ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສູນ America House ເປີດ ໃນເມືອງໂອເດຊາ ເຖິງແມ່ນວ່າ ຈະມີສົງຄາມຢ່າງຕໍ່ເນື່ອງ ໃນຢູເຄຣນ


ເຊີນຮັບຊົມລາຍງານ ກ່ຽວກັບ ສູນ America House ເປີດ ໃນເມືອງໂອເດຊາ ເຖິງແມ່ນວ່າ ຈະມີສົງຄາມຢ່າງຕໍ່ເນື່ອງໃນຢູເຄຣນ

ສູນ America House ແຫ່ງໃໝ່ ກຳລັງສະເຫຼີມສະຫຼອງການເປີດດຳເນີນການ ຢູ່ເມືອງໂອເດຊາ (Odesa), ເຊິ່ງເຮັດໃຫ້ມັນເປັນສູນທາງວັດທະນະທຳ ແລະການສຶກສາ ທີ່ສຳຄັນແຫ່ງທີ 3 ຢູ່ໃນຢູເຄຣນ ທີ່ໄດ້ຮັບການສະໜັບສະໜູນ ແລະ ສະໜອງທຶນຈາກສະຖານທູດສະຫະລັດ. ສູນ America House ໃນເມືອງໂອເດຊາ ຄວນຈະເປີດໃນຕົ້ນປີ 2022, ແຕ່ການບຸກລຸກຂອງຣັດເຊຍ ໄດ້ປ່ຽນແຜນການເຫຼົ່ານັ້ນ. ອານນາ ກັອສຕຸດເຈນໂກ (Anna Kosstutschenko) ໄດ້ໄປຢ້ຽມຢາມສູນດັ່ງກ່າວ ແລະຄົ້ນພົບວ່າ ສົງຄາມໄດ້ປ່ຽນແປງແຜນວຽກຂອງສູນຄືແນວໃດ, ເຊິ່ງອາດນະສັກ ມີລາຍລະອຽດ.

ທ່ານນາງມາຣິນນາ ກອນຈາເຣັນໂກ (Marina Goncharenko) ອາຍຸ 44 ປີ ໄດ້ຖືກແຕ່ງຕັ້ງໃຫ້ເປັນຫົວຫນ້າສູນ American House ຂອງເມືອງໂອເດຊາ ໃນເດືອນກັນຍາ ປີ 2021. ໂດຍແຜນການແມ່ນຈະເປີດສູນແຫ່ງນີ້ ຕໍ່ສາທາລະນະໃນລະດູຫນາວ ປີ 2022, ແຕ່ການບຸກລຸກຂອງຣັດເຊຍ ໄດ້ເຮັດໃຫ້ການເປີດຫຼ້າຊ້າ. ໃນຕອນນີ້, ເຖິງແມ່ນວ່າສົງຄາມຈະຍັງດຳເນີນຢູ່ຕໍ່ໄປ, ແຕ່ສູນ America House ທີ່ນຳພາໂດຍທ່ານນາງ ມາຣິນນາ ກອນຈາເຣັນໂກ ກໍກຳລັງຈະສະ ເຫຼີມສະຫຼອງການເປີດສູນດັ່ງກ່າວຢ່າງເປັນທາງການ.

ທ່ານນາງມາຣິນນາ ກອນຈາເຣັນໂກ, ຈາກສູນ America House ຂອງເມືອງໂອເດຊາ ໄດ້ກ່າວເປັນພາສາອັງກິດວ່າ:

"... ຊີວິດດຳເນີນຕໍ່ໄປ, ມັນມີຄວາມສາມັກຄີຢ່າງຫຼວງຫຼາຍລະຫວ່າງຜູ້ຄົນ, ແລະຄວາມຈິງທີ່ວ່າພວກເຮົາກໍາລັງຈະເປີດສູນ America House ຂອງເມືອງໂອເດຊາ ໃນເດືອນພະຈິກນີ້, ເຊິ່ງເປັນປີທີສອງ ຂອງສົງຄາມເຕັມຮູບແບບ, ຮູ້ສຶກມະຫັດສະຈັນ!"

ການຍິງ​ໂຈມ​ຕີຢ່າງຕໍ່ເນື່ອງ ໃສ່ເມືອງໂອເດຊາ ຫມາຍຄວາມວ່າ ສູນບໍ່ສາມາດດໍາເນີນການໄດ້ຢ່າງເຕັມ​ທີ່. ນັ້ນຫມາຍຄວາມວ່າ ໃນປັດຈຸບັນນີ້, ບົດຮຽນພາສາອັງກິດ, ແລະໂຄງການອື່ນໆ ສອງສາມໂຄງການ ທີ່ເປີດສອນຢູ່ທີ່ສູນ ຕັ້ງແຕ່ເດືອນກັນຍາ ເປີດສອນພຽງແຕ່ທາງອອນໄລນ໌ ເທົ່ານັ້ນ.

ທ່ານ ຊາລີ ເຊັນສ໌ ເປຍ (Charlie St. Pierre) ອາຍຸ 27 ປີ ຈາກລັດ ແມັສຊາຈູເຊ​ດສ໌ (Massachusetts), ນຶ່ງໃນຄູສອນພາສາອັງກິດ, ເຊິ່ງປະຈຸບັນ ອາ​ໄສຢູ່ໃນນະຄອນຫຼວງກີຢິບ, ສອນນັກຮຽນໃນເມືອງໂອເດຊາ ທາງອອນໄລນ໌.

ທ່ານ ຊາລີ ເຊັນສ໌ ເປຍ (Charlie St. Pierre), ຈາກສູນ America House ຂອງເມືອງໂອເດຊາ ໄດ້ກ່າວເປັນພາສາອັງກິດວ່າ:

“ຂ້າ​ພະ​ເຈົ້າ​ຮູ້ສຶກສົນໃຈ​ຕໍາ​ແຫນ່ງ​ນີ້​ ຢູ່ທີ່ສູນ America House ເພາະ​ວ່າ ຢູເຄຣນ ມີ​ຄວາມ​ຫມາຍ​ກັບ​ຂ້າ​ພະ​ເຈົ້າຫຼາຍ! ປະເທດຂອງຂ້າພະເຈົ້າ ມີຄວາມໝາຍ ກັບຂ້າພະເຈົ້າຫຼາຍ, ແລະຂ້າພະເຈົ້າ ໄດ້ເປັນຂົວຕໍ່ລະຫວ່າງສອງສະຖານທີ່ ທີ່ຂ້າພະເຈົ້າໃຫ້ຄວາມສຳຄັນ ແທ້ໆ.”

ບັນດາກຸ່ມ​ມະນຸດສະທຳ​ກ່າວ​ວ່າ ມີ​ຊາວ​ຢູ​ເຄຣນ ທີ່ຍົກຍ້າຍຖິ່ນຖານຢູ່ພາຍໃນປະເທດ ຫຼາຍກວ່າ 170,000 ຄົນ ​ອາ​ໄສ​ຢູ່​ໃນ​ເມືອງ ໂອເດຊາ.

ສູນ America House ​ໄດ້​ກາຍ​ເປັນ​ສູນ​ກາງ​ທີ່​ສຳຄັນ​ສຳລັບ​ຊາວ​ອົບ​ພະຍົບໄວໜຸ່ມ. ໂດຍມີອີກສອງສູນຢູ່ໃນຢູເຄຣນ, ສູນນຶ່ງຢູ່ໃນ ນະຄອນຫຼວງກີຢິບ ແລະອີກສູນນຶ່ງຢູ່ໃນລະວີບ (Lviv).

ນາງ ເອລີຊາເວັດ ພິຊຊິກ (Elizaveta Pishchyk) ອາຍຸ 18 ປີ ເວົ້າວ່ານາງບໍ່ສາມາດກັບຄືນໄປເມືອງເຄີສັນ (Kherson) ເຊິ່ງເປັນບ້ານເກີດຂອງນາງໄດ້ ເນື່ອງຈາກວ່າບ່ອນນັ້ນ ຍັງ​ເປັນອັນຕະລາຍເກີນໄປ. ແຕ່ຢູ່ທີ່ ສູນ America House ຂອງເມືອງໂອເດຊາ, ນາງພິຊຊິກ (Pishchyk) ບອກວ່າ ນາງໄດ້ຮັບການສະຫນັບສະຫນູນ.

ນາງ ເອລີຊາເວັດ ພິຊຊິກ (Elizaveta Pishchyk) ກ່າວວ່າ:

"ສູນ America House ໄດ້ໃຫ້ໂອກາດຂ້ອຍໄດ້ຊອກຫາໝູ່ເພື່ອນໃຫມ່ ເພາະວ່າຂ້ອຍບໍ່ເຄີຍຢູ່ ເມືອງໂອເດຊາ, ຂ້ອຍບໍ່ມີຫມູ່ຢູ່ທີ່ນີ້, ແລະມັນຍາກຫຼາຍທີ່ຈະຢູ່ຄົນດຽວ - ໂດຍສະເພາະຢ່າງຍິ່ງ ໃນເວລາທີ່ມີສົງຄາມ ຢູ່ໃນປະເທດຂອງທ່ານ, ແລະທ່ານຕ້ອງການ ການສະຫນັບສະຫນູນຈາກຄົນອື່ນໆ.”

ສູນ America House ຂອງເມືອງໂອເດຊາ ຍັງ​ຕ້ອງ​ການ​ທີ່​ຈະ​ຮອງຮັບ​ນັກລົບເກົ່າຈາກ​ສົງຄາມ​ຢູ​ເຄຣນ ​ແລະ​ກຳລັງສ້າງ​ໃຫ້​ອາຄານແຫ່ງນີ້ ເປັນອາຄານທີ່ຄົນພິການເຂົ້າເຖິງໄດ້. ສູນດັ່ງກ່າວແມ່ນ​ເປັນ​ພື້ນທີ່​ປອດ​ໄພ​ຂະໜາດ​ນ້ອຍໆ ຢູ່​ໃນ​ປະ​ເທດ​ທີ່ອັນຕະລາຍ ທີ່ຖືກທຳລາຍໂດຍສົງຄາມ.

ອ່ານລາຍງານເປັນພາສາອັງກິດຂ້າງລຸ່ມນີ້:

A new America House is celebrating its opening in Odesa, making it the third major cultural and educational center in Ukraine supported and financed by the U.S. Embassy. America House Odessa was supposed to open in early 2022, but Russia's invasion changed those plans. Anna Kosstutschenko visited the center and found out how the war altered its program.

44-year-old Marina Goncharenko was appointed head of America House Odesa in September 2021. The plan was to open the center to the public in winter 2022, but Russia’s invasion delayed the opening. Now, despite the war still going on, the America House led by Maryna Goncharenko is celebrating its official opening.

Maryna Goncharenko, America House Odesa:

“...life goes on, there is a lot of solidarity among people, and the very fact that we are opening America House Odesa in November, in the second year of the full-scale war, feels like a miracle!”

The constant shelling of Odesa means the center can’t operate at full capacity. That means for now, English lessons, and a few other programs, which have been available at the center since September are still only available online.

Mandatory courtesy: Charlie St. Pierre:

One of the English teachers, 27-year-old Charlie St. Pierre from Massachusetts, is currently in Kyiv, teaching an online class to students in Odesa.

Charlie St. Pierre, America House Odesa:

“I was attracted to this position at America House because Ukraine means so much to me! My own country means so much to me, and I get to be the bridge between these two places I really care about.”

Humanitarian groups say more than 170,000 internally displaced Ukrainians are living in Odesa.

America House has become an important hub for young refugees. There are two others in Ukraine, one in Kyiv and another in Lviv.

18-year-old Elizaveta Pishchyk says she can’t return to Kherson, her hometown, because it’s still too dangerous there. But at America House Odesa, Pishchyk says she has support.

Elizaveta Pishchyk, Student:

“America House gave me the opportunity to find new friends because I have never lived in Odesa, I didn’t have any friends here, and it is very hard to be alone – especially when there is war in your country, and you need support from people.”

America House Odesa also wants to cater to Ukrainian war veterans and is making the building handicapped accessible. It’s a small safe space, in a dangerous war-torn country.

XS
SM
MD
LG