ວປະເທດຫວຽດນາມໃຕ້ ແລະການສັງຫານໝູ່ທີ່ບ້ານມີລາຍ (My Lai) ຊຶ່ງພົນລະ
ເຮືອນຫຼາຍຮ້ອຍຄົນໄດ້ຖືກຂ້າຕາຍ ໂດຍທະຫານ ສະຫະລັດ.

ຊາວອາເມຣິກັນຫຼາຍໆຄົນທີ່ໄປຮ່ວມໃນການເຕົ້າໂຮມດັ່ງກ່າວ ໄດ້ພົບເຫັນວິທີການ
ຕ່າງໆ ເພື່ອຈົດທະບຽນສະແດງການຄັດຄ້ານຕໍ່ສົງຄາມຂອງພວກເຂົາເຈົ້າ ນັບແຕ່
ການປະຕິເສດ ບໍ່ຍອມເຂົ້າຮ່ວມການເກນທະຫານ ຕະຫລອດເຖິງການບໍ່ປະຕິບັດ
ໜ້າທີ່ ຫລັງຈາກໄດ້ຖືກສົ່ງໄປຫວຽດນາມແລ້ວ. ຫລາຍໆທົດສະວັດຕໍ່ມາ ມີບາງຄົນໄດ້
ກັບຄືນໄປປະເທດຄອມມູນິສຫວຽດນາມ ເປັນເທື່ອທຳອິດນັບແຕ່ສົງຄາມໄດ້ສິ້ນສຸດລົງ.

ພວກທະຫານຜ່ານເສີກ ຈາກທັງສອງຝ່າຍ ຂອງສົງຄາມຫວຽດນາມ ໄດ້ພົບປະກັນ ຢູ່ໃນນະຄອນ ໂຮ ຈີ ມິນ (Ho Chi Minh City) ເພື່ອການເປີດໂຕ ການວາງສະແດງ ວັດຖຸຕ່າງໆ ກ່ຽວກັບການຕໍ່ຕ້ານສົງຄາມ ຈາກຊ່ວງປີ 1960 ແລະ 1970.
ພວກທະຫານຜ່ານເສີກ ຈາກທັງສອງຝ່າຍ ຂອງສົງຄາມຫວຽດນາມ ໄດ້ພົບປະກັນ ຢູ່ໃນນະຄອນ ໂຮ ຈີ ມິນ (Ho Chi Minh City) ເພື່ອການເປີດໂຕ ການວາງສະແດງ ວັດຖຸຕ່າງໆ ກ່ຽວກັບການຕໍ່ຕ້ານສົງຄາມ ຈາກຊ່ວງປີ 1960 ແລະ 1970.

ພວກເຂົາເຈົ້າ ແມ່ນເຂົ້າຮ່ວມ ໃນອັນທີ່ຮ້ອງວ່າ ການທ່ອງທ່ຽວເພື່ອສັນຕິພາບ ​ດ້ວຍ
ການຢຸດແວ່ ເພື່ອເຂົ້າຮ່ວມພິທີ ທີ່ບ້ານມີລາຍ. ຢູ່ທົ່ວປະເທດຫວຽດນາມ ກໍມີປ້າຍ
ຂະໜາດໃຫຍ່ ຢູ່ຕາມຖະໜົນຫົນທາງ ແລະການວາງສະແດງປື້ມ ເພື່ອລະນຶກເຖິງ
ການບຸກໂຈມຕີ ໃນວັນຂຶ້ນປີໃໝ່ Tet ພ້ອມທັງການປະກວດຮູບເງົາ ໃນການສົນທະນາ
ຫາລື ກ່ຽວກັບການເປີດເຜີຍ ການສັງຫານໝູ່ ທີ່ບ້ານມີລາຍນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG